ເຈົ້າໜ້າທີ່ໄທຍ ຮັບແມ່ຍິງໄທຍ 3 ຄົນ ຄືນປະເທດ
2022.03.18

ຄົນງານຍິງໄທຍຖືກຫລອກໄປເຮັດວຽກ ໃນເຂດເສຖກິຈພິເສດສາມຫລ່ຽມຄຳ ໄດ້ຮັບການຊ່ອຍເຫລືອແລ້ວ. ເມື່ອເວລາປະມານ 16:30 ໂມງ ຂອງວັນທີ 17 ມີນາ ຜ່ານມາ ທ່ານກະໜົກ ສີວິໄຊນັນ ປລັດແຂວງຊຽງຮາຍ ໃນຖານະຕາງໜ້າເຈົ້າແຂວງຊຽງຮາຍ ແລະ ພັນຕຳຣວດໂທ ມະນຸວັດ ກໍສນາມ ຜູ້ກຳກັບການ ດ່ານກວດຄົນເຂົ້າເມືອງຊຽງຂອງ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ໄດ້ຮັບໂຕແມ່ຍິງໄທຍ 3 ຄົນ ຢູ່ບໍຣິເວນດ່ານກວດຄົນເຂົ້າເມືອງຊຽງຂອງ ໃນນັ້ນ ເປັນແມ່ຍິງຈາກແຂວງພະເຍົາອາຍຸ 36 ປີ 1 ຄົນ ສ່ວນອີກ 2 ຄົນ ແມ່ນເປັນແມ່ຍິງຈາກ ແຂວງຊຽງຮາຍມີອາຍຸ 26 ປີ.
ຫລັງຈາກທີ່ພວກກ່ຽວ ຖືກຕົວະໄປເຮັດວຽກເປັນສແກມເມີ້ຣ໌ (Scammer) ຢູ່ຄາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດ ເສຖກິຈພິເສດສາມຫລ່ຽມຄຳ ເມືອງຕົ້ນເເຜິ້ງ ແຂວງບໍ່ແກ້ວ ແລະ ໄດ້ຕິດຕໍ່ຂໍຄວາມຊ່ອຍ ເຫລືອມາຍັງຫ້ອງການແຂວງຊຽງຮາຍເມື່ອວັນທີ 14 ມີນາທີ່ຜ່ານມາ. ພາຍຫລັງໄດ້ຮັບການຊ່ອຍເຫລືອ ຄົນງານໄທຍກຸ່ມດັ່ງກ່າວນີ້ ໄດ້ແຈ້ງເຕືອນຜູ້ກຳລັງຊອກວຽກວ່າ ຢ່າຫລົງເຊື່ອຜູ້ຊັກຊວນທາງອ໋ອນລາຍນ໌ ໃຫ້ໄປເຮັດວຽກຢູ່ພາຍໃນຄາສິໂນ ຄິງສ໌ໂຣມັນສ໌ຍ້ອນສະຖານທີ່ດັ່ງກ່າວນີ້ ເຕັມໄປດ້ວຍການຕົວະຍົວະຫລອກລວງ.
ດັ່ງແມ່ນຍິງໄທຍທີ່ຖືກຕົວະໄປເຮັດວຽກ ເປັນສແກມເມີຣ໌ ນາງນຶ່ງກ່າວຕໍ່ສຳນັກຂ່າວທ້ອງຖິ່ນແຂວງຊຽງຮາຍເມື່ອວັນທີ 17 ມີນາ 2022 ນີ້ວ່າ:
“ຍານາງກ່າວວ່າ ດີໃຈ ບໍ່ກັບໄປອີກແລ້ວວ່າຢ່າຫລົງເຊື່ອ ຄົນທີ່ຊອກວຽກໂພສຜ່ານເຟສບຸກຄ໌ ເພາະວ່າດ້ານໃນນັ້ນມັນການຕົວະຍົວະ ທັງໝົດເລີຍບໍ່ມີຄວາມຈິງເລີຍ ເຂົາໃຫ້ມາ 1,000 ຢວນເຂົາບໍ່ໃຫ້ອອກໄປຈາກຕຶກເລີຍ ຢູ່ແຕ່ໃນຕຶກບໍ່ໃຫ້ອອກມາຂ້າງນອກບໍ່ໄປແລ້ວ.”
ຈາກການສອບຖາມ ແຫລ່ງຂ່າວເບື້ອງຕົ້ນຣະບຸວ່າ ຄົນງານໄທຍທັງ 3 ຄົນນີ້ໄດ້ລັກລອບເຂົ້າ ໄປເຮັດວຽກເປັນສແກມເມີຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ແບບບໍ່ຖືກກົດໝາຍແລະບໍ່ທັນໄດ້ຮູ້ຄັກ ແນ່ວ່າລັກລອບເຂົ້າໄປມື້ໃດ. ແຕ່ຢ່າງໃດກໍຕາມ ເຫດການທີ່ເກີດກັບພວກກ່ຽວຈຳນວນ 3 ຄົນນີ້ເປັນໄປໃນລັກສະນະດຽວກັບຄົນງນໄທຍ ຈຳນວນ 15 ຄົນທີ່ຖືກຕົວະ ໄປກ່ອນໜ້າ ເປັນຕົ້ນບັງຄັບໃຫ້ເຮັດວຽກ ເປັນສແກມເມີຣ໌, ບໍ່ຈ່າຍຄ່າຈ້າງຕາມທີ່ຕົກລົງກັນໄວ້ ທີ່ 30,000 ບາດຕໍ່ເດືອນ, ຕ້ອງຢູ່ໃນບ່ອນພັກເຊົາ ທີ່ແອອັດ ແລະເປິເປື້ອນ, ຖືກກັກຂັງບໍ່ໃຫ້ອອກໄປໃສ ຖືກບັງຄັບໃຫ້ເຮັດວຽກກາຍ 15 ຊົ່ວໂມງຕໍ່ມື້ແລະຖືກຂົ່ມຂູ່ວ່າຈະຖືກຂາຍຕໍ່ຫາກບໍ່ເຮັດຕາມ ຄຳສັ່ງ.
ທາງດ້ານເຈົ້າໜ້າທີ່ແຂວງບໍ່ແກ້ວ ກໍໄດ້ປະສານງານໄປຍັງຄະນະຄຸ້ມຄອງ ແຮງງານເຂດເສຖກິຈພິເສດສາມຫລ່ຽມຄຳ ເພື່ອດຳເນີນການຊ່ອຍເຫລືອຄົນງານໄທຍຕື່ມ ພ້ອມແຈ້ງເຕືອນບໍ່ໃຫ້ຄົນງານໄທຍ ລັກລອບເຂົ້າມາເຮັດວຽກ ພາຍໃນປະເທດລາວແບບບໍ່ຖືກກົດໝາຍ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 18 ມີນາ 2022 ນີ້ວ່າ:
“ສາມຄົນອອກມານີ້ ເຫັນຄົນໄທຍສາມຄົນ ຍັງບໍ່ມີເອກະສານຍັງເຂົ້າໄປຂ້າງໃນອີກ ເອົາມາໄດ້ຈັ່ງໃດບໍ່ເຮັດເອກະສານຖືກຕ້ອງ ເຂົ້າມາໄດ້ຈັ່ງໃດຄົນມັນເດືອດຮ້ອນ ຈະອອກແມ່ນແຫລະ ລັກລອບເຂົ້າມາແຫລະ ຈັກລັກລອບເຂົ້າມາຊ່ອງທາງໃດບໍ່ຮູ້ເລີຍ.”
ອີງຕາມການຣາຍງານຂອງ ທ່ານ ກະໜົກ ສີວິໄຊນັນ ປລັດແຂວງຂຽງຮາຍເມື່ອວັນທີ 17 ມີນາທີ່ຜ່ານມາຣະບຸວ່ານັບແຕ່ວັນທີ 10-17 ມີນານີ້ມີຄົນງານໄທຍທີ່ຖືກຕົວະໄປເຮັດວຽກ ເດີນທາງກັບປະເທດໄທຍ 24 ຄົນ ໃນນັ້ນບາງສ່ວນໄດ້ຮັບການຊ່ອຍເຫລືອ ຈາກການປະສານງານລະຫວ່າງເຈົ້າແຂວງ ຊຽງຮາຍ ແລະເຈົ້າແຂວງບໍ່ແກ້ວ ແລະອີກສ່ວນນຶ່ງໄດ້ເດີນທາງ ໜີກັບມາດ້ວຍໂຕເອງ.
ໃນຂະນະທີ່ ສະຖານເອກອັກຄະຣາຊທູດໄທຍ ປະຈຳປະເທດລາວ ກໍໄດ້ຮັບຣາຍງານວ່າມີຄົນໄທຍ ແລະຊາວຕ່າງປະເທດຈຳນວນຫລາຍ ຖືກຕົວະຍົວະໃຫ້ໄປເຮັດວຽກ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ດ້ວຍການສມັກງານຜ່ານສື່ສັງຄົມ ອ໋ອນລາຍນ໌ ຫລື ໄດ້ຮັບການຊັກຊວນ ຈາກນາຍໜ້າຄົນໄທຍທີ່ມັກອ້າງວ່າ ຈະໄດ້ຮັບຄ່າຕອບແທນສູງ, ມີສວັດດີການດີ, ມີທີ່ພັກ ແລະອາຫານຟຣີ ແຕ່ເມື່ອຄົນໄທຍຕົກລົງ ແລະເດີນທາງຂ້າມໄປ ຍັງປະເທດລາວ ຈະຖືກບັງຄັບໃຫ້ລົງນາມ ໃນສັນຍາທີ່ເປັນພາສາຕ່າງປະເທດ, ບັງຄັບໃຫ້ເຮັດວຽກ ທີ່ບໍ່ເປັນໄປຕາມທີ່ຕົກລົງກັນໄວ້ ໃນຄັ້ງທຳອິດເປັນຕົ້ນບັງຄັບໃຫ້ ຫລອກລວງ ແລະສໍ້ໂກງຊັບສິນຜູ້ອື່ນໃນລັກສະນະ ຂອງແກ້ງຄອລເຊັນເຕີຣ໌ (Call Center), ສແກມເມີຣ໌ ແລະ ເປັນໂສເພນີ ຊຶ່ງຫາກບໍ່ສາມາດເຮັດຕາມຄຳສັ່ງ ຫລືເຮັດແລ້ວແຕ່ບໍ່ເປັນໄປຕາມຄາດໝາຍ ກໍຈະຖືກຂົ່ມຂູ່ວ່າຈະທຳຮ້າຍຮ່າງກາຍ, ກັກຂັງ ຫລືຈຳກັດອິດສະຣະພາບ, ຢຶດເອກະສານປະຈຳໂຕ ແລະ ຂາຍຕໍ່ໃຫ້ກັບນາຍໜ້າຄົນອື່ນ.
ສະນັ້ນສະຖານເອກອັກຄະຣາຊທູດໄທຍ ປະຈຳປະເທດລາວ ຈຶ່ງໄດ້ອອກປະກາດສະບັບເລກ ທີ 10/2565 ລົງວັນທີ 14 ມີນາ 2022 ເພື່ອແຈ້ງເຕືອນຄົນໄທຍ ໂດຍສະເພາະຜູ້ທີ່ ອາສັຍຢູ່ພາຍໃນແຂວງ ທີ່ມີຊາຍແດນຕິດຈອດກັບແຂວງບໍ່ແກ້ວ ວ່າຢ່າຫລົງເຊື່ອ ແລະຕົກເປັນເຫຍື່ອຂອງຂະບວນການຫລອກລວງ ເຂົ້າເຮັດວຽກພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງນີ້ຜູ້ທີ່ເດີນທາງເຂົ້າປະເທດລາວ ແບບບໍ່ຖືກກົດໝາຍ ຈະຖືກຜັກດັນກັບປະເທດ. ຖືກຂຶ້ນບັນຊີດຳຫ້າມເຂົ້າປະເທດລາວ ແລະອາດຈະໄດ້ຮັບການລົງໂທດ ຕາມກົດໝາຍຂອງປະເທດລາວ ຊຶ່ງມີໂທດຈຳຄຸກ ແລະໂທດປັບ ໂດຍລະຫວ່າງການດຳເນີນຄະດີ ຈະຖືກກັກຂັງໄວ້.
ມາຮອດປັດຈຸບັນ ຍັງມີຄົນງານໄທຍຈຳນວນຫລາຍ ທີ່ຖືກຕົວະໄປເຮັດວຽກເປັນສແກມເມີຣ໌ ຢູ່ພາຍໃນຄາສິໂນ ຄິງສ໌ໂຣມັນສ໌ ແລະ ຖືກຂົ່ມເຫັງໃນເຣື່ອງຕ່າງໆ ຕິດຕໍ່ຂໍຄວາມຊ່ອຍເຫລືອ ມາຍັງສະຖານເອກອັກຄະຣາຊທູດໄທຍ ປະຈຳປະເທດລາວຢູ່ເຣື້ອຍໆ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ທ່ານໄດ້ກ່າວວ່າ ກໍຄົນຂໍຄວາມຊ່ອຍເຫລືອກໍມີເຣື້ອຍໆ ບໍ່ແມ່ນແຕ່ສະເພາະສາມຫລ່ຽມຄຳ ແຕ່ມີຂໍຄວາມຊ່ອຍເຫລືອເຣື່ອງອື່ນໆ ນຳດ້ວຍກໍຫລາຍເຣື່ອງມີໝົດເລີຍ ກໍຕາມປະກາດສະຖານທູດ ທີ່ຕິດຕໍ່ມາເຮົາກໍປະສານກັບທາງລາວ ທາງໜ່ວຍງານລາວອັນນີ້ກໍ ມີຫລາຍໜ່ວຍ.”
ພາຍຫລັງປະກາດສະບັບດັ່ງກ່າວນີ້ ຖືກເຜີຍແຜ່ເຮັດໃຫ້ຊາວລາວຈຳນວນຫລາຍ ອອກມາຕັ້ງຄຳຖາມວ່າເປັນຫຍັງ ສື່ມວນຊົນພາຍໃນປະເທດລາວ ຈຶ່ງບໍ່ມີການເຜີຍແຜ່ຂ່າວແນວນີ້ ແລະເປັນຫຍັງທາງການລາວຈຶ່ງປະລະ ໃຫ້ເຫດການດັ່ງກ່າວນີ້ເກີດຂຶ້ນ ຢ່າງຕໍ່ເນື່ອງທັງທີ່ມີຜູ້ເສັຍຫາຍອອກມາສະແດງໂຕ ເປັນຈຳນວນຫລາຍ ພ້ອມຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງຊ່ອຍເຫລືອຄົນງານລາວ ແລະຄົນງານຕ່າງປະເທດ ທີ່ຖືກຕົວະໄປເຮັດວຽກເປັນສແກມເມີຣ໌ແບບຮີບດ່ວນ. ດັ່ງຜູ້ໃຊ້ເຟສບຸກຄ໌ນາງນຶ່ງ ສະແດງຄຳເຫັນວ່າ. ຄົນລາວນັ້ນເນາະ ບໍ່ເຫັນເຕືອນປະຊາຊົນຄົນທົ່ວໄປແດ່ ຍັງປ່ອຍໃຫ້ມີການໂພສທ໌ ຊອກຫາຄົນ ດຶງດູດຄົນໃຫ້ໄປອີກ ຈົນປະເທດໄທຍອອກມາເຕືອນ ພົລເມືອງໂຕເອງ ບາດປະເທດລາວມິດຈັດ, ບໍ່ມີຮອດຂ່າວກ່ຽວກັບສາມຫລ່ຽມຄຳ ສື່ຂອງລາວບໍ່ມີອອກມາໂພສທ໌ ແຈ້ງເຕືອນຫຍັງເລີຍ ເຂົາເປັນຄົນຊາດດຽວກັນ ຕ້ອງເປັນຫ່ວງ ແລະຕັກເຕືອນເຂດໃດ ເປັນອັນຕະຣາຍ ຈະບໍ່ໃຫ້ເຂົ້າໄປໃກ້.
ທີ່ຜ່ານມາມີຄົນງານລາວ ຖືກຕົວະຈຳນວນນຶ່ງໄດ້ປະສານ ຂໍຄວາມຊ່ອຍເຫລືອ ໄປຍັງເຈົ້າໜ້າທີ່ຕຳຣວດ ແຕ່ສ່ວນຫລາຍເຣື່ອງດັ່ງກ່າວ ກໍມັກຈະມິດງຽບໄປຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ໄດ້ພະຍາຍາມສືບສວນ ເພື່ອໃຫ້ການຊ່ອຍເຫລືອແບບຈິງຈັງ.
ດັ່ງຊາວ ນະຄອນຫລວງວຽງຈັນ ຜູ້ມີໝູ່ຖືກຕົວະໄປເຮັດວຽກ ເປັນສແກມເມີຣ໌ ຢູ່ຄາສິໂນຄິງສ໌ໂຣມັນສ໌ນາງນຶ່ງ ກ່າວວ່າ:
“ເຂົາກໍເຄີຍເວົ້າຢູ່ວ່າ ເຄີຍປະສານຫາຕຳຮວດອີ່ສັງຫັ້ນນ່າ ແຕ່ວ່າທີ່ຕຳຣວດໃຫ້ຄຳຕອບ ກໍວ່າແຕ່ຂໍ້ມູນບໍ່ພຽງພໍ ປະມານນີ້ຫັ້ນນ່າ ແຕ່ວ່າຢູ່ລາວນີ້ຄັນວ່າຜູ້ໃດ ເມືອແບບລອດໄດ້ກໍຄືລອດເນາະ ຄັນຖ້າເຮົາປະສານຫາຕຳຣວດ ຖ້າແບບວ່າຂໍ້ມູນເຮົາ ບໍ່ພຽງພໍຂະເຈົ້າ ໃຫ້ຄຳຕອບມາເນາະ ເຮົາກໍເຮັດຫຍັງບໍ່ໄດ້ຊິນ່າ.”
ທາງດ້ານພົລຕຳຣວດ ຕໍ່ສັກ ສຸກວິມົນ ຜູ້ຊ່ອຍຜູ້ບັນຊາການຕຳຣວດແຫ່ງຊາດ ໃຫ້ສັມພາດຕໍ່ສື່ມວນຊົນເມື່ອວັນທີ 14 ມີນາ ທີ່ຜ່ານມາວ່າ ທາງການໄທຍໄດ້ຕັ້ງຄະນະກັມການ ທີ່ມາຈາກຫລາຍໜ່ວຍງານ ເປັນຕົ້ນເຈົ້າໜ້າທີ່ຕຳຣວດ ແລະນັກສັງຄົມສົງເຄາະ ເພື່ອຊ່ອຍກັນກວດສອບວ່າ ກໍຣະນີດັ່ງກ່າວເຂົ້າຂ່າຍຄ້າມະນຸດ ຫລືບໍ່ ຫາກເຂົ້າຂ່າຍກໍຈະດຳເນີນການແກ້ໄຂ ໃຫ້ເຖິງທີ່ສຸດເນື່ອງຈາກປະເທດໄທຍ ຕ້ອງການປາບປາມ ການຄ້າມະນຸດໃຫ້ຢູ່ໃນມາຕຖານສາກົນ ແຕ່ຫາກບໍ່ເຂົ້າຄ່າຍ ກໍບໍ່ສາມາດດຳເນີນການແນວໃດໄດ້. ແຕ່ຢ່າງໃດກໍຕາມ ຈາກການກວດສອບໃນເບື້ອງຕົ້ນ ພົບວ່າກໍຣະນີທີ່ເກີດຂຶ້ນ ອາດຈະເຂົ້າຂ່າຍການຄ້າມະນຸດເມື່ອທຽບໃສ່ ກັບຄະດີໃນລັກສະນະດຽວກັນນີ້ ທີ່ເຄີຍເກີດຂຶ້ນ.
ກ່ອນໜ້ານີ້ເມື່ອວັນທີ 21 ກຸມພາ ຜ່ານມາ ທ່ານ ພາສະກອນ ບຸນຍະລັກ ເຈົ້າແຂວງຊຽງຮາຍ ໄດ້ສົ່ງໜັງສືດ່ວນທີ່ສຸດສະບັບເລກທີ ຊຣ.001183/3933 ໄປຍັງເຈົ້າແຂວງບໍ່ແກ້ວ ເພື່ອປະສານຂໍຄວາມຮ່ວມມື ໃຫ້ທາງການລາວຊ່ອຍເຫລືອ ຄົນງານໄທຍອີກ 10 ຄົນ ທີ່ຖືກຕົວະໄປເຮັດວຽກ ເປັນສແກມເມີຣ໌ ຢູ່ຄາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ໄປແລ້ວສະບັບນຶ່ງ ພາຍຫລັງໄດ້ຮັບຂໍ້ມູນຈາກຄົນງານໄທຍ ຈຳນວນ 5 ຄົນ ຊຶ່ງທັງໝົດເປັນຄົນເມືອງຊຽງແສນ ແຂວງຊຽງຮາຍ ມີອາຍຸລະຫວ່າງ 20-30 ປີ, ເປັນເພດຍິງ 3 ຄົນ ແລະ ເພດຊາຍ 2 ຄົນ, ທີ່ຖືກຕົວະໄປເຮັດວຽກຢູ່ພາຍໃນ ຄາສິໂນຄິງສ໌ໂຣມັນສ໌ ແຕ່ສາມາດລົບໜີອອກມາໄດ້.