ເຣື້ອງທີ່ເກັບບັນທຶກໄວ້
2022-04-05
ມີການກວດພົບ ພະນັກງານຣັຖ-ກອນ ສໍ້ຣາສບັງຫຼວງ ຢູ່ແຂວງເຊກອງ 2 ກໍຣະນີ ຊຶ່ງມີມູນຄ່າຄວາມເສັຽຫາຍ 2 ຕື້ກີບ ໃນນັ້ນ ກໍລະນີທີ 1 ໄດ້ໄປເຖິງສານ ປະຊາຊົນສູງສຸດແລ້ວ, ສ່ວນວ່າ ກໍລະນີທີ 2 ຍັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ.
2022-03-27
ສານປະຊາຊົນ ໄດ້ອອກມາຖແລງ ຢືນຢັນ ການຕັດສິນປະຫານ ທ້າວ ສີສຸກ ດາວເຮືອງ, ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບ ໃນປະເທດລາວ ແລະ ແລະ ໃຊ້ເວລາ ໃນການດຳເນີນຄະດີ ເກືອບ 5 ປີ ຈຶ່ງສຳເຣັດ.
2022-03-24
ທ່ານ ໂຈເຊຟ ອັກຄະຣະວົງ ນັກເຂື່ອນໄຫວ ດ້ານສິທທິມະນຸດລາວ ທີ່ໄດ້ລີ້ພັຍຢູ່ບາງກອກ ປະເທດໄທຍ ພາຍຫລັງທີ່ໄດ້ເຜີຍແພ່ ຂ່າວກ່ຽວກັບຜົລກະທົບ ຂອງເຂື່ອນເຊປຽນ-ເຊນໍ້ານອ້ຍ ຕໍ່ປະຊາຊົນນັ້ນ ໄດ້ໄປລີ້ພັຍການເມືອງ ຢູ່ຝຣັ່ງເສດແລ້ວ ໃນມື້ວັນທີ 24 ມິນານີ້.
2022-03-23
ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ສົ່ງຖແລງການ ເຖິງສະຫະປະຊາຊາດ ກ່ຽວກັບການຂົ່ມເຫງ ຊາວຄຣິສຕຽນລາວ ຢູ່ເມືອງພະລານໄຊ ແຂວງສວັນນະເຂດ ພ້ອມທັງຮຽກຮ້ອງ ໃຫ້ມີການແກ້ໄຂ ທີ່ເປັນທັມ.
2022-03-18
ກອງບັນຊາການ ປກສ ແຂວງສວັນນະເຂດ ລົງໂທດຕໍາຣວດ 21 ຄົນ ທີ່ລະເມີດວິນັຍ ໃຊ້ຕໍາ ແໜ່ງ ໜ້າທີ່ຫາຜົລປໂຍດສ່ວນຕົວ, ໃນນັ້ນມີທັງຊັ້ນພັນໂທ ຖືກໄລ່ອອກ, ນາຍຕໍາຣວດຖືກປົດຊັ້ນ ແລະຍ້າຍບ່ອນ ເຮັດການ ເຣີ່ມແຕ່ມື້ວັນທີ 14 ມິນານີ້ເປັນຕົ້ນໄປ.
2022-03-15
ອະດີດນັກເຄື່ອນໄຫວ ດ້ານສິທທິມະນຸສ ຮູ້ສຶກໂລ່ງໃຈ ແລະ ປອດພັຍ ທີ່ໄດ້ມາເຖິງ ປະເທດການາດາ ແລະ ຍັງຈະສືບຕໍ່ ເປັນສຽງໃຫ້ແກ່ປະຊາຊົນລາວ ທີ່ຍັງໄດ້ຮັບຄວາມເດືອດຮ້ອນ.
2022-03-15
ຄອບຄົວ ຊາວຄຣິສຕຽນລາວ ເຈົ້າຂອງເຮືອນທີ່ຖືກຈູດ ແລະ ເປັນເຈົ້າຈອງດິນນາຖືກຍຶດ ຮຽກຮ້ອງຂໍຄວາມເປັນທັມ ກັບເຈົ້າໜ້າທີ່ຣັຖ ຍ້ອນວ່າ ບັນຫາດັ່ງກ່າວນີ້ ຍັງບໍ່ໄດ້ຮັບການເບິ່ງແຍງ ແລະແກ້ໄຂໃຫ້ຖືກຕ້ອງ ຈາກພາກສ່ວນທີ່ກ່ຽວຂ້ອງ.
2022-03-10
ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ປະຊາທິປະໄຕໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໄດ້ເດີນທາງໄປລີ້ພັຍຢູ່ປະເທດຄານາດາ ໃນວັນທີ 9 ມີນາ ທີ່ຜ່ານມາ.
2022-03-08
ທ້າວ ສີສຸກ ດາວເຮືອງ ຖືກສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊີວິດ, ຊຶ່ງກ່ອນໜ້ານັ້ນ ທັງໄຊຊະນະ ແລະ ຄອນປະສົງ ກໍຕົກໃນຊະຕາກັມດຽວກັນ.
2022-03-04
ໃນວັນທີ 3 ມີນາ 2022 ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ຈຳເລີຍທີ 1 ອາຍຸ 45 ປີ ໃນສະຖານະຄ້າຢາເສບຕິດ, ຟອກເງິນ ແລະ ຄ້າອາວຸດເສິກຣາຍໃຫຍ່ຂອງລາວ.
2022-03-02
ເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງໄກ່ເກັ່ຽ ເຣື່ອງການຈູດເຮືອນ ແລະ ເອົາດິນນາ ຊາວຄຣິສຕຽນລາວ ຢູ່ບ້ານດົງສວັນ ເມືອງ ພະລານໄຊ ແຂວງ ສວັນນະເຂດ, ແຕ່ ກໍຍັງບໍ່ມີຂໍ້ສລຸບອອກມາ ວ່າຈະແກ້ໄຂແນວໃດ.
2022-03-02
ນາຍົກຣັຖມົນຕຣີລາວ ກ່າວໃນກອງປະຊຸມ ວຽກງານ ໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2022, ເນັ້ນໃຫ້ ກະຊວງໂຍທິການ ແລະ ຂົນສົ່ງ ເພີ່ມທະວີ ການປະຕິບັດ ວຽກງານ ສະກັດກັ້ນ ການສໍ້ຣາດ ບັງຫຼວງ ໃຫ້ຫລຸດໜ້ອຍ ຖອຍລົງ.
2022-03-01
ຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມຄຶດເຫັນທີ່ຫຼາກຫຼາຍ ກ່ຽວກັບສົງຄາມ ລະຫວ່າງ ຢູ່ເຄຣນ ແລະ ຣັສເຊັຽ, ແຕ່ທຸກຄົນຕ່າງກໍຫວັງວ່າ ຢາກໃຫ້ສົງຄາມນີ້ ຍຸຕິໂດຍໄວທີ່ສຸດ ເພື່ອຫຼີກເວັ້ນການສູນເສັຽ.
2022-02-28
ທາງການລາວ ຮຽກຮ້ອງ ໃນມື້ວັນທີ 26 ກຸມພານີ້ ໃຫ້ມີການແກ້ໄຂ ຂໍ້ຂັດແຍ່ງລະຫວ່າງ ຣັດເຊັຍ ແລະຢູເຄຣນ ດ້ວຍການເຈລະຈາ ທາງການທູດ ແລະສະຖານທູດຫລາຍ ປະເທດປະຈໍາລາວ ທັງສະຫະພາບຢູໂຣບ ແລະສະຫະຣັຖອາເມຣິກາ ໄດ້ຮ່ວມກັນປະນາມຣັດເຊັຍ ທີ່ຮຸກຮານຢູເຄຣນ.
2022-02-26
ຄົນງານລາວ ທີ່ຖືກຕົວະຍົວະ ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຕ້ອງໄດ້ຫາເງິນ ເພື່ອໃຊ້ໜີ້ ໄຖ່ຕົນເອງ ອອກຈາກ ນາຍຈ້າງ ທີ່ກັກໂຕ ເຂົາເຈົ້າເອົາໄວ້.