ມາຟັງນໍາກັນ 10/24/21
2021.10.25

ຣາຍການ ມາຟັງນຳກັນ ສັປດານີ້ ໄມຊູລີ ແລະ ໄຊຍາ ຈະນຳເອົາເຣື່ອງ “ຣົດບັນທຸກລາວ ຖືກປະຕິບັດ 2 ມາຕຖານ ແລະ ຖືກຮຽກເກັບເງິນອີກ ໃນເວລາ ທີ່ເຂົ້າໄປຈີນ ໃນຂະນະທີ່ ຣົດບັນທຸກຈີນ ເຂົ້າມາລາວ ພັດງ່າຍດາຍ.”
ໃນໄລຍະໂຄວິດ-19 ຣະບາດ ດ່ານບໍ່ເຕັນ-ດ່ານບໍ່ຫານ ແຂວງຫຼວງນໍ້າທາ ໄດ້ອະນຸຍາດ ໃຫ້ຣົດຂົນສົ່ງສີນຄ້າ ຜ່ານໄດ້. ແຕ່ຣົດຂົນສົ່ງລາວ ຈະຖືກຮຽກ ເກັບເງິນ ຈາກສາງ ໄອຊີດີ ຕລອດ. ໃນຂນະທີ່ ຣົດຂົນສົ່ງຈີນ ທັງຂົນແຮ່, ຂົນອຸປກອນ ການກໍ່ສ້າງ ທາງຣົດໄຟ, ເຂື່ອນໄຟຟ້າ ແລະ ໂຄງການໃຫຍ່ ຂອງຈີນ ພັດເຂົ້າ-ອອກ ໄດ້ສະບາຍ ແຕ່ກັບຣົດຂົນສົ່ງລາວ ພັດເຄັ່ງຂັດ. ຜູ້ໄດ້ຮັບ ຜົລກະທົບ ເວົ້າວ່າປະຕິບັດ ສອງມາຕຖານ.
ໄມຊູລີ: ສະບາຍດີ ທ່ານ ຜູ້ຟັງທີ່ເຄົາຣົບ ຂໍຕ້ອຮັບທ່ານເຂົ້າສູ່ ຣາຍການ ມາຟັງນຳກັນ. ໃນສັປດານີ້, ພວກເຮົາ ມີປະເດັນເດັ່ນ ມານຳສເນີ. ທ່ານໃດ ທີ່ຟັງແລ້ວ ຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ດ້ວຍຮູບແບບສັມພາດ ກະຣຸນາ ສົ່ງເບີ ໂທຣະສັບ ເຂົ້າໃນອິນບອກ ເພຈ ອາຣ໌ແອຟເອ ແລ້ວພວກເຮົາ ຈະໂທຫາ ເພື່ອສັມພາດ ມາອອກຣາຍການ.
ສຳລັບຫົວຂໍ້ ໃນຣາຍການມື້ນີ້ ສອງມາຕຖານ ຣົດຈີນ ມາລາວໄດ້ ແຕ່ຣົດລາວ ໄປຈີນ ກັບເຄັ່ງຄັດລະບຽບການ.
ສຳລັບເຣື່ອງນີ້ ທາງບ້ານ ໄດ້ຕິດຕໍ່ ມາຍັງ ພວກເຮົາແລ້ວ ພວກເຮົາ ກໍໄດ້ສັມພາດ ເມື່ອວັນ 20 ຕຸລາ ຜ່ານມາ. ເຫດການເກີດຂຶ້ນ ທີ່ດ່ານບໍ່ເຕັນ ບໍ່ຫານ ແຂວງຫຼວງນໍ້າທາ. ໂດຍໂຊເຟີ ຣົດຂົນສົ່ງລາວ ບໍ່ຍອມໃຫ້ ບໍຣິສັດ ໄອຊີດີ ຂັບຣົດຂົນສົ່ງ ແລະ ຣົດສ່ວນໂຕ ອອກມາຈາກ ສາງຂ່ຽນຖ່າຍ ຂອງບໍຣິສັດ ໄອຊີດີ ທີ່ຕັ້ງຢູ່ ດ່ານບໍຫານ ຂອງຈີນ. ເຊິ່ງເຫດການ ຈະເປັນແນວໃດ ຕິດຕາມກັນ ໄດ້ທ່ານຜູ້ຟັງ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ. ເຫດການ ຣົດຂົນສົ່ງ ຊາຍແດນ ລາວ-ຈີນ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ນັບແຕ່ ເປີດຊາຍແດນນີ້ມາ ກໍເຮັດໃຫ້ ການຂົນສົ່ງ ຂອງລາວນັ້ນ ເສັຽປຽບ ຢູ່ແລ້ວ. ເຖິງແມ່ນວ່າ ສ່ວນຫຼາຍ ຈະຂົນສົ່ງ ສິນຄ້າ ທີ່ຈີນ ມາລົງທຶນຜລິດ ຢູ່ລາວກໍຕາມ ແຕ່ບັນຫາ ກໍເກີດຂຶ້ນເລື້ອຍໆ ໂດຍສະເພາະ ເຣື່ອງການເກັບ ຄ່າທຳນຽມ. ເຣື່ອງນີ້ ພວກເຮົາ ກໍໄດ້ສອບຖາມ ຜູ້ເດືອດຮ້ອນຈາກເຫດນີ້ ໂດຍກົງ. ໂດຍພວກເຮົາ ໄດ້ສັມພາດ ຄວາມເດືອດຮ້ອນ ຂອງເພິ່ນ ເພື່ອມານຳສເນີ ໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ກັບຂແນງການນີ້ວ່າ ຈະແກ້ໄຂ ແນວໃດ.
ຫຍີ່ງໃນໄລຍະ ໂຄວິດ-19 ຣະບາດ ນັບແຕ່ປີ 2020 ເປັນຕົ້ນມາ ກໍເກີດ ການເກັບຄ່າທຳນຽມ ຈາກການຂ່ຽນຖ່າຍ ສິນຄ້າ ທີ່ແພງຫຼາຍ ແລະ ສິ່ງທີ່ສຳຄັນ ມີຜູ້ກ່ຽວຂ້ອງ ບອກວ່າ ເປັນຫຍັງ ເຂົາຈຶ່ງໃຊ້ມາຕການໂຕນີ້ ທີ່ວ່າ ໃຫ້ໂຊເຟີຈີນ ຂັບຣົດ ແລະ ເສັຽຄ່າຈ້າງ ເຊິ່ງບັນຫານີ້ ມັນເລິກແລບ ຫຼາຍພວກເຮົາ ໄດ້ຄຳເວົ້າ ຂອງຜູ້ກ່ຽວຂ້ອງ ຫຼາຍຄົນມາ ເພື່ອສົມທຽບ ໃຫ້ເຫັນວ່າ ມັນສອງມາຕຖານ ແທ້ບໍ່ ໃນການໃສ່ ລະບຽບການ ຕໍ່ຣົດຂົນສົ່ງລາວ ຂ້າມໄປຈີນ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)