ກວດພົບການຍັກຍ້ອກເງີນ ຫຼາຍກວ່າ 1,500 ຕື້ກີບ
2021.10.23
ປີ 2020 ທີ່ຜ່ານມາ ອົງການກວດກາແຫ່ງຣັຖ ແລະອົງການຕ້ານການສໍ້ຣາດບັງຫຼວງ ໄດ້ກວດກາບັນດາໂຄງການຕ່າງໆ ຈໍານວນ 650 ເປົ້າໝາຍໃນທົ່ວປະເທດ ໂດຍພົບເຫັນຫຼາຍໂຄງການ ບໍ່ປະຕິບັດຕາມຣະບຽບກົດໝາຍ ເຊິ່ງສ້າງຄວາມເສັຽຫາຍໃຫ້ແກ່ຣັຖ ຫຼາຍເຖິງ 1,561 ຕື້ປາຍກີບ. ເປົ້າໝາຍທີ່ພົບເຫັນການກະທໍາຄວາມຜິດ ແລະມີພະນັກງານ ພັກ-ຣັຖ ມີສ່ວນກ່ຽວຂ້ອງຫຼາຍທີ່ສຸດ ແມ່ນເຣື່ອງການຕັດໄມ້ ແລະຂົນຍ້າຍໄມ້ ໂດຍບໍ່ໄດ້ຮັບອະນຸຍາດ, ດັ່ງ ເຈົ້າໜ້າທີ່ກົມກວດກາ ຂອງກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິເອເຊັຽເສຣີ ໃນວັນທີ 21 ຕຸລາ ນີ້ວ່າ:
“ເຂົາເຈົ້າກໍກວດສອບ ກັນເດັດຂາດແລ້ວເດ້ດຽວນີ້ ພວກທີ່ວ່າສວຍໃຊ້ ເຄື່ອນໄຫວແນວບໍ່ດີ ເຂົາເຈົ້າກໍໃຊ້ຣະບຽບເດ້ ການກໍ່ສ້າງພື້ນຖານໂຄງລ່າງ ຈໍາເປັນຕ້ອງໄດ້ເອົາອອກ ຕັດອອກໄປແລ້ວ ໄປຂຶ້ນບັນຊີ ຂຶ້ນບັນຊີ ແລ້ວກະປະມູນຂາຍ.”
ທ່ານກ່າວຕື່ມອີກວ່າ ສະເພາະປີ 2020 ທາງການລາວ ກວດຍຶດໄມ້ຜິດກົດໝາຍ ໄດ້ປະມານ 2,605 ແມັດກ້ອນ ແລະໄມ້ທ່ອນ ຮວມ 290 ຕັນ, ພົບຜູ້ກະທໍາຄວາມຜິດ 25 ຄົນ ແລະ ມີໂຮງຈັກໂຮງງານປຸງແຕ່ງໄມ້ຜິດກົດໝາຍ 2,788 ແຫ່ງ ໃນນີ້ ສັ່ງຍຸບເລີກໄປແລ້ວ 1,636 ແຫ່ງ.
ການລັກລອບຕັດໄມ້ແລະຂົນຍ້າຍໄມ້ ເພື່ອສົ່ງຂາຍໄປຕ່າງປະເທດໃນປັດຈຸບັນ ກໍຖືວ່າ ຂ້ອນຂ້າງຫຼຸດລົງຫຼາຍແລ້ວ ແຕ່ບໍ່ໝາຍຄວາມວ່າ ຈະໝົດສິ້ນເລີຍ ກໍຍັງກວດພົບເຫັນຢູ່ໃນບາງເທື່ອ ໂດຍສ່ວນຫຼາຍຈະກວດພົບ ຢູ່ດ່ານຊາຍແດນລາວ-ວຽດນາມ ແຕ່ກໍເປັນຈໍານວນໜ້ອຍ ເມື່ອທຽບໃສ່ໄລຍະທີ່ຜ່ານມາ.
ຂນະທີ່ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ຣັຖບານລາວ ບໍ່ອະນຸຍາດໃຫ້ ມີການຂົນຍ້າຍໄມ້ທ່ອນ ຫຼືໄມ້ອື່ນໆ ອອກຈາກປະເທດລາວ ຍົກເວັ້ນໄມ້ທີ່ຖືກແປຮູບເປັນເຟີນີເຈີ້ແລ້ວ ເຖິງຈະສົ່ງອອກໄປຂາຍ ຕ່າງປະເທດໄດ້ຢ່າງຖືກຕ້ອງ ຫາກບຸກຄົນໃດລະເມີດຄໍາສັ່ງດັ່ງກ່າວ ຈະຖືວ່າ ມີຄວາມຜິດ, ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມແລະການຄ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນຜລິດເປັນເຟີນີເຈີ້ແລ້ວຫັ້ນ ສາມາດສົ່ງອອກໄດ້ ເພາະມັນຢູ່ໃນຄໍາສັ່ງຂອງນາຍົກ ເປັນໄມ້ທ່ອນນີ້ບໍ່ໄດ້ແລ້ວ ຍັງມີໄມ້ແບບຕົກຄ້າງ ລັກສນະວ່າ ໄມ້ຖືກໂຄງການເນາະ ມັນກໍຍາກຢູ່ ຊິຄຸ້ມຄອງຫັ້ນນ່າ.”
ສ່ວນການສໍ້ຣາດບັງຫຼວງ ໃນໂຄງການລົງທຶນຂອງຣັຖ ຊຶ່ງບໍ່ມີການເປີດເຜີຍຣາຍລະອຽດ ວ່າເປັນໂຄງການໃດ ຄນະຕ້ານການສໍ້ຣາດບັງຫຼວງ ໄດ້ກວດສະມາຊິກພັກ ແລະພະນັກງານຂອງຣັຖ ຮວມທັງໝົດ 119,179 ຄົນ ແລະໃນນັ້ນ ໄດ້ດໍາເນີນຄະດີ 24 ຄົນ, 16 ຄົນແມ່ນເປັນພະນັກງານຂອງຣັຖ ແລະໄດ້ພົບມູນຄ່າເສັຽຫາຍທັງໝົດ 208 ຕື້ປາຍກີບ, 331 ລ້ານບາດ ແລະ 14 ລ້ານໂດລາຣ໌ສຫະຣັຖ ຮວມທັງໝົດ ປະມານ 44 ລ້ານໂດລາຣ໌ສຫະຣັຖ.
ກ່ຽວກັບເຣື່ອງນີ້ ຊາວລາວຈໍາວນນຶ່ງ ກໍເຫັນວ່າ ເມື່ອທາງການລາວ ກວດເຫັນວ່າ ມີບຸກຄົນໃດ ຫຼື ພະນັກງານພັກ-ຣັຖ ຄົນໃດ ຮ່ວມກັນກະທໍາຄວາມຜິດ ຈົນສົ່ງຄວາມເສັຽຫາຍໃຫ້ແກ່ຣັຖ ກໍຄວນຈະຖືກປະຕິບັດວິນັຍ ແລະໃຫ້ທົດແທນ ເງິນຄືນໃຫ້ແກ່ຣັຖ ຕາມທີ່ຜູ້ກ່ຽວໄດ້ສໍ້ໂກງໄປ, ດັ່ງຊາວລາວຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜູ້ກ່ຽວສໍ້ໂກງເອົາໄປ ເປັນເງິນເປັນຄໍາ ກໍປະຕິບັດວິນັຍ ຈາກຫັ້ນກໍຮັບໃຊ້ແທນ ກໍບໍ່ເພິ່ນໄລ່ວ່າຊັ້ນສ່າ ໃນ 2-3 ປີຫຼັງນີ້ ກໍຍັງເຮັດວຽກຢູ່ຄືເກົ່າ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຫາກພະນັກງານພັກ-ຣັຖ ຄົນໃດ ກະທໍາຄວາມຜິດຮ້າຍແຮງ ຫຼືມີການສໍ້ຣາດບັງຫຼວງ ກໍຄວນຈະໃຫ້ອອກຈາກ ຣັຖກອນທັນທີ ພ້ອມກັບໃຫ້ທົດແທນເງິນ ທີ່ຍັກຍອກໄປຄືນແກ່ຣັຖ:
“ຖ້າຫຼວງຫຼາຍນີ້ ມັນກໍໂອ້ຍ ທັງໄລ່ອອກ ແລ້ວກໍປະຕິບັດວິນັຍຫັ້ນແຫຼະ ແລ້ວທັງໃຫ້ໃຊ້ອີກ (ໃຊ້ເງິນຄືນ) ຫັ້ນແຫຼະ ມັນຈັ່ງຂ່ອຍຖືກຣະບຽບ.”
ທາງດ້ານເຈົ້າໜ້າທີ່ ສໍານັກງານນາຍົກຣັຖມົນຕຣີ ໄດ້ກ່າວວ່າ ຈໍານວນເປົ້າໝາຍທີ່ທາງການລາວ ໄດ້ລົງກວດການັ້ນ ບາງເປົ້າໝາຍ ກໍປະຕິບັດໄປຕາມຣະບຽບກົດໝາຍ ແຕ່ບາງເປົ້າໝາຍ ກໍພົບເຫັນບັນຫາຫຼາຍຢ່າງ ກໍຕ້ອງໃຊ້ໄລຍະເວລາ ໃນການສືບສວນ ສອບສວນ ໂດຍສະເພາະ ຫາກກ່ຽວພັນກັບເຣື່ອງງົບປະມານ ຍິ່ງຕ້ອງສືບສວບ ສອບສວນແບບຣະອຽດ ກວ່າທີ່ຈະປະຕິບັດລົງວິນັຍ ຕໍ່ຜູ້ກະທໍາຜິດໄດ້, ດັ່ງເຈົ້າໜ້າທີ່ ສໍານັກງານນາຍົກຣັຖມົນຕຣີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນມີໂຕຍາກ ໂຕງ່າຍ ບາງອັນມີບັນຫາເຣື່ອງເງິນ ມັນຄຸມເຄືອ ຄັນມັນຫຼາຍຫ້ວງ ມັນໃຊ້ເວລາເນາະ ໃຊ້ເວລາແລ້ວ ເພິ່ນເອົາໄປຄັດເບິ່ງ ຈໍາລໍາດັບຂອງເປົ້າໝາຍຫັ້ນເນາະ.”
ອົງການກວດກາແຫ່ງຣັຖ ຍັງໄດ້ຣາຍງານສລຸບອີກວ່າ ນັບແຕ່ມີຄໍາສັ່ງ ເລຂທີ່ 15/ນຍ ວ່າດ້ວຍ ການຫ້າມຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະສົ່ງໄມ້ອອກຕ່າງປະເທດ ໃນປີ 2016 ຈົນມາຮອດປັດຈຸບັນ ກໍສາມາດກວດກາ ໄມ້ຜິດກົດໝາຍໄດ້ຈໍານວນ 570 ກໍຣະນີ ຍຶດໄມ້ໄດ້ເກືອບ 3 ແສນແມັດກ້ອນ ມູນຄ່າ 127 ລ້ານໂດລາສະຫະຣັຖ ໂດຍຜູ້ກະທໍາຄວາມຜິດສ່ວນຫຼາຍ ເປັນພະນັກງານພັກ-ຣັຖ ຫຼາຍເຖິງ 462 ຄົນ, ຜູ້ປະກອບການ 136 ຄົນ ແລະປະຊາຊົນລາວອີກຈໍານວນນຶ່ງ. ໃນຈໍານວນ 570 ກໍຣະນີນັ້ນ ມີການສັ່ງຟ້ອງ ຂຶ້ນສານພຽງແຕ່ 42 ກໍຣະນີ, ຕັດສິນແລ້ວ 3 ກໍຣະນີ ສ່ວນທີ່ເຫຼືອແມ່ນສຶກສາອົບຮົມ ແລະປັບໃໝ.
ເມື່ອເດືອນກັນຍາ ທີ່ຜ່ານມານີ້ ກະຊວງການເງິນ ກໍໄດ້ປະຕິບັດວິນັຍ ຕໍ່ພະນັກງານສ່ວຍສາອາກອນ ຜແນກການເງິນ ແຂວງຫົວພັນ ຈໍານວນ 2 ຄົນ ຄື ທ່ານ ມີຈວນ ພົມເມືອງງາ ຫົວໜ້າສ່ວຍສາອາກອນ ແລະ ທ່ານ ພູເພັດ ສີສົມທອງ ຮອງຫົວໜ້າສ່ວຍສາອາກອນ ຍ້ອນລະເມີດຣະບຽບກົດໝາຍ ແລະຣະບຽບ ຂອງທາງການ.