ມາຟັງນໍາກັນ 10/17/21
2021.10.17

ຣາຍການ ມາຟັງນຳກັນ ສັປດານີ້ ໄມຊູລີ ແລະ ໄຊຍາ ຈະນຳເອົາເຣື່ອງ “ຣັຖບານລາວ ປະເຊີນ ວິກິຈ ໂຄວິດ-19 ຍັງບໍ່ໄດ້ຣະບຸວ່າ ເມື່ອໃດຄວບຄຸມໄດ້.”
ອັດຕຣາ ການຕິດເຊື້ອ ໂຄວິດ-19 ໃນລາວ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ສົ່ງຜົລ ຕໍ່ອັດຕຣາ ການຂຍາຍໂຕທາງເສຖກິຈ ໃນປີນີ້. ທາງຄູ່ຮ່ວມພັທນາ ຊີ້ບອກວ່າ ຣັຖບານລາວ ຕ້ອງເລັ່ງ ສັກວັກຊີນ ໃຫ້ໄດ້ ໃນອັດຕຣາສ່ວນ ເກີນເຄີ່ງນຶ່ງ ຂອງປະຊາກອນ ເຊິ່ງເປັນການແກ້ໄຂ ທາງດຽວ ທີ່ຈະນຳໄປສູ່ ການຄວບຄຸມ ໂຄວິດ-19 ແລະ ເສຖກິຈ ຈຶ່ງຈະຟື້ນໂຕ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ຂໍຕ້ອນຮັບທ່ານ ເຂົ້າສູ່ ຣາຍການ “ມາຟັງນໍາກັນ” ໃນສັປດານີ້. ກໍຄືດັ່ງທີ່ທ່ານ ໄດ້ຕິດຕາມຂ່າວ ສະພາບການຣະບາດ ຂອງເຊື້ອ ໂຄວິດ-19 ໃນລາວ ຍັງມີຜູ້ຕິດເຊື້ອ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ກໍມີ ຜູ້ເສັຽຊີວິດເພີ່ມຂຶ້ນ. ຈາກກໍຣະນີ ດັ່ງກ່າວ ມັນຫຼີກລ້ຽງບໍ່ໄດ້ ທີ່ຈະສົ່ງ ຜົລກະທົບ ຕໍ່ເສຖກິຈ ຂອງລາວ ຫຼ້າສຸດ ຄູ່ຮ່ວມພັທນາ ກໍໄດ້ປັບຫຼຸດ ອັດຕຣາ ການຂຍາຍໂຕ ທາງດ້ານເສຖກິຈ ໃນປີນີ້ລົງ.
ທາງຄູ່ຮ່ວມພັທນາ ໄດ້ຊີ້ບອກວ່າ ຖ້າຄວບຄຸມ ການຣະບາດໄດ້ ພາຍໃນ ປີນີ້, ປີໜ້າເສຖກິຈລາວ ຈະມີການຂຍາຍໂຕ ຂຶ້ນຕື່ມ ແຕ່ບໍ່ຫຼາຍ. ແຕ່ ຣັຖບານລາວ ຕ້ອງໄດ້ລົງມື ເລັ່ງດ່ວນ ໃນການສັກຊີນ ປ້ອງກັນໂຄວິດ-19 ໃຫ້ໄດ້ເກີນເຄິ່ງນຶ່ງ ຂອງປະຊາກອນ ພາຍໃນປີນີ້.
ສຳລັບຫົວຂໍ້ ໃນຣາຍການ ມື້ນີ້ ມາເວົ້າເຖິງ ເຊື້ອໂຄວິດ-19 ຣະບາດ ໃນຊຸມຊົນໜັກໜ່ວງ ສົ່ງຜົລ ຕໍ່ອັດຕຣາ ການຂຍາຍເສຖກິຈ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ. ທ່ານ ຜູ້ຟັງ ທີ່ຕ້ອງການເຂົ້າຮ່ວມ ຣາຍການ ກັບພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານລົງໃສ່ ອິນບອກ ອາຣ໌ເອັຟເອ ແລ້ວພວກເຮົາ ຈະໂທສັມພາດ ເພື່ອມາອອກ ຣາຍການ.
ຕອນນີ້ ພວກເຮົາ ເຂົ້າສູ່ ຣາຍການກັນເລີຍ ກ່ອນອື່ນໝົດ ມາເວົ້າເຖິງ ສະພາບ ການຣະບາດ ຂອງໂຄວິດ-19 ໃນລາວ ກັນກ່ອນ. ໄຊຍາ ສະພາບການ ຣະບາດ ຂອງໂຄວິດ-19 ໃນລາວ ເປັນແນວໃດກັນແລ້ວ.
ໄຊຍາ: ກໍຄືດັ່ງທີ່ ທ່ານຜູ້ຟັງ ໄດ້ຕິດຕາມ ການຖແລງຂ່າວ ປະຈຳວັນ ຂອງຄນະ ສະເພາະກິຈ ຄວບຄຸມໂຄວິດ-19 ຜູ້ຕິດ ເຊື້ອສະສົມ ປະມານ 3 ໝື່ນປາຍແລ້ວ ແລະ ຜູ້ເສັຽຊີວິດສະສົມ ກໍເພີ່ມຂຶ້ນ ຫຼາຍເຖິງ 36 ຄົນ ດ້ວຍກັນ. ສະຖານະ ການຣະບາດ ຍັງມີຜູ້ຕິດເຊື້ອ ເພີ່ມຂຶ້ນເລື້ອຍໆ ແນ່ນອນ ທີ່ຫຼີກລ້ຽງບໍ່ໄດ້ ກໍຄື ມັນສົ່ງຜົລກະທົບ ຕໍ່ການຂຍາຍໂຕ ຂອງເສຖກິຈ ຢ່າງແນ່ນອນ.
ພວກເຮົາ ຈະລຽງລຳດັບ ເຫດການ ທີ່ກ່ຽວພັນ ເຖິງຣະບົບ ການຈັດການ ຂອງຣັຖບານ ໃນປັຈຈຸບັນ ເປັນຫຍັງ ຈຶ່ງວ່າ ປະເຊີນ ກັບວິກິຈ ການຣະບາດ ໂຄວິດ-19 ເພາະວ່າ ຣະບົບ ການຈັດການ ທີ່ທ່ານ ພັນຄຳ ວິພາວັນ, ນາຍົກ ຣັຖມົນຕຣີລາວ, ໄດ້ອອກມາຖແລງ ໃນໂອກາດ ພົບພໍ້ ສື່ມວນຊົນ ເຊີ່ງເວົ້າເຖິງຣະບົບ ການຈັດການ ໂຄວິດ-19 ໃນລາວ. ເຊິ່ງນັ້ນ ກໍມີປະເດັນ ທີ່ສຳຄັນ ກ່ຽວກັບ ການຈັດການເຣື່ອງໂຄວິດ-19 ແລະ ຈະລຳດັບ ເຫດການ ທີ່ມັນເປັນຜົລກະທົບ ຕໍ່ການຈັດການ ຄວບຄຸມ ໂຄວິດ-19 ໃຫ້ທ່ານ ໄດ້ຟັງກັນ.
ກໍແນ່ນອນວ່າ ອັນທີ່ ໄດ້ຮັບຜົລກະທົບ ໃນປັຈຈຸບັນ ກໍຄື ເຣື່ອງຊີວິດ ການເປັນຢູ່ ຂອງປະຊາຊົນ ເຊັ່ນເຣື່ອງອາຫານການກິນ ກໍຂຶ້ນລາຄາ, ເງີນເຟີ້, ກິຈການ ຫຼາຍຂແນງການປິດ ເກີດການຫວ່າງງານ ມີແຕ່ລາຍຈ່າຍ ບໍ່ມີລາຍຮັບ. ເຊິ່ງບັນຫານີ້ ຣັຖບານລາວເອງ ກໍເຫັນແລ້ວວ່າ ມັນໜັກໜາ ສາຫັດຫຼາຍປານໃດ. ດັ່ງເຊັ່ນ ປະຊາຊົນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອທ້າຍສັປດາ ທີ່ຜ່ານມາວ່າ ສູນກັກໂຕ ຣັຖບານເອງ ຍັງຂາດເຂີນ ຜູ້ກັກໂຕ ຍັງຢູ່ໃນສູນ ແບບຊ່ອຍໂຕເອງ. ຣັຖ ກໍຊ່ອຍໄດ້ ແຕ່ບາງສ່ວນ ເທົ່ານັ້ນ.
“ຣັຖບານເຮົາ ຊິພ້ອມໝົດທຸກຢ່າງ ເອົາເຂົ້າໄປໃຫ້ກິນ ທຸກ 3 ຄາບ ຕ້ອງໄດ້ ຕຽມທຸກຢ່າງ ມີສາດໝອນແລະ ສູນກັກໂຕ ມື້ນຶ່ງ ເຂົ້າເປັນຮ້ອຍສາມຮ້ອຍ ກວ່າຄົນນ່າ ເພິ່ນຊິ ເອົາໃສມາ ສະນັ້ນ ທຸກຄົນ ຈັ່ງໃດກໍຕ້ອງໄດ້ ຕຽມໂຕເອງກ່ອນ ກໍຄື ເຮົາຊິເຂົ້າໂຮງໝໍ ເຮົາຕຽມເງິນ ຕຽມອຸປກອນ ຕຽມທຸກຢ່າງ ຕຽມເສື່ອສາດໝອນມຸ້ງ ອີ່ຫຍັງ ໄປເນາະ.”
ນີ້ແມ່ນສະເພາະ ຢູ່ໃນສູນກັກໂຕ ເຊິ່ງຜູ້ທີ່ເຂົ້າ ສູນກັກໂຕນັ້ນ ຕ້ອງໄດ້ຊ່ອຍ ໂຕເອງ ຄືເພິ່ນວ່າ ຣັຖບານລາວ ກໍຊ່ອຍໄດ້ ບາງສ່ວນ. ກໍຣະນີນີ້ ເວົ້າສະເພາະ ໃນສູນກັກໂຕ ທີ່ກະຈາຍ ໄປທົ່ວປະເທດ. ສູນກັກໂຕນີ້ ແມ່ນນໍາໃຊ້ ອາຄານ ທີ່ມີຢູ່ ໃນທ້ອງຖິ່ນຢູ່ແລ້ວ ສ່ວນຫຼາຍ ແມ່ນອາຄານ ສຳນັກງານ ແລະໂຮງຮຽນ. ກໍແນ່ນອນ ໃຫ້ທ່ານ ນຶກເຖິງ ສະພາບໂຮງຮຽນ ສ່ວນຜູ້ກວດພົບວ່າ ຕິດເຊື້ອ ຢ່າງໜ້ອຍ ກໍ 400 ຄົນຂຶ້ນໄປ ໃນແຕ່ລະມື້. ເຊິ່ງທາງການລາວ ກໍອອກ ມາແຈ້ງແລ້ວວ່າ ຄົນຕິດເຊື້ອ ອາດຈະລົ້ນ ທັງສູນກັກໂຕ ແລະ ໂຮງໝໍ ພາກສນາມ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)