ຊາວອົບພະຍົບລາວ ຢູ່ລັດ Oregon ຖືກຫວຍ Powerball 1.326 ຕື້ໂດລ້າຣ໌ສະຫະລັດ

ຈຳປາທອງ
2024.05.02
ຊາວອົບພະຍົບລາວ ຢູ່ລັດ Oregon ຖືກຫວຍ Powerball 1.326 ຕື້ໂດລ້າຣ໌ສະຫະລັດ ທ່ານ ເຊງ ແສພານ (Cheng Saephan) ຖື check ໄວ້ເທິງຫົວ ພາຍຫຼັງໄດ້ກ່າວໃນລະຫວ່າງຖະແຫຼງຂ່າວ ການຖືກລາງວັນ 1.3 ຕື້ໂດລ້າຣ໌ ຈາກລັດໂອເຣກອນ (Oregon) ໃນວັນຈັນ ວັນທີ 29 ເມສາ 2024.
AP Photo/Jenny Kane

ຊາວອົບພະຍົບລາວສາມທ່ານ ຢູ່ລັດ ໂອຣິກອນ (Oregon) ຖືກຫວຍ Powerball ໂອເຣກອນ 1.326 ຕື້ໂດລາສະຫະລັດ ຊຶ່ງເປັນລາງວັນໃຫຍ່ທີ່ສຸດທີ 4 ໃນປະວັດຂອງຫວຍ  Powerball ແລະເປັນ Jackpot ທີ່ໃຫຍ່ເປັນອັນດັບ 8 ໃນບັນດາເກມ Jackpot ຂອງສະຫະລັດອາເມຣິກາ ອີງຕາມຂໍ້ມູນຂອງຫວຍໂອຣີກອນ.

ຜູ້ຖືກຫວຍ Powerball 1.326 ຕື້ໂດລາສະຫະລັດທີ່ວ່ານີ້ ໄດ້ຖືກຫວຍໂອເຣກອນ ເປີດເຜີຍຢ່າງເປັນທາງການ ໃນມື້ວັນຈັນ ທີ 29 ເມສາ 2024, ອີງຕາມລາຍງານຂອງ ຂ່າວ KGW News.

3 ທ່ານ ທີ່ຖືກຫວຍ ໂອຣິກອນ ນັ້ນ ມີ ທ່ານ ເຊງ ແສພານ (Cheng Saephan) ອາຍຸ 46 ປີ ແລະພັນລະຍາຂອງທ່ານ ຍານາງ ເດືອນເພັນ ແສພານ (Duanpen Saephan) ອາຍຸ 37 ປີ ຢູ່ເມືອງ Portland  ແລະເພື່ອນຂອງທ່ານ ຍານາງ ໄລ່ຊາ ຈ້າວ (Laiza Chao) ອາຍຸ 55 ປີ ຢູ່ເມືອງ Milwaukie ທີ່ຊື້ເຂົ້າກັນ.

ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ສໍານັກງານໃຫຍ່ຂອງຫວຍໂອເຣກອນ ຢູ່ເມືອງ Salem, ລັດ ໂອຣິກອນ, ທ່ານ Cheng Saephan ແລະພັນລະຍາຂອງທ່ານ ຍານາງ Duanpen Saephan ແລະເພື່ອນຂອງທ່ານ ຍານາງ Laiza Chao ໄດ້ຖືກປະກາດເປັນຜູ້ຖືກຫວຍໃຫຍ່ ທີ່ອອກໃນມື້ວັນເສົາ ທີ 6 ເມສາ ທີ່ຜ່ານມານີ້ ດັ່ງຜູ້ຕ່າງໜ້າຫວຍ ໂອຣິກອນ ກ່າວວ່າ:

ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ຈະປະກາດວ່າ ພວກເຮົາມີ 3 ຄົນ ທີ່ຖືກ Jacpot 1.3 ຕື້ໂດລາ ນັ້ນຄືທ່ານ ເຊງ ແສພານ ແລະພັນລະຍາຂອງທ່ານ ຍານາງ ເດືອນເພັນ ແສພານ ຢູ່ເມືອງ Portland ແລະເພື່ອນຂອງທ່ານ ຍານາງ ໄລ່ຊາ ຈ້າວ.

ພວກທ່ານໄດ້ຊື້ສະຫລາກ Powerball 20 ໃບ ດ້ວຍຄວາມຫວັງວ່າຈະຖືກ Jacpot ນັ້ນ ຢູ່ຮ້ານສະດວກຊື້ Plaid Pantry ຢູ່ເມືອງ Portland. ເລກລາງວັນ Jacpot ທີ່ອອກໃນມື້ວັນເສົາ ທີ 6 ເມສາ ແມ່ນເລກ 22, 27, 44, 52 ແລະ 69  ແລະເລກ Powerball ແມ່ນເລກ 9.

ທ່ານ Jonathan Polonsky ປະທານ ແລະທັງເປັນຜູ້ບໍລິຫານ ຫລື CEO  ຮ້ານສະດວກຊື້ Plaid Pantry ກ່າວໃນຖະແຫລງການຕໍ່ຫວຍ ໂອຣິກອນ ວ່າ “Plaid Pantry ຮູ້ສຶກຕື່ນເຕັ້ນທີ່ໄດ້ຮູ້ວ່າ ນຶ່ງໃນຈໍານວນຮ້ານຄ້າ 104 ຮ້ານຢູ່ໂອຣິກອນຂອງພວກເຮົາ ໄດ້ຂາຍປີ້ Powerball ມູນຄ່າ 1.3 ຕື້ໂດລາ”

ທ່ານ Cheng Saephan ໄດ້ກວດເບິ່ງເລກໃນໃບຫວຍ ແລ້ວຮູ້ວ່າຖືກ ທ່ານໄດ້ໂທລະສັບໄປຫາ Laiza Chao ໃນຄະນະທີ່ຍານາງ ກໍາລັງຂັບລົດໄປເຮັດການ.

ທ່ານບອກວ່າ:

“ເຈົ້າບໍ່ຕ້ອງໄປເຮັດວຽກ, ພວກເຮົາຖືກຫວຍແລ້ວ, ພວກເຮົາຖືກລາງວັນ Jackpot.”

ເງິນລາງວັນ ທີ່ທ່ານ ແລະພັນລະຍາໄດ້ຮັບ ຈໍານວນ 422 ລ້ານໂດລາສະຫະລັດ ຫລັງຈາກຫັກຄ່າພາສີແລ້ວນັ້ນ ແມ່ນໄດ້ແບ່ງກັນ. ສ່ວນອີກ 422 ລ້ານໂດລາ ແມ່ນສ່ວນຂອງ ຍານາງ Laiza Chao ຜູ້ເປັນເພື່ອ ທີ່ໄດ້ອອກເງິນ 100 ໂດລາ ຊື້ຫວຍຮ່ວມກັນ. ສໍາລັບທ່ານ ແລະພັນລະຍາ ຈະເອົາເງິນທີ່ຖືກຫວຍ

ນັ້ນ ແບບເທື່ອດຽວ ຫລື Lump Sum.

ທ່ານ Cheng Saephan ກ່າວໃນລະຫວ່າງການຖະແຫລງຂ່າວ ເຖິງເງິນຈໍານວນຫລວງຫລາຍ ທີ່ທ່ານໄດ້ມາຈາກການຖືກຫວຍນັ້ນ.

“ຂ້າພະເຈົ້າມີຄວາມສຸກກັບຄອບຄົວ ພວກຂ້າພະເຈົ້າຈະມີຊີວິດທີ່ດີ. ຂ້າພະເຈົ້າກໍາລັງຕໍ່ສູ້ກັບໂລກມະເຮັງ ສະນັ້ນຈຶ່ງຄິດວ່າ ຂ້າພະເຈົ້າຈະໃຊ້ເງິນທັງໝົດນີ້ແນວໃດ” ແລະວ່າ “ຕອນນີ້ ຂ້າພະເຈົ້າສາມາດຫາ “ທ່ານໝໍທີ່ດີສໍາລັບປິ່ນປົວທ່ານໄດ້” ແລະໄດ້ວາງແຜນກັບພັນລະຍາວ່າ ຈະໃຊ້ເງິນນີ້ຊື້ເຮືອນ.

ການຖືກຫວຍລາວວັນໃຫຍ່ນີ້ ຖືວ່າເປັນໄຊຊະນະທີ່ສໍາຄັນທີ່ສຸດ ສໍາລັບທ່ານCheng Saephan, ຊຶ່ງຫນຶ່ງໃນຜູ້ຊະນະ Jackpot ກ່າວວ່າ ທ່ານໄດ້  'ອະທິຖານຂໍໃຫ້ພຣະເຈົ້າຊ່ວຍທ່ານ'

ການຖືກຫວຍໃຫຍ່ນີ້ ຖືວ່າ ສໍາລັບທ່ານ Cheng Saephan ແລະພັນລະຍາຂອງທ່ານແລ້ວ ເປັນໄຊຊະນະ ທີ່ມີຄວາມໝາຍເປັນພິເສດ ໃນຂະນະທີ່ທ່ານກໍາລັງປະເຊີນກັບໂຣກມະເຮັງຢູ່ນີ້, ອີງຕາມຄໍາເວົ້າຂອງຫວຍ ໂອຣິກອນ.

ຂ່າວ ABC ລາຍງານວ່າ ບຸກຄົນທີ່ຖືກຫວຍ ມູນຄ່າ 1.326 ຕື້ໂດລາ ມາປາກົດໂຕໃນມື້ວັນທີ 8 ເມສາ ແລະມີຂະບວນການກວດສອບ ກ່ອນທີ່ຈະປະ ກາດຕົວຕົນຂອງພວກເຂົາເຈົ້າ.                                                          ທ່ານ Mike Wells ຜູ້ອໍານວຍການຫວຍ ໂອຣິກອນ ກ່າວໃນຖະແຫລງຂ່າວໃນມື້ວັນທີ 8 ເມສາ ວ່າ “ນີ້ແມ່ນການຖືກ Jackpot ທີ່ບໍ່ເຄີຍມີມາກ່ອນສໍາລັບ

ຫວຍ ໂອຣິກອນ” ແລະວ່າ “ພວກເຮົາໃຊ້ຄວາມລະມັດລະວັງທຸກຢ່າງ ເພື່ອກວດສອບຜູ້ຊະນະກ່ອນທີ່ຈະໃຫ້ລາວວັນ ຊຶ່ງຈະຕ້ອງໄດ້ໃຊ້ເວລາ”

ທ່ານ Cheng ມີຊື່ເຕັມວ່າ Cheng "Charlie" Saephan ເປັນອົບພະຍົບລາວ ຊົນເຜົ່າ IU-MIEN ເກີດຢູ່ປະເທດລາວ ໃນປີ 1977, ໄດ້ມາຢູ່ປະເທດໄທປີ 1987, ຢູ່ໄທໄດ້ 6 ປີ ແລະມາຢູ່ສະຫະລັດອາເມຣິກາປີ 1994, ທ່ານສໍາເລັດການສຶກສາຊັ້ນອຸດົມ ປີ 1996. ຫລັງຈາກນັ້ນ ກໍໄດ້ທໍາງານເປັນຊ່າງເຄື່ອງ ໃນອຸດສາຫະກໍາການບິນ ແລະອາວະກາດ ຈົນເຖິງເວລາທີ່ທ່ານຖືກກວດພົບວ່າ ເປັນໂລກມະເຮັງ ໃນປີ 2016 ຄືເປັນມາໄດ້ 8 ປີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.