ຈ.ມ ຈາກຜູ້ຟັງ 02/12/22

ໄມ​ຊູ​ລີ
2022.02.13
ຈ.ມ ຈາກຜູ້ຟັງ 02/12/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຕໍາຣວດແຂວງບໍ່ແກ້ວ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເປັນຄົນຕອບແຊັດ ແລະບໍຣິການທາງເພດ ຈາກກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ, ເຄືອຂ່າຍຮັກແມ່ນໍ້າຂອງ ແລະກຸ່ມເດັກນ້ອຍແຄມຂອງ  ຂອງໄທຍ ກັງວົນຜົລກະທົບ ຫາກສ້າງເຂື່ອນສາຣະວັນ, ຂຸດຄົ້ນຫິນກາວ ຊາວບ້ານເມືອງໝື່ນ, ເມືອງເຟືອງ ກັງວົນ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ:

ກ່ຽວກັບຂ່າວ ຕໍາຣວດແຂວງບໍ່ແກ້ວ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເປັນຄົນຕອບແຊັດ ແລະບໍຣິການທາງເພດ ຈາກກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ.

ດີໃຈນຳແມ່ຍິງລາວ ທີ່ ເຈົ້າຫນ້າທີ່ຊ່ວຍອອກມາໄດ້ ແຕ່ກໍ່ຍັງມີຫລາຍໆຄົນທີ່ຍັງບໍ່ສາມາດອອກມາໄດ້. ຊົມເຊີຍເຈົ້າຫນ້າທີ່ ທີ່ໄປຊ່ວຍອອກມາ. ວິທະຍຸເອເຊຍເສລີ ທັ້ງໆຢູ່ອາເມລິກາ ກໍ່ອອກຂ່າວໄວກວ່ານັກຂ່າວໃນລາວ ເຜີໆອາດຈະວໄວກວ່າຕຳຫລວດແລະເຈົ້າຫນ້າທີ່ລາວຊ້ຳ ເພາະຟັງການສຳພາດ ເບິ່ງຄືວ່າເຈົ້າຫນ້າທີ່ ຍັງບໍ່ຮູ້ຈັກຫຍັງ ຖ້າຮູ້ກໍຮູ້ຊ້າຫລາຍ ແລະ ປະຕິບັດງານຊ້າຫລາຍ ແຕ່ກໍ່ດີກວ່າບໍ່ເຮັດຫຍັງ. ນັກຂ່າວລາວເຮົາ ກໍ່ບໍ່ໄດ້ນ້ອຍຫນ້າປະເທດອື່ນ.
ແຕ່ກໍໍ່ຫນ້າເສົ້າໃຈ ທີ່ປະເທດລາວເຮົາເອງ ກາຍເປັນບ່ອນກັກຂັງໜ່ວງໜ່ຽວ ແລະ ເປັນຂູດຮີດຂົ່ມເຫັງ ແມ່ຍິງລາວ ຫລອກລວງເອົາແມ່ຍິງລາວໄປຂາຍຕົວ ໄປບຳເລີ ຄົນຊາດອື່ນ. ມາເຖິງບັດນີ້ ຫວັງວ່າ ການນຳເຮົາ ຄົງເຂົ້າໃຈແລ້ວວ່າ ການໃຫ້ຊາດອື່ນເຂົ້າມາໃນລາວນັ້ນ ຄຽງຄູ່ກັບການພັດທະນານັ້ນ ຍັງສ້າງຄວາມເຊື່ອມເສຍຜົນເສຍ ໃຫ້ແກ່ປະເທດຊາດແລະຄົນລາວນຳອີກ. ພັກລັດໃຫ້ຈີນເຊົ່າທີ່ດິນ ເປັນເວລາ 99 ປີ ກໍ່ຊຳກັບ 2 ຊົ່ວຄົນ ມັນກໍ່ບໍ່ຕ່າງຫຍັງກັບຂາຍທີ່ດິນໃຫ້ເຂົາ ກໍ່ບໍ່ຕ່າງກັບຂາຍຊາດ ໃຫ້ເຂົາ. ພວກນັກລົງທຶນ ກໍເຂົ້າມາທຳລາຍ ວິຖີຊີວິດ ຂອງຄົນລາວ ທຳລາຍວັດທະນະທຳລາວ ທຳລາຍ ຄວາມເປັນກຸນລະສະຕີ ຂອງລາວ. ພັກລັດ ຄືມາຫົວຊ້າແທ້ ແນວນີ້ ກໍ່ຍັງຄຶດບໍ່ອອກ ແນວນີ້ ກໍຍັງແກ້ໄຂບໍ່ໄດ້. ຫວັງແຕ່ຜົນປະໂຫຍດໃສ່ ຕົວເອງແລະພັກພວກ. ຄົນລາວເຮົາ ບໍ່ຫນ້າຈະທຸກປານນີ້ນ່າ ຖ້າຫາກວ່າ ພັກລັດ ເອົາໃຈໃສ່ຄວາມທຸກສຸກ ຂອງປະຊາຊົນໃນຊາດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ “ຊົມ​ແມ່​ຂອງ” ຜົງານເພງ ຂອງທ່ານ ສີ​ສວັນ ແກ້ວ​ນິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.