ຈ.ມ ຈາກຜູ້ຟັງ 01/22/22

ໄມ​ຊູ​ລີ
2022.01.22
ຈ.ມ ຈາກຜູ້ຟັງ 01/22/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ນາຍົກຊີ້ແຈງ ລາວບໍ່ໄດ້ຕິດກັບດັກ ໜີ້ຈີນ, ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ, ລາຄາສິນຄ້າ ຕລາດ ຫຼາຍປະເພດໃນລາວ ຂຶ້ນສູງຢ່າງຕໍ່ເນື່ອງ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ “ນາຍົກຊີ້ແຈງ ລາວບໍ່ໄດ້ຕິດກັບດັກ ໜີ້ຈີນ”

“ເລື້ອງຂອງລົດໄຟລາວຈີນ ຫຼື ຈີນລາວນີ້, ທຸກຄົນ ກໍສົນໃຈຫຼາຍ ແລະ ຢາກຮູ້ຊັດເຈນວ່າ ລາວເປັນໜີ້ຈີນ ແທ້ບໍ່ ຫຼືວ່າ ບໍ່ໄດ້ເປັນໜີ້ຈີນ, ຄື ດັ່ງນາຍຍົກເວົ້າມາວ່າ ບໍ່ໄດ້ເປັນໜີ້ຈີນເລີຍ, ເອົາລະ ຕາມຄວາມເຂົ້າໃຈ ຂອງຂ້ອຍເອງແລ້ວ, ຖ້າເຈົ້າຢາກສ້າງບ້ານຢູ່, ແຕ່ບໍ່ມີເງີນສ້າງແລ້ວ ຄົນອື່ນ ຂໍອາສາ ຈະມາສ້າງ ໄຫ້ເຈົ້າ ໂດຍທີ່ ເຂົາຈະອອກເງີນ ໄຫ້ກ່ອນ ແບບນີ້, ເຂົາເອີ້ນກັນວ່າ ແນວໃດ? ຕາມແນວຄິດ ຂອງຂ້ອຍແລ້ວ ຄື ສິເອີ້ນວ່າ ຕິດໜີ້ແນ່ນອນ, ຖ້າບໍ່ຕິດໜີ໊ ເງີນທອງຂອງໃຊ້ ກໍຕ້ອງຕິດໜີ້ ບຸນຄຸນ ຫຼື ສິ່ງໃດສິ່ງນື່ງ ໂດຍຍົກເວັ້ນບໍ່ໄດ້ ເດັດຂາດ ມີແຕ່ລໍຖ້າເວລານັ້ນ ມາຮອດເທົ່ານັ້ນ ທຸກຄົນ ຈະໄດ້ເຫັນ ແລະເຂົ້າໃຈ ຢ່າງຈະແຈ້ງ, ແລະ ກໍລະນີນື່ງ ທີ່ເພີ່ນວ່າ ປະເທດລາວ ບໍ່ໄດ້ຕິດໜີ້ ລັດທະບານຈີນ, ຄັນຕິດໜີ້ແທ້ ກໍແມ່ນບໍລິສັດ ທີ່ກູ້ຍືມ ມາສ້າງພຸ້ນລະ ຕິດໜິ້ຈີນ ບໍ່ແມ່ນ ລາວເຮົາຕິດໜີ້, ຟັງຕັ້ງຫຼາຍລອບ ກໍຍັງບໍ່ເຂົ້າໃຈ ຄືເກົ່າ, ຂ້ອຍຂໍຖາມທຸກຄົນແດ່, ລົດໄຟລາວ ເສັ້ນນີ້ ມັນກໍ່ສ້າງ ຢູ່ໃສ? ຢູ່ແຜ່ນດີນລາວ ຫຼື ຢູ່ແຜ່ນດີນ ຂອງບໍລິສັດກໍ່ສ້າງ ລົດໄຟລາວຈີນກັນແທ້, ຄົນອື່ນ ເຮັດເດືອດຮ້ອນໂຕເອງ ເຖິງຂັ້ນຢື່ນຟ້ອງ ເຖີງສະຫະປະຊາດ, ຖ້າໂຕເອງເຮັດບອກວ່າ ເປັນການສົ່ງເສີມ, ຂຍາຍເສດຖະກິດ, ຊ່ວຍເຫຼືອ ມະນຸດສະທັມ, ຟັງບໍ່ຂື້ນເລີຍ.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດ​ຕາມ​ມາ​ດ້ວຍ ເພງ ວຽງ​ສວັນ, ຈາກ​ສຽງ​ຂັບ​ຮ້ອງ ຂອງ​ທ່ານ ສ​. ສີ​ພົມ​ໄຊ, ສິລ​ປິນ ຈາກ​ປະ​ເທດ ອັອ​ສ​ເຕ​ຣ​ເລັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.