ເຣື້ອງທີ່ເກັບບັນທຶກໄວ້
2024-12-21
ຄວາມຄຶດ ຄວາມເຫັນ ກ່ຽວກັບຂ່າວ ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ, ທາງການລາວ ຈະໃຫ້ບໍລິສັດຈີນ ເຂົ້າມາປູກໝາກພຸກ (ໝາກກ້ຽງໃຫຍ່) ດ້ວຍລະບົບການຜະລິດແບບຄົບວົງຈອນ ຢູ່ ແຂວງ ອຸດົມໄຊ, ຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ທີ່ ຈະໄດ້ຮັບຜົນກະທົບ ຈາກໂຄງການ ສໍາຫຼວດຂຸດຄົ້ນແຮ່ທາດ ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຜູ້ດຽວ ແລະ ຂ່າວອື່ນໆ.
2024-11-23
ສໍາພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບ ກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ໄດ້ເວົ້າເຖິງຫຼາຍບັນຫາ ທີ່ສປປລາວ ຍັງປະເຊີນຢູ່ ເປັນຕົ້ນແມ່ນບັນຫາ ການພັດທະນາເສດຖະກິດ-ສັງຄົມຫຍຸ້ງຍາກ, ບັນຫາເສດຖະກິດ-ການເງິນຕົກຕໍ່າ ເຊິ່ງເປັນວາລະແຫ່ງຊາດ, ເງິນກີບອ່ອນຄ່າ ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສິນມະຫາສານ, ການສໍ້ລາດບັງຫຼວງ ທີ່ແຜ່ຫຼາຍ, ບັນຫາຢາເສບຕິດ ທີ່ເປັນວາລະແຫ່ງຊາດ.
2024-11-16
ຄວາມຄິດ, ຄວາມເຫັນ ກ່ຽວກັບຈີນເຂົ້າມາເຮັດທຸລະກິດທ່ອງທ່ຽວ ແບບທົວຣ໌ສູນຫຼຽນ ຢູ່ນະຄອນຫຼວງພະບາງ ໃນຮູບແບບ ພານັກທ່ອງທ່ຽວຈີນທ່ຽວເອງ. ໂຊເຟີ້ຂັບລົດແທັກຊີບາງຄົນ ຂອງບໍລິສັດ Xanh SM ບໍ່ມີໃບຂັບຂີ່ລົດສາທາລະນະ, ບໍ່ຮູ້ກົດຈະລາຈອນ, ຂັບລົດໄວ, ຈອດລົດຊະຊາຍ ແລະ ຂ່າວອື່ນໆ.
2024-11-02
ບົດສໍາພາດ ດຣ. ບຸນທອນ ຈັນທະວົງ-ວິເຊີ ປະທານ ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບເລື່ອງ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ໄດ້ຖືກປ່ອຍອອກຈາກຄຸກບັງລຽງ ແຂວງຈໍາປາສັກ, ແຕ່ສັງເກດເຫັນວ່າ ນາງຍັງຖືກທາງການຕິດຕາມ ສິ່ງຊອມເອົາຄວາມຜິດຢູ່ ຊຶ່ງອົງການສິດມະນຸດ ແລະປະຊາທິປະໄຕຮຽກຮ້ອງ ໃຫ້ທາງການລາວ ປ່ອຍໃຫ້ນາງ ມີອິດສະຫຼະ ເສລີໃນການເປັນຢູ່ ແລະທໍາມາຫາກິນ.
2024-11-02
ຄວາມຄິດ ຄວາມເຫັນ ກ່ຽວກັບຂ່າວ ຂອງຊາວໜຸ່ມນັກຮຽນ ຈຳນວນຫຼາຍທີ່ຕິດຢາເສບຕິດ ຫຼາຍປະເພດ ແລະ ຍັງບໍ່ໄດ້ຮັບການບຳບັດ ຢູ່ເມືອງຊຳເໜືອ ແຂວງຫົວພັນ, ລັດຖະກອນ, ອາດີດລັດຖະກອນ ແລະ ປະຊາຊົນຈຳນວນ 26 ຄົນ ຢູ່ແຂວງອັດຕະປື ທີ່ມີລາຍຊື່ ໃນແຈ້ງການລົງວິໄນ ກ່ຽວກັບຄວາມຜິດ ເລື່ອງທີ່ດິນ, ເຈົ້າຂອງໂຄງການ ພັດທະນາເສດຖະກິດໃໝ່ ສີທັນດອນ ຍັງ ບໍ່ຈ່າຍ ຄ່າແຮງງານ ໃຫ້ແກ່ກໍາມະກອນ ຫຼາຍເດືອນ ແລະ ຂ່າວອື່ນໆ.
2024-10-19
ພູຂະໜາດໃຫຍ່ ນັບ 10 ຫນ່ວຍ ຖືກລະເບີດ ເກືອບຈະບໍ່ເຫຼືອຄວາມງາມ ໃນເຂດເມືອງສັງທອງ, ສປປ ລາວ ຈັດພິທີເປີດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ ແລະ ຕະຫຼາດດາວເຮືອງ, ນະຄອນປາກເຊ ເກັບຄ່າເຊົ່າບ່ອນຂາຍເຄື່ອງ ຈາກຊາວຄ້າຂາຍແພງຂຶ້ນ ທ່າມກາງບັນຫາເງິນເຟີ້.
2024-09-23
ຈໍາປາສັກ ຈະກວດຄືນໃໝ່ ໂຄງການ ລົງທຶນຕ່າງໆ ທີ່ອະນຸມັດໄປ ແຕ່ ບາງໂຄງການ ບໍ່ມີປະສິດທິພາບ, ຊາວບ້ານ ໃນຫຼາຍເຂດ ຢູ່ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ກະທັນຫັນ ຍ້ອນພາຍຸນາກິ ແລະ ນ້ຳລົ້ນຈາກເຂື່ອນໄຟຟ້ານ້ຳທາ 3, ຜູ້ປົກຄອງຫຼາຍຄົນ ບໍ່ໃຫ້ລູກຫຼານຮຽນຕໍ່ ໂດຍສະເພາະ ໃນປີນີ້ ອັນເນື່ອງມາຈາກ ເສດຖະກິດ ພາຍໃນປະເທດ ຟືດເຄືອງ.
2024-08-18
ຄົນງານລາວ ທີ່ເຮັດວຽກ ເປັນກໍາມະກອນກໍ່ສ້າງ ຢູ່ໃນເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ຍັງຖືກນາຍຈ້າງຄົນຈີນ ເອົາປຽບ ແລະ ບໍ່ຈ່າຍຄ່າ, ພາສາຈີນ ຍັງຄົງເປັນທາງເລືອກ ອັນດັບໜຶ່ງ ສຳລັບນັກສຶກສາຈົບໃໝ່ ແລະ ຄົນທົ່ວໄປ, ປະຊາກອນລາວ ໄດ້ໃຊ້ໄຟຟ້າໃນລາຄາແພງ ໃນຂະນະທີ່ມີ ແຫຼ່ງຜະລິດໄຟຟ້າ ເກືອບ 100 ແຫ່ງ ໃນລາວ.
2024-07-21
ຄວາມຄຶດ ຄວາມເຫັນ ຈາກ ຜູ້ຟັງ ແລະ ອາດີດຜູ້ຮັບຜິດຊອບ ຜແນກພາສາລາວ ຂອງວິທຍຸເອເຊັຍເສຣີ ກ່ຽວກັບ ການໃຊ້ ພາສາລາວເດີມ ປ່ຽນເປັນພາສາລາວໃໝ່, ຜູ້ບໍລິຫານ ສະຖາບັນ ການເງິນຈຸລະພາກ 2 ຄົນ ຖືກຕັດສິນຈໍາຄຸກ ຖານສໍ້ໂກງ, ປະທານປະເທດ ສະເໜີລັດຖະບານ ແກ້ໄຂ ເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ.
2024-07-14
ອົງການສາກົນວ່າ ເສຣີພາບສື່ມວນຊົນ ໃນລາວ ໜ້າເປັນຫ່ວງໜັກ, ລາວ-ຫວຽດນາມ ເພີ່ມທະວີ ຄວາມຮ່ວມມື ທາງດ້ານການຄ້າ ລະຫວ່າງ ສອງປະເທດ ໃນຫລາຍໆດ້ານ, ອັດຕາເງິນເຟີ້ ຍັງສູງ ຢູ່ ສປປລາວ ນັ້ນ ໂດຍລວມ ແມ່ນຍ້ອນ ເງີນກີບອ່ອນຄ່າ ເມື່ອ ທຽບກັບເງິນຕາຕ່າງປະເທດ ແລະ ຂ່າວອື່ນໆ.
2024-06-30
ຄະນະ ຜູ້ຕາງໜ້າ ອົງການໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ ໃນລາວ ປະຈຳສະຫະຣັດ ອາເມຣິກາ ເຂົ້າຮ່ວມ ພິທີ ລະນຶກເຖິງ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການປົກຄອງ ຂອງຄອມມູນິດ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັດ ອາເມຣິກາ.
2024-06-30
ຊາວບ້ານ ບໍ່ເຕ່ນ 380 ຄອບຄົວ ຕ້ອງການ ລະບົບນໍ້າປະປາ, ຍຶດຢາບ້າໄດ້ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ, ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າທາ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ ແລະ ອື່ນໆ ພາຍຫຼັງ ທີ່ຖືກຍົກຍ້າຍ ອອກຈາກ ພື້ນທີ່ຂອງເຂົາເຈົ້າ.
2024-05-05
ບັນຫາ ການປ່ອຍ ສານເຄມີ ລົງ ສູ່ສາຍ ນໍ້າທໍາມະຊາດ ຢູ່ເມືອງຊໍາເໜືອ, ລາວ-ຈີນ ຂະຫຍາຍການຮ່ວມມື ວຽກງານດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຄືປະມານແຕ່ 50 ລ້ານກີບ ໄປຫາ 1 ຕື້ກີບ.
2024-05-02
ຊາວອົບພະຍົບລາວ 3 ທ່ານຢູ່ລັດໂອຣິກອນ ສະຫະຣັຖອາເມຣິກາ ຖືກຫວຍ Powerball 1.326 ຕື້ໂດລ້າຣ໌ ທ່ານ ເຊງ ແສພານ ແລະພັນລະຍາຂອງທ່ານ ຍານາງ ເດືອນເພັນ ແສພານ ແລະເພື່ອນຂອງທ່ານ.