ມາຟັງນໍາກັນ 10/03/21

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.
ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ. (Photo: RFA)

0:00 / 0:00

ໄມ​ຊູ​ລີ: ສະບາຍດີ ທ່ານຜູ້ຟັງ ຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ “ມາຟັງນໍາກັນ.” ຣາຍການນີ້ ທ່ານສາມາດ ຕິດຕາມຮັບຟັງ ຜ່ານທາງ ເພຈ RFA ຂອງທຸກໆ ວັນອາທິດ. ສັປດານີ້ ມີ 2 ປະເດັນ ທີ່ໜ້າຕິດຕາມ ກໍຄື ເຣຶ່ອງຂອງພັຍພິບັດ ທາງທັມຊາດ ແລະ ການຣະບາດ ຂອງເຊື້ອ ໂຄວີດ-19 ໃນລາວ.

ການຣະບາດ ຂອງເຊື້ອ ໂຄວິດ-19 ສະຖານະການ ໃນລາວ ຍັງບໍ່ດີຂຶ້ນ, ຫຼ້າສຸດທາງການ ໄດ້ອອກມາຕການ ລ໊ອກດາວ ອອກໄປອີກ ເນື່ອງຈາກ ຍັງມີຜູ້ຕິດເຊື້ອ ໃນຊຸມຊົນ ເພີ່ມຂຶ້ນຫຼາຍ ໂດຍສະເພາະນະຄອນຫຼວງວຽງຈັນ.

ພັຍພິບັດ ທັມຊາດ ສະຖານະການ ກໍໜັກໜ່ວງ ເຊັ່ນກັນ ສະເພາະ 9 ເດືອນ ໃນປີ 2021 ກໍສ້າງຄວາມເສັຽຫາຍ ທາງຊັບສິນ ແລະ ເຮືອນຊານ ຂອງປະຊາຊົນ ເປັນຈຳນວນຫຼາຍ. ສຳລັບ ຫົວຂໍ້ ໃນຣາຍການໃນມື້ນີ້ ແມ່ນການລົງທຶນ ປ້ອງກັນ ຄວາມສ່ຽງ ພັຍພິບັດ ໃນລາວ ຍັງບໍ່ມີປະສິດ​ທິຜົລ. ດຳເນີນຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ. ປະເດັນ ທີ່ໜ້າສົນໃຈ ໃນມື້ນີ້ ກໍຕ້ອງ ເຣື່ອງພັຍທັມຊາດ ແລະ ການຣາຍບາດ ຂອງເຊື້ອ ໂຄວິດ-19. ໂດຍພວກເຮົາ ເອີ້ນກັນວ່າ ເປັນພັຍພິບັດ ອີງຕາມກົດໝາຍ ວ່າດ້ວຍ ການຄຸ້ມຄອງ ພັຍພິບັດ. ເພາະທັງສອງພັຍນີ້ ກໍໄດ້ສ້າງຜົລ ເສັຽຫາຍ ຄືກັນ ແລະ ທ່ວງດຶງ ໃຫ້ການພັທນາເສຖກິຈ-ສັງຄົມ ໃຫ້ຫຼຸດລົງ.

ທ່ານຜູ້ຟັງ ທ່ານມີຄວາມຄຶດເຫັນແນວໃດ ຕໍ່ກັບເຣື່ອງນີ້ ກໍສົ່ງຄວາມຄຶດເຫັນ ຂອງທ່ານລົງ ໃນຊ່ອງຄອມເມັ້ນ ຂອງພວກເຮົາໄດ້. ຫຼື ຕ້ອງການ ເຂົ້າຮ່ວມ ໃນຣາຍການ ພວກເຮົາ ດ້ວຍຮູບແບບ ສັມພາດນັ້ນ ໃຫ້ທ່ານຂຽນເບີ ໂທຣະສັບ ໄວ້ແລ້ວ ທີມງານພວກເຮົາ ຈະໂທສັມພາດ ມາອອກຣາຍການ ຫຼືວ່າ ມາອອກເປັນຂ່າວ ປະຈຳວັນ. ຜ່ານມາກໍມີ ຫຼາຍທ່ານ ໃຫ້ຄວາມຮ່ວມ ມືໄດ້ສົ່ງຫຼາຍໆ ຫົວຂໍ້ ມາໃຫ້ພວກເຮົາ. ສະເພາະ ມື້ນີ້ ພວກເຮົາ ກໍຂໍຂອບໃຈ ເປັນຢ່າງສູງ ຕໍ່ນັກວິຊາການ ຂແນງການ ທີ່ກ່ຽວຂ້ອງກັບພັຍພິບັດ ທີ່ເພິ່ນ ໄດ້ກະຣຸນາ ຕອບຄຳຖາມ ຜ່ານສື່ ເພື່ອເປັນ ຖານຂໍ້ມູນ ມາຣາຍງານ ໃນຣາຍການຂອງພວກເຮົາ.

ສຳລັບມືນີ້ ພວກເຮົາ ຈະມາສຣຸບ ເຫດການ ທັງການຣະບາດເຊື້ອ ໂຄວິດ-19 ແລະ ພັຍພິບັດ ໃຫ້ທ່ານໄດ້ຮັບຟັງກັນ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)