ເຣື້ອງທີ່ເກັບບັນທຶກໄວ້
2021-10-30
ປະຊາຊົນ ບໍ່ຄວາມເຊື່ອໝັ້ນ ຕໍ່ຂະບວນການຍຸຕິທັມຢູ່ລາວ ຍ້ອນວ່າເປັນປະເທດ ທີ່ມີການປົກຄອງດ້ວຍລະບົບພັກດຽວ, ບໍ່ມີໜ່ວຍງານໃດ ສາມາດກວດສອບ ການປະຕິບັດໜ້າທີ່ ຂອງຜູ້ພິພາກສາສານ ແລະພະນັກງານຍຸຕິທໍາໄດ້.
2021-10-26
ການປະທ້ວງຂອງຂະບວນນັກສຶກສາລາວ 26 ຕຸລາ ທີ່ນະຄອນຫຼວງວຽງຈັນ ເຖິງເວລາລ່ວງເລີຍມາໄດ້ 22 ປີແລ້ວ ຜູ້ຄົນກໍຍັງຈື່ຈໍາໄດ້ດີ ທີ່ທວງໃຫ້ທາງການລາວປ່ຽນແປງການປົກຄອງຈາກລະບອບຜະເດັດການໄປສູ່ປະຊາທິປະໄຕ.
2021-10-25
ຣົດບັນທຸກລາວ ຖືກປະຕິບັດ 2 ມາຕຖານ ແລະ ຖືກຮຽກເກັບ ເງິນອີກ ໃນເວລາ ທີ່ເຂົ້າໄປຈີນ ໃນຂະນະທີ່ ຣົດບັນທຸກຈີນ ເຂົ້າມາລາວ ພັດງ່າຍດາຍ.
2021-10-23
ການກວດພົບ ການສໍ້ຣາດບັງຫຼວງ ສະແດງໃຫ້ເຫັນວ່າ ທາງການລາວບໍ່ສາມາດແກ້ໄຂ ບັນຫາດັ່ງກ່າວໃຫ້ໝົດໄປຈາກລະບົບໄດ້ ໂດຍສະເພາະພະນັກງານຂອງພັກ-ຣັຖ ທີຍັງໄດ້ຮັບການປະຕິບັດທາງວິໄນແລະບົດລົງໂທດຕ່າງໆ ຍັງບໍ່ສົມກັບຄວາມຜິດທີ່ກະທຳ.
2021-10-17
ອັດຕຣາ ການຕິດເຊື້ອ ໂຄວິດ-19 ໃນລາວ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ສົ່ງຜົລ ຕໍ່ອັດຕຣາ ການຂຍາຍໂຕທາງເສຖກິຈ ໃນປີນີ້ ໃນຂະນະດຽວກັນ ຣັຖບານລາວ ກໍເລັ່ງສັກວັກຊີນ.
2021-10-14
ນາຍົກ ຣັຖມົນຕຣີ ແນະນຳ ນັກຂ່າວ ສເນີຂ່າວ ທີ່ມີມູນຄວາມຈິງ ເພື່ອເປັນແສງສວ່າງ ໃຫ້ກັບ ພັກ ແລະ ຣັຖ. ຄວາມຈິງແລ້ວ ສື່ມວນຊົນລາວ ຍັງບໍ່ກ້າ ທີ່ຈະນຳສເນີ ຂ່າວສານ ນອກເໜືອ ໄປຈາກຂ່າວ ທີ່ຖືກກຳນົດໄວ້ແລ້ວ.
2021-10-11
ຣັຖບານລາວ ຢືນຢັນວ່າ ໂຄງການຣົດໄຟ ລາວ-ຈີນ ເປີດຢ່າງເປັນທາງການ ໃນເດືອນທັນວາ ເຖິງແມ່ນວ່າ ຈະປະເຊີນກັບ ການຣະບາດ ຂອງໂຄວິດ-19 ແລະ ເສຖກິຈ ທົດຖອຍ ແຕ່ໂຄງການນີ້ ຍັງດຳເນີນ ຕາມແຜນການ ທີ່ວາງໄວ້.
2021-10-06
ການພົວພັນຮ່ວມມື ລາວ-ວຽດນາມ ເພິ່ມຂຶ້ນນໍາ ເລື້ອຍໆ ເຖິງແມ່ນວ່າ ແຕ່ລະປະເທດ ປະເຊີນກັບ ຄວາມຫຍຸ້ງຍາກ ໃນການພັທນາ ເສຖກິຈ-ສັງຄົມ ຍ້ອນການຣະບາດ ຂອງໂຄວິດ-19 ຢູ່ນີ້ ກໍຕາມ.
2021-10-05
ຖ້າຫາກວ່າ ສາມາດ ປະຕິບັດໂຕຈິງ ໄດ້ສຳເຣັດ, ດຳຣັຖສບັບນີ້ ກໍຈະແກ້ໄຂ ບັນຫາການ ນຳໃຊ້ຣົດຣັຖ ເຂົ້າໃນວຽກງານສ່ວນໂຕ ໂດຍສະເພາະ ເປັນການສິ້ນເປືອງ ງົບປະມານຣັຖ ກໍ່ຄືພາສີຂອງ ປະຊາຊົນ.
2021-10-04
ຊາວຄຣິສຕຽນລາວ ຊົນເຜົ່າມົ້ງ 6 ຄອບຄົວ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກຍາດຕິພີ່ນ້ອງ ຂົ່ມເຫງ ແລະ ລົບກວນ ຍ້ອນບໍ່ຍອມປະລະການເຊື່ອຖືສາສນາຄຣິສຕຽນ
2021-10-03
ການລົງທຶນ ປ້ອງກັນ ຄວາມສ່ຽງ ພັຍພິບັດ ໃນລາວ ຍັງບໍ່ມີ ປະສິດທິຜົລ ແລະ ການຣະບາດ ຂອງເຊື້ອ ໂຄວີດ-19 ໃນລາວ ຍັງສືບຕໍ່ ເປັນວົງກວ້າງ.