ລາວໃຫ້ຄວາມຮູ້ ປະຊາຊົນ ເພື່ອບໍ່ໃຫ້ຕົກ ເປັນເຫຍື່ອ ຄ້າມະນຸດ

ສຸພັດຕາ
2022.03.03
ລາວໃຫ້ຄວາມຮູ້ ປະຊາຊົນ ເພື່ອບໍ່ໃຫ້ຕົກ ເປັນເຫຍື່ອ ຄ້າມະນຸດ ແຜນທີ່ ສແດງເຂດເມືອງເງິນ ແຂວງໄຊຍະບູຣີ
RFA

ຫວ່າງວັນທີ່ 22-25 ກຸມພາ ທີ່ຜ່ານມາ ກົມປົກປ້ອງແຮງງນ ສູນກາງສະຫະພັນກັມມະບານລາວ ໄດ້ລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ ກ່ຽວກບັນການເຄື່ອນຍ້າຍ ແຮງງານທີ່ປອດພັຍ ຢູ່ເມືອງເງິນ ແຂວງໄຊຍະບູຣີ ເພື່ອເປັນສ້າງຄວາມຮູ້ ໃຫ້ຜູ້ທີ່ຢາກໄປຊອກຫາວຽກ ເຮັດງານທໍາຢູ່ຕ່າງປະເທດ ບໍ່ຕົກເປັນເຫຍື່ອການຄ້າມະນຸດ.

ໂດຍການລົງໂຄສະນາເຜີຍແຜ່ຄັ້ງນນີ້ ແມ່ນເວົ້າເຖິງຂັ້ນຕອນການປະກອບເອກະສານ, ໜັງສືຜ່ານແດນ ແບບຖືກຕ້ອງຕາມກົດໝາຍ ແລະ ປອດພັຍ ເປັນຫົວຂໍ້ສໍາຄັນ ເພື່ອບໍ່ໃຫ້ປະຊາຊົນຖືກນາຍໜ້າຕົວະໄປເຮັດວຽກ ແລ້ວບໍ່ໄດ້ຮັບຄ່າຈ້າງ ຫຼືຖືກບັງຄັບໃຫ້ຂາຍບໍຣິການທາງເພດ.

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງເງິນ ແຂວງໄຊຍະບູຣີ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 3 ມິນາ ນີ້ວ່າ:

“ການເຄື່ອນຍ້າຍແຮງງານ ໝາຍຄວາມວ່າ ໄປຖືກຕ້ອງ ກະມີເອກະສານຄົບຊຸດເນາະ ມີສັນຍາ ແປວ່າມີບ່ອນເຮັດວຽກ ມີນາຍຈ້າງ ມີອິຫຍັງເຊັນສັນຍາກັນຣະອຽດ ລັກສະນະການຕົກເປັນເຫຍື່ອ ອັນນຶ່ງມາ ການອອກແຮງງານເນາະ ແລ້ວບໍ່ໄດ້ຮັບຄ່າຕອບແທນ, ສອງມາ ມັນຖືກນາຍຈ້າງ ຕົວະວ່າໄປເປັນແມ່ບ້ານ ແລ້ວຖືກໄປຮ້ານອາຫານ ເປັນແມ່ນຫຍັງຈັ່ງຊີ້ນ່າ ໂດຍບໍ່ຮູ້ສຶກໂຕນ່າ.”

ທ່ານກ່າວຕື່ມວ່າ ການລົງໂຄສະນາເຜີຍແຜ່ຄັ້ງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ໃຫ້ຄວາມຮູ້ ໃນ 6 ບ້ານເປົ້າໝາຍ ຄື: ບ້ານບີໝີ, ບ້ານຂອນ, ບ້ານແກ້ວດອນຄູນ, ບ້ານນາງົວ, ບ້ານຫຼວງມີໄຊ ແລະ ບ້ານນາຍາງຄໍາ ບ້ານລະ 1-2 ຊົ່ວໂມງເທົ່ານັ້ນ ຊຶ່ງຈະເນັ້ນໃສ່ ແຕ່ລະບຽບກົດໝາຍ ແລະ ການຖືກຫຼອກລວງ ຈາກກຸ່ມຄ້າມະນຸດນັ້ນ ວ່າເປັນໃນລັກສະນະໃດ.

ສ່ວນເຣື່ອງການປະກອບເອກະສານ ເພື່ອໄປເຮັດວຽກຢູ່ຕ່າງປະເທດນັ້ນ ຜູ້ກ່ຽວຈະໄດ້ຮັບຮູ້ຈາກເຈົ້າໜ້າທີ່ຕື່ມ ເມື່ອຜູ້ກ່ຽວໄປພົວພັນ ຢູ່ຂແນງການທີ່ກ່ຽວຂ້ອງ ບໍ່ວ່າຈະເປັນຂແນງການແຮງງານ ແລະ ສວັດດີການສັງຄົມ, ຂແນງການການຕ່າງປະເທດ ແລະຂແນງການ ປກສ.

ນອກຈາກນີ້ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງສາຍວິດິໂອ ໃນຮູບແບບສາຣະຄະດີ ໃຫ້ຊາວບ້ານທີ່ເຂົ້າຮ່ວມໄດ້ຮັບຊົມນໍາດ້ວຍ ໂດຍໃນສາຣະຄະດີນັ້ນ ຈະເນັ້ນທຽບປຽບການໄປເຮັດວຽກແບບຖືກຕ້ອງ ແລະແບບຜິດກົດໝາຍຕ່າງກັນແນວ ໃນນັ້ນ ແມ່ນເວົ້າເຖິງ ຜົລກະທົບທີ່ໄປແບບຜິດກົດໝາຍ ແລະ ຜົລປໂຍດທີ່ໄປແບບຖືກກົດໝາຍນໍາດ້ວຍ.

ບັນຫາຄົນງານເຄື່ອນຍ້າຍ ຢູ່ແຂວງໄຊຍະບູຣີນີ້ ຍັງພົບເຫັນຫຼາຍຢູ່ ຊຶ່ງເປັນພາຣະໜ້າທີ່ຄວາມຮັບຜິດຊອບ ຂອງສະຫະພັນກັມມະບານແຂວງ ລົງໄປໂຄສະນາເຜີຍແຜ່ຄວາມຮູ້ ຕາມບ້ານເປົ້າໝາຍເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:

“ມີແຕ່ໜ້າທີ່ສຶກສາອົບຮົມ ໃຫ້ຄວາມຮູ້ ໃຫ້ທາງເລືອກທີ່ດີໃຫ້ເຂົາເຈົ້າ ໄປແນວໃດມັນຊິປອດພັຍ ໄປແນວໃດບໍ່ປອດພັຍ ສຶກສາອົບຮົມ ຕາມແນວທາງ ນະໂຍບາຍຂອງພັກ-ຣັຖນີ້ ມີແຕ່ວ່າເວົ້າໃຫ້ຟັງ ໃຫ້ເປັນຄວາມຮູ້ປະຈໍາໂຕເຂົາເຈ້າ ໃຫ້ເຂົາເຈົ້າເພື່ອມີຈຸດຢືນຂອງເຂົາເຈົ້າຫັ້ນເນາະ.”

ທ່ານກ່າວຕື່ມວ່າ ແຂວງໄຊຍະບູຣີ ມີປະຊາຊົນລັກຂ້າມໄປ ເຮັດວຽກ ຮັບຈ້າງເປັນກັມມະກອນຢູ່ສວນໝາກໄມ້ ຫຼືຟາມໝູ ຢູ່ທີ່ປະເທດໄທຍ ແຕ່ຈະບໍ່ສາມາດຮິບໂຮມຂໍ້ມູນໄດ້ ວ່າມີຈໍານວນເທົ່າໃດ ເນື່ອງຈາກ ເປັນການລັກໄປແບບຜິດກົດໝາຍ ບໍ່ມີປະຊາຊົນຜູ້ໃດຈະມາໃຫ້ຂໍ້ມູນ, ຂະນະທີ່ສະພາບໂຕຈິງ ເມືອງເງິນ ກໍເປັນເມືອງທີ່ມີຊາຍແດນຕິດຈອດກັບປະເທດໄທຍ ຈຶ່ງເຮັດໃຫ້ທາງສູນກາງເຂົ້າມາເຜີຍແຜ່ໂຄສະນາ ໃຫ້ຄວາມຮູ້ກ່ຽວກັບ ການເຄື່ອນຍ້າຍແຮງງານທີ່ປອດພັຍນີ້.
ແຕ່ຖ້າຫາກເວົ້າເຖິງວ່າ ການລົງໂຄສະນາເຜີຍແຜ່ ໃຫ້ຄວາມຮູ້ກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດພັຍຄັ້ງນີ້ ຈະຊ່ອຍໃຫ້ບັນຫາຄົນງານລາວ ລັກໄປຊອກຫາວຽກເຮັດງານທໍາ ຢູ່ຕ່າງປະເທດ ແບບຜິດກົດໝາຍ ຫຼຸດລົງ ຫຼື ບໍ່ນັ້ນ ກໍເວົ້າໄດ້ຍາກ ເນື່ອງຈາກການລົງໂຄສະນາ ເຜີຍແຜ່ຄວາມຮູ້ໃນຄັ້ງນີ້ ບໍ່ໄດ້ກະຈາຍໄປໃນຫຼາຍບ້ານ ເປັນຕົ້ນ ບ້ານທີ່ທຸກຍາກ ທີ່ມີຄົນມັກລັກໄປເຮັດວຽກຢູ່ປະເທດໄທຍ.

ດັ່ງຊາວບ້ານ ຢູ່ບ້ານແກ້ວດອນຄູນ ທີ່ເຂົ້າຮ່ວມຮັບຟັງ ການໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດພັຍ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍມັນກໍ ຄັນຢູ່ໃນເທສບານເມືອງ ສ່ວນຫຼາຍກະບໍ່ໄປຫັ້ນແຫຼະ ທໍາງານ, ສ່ວນຫຼາຍເປັນຄົນທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ຊົນນະບົດ ມັນມັກໄປນະ ໄປແບບບໍ່ຖືກຕ້ອງ ລັກໄປລັກມາຫັ້ນນ່າ ມັນເຂົາຢູ່ໄກເຈົ້າ ໄກນາຍມັນກໍ ລະບຽບກົດໝາຍ ເຂົາກໍບໍ່ພໍເຂົ້າໃຈປານໃດຫັ້ນແຫຼະ.”

ຂະນະທີ່ ຊາວບ້ານ ບ້ານນາຍາງຄໍາ ເມືອງເງິນ ແຂວງໄຊຍະບູຣີ ນາງນຶ່ງເວົ້າວ່າ ການລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດພັຍ ຈະບໍ່ສາມາດຊ່ອຍໃຫ້ປະຊາຊົນ ຫຼີກລ່ຽງໃຫ້ປະຊາຊົນ ບໍ່ໄປເຮັດວຽກຢູ່ຕ່າງປະເທດໄດ້ ເນື່ອງຈາກບັນຫາຄວາມທຸກຍາກ ທີ່ສາເຫດສໍາຄັນ ເຊິ່ງສັງເກດໄດ້ຈາກ ປະຊາຊົນພາຍໃນບ້ານ ຈະປະກອບອາຊີບຫຼັກ ຄືການເຮັດນາ ຊຶ່ງສ່ວນໃຫຍ່ເມື່ອແລ້ວຣະດູເຮັດນາປີແລ້ວ ພວກເຂົາເຈົ້າກໍຈະຫວ່າງວຽກ ແລະຊາວບ້ານຈໍານວນນຶ່ງ ກໍພາກັນໄປຊອກຫາວຽກເຮັດງານທໍາຢູ່ຕ່າງປະເທດຫຼືຕ່າງແຂວງ.

ດັ່ງຊາວບ້ານ ຢູ່ບ້ານນາງຍາງຄໍາ ນາງນີ້ ຜູ້ທີ່ເຂົ້າຮ່ວມຮັບຟັງ ການໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດພັຍ ກ່າວໃນມື້ດຽວກັນນີ້ວ່າ:

“ບໍ່ດົນນະເນາະ ເພິ່ນມາລົງໂຄສະນາ ເຜີຍແຜ່ກ່ຽວກັບແຮງງານ ກ່ຽວກັບການ ໄປທໍາງານຕ່າງເມືອງຕ່າງແຂວງ ຫຼືວ່າ ຕ່າງປະເທດ ໄປຈະໃດ ມາຈະໃດເນາະ ມີໜັງສືຜ່ານແດນ, ມີບັດປະຈໍາໂຕ ເພື່ອຄວາມປອດພັຍ ຫຼືວ່າ ຣາຍງານຄອບຄົວ ຫຼືວ່າ ຣາຍງານການຈັດຕັ້ງບ້ານ, ກະຍັງວ່ານີ້ຊິແກ້ໄຂ ກໍຍັງຂາດຕົກບົກຜ່ອງຢູ່ນີ້ ເຣື່ອງແກ້ໄຂຄວາມທຸກຍາກ ພວກເຮົາພໍຢູ່ພໍກິນຊື່ໆ ບໍ່ມີວຽກເຮັດງານທໍາແບບຄົງທີ່ ແບບເປັນອາຊີບນີ້ນ່າ ແບບລວມໆທຸກ.”

ເມື່ອວັນທີ່ 23 ທັນວາ 2021 ທີ່ຜ່ານມາ ທາງການລາວ ໄດ້ສເນີຄໍາເຫັນໃນກອງປະຊຸມ ປຶກສາຫາລື ຜ່ານລະບົບທາງໄກ ກ່ຽວກັບບັນຫາການກະຕຣຽມ ການສົ່ງອອກຄົນງານລາວ ເພື່ອໄປເຮັດວຽກຢູ່ປະເທດໄທຍວ່າ ຕ້ອງເຣັດໃຫ້ຕ້ອງຕາມກົດໝາຍ ຜ່ານ MOU ແລະໃຫ້ທາງການໄທຍ ພິຈາຣະນາ ຫຼຸດຜ່ອນຄ່າທໍານຽມ ປະທັບຕາວີຊ້າ 2 ປີ ຈາກ 2,000 ບາດ ໃຫ້ເຫຼືອ 500 ບາດ ຕາມທີ່ເຄີຍປະຕິບັດມາ ກ່ອນທີ່ຈະມີການແຜ່ຣະບາດຂອງເຊື້ອໂຄວິດ-19, ອະນຸຍາດໃຫ້ຄົນງານທີ່ກວດບໍ່ພົບເຊື້ອໂຄວິດ-19 ເຂົ້າເຮັດວຽກໄດ້ເລີຍ ໂດຍບໍ່ຈໍາເປັນຕ້ອງກັກໂຕອີກ ເນື່ອງຈາກ ກ່ອນທີ່ຈະມີການຈັດສົ່ງຄົນງານໄປນັ້ນ ຄົນງານລາວທຸກຄົນ ຈະຕ້ອງໄດ້ຮັບການສັກວັກຊິນຄົບ 2 ໂດສ ແລະມີໜັງສືຢັ້ງຢືນການກວດໂຄວິດ-19 ແລ້ວ.

ພ້ອມດຽວກັນນີ້ ຍັງສເນີໃຫ້ທາງການໄທຍ ດໍາເນີນມາຕການຢ່າງເດັດຂາດ ທີ່ນໍາໃຊ້ຄົນງານ ແບບຖືກຕ້ອງຕາມກົດໝາຍ ຊຶ່ງຈະເປັນກົລໄກນຶ່ງ ໃນການຊ່ອຍຫຼຸດຜ່ອນຈໍານວນຄົນງງານລາວ ທີ່ລັກລອບເຂົ້າໄປເຮັດຢູ່ປະເທດໄທຍ ແບບບໍ່ຖືກຕ້ອງຕາມກົດໝາຍ ທີ່ເຮັດໃຫ້ຜູ້ໄປເຮັດວຽກ ຕ້ອງໄດ້ເສັຍຄ່າໃຊ້ຈ່າຍຫຼາຍກວ່າປົກກະຕິ ແລະຍັງມີຄວາມສ່ຽງ ທີ່ຈະຖືກຕົວະ ແລະຕົກເປັນເຫຍື່ອຂອງການຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.