ເຣື້ອງທີ່ເກັບບັນທຶກໄວ້
2022-03-31
ແມ່ຍິງລາວ ອາຍຸ 26 ປີ ໄດ້ຫາຍສາບສູນ ຫຼັງຈາກທີ່ນາງຖືກນາຍໜ້າ ຕົວະໄປເຮັດວຽກ ຢູ່ແຂວງບໍ່ແກ້ວ, ຈາກນັ້ນ ກໍຖືກພາໄປແຕ່ງດອງ ກັບຄົນຈີນ ຢູ່ເຂດຢວນໂຈ, ເມືອງອີ້ຊຸນ ມົລທົນຈຽງຊີ ແລະບໍ່ສາມາດຕິດຕໍ່ໄດ້ອີກ ຊຶ່ງທາງພີ່ນ້ອງເປັນຫ່ວງວ່າ ອາດຖືກລັກພາໂຕ ເພື່ອຮຽກຄ່າໄຖ່.
2022-03-30
ຕໍາຣວດຈີນ ສົ່ງໂຕແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ຊາວແຂວງອຸດົມໄຊ ກັບຄືນສູ່ຄອບຄົວ ຈໍານວນ 30 ຄົນ ພາຍຫຼັງຖືກຕົວະ ໃຫ້ໄປເຮັດວຽກຢູ່ຈີນ, ແຕ່ງດອງກັບຄົນຈີນ ຫຼືເຂົ້າເມືອງຜິດກົດໝາຍ ຊຶ່ງແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ດັ່ງກ່າວຖືກຊ່ອຍອອກມາໄດ້.
2022-03-29
ແມ່ຍິງ ແລະເດັກນ້ອຍລາວ ມີຄວາມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ການຄ້າມະນຸສຫຼາຍ, ທີ່ຜ່ານມາ ເຈົ້າໜ້າທີ່ ໄດ້ຊ່ອຍເຫື້ອກຸ່ມ ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ໄດ້ຈຳນວນນຶ່ງ ແລະອີກຈຳນວນນຶ່ງ ຂາດຮ່ອງຮອຍການຕິດຕໍ່ ເພື່ອຊ່ອຍເຫຼືອ.
2022-03-23
ຄົນລາວ ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ຂອງຈີນ ໃນຂະນະທີ່ ຣັຖບານລາວ ຍັງບໍ່ມີມາຕການຊ່ວຍເຫຼືອ ຄົນງານລາວ ທີ່ຖືກກັກຂັງ ໜ່ວງໜ່ຽວ ໃຫ້ອອກມາໄດ້ໝົດ.
2022-03-18
ເມື່ອວັນທີ 17 ມີນາ ທີ່ຜ່ານມານີ້ ທາງການໄທຍ ໄດ້ຮັບໂຕແມ່ຍິງໄທຍ 3 ຄົນ ຢູ່ບໍຣິເວນດ່ານ ກວດຄົນເຂົ້າເມືອງ ເມືອງຊຽງຂອງ ຫຼັງຈາກທີ່ ໄດ້ຮັບການຊ່ອຍ ຍ້ອນຖືກຫຼອກໄປເຮັດວຽກ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ.
2022-03-14
ເຈົ້າແຂວງ ແຂວງຊຽງຮາຍ ປະເທດໄທຍ ສົ່ງໜັງສື ແຈ້ງການໄປຍັງ ເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອຂໍຄວາມຮ່ວມມື ໃນການຊ່ອຍເຫລືອ ກຸ່ມຄົນໄທຍ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
2022-03-11
ກະຊວງ ປ້ອງກັນຄວາມສງົບ ສ້າງສູນພັກຊົ່ວຄາວ ຢູ່ແຂວງຫລວງນໍ້າທາ ສໍາລັບຜູ້ເຄາະຮ້າຍ ຈາກການຄ້າມະນຸດ ເປັນຕົ້ນແມ່ຍິງ ແລະເດັກນ້ອຍ ຈາກປະເທດຈີນ ຊຶ່ງປັດຈຸບັນ ສ້າງໄດ້ແລ້ວ 95% ແລະຄາດວ່າ ຈະສ້າງແລ້ວ ແລະເປີດໃຊ້ໃນກາງປີນີ້.
2022-03-07
ໃນໄລຍະ 4-5 ເດືອນຜ່ານມາ ນີ້ ມີແມ່ຍິງລາວ ຈາກຫຼາຍແຂວງ ຕັດສິນໃຈໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ພໍມີລາຍໄດ້ສົ່ງລ້ຽງຄອບຄົວ ແຕ່ກັບຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ, ບາງກໍຣະນີ ເຈົ້າໜ້າທີ່ ກໍຊ່ອຍອອກມາໄດ້ ແລະ ຫຼາຍກໍຣະນີ ກໍຍັງລໍຖ້າ ການຊ່ອຍເຫຼືອ.
2022-03-03
ກັມມະບານລາວ ໃຫ້ຄວາມຮູ້ກ່ຽວກັບ ການເຄື່ອນຍ້າຍ ແຮງງານ ທີ່ປອດພັຍ ໃຫ້ແກ່ປະຊາຊົນ ແຂວງໄຊຍະບູຣີ ເພື່ອບໍ່ໃຫ້ຕົກ ເປັນເຫຍື່ອ ຂອງການຄ້າມະນຸດ.
2022-03-03
ໃນວັນທີ່ 2 ມີນາ ທີ່ຜ່ານມານີ້ ຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ເກີດເຫດຄົນຂັບຣົຖ ບັນທຸກຊາວຈີນ ແລະລາວ ຕີກັນ ຢູ່ລະຫວ່າງທາງ ຈາກແຂວງອຸດົມໄຊ ໄປຫາດ່ານສາກົລບໍ່ເຕັນ ມີຜູ້ໄດັຮັບບາດເຈັບ 2 ຄົນ.