ຈີນ ເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ພັກຄອມມູນິສຕ໌ຈີນ ໃຫ້ທາງການລາວ

ພອນ ພູມມີທອນ
2022.11.01
ຈີນ ເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ພັກຄອມມູນິສຕ໌ຈີນ ໃຫ້ທາງການລາວ ປະທານ ປະເທດຈີນ ທ່ານ ສີ ຈິ້ນຜິງ ກ່າວຄຳປາໄສ ໃນລະຫວ່າງພິທີເປີດ ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກ ຄອມມິວນິສຈີນ ທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ, ວັນທີ 16 ເດືອນຕຸລາ ປີ 2022.
Xinhua via AP

ເມື່ອວັນທີ 31 ຕຸລາ ທີ່ຜ່ານມາ ທ່ານ ດຣ. ພັນຄຳ ວິພາວັນ ນາຍົກຣັຖມັນຕຣີລາວ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມ ສເລີມສລອງ ຜົລສຳເຣັດ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ່ 20 ຂອງພັກຄອມມູນິສຕ໌ຈີນ ທີ່ສຖານທູຕຈີນ ປະຈຳປະເທດລາວ, ເປັນເຈົ້າພາບຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໂດຍມີຄະນະນຳ ຂັ້ນສູງຂອງພັກ ແລະ ຣັຖບານລາວ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕ່າງໜ້າຈາກອົງການຂອງພັກ-ຣັຖ. ພນັກງານຂອງສຖານທູຕຈີນ, ນັກທຸຣກິຈ ແລະສະມາຄົມຊາວລາວ ຕ່າງດ້າວຈີນ ເຂົ້າຮ່ວມ, ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ ແລະ ກ່ອນໜ້ານັ້ນ ເມື່ອວັນທີ 23 ຕຸລາ ທີ່ຜ່ານມານີ້ ວິທຍຸໂທຣະທັສສູນກາງຈີນ ຫລື China Media Group (CMG) ປະຈຳປະເທດລາວ ໄດ້ຮ່ວມກັບ ອຳນາດການປົກຄອງ ຂັ້ນແຂວງ ໃນພາກເໜືອ ເປັນຕົ້ນວ່າ ແຂວງຫລວງພຣະບາງ, ແຂວງອຸດົມໄຊ ແລະ ແຂວງຫລວງນໍ້າທາ ຈັດງານສັມມະນາ ເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ່ 20 ຂອງພັກຄອມມູນິສຕ໌ຈີນ ພາຍໃຕ້ຫົວຂໍ້ “ຂະບວນການ ອອກເດີນທາງ ຄັ້ງໃໝ່ ແລະ ຮ່ວມຊະຕາກັມ” ໂດຍມີເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມງານສັມມະນາ ດັ່ງກ່າວ, ອີງຕາມການຣາຍງານ ຂອງວິທຍຸສາກົລ ແຫ່ງປະເທດຈີນ ໃນວັນທີ 31 ຕຸລາ ປີ 2022.

ເຖິງຢ່າງໃດກໍຕາມ ການຈັດງານສັມມະນາ ຢູ່ທັງສູນກາງ ແລະ ແຂວງຕ່າງໆ ຂອງລາວ ກໍ່ມີພຽງແຕ່ເຈົ້າໜ້າທີ່ ລະດັບສູງຂອງຂັ້ນແຂວງ ທີ່ໄດ້ເຂົ້າຮ່ວມຮັບຟັງ ການສັມມະນາໃນເທຶ່ອນີ້ ແລະ ຜູ້ເຂົ້າຮວ່ມນັ້ນ ກໍຍັງບໍ່ທັນໄດ້ ນຳເນື້ອໃນຂອງງານສັມມະນາ ດັ່ງກ່າວ ມາເຜີຍແຜ່ ແກ່ບັນດາເຈົ້າໜ້າທີ່ ພາຍໃນແຂວງຂອງຕົນເອງ ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ພິສຈິກາ ນີ້ວ່າ:

ເຜີຍແຜ່ກອງປະຊຸມໃຫຍ່ ຂອງຈີນນີ້ ກໍບໍ່ແນ່ໃຈ ຄັນແມ່ນໂຕກ່ອນໜ້າ ເຂົາຊິເປີດກອງປະຊຸມໃຫຍ່ນີ້ ຄືເຫັນຈັດໄປເທຶ່ອນຶ່ງແລ້ວ ແຕ່ບໍ່ແມ່ນໂຕກອງປະຊຸມໃຫ່ຍ ຫລ້າສຸດຂອງເພິ່ນ.

ໃນຂະນະທີ່ ເຈົ້າໜ້າທີ່ລາວ ທ່ານນຶ່ງກໍເຫັນວ່າ ເປັນເຣຶ່ອງປົກກະຕິ ທີ່ວີທຍຸ ໂທຣະທັສ ສູນກາງຈີນ ຈັດງານສັມມະນາດັ່ງກ່າວ ຢູ່ບາງແຂວງໃນລາວ ເນື່ອງຈາກໃນໄລຍະ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັັກຄອມມູນິສຕ໌ຈີນ ທີ່ຈັດຕັ້ງຂຶ້ນ ໃນແຕ່ລະຄັ້ງ ກໍມີການເຜີຍແຜ່ ໃຫ້ເຈົ້າໜ້າທີ່ລາວ ຮັບຮູ້ຕລອດ.

ດັ່ງທ່ານກ່າວວ່າ:

ມັນກໍເປັນເຣຶ່ອງປົກກະຕິ ແຕ່ລະວາຣະດອກ ລາວ-ຈີນ. ພາຍຫລັງທີ່ກອງປະຊຸມໃຫຍ່ ຂອງຈີນແລ້ວປັບ  ເພິ່ນກະເຄີຍມາເຮັດເລີຍໆດອກ. ເຜີຍແຜ່ໃຫ້ລາວຮັບຊາບນຳ ຄືລາວເຮົານີ້ ເວລາເປີດກອງປະຊຸມໃຫຍ່ແລ້ວ ແຮ່ງເຊີນເພິ່ນມາຮ່ວມ.”

ສ່ວນຊາວລາວທ່ານນຶ່ງ ໄດ້ກ່າວກ່ຽວກັບເຣຶ່ອງນີ້ວ່າ ເປັນເຣຶ່ອງປົກກະຕິ ທີ່ຝ່າຍຈີນຕ້ອງເຜີຍແຜ່ ເນື້ອໃນກອງປະຊຸມ ຂອງພັກຄອມມູນິສຕ໌ຈີນ ໃຫ້ທາງລາວຮັບຊາບ ເຊິ່ງທ່ານເອງກໍເຫັນວ່າ ເປັນການຂຍາຍອິທິພົລ ທາງດ້ານການເມືອງ ໃນຮູບແບບນຶ່ງ ແຕ່ບໍ່ຮູ້ຣາຍລະອຽດ ຄັກແນ່ວ່າ ໃນການຈັດສັມມະນາດັ່ງກ່າວ ມີການໂອ້ລົມກັນ ເຖິງເຣຶ່ອງໃດແດ່.

ດັ່ງທ່ານກ່າວວ່າ:

“ເອີ! ກະແມ່ນໂອ ຂຍາຍອິທິພົລນີ້ແຫລະ ຫລາຍຄົນກໍຮູ້ຢູ່ ພວດເຮົາກະຍົງບໍ່ຮູ້ເນື້ອໃນ ເພິ່ນເວົ້າແນວໃດແທ້ນີ້ ບ້ານເຮົາຍັງບໍ່ເຫັນ ມາເຜີຍແຜ່ຫຍັງເທຶ່ອ ລໍຖ້າເພິ່ນມາກ່ອນ ເຮົາບໍ່ຮູ້ເນື້ອໃນເພິ່ນເວົ້າແນວໃດ.”

ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍເຫັນວ່າ ການເຜີຍແຜ່ເນື້ອໃນ ຂອງກອງປະຊຸມ ຂອງພັກປະເທດຈີນ ໃນລັກສະນະດັ່ງກ່າວນີ້ ກໍເປັນການຂຍາຍ ອິທິພົລດ້ານການເມືອງ ເພື່ອໃຫ້ປະເທດ ທີ່ພົວພັນກັບຈີນ ຮັບຮູ້ເນື້ອໃນກອງປະຊຸມໃຫຍ່ ຂອງພັກຄອມມູນິສຕ໌ຈີນ ແຕ່ທ່ານເອງກໍບໍ່ສາມາດ ສະແດງຄວາມຄິດຄວາມເຫັນ ຢ່າງຕຣົງໄປຕຣົງມາໄດ້ ມີແຕ່ຕິດຕາມຂ່າວຊື່ໆ.

ດັ່ງທ່ານກ່າວ່າ:

“ເວົ້າຫຍັງບໍ່ໄດ້ວ່າຊັ້ນສາເນາະ ເຮົາຮູ້ເທົ່າບໍ່ເຖິງການ ບໍ່ໄດ້ພົວພັນ ໃນເຣຶ່ອງການດຳເນີນການ. ຜູ້ນຳລາວເຮົານີ້ລະເນາະ ເປັນແນວໃດກະຍັງ ຊິເປັນໄປຕາມທາງ ອັນນັ້ນ ຄິດຜິດ ຫລືຄິດຖືກ ເຮົາກະບໍ່ເຂົ້າໃຈ ນຳເພິ່ນ.”

ທາງດ້ານນັກວິຊາການ ລາວ-ໄທຍ ທີ່ຕິດຕາມການເມືອງລາວ ແລະ ຈີນຢູ່ເລື້ອຍໆ ກໍກ່າວວ່າ ບໍ່ແມ່ນເຣຶ່ອງໃໝ່ ທີ່ວິທຍຸໂທຣະທັສ ສູນກາງຈີນ ໄດ້ເຜີຍແຜ່ເນື້ອໃນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ່ 20 ຂອງພັກຄອມມູນິສຕ໌ຈີນ ໃຫ້ເຈົ້າໜ້າທີ່ລາວຮັບຊາບ ເຊິ່ງທ່ານເອງ ກໍເຫັນວ່າເປັນເຣຶ່ອງປົກກະຕິ ທີ່ມີລະບອບ ການປົກຄອງ ຮູບແບບດຽວກັນ, ມີການແລກປ່ຽນ ຂໍ້ມູນນຳກັນ ແລະ ບໍ່ມີຄວາມໝາຍອື່ນໆ ແອບແຝງ.

ດັ່ງທ່ານ ອະດິສອນ ເສມແຍ້ມ ຜູ້ອຳນວຍການ ສູນແມ່ນໍ້າຂອງສຶກສາ ປະຈຳສະຖາບັນ ເອເຊັຽ ສຶກສາ ທີ່ຂຶ້ນກັບຈຸລາລົງກອນ ມະຫາວິທຍາໄລ ຂອງໄທຍກ່າວວ່າ:

“ກໍທັມມະດາ ແລະ ເປັນເຣຶ່ອງປົກກະຕິ, ຍ້ອນ ລາວ-ຈີນ ແມ່ນປະເທດສັງຄົມນິຍົມຄືກັນ ເປັນຫຸ້ນສ່ວນທາງຍຸທສາຕ ມັນກໍເປັນເຜີຍແຜ່ຂໍ້ມູນທັມມະດາ ຊີ້ແຈງໃນເຣື່ອງ ຄວາມປ່ຽນແປງ ຂອງກອງປະຊຸມ ຂອງພັກຄອມມູນິສຕ໌ຈີນ ມັນກໍບໍ່ມີຫຍັງຫລາຍ ກວ່າການເປີດເຜີຍ ເນື້ອໃນກອງປປະຊຸມ ບໍ່ມີນັຍຍະອືີ່ນໆ.”

ເຖິງຢ່າງໃດກໍຕາມ ນອກເໜືອຈາກປະເທດລາວແລ້ວ ວິທຍຸໂທຣະທັສ ສູນກາງຈີນ ກໍໄດ້ຈັດກິຈກັມເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ່ 20 ຂອງພັກຄອມມູນິສຕ໌ຈີນ ຢູ່ອີກຫລາຍປະເທດ ເປັນຕົ້ນ ຟີລິປີນສ໌, ເນປານ ແລະ ປະເທດອື່ນໆໃນເອເຊັຽ ເພື່ອໃຫ້ພາກສ່ວນ ທີ່ເຂົ້າມາຮ່ວມກິຈກັມດັ່ງກ່າວ ໄດ້ແລກປ່ຽນຄຳເຫັນ ໃນຫົວຂໍ້ຕ່າງໆ ເປັນຕົ້ນ “ການຫັນປ່ຽນ ທັນສມັຍແບບຈີນ”, “ນຶ່ງແລວ ນຶ່ງເສັ້ນທາງ” ແລະ ອື່ນໆ, ອີງຕາມການຣາຍງານ ຂອງວິທຍຸສາກົລ ແຫ່ງປະເທດຈີນ ແລະ ກ່ອນໜ້ານີ້ເມື່ອວັນທີ່ 23 ຕຸລາທີ່ຜ່ານມາ ທ່ານ ດຣ. ທອງລຸນ ສີສຸລິດ ປະທານປະເທດລາວ ກໍໄດ້ສົ່ງໂທຣະເລຂຊົມເຊີຍ ເຖິງຜູ້ນຳຈີນ ທ່ານ ສີ ຈິ້ນຜິງ ໃນໂອກາສທີ່ທ່ານ ໄດ້ຮັບເລືອກຕັ້ງ ໃຫ້ດຳຣົງຕຳແໜ່ງເລຂາທິການໃຫຍ່ ຄະນະກັມມະການ ສູນກາງພັກຄອມມູນິສຕ໌ ແລະ ປະທານປະເທດຈີນ ເປັນສມັຍທີ່ 3 ພ້ອມທັງຍິນດີ ສືບຕໍ່ພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.