ເຣື້ອງທີ່ເກັບບັນທຶກໄວ້
2022-02-20
ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ, ຕໍາຣວດໄທຍ ໄດ້ຍຶດຢາເສບຕິດ ມາຈາກຝັ່ງລາວ, ເມືອງຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບ ຜິດກົດໝາຍຫຼາຍ, ມີການຊື້ປີ້ ຣົຖໄຟ ເພື່ອຂາຍຕໍ່ ເອົາກຳໄລ.
2022-02-14
ຫຼັງຈາກທີ່ ເຈົ້າສຸພານຸວົງ ແລະ ພັກພວກແນວລາວ ຖືກນໍາຕົວ ໄປຮັກສາໄວ້ ທີ່ຄ້າຍທະຫານໂພນເຄັງ, ສຖານະການ ການເມືອງ ແລະ ການທະຫານ ໃນຣາຊອານາຈັກລາວ ກໍຍິ່ງຊຸດໂຊມລົງ.
2022-02-14
ຣາຍການບັນເທີງ ປະຈໍາສັປດາ, ຊຶ່ງພອນ ພູມມີທອນ ຈະນຳເອົາເພງ ກ່ຽວກັບຄວາມຮັກ ມາເປີດໃຫ້ທ່ານ ໄດ້ຮັບຟັງກັນ ໃນໂອກາດ ວັນແຫ່ງຄວາມຮັກ.
2022-02-13
ຕໍາຣວດ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປ ຂາຍບໍຣິການທາງເພດ ຈາກກາສິໂນ ຄິງສ໌ໂຣມັນສ໌, ເຄືອຂ່າຍຮັກແມ່ນໍ້າຂອງ ຂອງໄທຍ ກັງວົນຜົລກະທົບ ຫາກສ້າງເຂື່ອນສາຣະວັນ, ຂຸດຄົ້ນຫິນກາວ ຊາວບ້ານເມືອງໝື່ນ, ເມືອງເຟືອງ ກັງວົນ.
2022-02-07
ຣັຖບານ ໄດ້ເຊີນ ເຈົ້າສຸພານຸວົງ ແລະ ຜູ້ນໍາສໍາຄັນ ຂອງຄນະແນວລາວ ອີກຈໍານວນນຶ່ງ ໄປຮັກສາໄວ້ ຊົ່ວຄາວ ຢູ່ຄ້າຍໂພນເຄັງ ເພື່ອບໍ່ໃຫ້ ສາມາດຕິດຕໍ່ ສັ່ງການໄປຫາ ພັກພວກແນວລາວ ທີ່ກໍາລັງຂັດຂືນ ແລະ ຕໍ່ສູ້ ກັບຝ່າຍ ຣັຖບານ.
2022-02-06
ທ່ານ ຈີມມີ ເຊີ ແບ່ງປັນ ຄວາມຮູ້ ໃນແກ່ ຊາວລາວ-ອາເມຣິກັນ ກ່ອນຈະອອກ ເດີນທາງ ໄປຕ່າງປະເທດນັ້ນ ວ່າ ຄວນຕ້ອງກະຕຣຽມ ຫຍັງແດ່ ເພື່ອຫລີກລຽງ ອຸປສັກ ແລະ ບັນຫາຕ່າງໆ ທີ່ອາດເກີດຂຶ້ນໄດ້.
2022-02-06
ສະຫະຣັຖ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ລາວ, ຜູ້ລີ້ພັຍ ທາງການເມືອງ ພາຍໃຕ້ການຄຸ້ມຄອງ ຂອງ UNHCR ຖືກປະກັນໂຕແລ້ວ, ບັນຫາ ການສໍ້ຣາດບັງຫຼວງ ໃນປະເທດລາວ ຢູ່ໃນອັນດັບທີ່ດີຂຶ້ນ.
2022-01-31
ເຣີ່ມມີການເຄື່ອນໄຫວ ສແດງຄວາມບໍ່ພໍໃຈ ການປັບປຸງ ຄນະຣັຖບານ ໂດຍເອົາທະຫານ ແລະ ຊາວໜຸ່ມ ເຂົ້າຮ່ວມນໍາ ຕາມຄວາມເຫັນ ຂອງຫົວໜ້າ ຜແນກສືບຣາຊການລັບ ອາເມຣິກັນ ໃນລາວ.
2022-01-30
ຄົນງານລາວໃນປະເທດ ຍັງຖືກນາຍຈ້າງເອົາປຽບ, ກວດຄົ້ນຮ້ານກິນດື່ມ, ສົງໄສ ຄ້າປະເວນີ ແອບແຝງ, ຄົນລາວ ພາກັນລັກເຂົ້າ ໄປເຮັດວຽກ ຢູ່ໄທຍຫລາຍຂຶ້ນ.
2022-01-23
ປະຊາຊົນລາວ ເຣີ່ມມີການຕື່ນຕົວ ທາງການເມືອງ ຈຶ່ງມີການສແດງອອກ ຢ່າງແຜ່ຜາຍ ໃນທົ່ວປະເທດ.
2022-01-22
ນາຍົກຊີ້ແຈງ ລາວບໍ່ໄດ້ຕິດ ກັບດັກ ໜີ້ຈີນ, ປະຊາຊົນ ຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ, ລາຄາສິນຄ້າ ຕລາດ ຫຼາຍປະເພດໃນລາວ ຂຶ້ນສູງ ຢ່າງຕໍ່ເນື່ອງ.
2022-01-17
ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ, ເປັນຊາວ ອາເມຣິກັນ ຜິວດໍາ, ເປັນຜູ້ນໍາພາ ຂະບວນການສິດ ທິພົລເມືອງ ແລະສັນຕິພາບ ຕໍ່ສູ້ແບບສັນຕິວິທີ ເພື່ອບໍ່ໃຫ້ ມີການຈໍາແນກ ເຊື້ອຊາດ ແລະຜິວພັນ ຢູ່ສະຫະຣັຖອາເມຣິກາ.
2022-01-17
ນາຍົກຜຸຍ ຊນະນິກອນ ໄປຂໍສິທພິເສດ ຈາກສພາແຫ່ງຊາຕ ເພື່ອຄວາມສະດວກ ໃນການບໍຣິຫານ ບ້ານເມືອງ.
2022-01-15
ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍຖ້າການຊ່ອຍເຫຼືອ, ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ.
2022-01-09
ສະຫະຣັຖ ສເນີໃຫ້ ການຊ່ວຍເຫຼືອ ແກ່ກອງທັບ ແຫ່ງຊາຕລາວ ເພື່ອໃຊ້ແທນ ອາວຸດຍຸໂທປະກອນເກົ່າແກ່ ລ້າສມັຍ ຊຶ່ງຝຣັງເສສ ໄດ້ປະໄວ້ໃຫ້ ເວລາຖອນກໍາລັງ ຂອງຕົນອອກຈາກ ຣາຊອານາຈັກລາວ.