ເກີດເຫດ ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ລາວຕີກັນ

ສຸພັດຕາ
2022.03.03
ເກີດເຫດ ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ລາວຕີກັນ ຄົນຂັບຣົຖບັນທຸກຊາວຈີນແລະລາວ ຕີກັນ ຢູ່ລະຫວ່າງທາງ ຈາກແຂວງອຸດົມໄຊ ໄປຫາດ່ານສາກົລບໍ່ເຕັນ ມີຜູ້ໄດັຮັບບາດເຈັບ 2 ຄົນ, ວັນທີ 2 ມີນາ 2022.
ນັກຂ່າວ ພົລເມືອງ

ໃນຕອນແລງຂອງວັນທີ່ 2 ມີນາ ທີ່ຜ່ານມານີ້ ຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ເກີດເຫດການໂຊເຟີ້ຂັບຣົຖບັານທຸກຊາວຈີນ ປະມານ 10 ຄົນ ພ້ອມດ້ວຍພະນັກງານ ທີ່ໃສ່ເສື້ອຂອງບໍຣິສັດປະກັນພັຍລາວ-ວຽດ ໄດ້ພາກັນໃຊ້ໄມ້ລຸມຕີ ໂຊເຟີ້ຂັບຣົຖບັນທຸກຊາວລາວຜູ້ນຶ່ງ ຈົນໄດ້ຮັບບາດເຈັບ ເຖິງຂັ້ນໝົດສະຕິ ສາເຫດຍ້ອນຂັບຣົຖແຊງກັນ ຈຶ່ງເກີດການຜິດຖຽງກັນ ແລະຄົນຈີນ ພາໝູ່ພວກມາລຸມຕີຄົນລາວ ແລະເຖິງແມ່ນວ່າມີເຈົ້າໜ້າທີ່ຕໍາຣວດ ພຍາຍາມເຂົ້າມາຫ້າມແລ້ວກໍຕາມ ແຕ່ຄົນຈີນ ກໍຍັງຝ່າຝືນ ໄປທໍາຮ້າຍຮ່າງກາຍຄົນລາວ ທີ່ນອນໝົດສະຕິນັ້ນຢູ່.

ແລະຫຼັງຈາກນັ້ນ ເມື່ອໂຊເຟີ້ຊາວລາວ ແລະຊາວບ້ານຫຼາຍຄົນຮູ້ເຣື່ອງດັ່ງກ່າວ ກໍເກີດຄວາມບໍ່ພໍໃຈ ແລະໄດ້ພຍາຍາມຕິດຕາມໂຕ ກຸ່ມຄົນຈີນດັ່ງກ່າວ ຈົນເກີດເຫດການຄົນລາວ ລຸມທໍາຮ້າຍຮ່າງກາຍຄົນຈີນ ຈົນມີຄົນ 1 ບາດເຈັບ ແລະນອນໝົດສະຕິ ຢູ່ບໍຣິເວນໜ້າສາງຄ່ຽນຖ່າຍສິນຄ້າ ຂອງບໍຣິສັດ LCD ແລະ LS ຈໍາກັດ ຢູ່ເຂດດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ເຊິ່ງເຈົ້າໜ້າທີ່ຕໍາຣວດ ປະຈໍາເຂດດັ່ງກ່າວ ໄດ້ເຂົ້າມາຄວບຄຸມເຫດການ ພ້ອມທັງກັກໂຕຜູ້ກໍ່ເຫດໄດ້ຈໍານວນນຶ່ງ.

ດັ່ງໂຊເຟີ້ຂັບຣົຖບັນທຸກຊາວລາວ ທີ່ຮູ້ເຫດການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 3 ມີນາ ນີ້ວ່າ:

“ສາເຫດຣົຖຕິດນີ້ແຫຼະ ບາງຄົນກະແຊງຄິວກັນ ເຖົ້າແກ່ຈີນເຂົາກະມານໍາທາງໃຫ້ ຣົຖຝ່າຍຈີນຂຶ້ນເມືອ ຢາກໃຫ້ເຂົ້າດ່ານໄວ ຄົນຈີນຕີແລ້ວເນາະຮອບນຶ່ງ ຕອນຕີຄົນລາວຫັ້ນ ກະມີໜ່ວຍງານປະກັນພັຍນ່າ ຊ່ວຍຄົນຈີນ ຫຼັງຈາກຄົນຈີນໜີ ແລ້ວຂຶ້ນໄປໜ້າດ່ານ ຄົນລາວກະຮ່ວມໃຈກັນໄປ ລັດຣົຖຄົນຈີນທີ່ວ່າຕີ.”

ທ່ານກ່າວຕື່ມວ່າ ສໍາລັບໂຊເຟີ້ຄົນລາວ ທີ່ຖືກກຸ່ມຄົນຈີນ ຕີຈົນໝົດສະຕິນັ້ນ ທາງຜູ້ທີ່ຢູ່ໃນເຫດການ ກໍໄດ້ຊ່ອຍກັນນໍາສົ່ງລາວໄປໂຮງໝໍທີ່ໃກ້ຄຽງ, ແຕ່ຍັງບໍ່ຮູ້ວ່າ ປັດຈຸບັນອາການເປັນແນວໃດແທ້, ຢ່າງໃດກໍຕາມ ນັບຕັ້ງແຕ່ທາງດ່ານສາກົລບໍ່ຫານຂອງຈີນ ໄດ້ຈໍາກັດຈໍານວນຣົຖບັນທຸກຈາກລາວ ທີ່ແລ່ນເຂົ້າຈີນ ກໍໄດ້ເຮັດໃຫ້ເກີດເຫດການ ຄົນຈີນ ກັບຄົນລາວ ຕີກັນຫຼາຍເທື່ອ ຕົ້ນຕໍ ກໍເກີດຈາກຄົນຈີນ ພຍາຍາມຂັບຣົຖ ແຊງຣົຖຂອງຄົນລາວ ໂດຍເຖົ້າແກ່ຈີນ ໄດ້ຂໍໃຫ້ເຈົ້າໜ້າທີ່ບາງຄົນ ຊ່ອຍອໍານວຍຄວາມສະດວກ ໃຫ້ແກ່ຣົຖບັນທຸກຂອງຈີນ.

ໃນຂະນະທີ່ ຊາວລາວຜູ້ທີ່ຢູ່ໃນເຫດການ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງຈິງ ກ່າວວ່າ:

“ໃນມື້ເກີດເຫດໂຊເຟີ້ຄົນລາວດັ່ງກ່າວ ໄດ້ຂັບຣົຖມາຮອດບ້ານນາໂຮມ ເມືອງນາໝໍ້ ແລະໄດ້ຂັບຣົຖແຊງຣົຖບັນທຸກຂອງຄົນຈີນ ເຮັດໃຫ້ຄົນຈີນບໍ່ພໍໃຈ ຈຶ່ງໄດ້ໃຊຣົຖຈັກມາລັດຂວາງທາງໄວ້ ແຕ່ໂຊເຟີ້ຄົນລາວດັ່ງກ່າວ ໄດ້ຂັບຣົຖຕໍາຣົຖຈັກຂອງຄົນຈີນ ຈຶ່ງເຮັດໃຫ້ຄົນຈີນ ໄດ້ໃຊ້ໄມ້ລຸມຕີ ຈົນໄດ້ບາດເຈັບສາຫັດ ສ່ວນພະນັກງານ ທີ່ໃສ່ເສື້ອບໍຣິສັດປະກັນພັຍລາວ-ວຽດນັ້ນ ແທ້ຈິງແລ້ວບໍ່ແມ່ນພະນັກງານປະກັນພັຍ ແຕ່ເປັນພະນັກງານທີ່ເຮັດວຽກລະບາຍຣົຖຕິດ ເຊິ່ງບໍຣິສັດປະກັນພັຍດັ່ງກ່າວ ໄດ້ສນັບສນຸນເສື້ອໃຫ້ຊື່ໆ.”

ທ່ານກ່າວອີກວ່າ ໃນໄລຍະນີ້ ໄດ້ເກີດສະພາບຣົຖຕິດ ຫຼາຍກວ່າ 40-50 ກິິໂລແມັດ ເຊິ່ງສ່ວນໃຫຍ່ ແມ່ນຣົຖບັນທຸກ ທີ່ຂົນໝາກກ້ວຍ ແລະໝາກໂມ ໄປສົ່ງຈີນ ແຕ່ລະຄັນຕ້ອງໃຊ້ເວລາປະມານ 7 ຫາ 8 ມື້ ຈຶ່ງຈະຮອດໜ້າດ່ານສາກົລບໍ່ເຕັນ ແຕ່ກໍມີຣົຖຂົນສົ່ງໝາກກ້ວຍຊາວຈີນຈໍານວນນຶ່ງ ທີ່ໃຫ້ເງິນແກ່ເຈົ້າໜ້າທີ່ບາງຄົນ ເພື່ອຂໍໃຫ້ອໍານວຍຄວາມສະດວກໃຫ້ແກ່ຣົຖຂອງຂະເຈົ້າ ຂັບແຊງຣົຖຂອງຄົນລາວ ເຮັດໃຫ້ໂຊເຟີ້ລາວບໍ່ພໍໃຈ ຈຶ່ງຂັບຣົຖແຊງຣົຖຂອງຄົນຈີນຄືືນ.

ສ່ວນໂຊເຟີ້ຄົນລາວ ອີກທ່ານນຶ່ງ ທີ່ຮູ້ເຫດການດັ່ງກ່າວ ກໍຢືນຢັນວ່າ ໂຊເຟີ້ຄົນລາວ ທີ່ຖືກລຸມຕີນັ້ນ ບາດເຈັບສາຫັດແທ້ ຍ້ອນຖືກຕີດ້ວຍໄມ້ ແລະເຈົ້າໜ້າທີ່ຕໍາຣວດ ຢູ່ບ່ອນເກີດເຫດຈຸດທໍາອິດ ກໍເຂົ້າໄປຫ້າມບໍ່ໄດ້ ຍ້ອນມີຈໍານວນເຈົ້າໜ້າທີ່ໜ້ອຍກວ່າຄົນຈີນ, ດັ່ງທ່ານກ່າວວ່າ:

“ໂອ ເຂົາແຊງຄິວກັນ ຄົນລາວແຊງຄິວໄປນ່າ ແລ້ວຜິດກັນຕິ ແລ້ວຄົນຈີນຕີ ໄປຮອດດ່ານແລ້ວຄົນລາວຕີຄືນ ເຈັບໜັກຫວາ ມັນເພາະວ່າ ຄົນຈີນເຂົາຕີ ເຂົາເອົາໄມ້ ຕໍາຣວດມັນມີໜ້ອຍເດ້ ເຮັດຫຍັງບໍ່ໄດ້ ກະມີແຕ່ຢືນເບິ່ງຢູ່.”

ໂຊເຟີ້ຂັບຣົຖ ອີກທ່ານນຶ່ງ ທີ່ເຫັນເຫດການ ຢູ່ດ່ານສາກົລບໍ່ເຕັນ ກ່າວວ່າ ຫຼັງຈາກຄົນລາວແລະຄົນຈີນກໍເຫດລຸມຕໍ່ສູ້ກັນ ຢູ່ໜ້າສາງຄ່ຽນຖ່າຍສິນຄ້າ ກໍໄດ້ຖືກເຈົ້າໜ້າທີ່ກັກໂຕໄປຈໍານວນນຶ່ງ ແລະກໍໄດ້ຍິນຂ່າວວ່າ ຈະມີການດໍາເນີນຄະດີ ຕາມລະບຽບກົດໝາຍ.

ດັ່ງທ່ານກ່າວວ່າ:

“ຍັງບໍ່ໄດ້ແກ້ໄຂເທື່ອຕິ ແຕ່ກະບໍ່ຮູ້ແຫຼະ ມື້ວານນີ້ເຫັນເຈົ້າໜ້າທີ່ ເອົາກະຫຼັບມືໃສ່ ຄັນໃຜຫ້າມບໍ່ຟັງ ມັນກະຫຼາຍຄົນເຕີບແຫຼະ ຍັງໄຄຄົນລາວຮ່ວມມືກັນຕີຈັ່ງຊີ້ ກະບໍ່ແພ້ຄົນຈີນນ່າ ຂນາດຄົນຈີນ 10 ປາຍຄົນ 20 ຄົນກະຍັງຫ້າວສຸດ ຄົນລາວເຕັມເດີ່ນຫັ້ນ.”

ທາງດ້ານເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ກ່າວວ່າ ກ່ຽວກັບບັນຫາຂໍ້ຂັດແຍ້ງດັ່ງກ່າວ ໄດ້ມອບໝາຍໃຫ້ ທາງເຈົ້າໜ້າທີ່ ປກສ ຢູ່ດ່ານສາກົລບໍ່ເຕັນ ເປັນພາກສ່ວນແກ້ໄຂ ແລະອາຈມີຖແລງການ ຊີ້ແຈງການແກ້ໄຂບັນຫາໃນໄວໆນີ້, ດັ່ງທີ່ທ່ານກ່າວວ່າ:

“ພວກເຮົາກະຍັງບໍ່ທັນຮູ້ເທື່ອເດີ້ ເພາະວ່າ ທາງວິຊາສະເພາະ ກໍຍັງບໍ່ເອົາຂໍ້ມູນມາໃຫ້ເທື່ອ ຢູ່ແຂວງຊື່ໆ ເຫດເກີດຢູ່ ຢູ່ບໍ່ເຕັນເນາະ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ປກສ ປະຈໍາດ່ານສາກົລບໍ່ເຕັນ ເພື່ອສອບຖາມຄວາມຄືບໜ້າເພີ່ມຕື່ມ ແຕ່ທ່ານ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ ເນື່ອງຈາກກໍາລັງຢູ່ໃນລະຫວ່າງການຫາລືແກ້ໄຂ ແລະຈະມີການຖແລງຂ່າວໃຫ້ຮູ້ ພາຍຫຼັງຈາກໄດ້ຂໍ້ສລຸບແລ້ວ.

ກ່ອນໜ້ານີ້ ກໍໄດ້ເກີດຂໍ້ຂັດແຍ້ງລະຫວ່າງ ໂຊເຟີ້ຂັບຣົຖບັນທຸກຄົນຈີນ ແລະໂຊເຟີ້ຂັບຣົຖບັນທຸກຄົນລາວຫຼາຍເຫດການ ເປັນຕົ້ນ ໃນວັນທີ່ 3 ມົກກະຣາ ທີ່ຜ່ານມານີ້ ເກີດເຫດຄົນຂັບຣົຖບັນທຸກສິນຄ້າຊາວລາວ ຕີກັນກັບຄົນຂັບຣົຖບັນທຸກຊາວຈີນ ຢູ່ບໍຣິເວນດ່ານສາກົລບໍ່ເຕັນ ຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຍ້ອນຄົນຂັບຣົຖຊາວລາວບໍ່ພໍໃຈ ທີ່ຖືກຄົນຈີນລັດຄິວ ເພື່ອຕໍ່ແຖວຜ່ານໄປຍັງໜ້າດ່ານສາກົລບໍ່ເຕັນ ຈຶ່ງເກີດປາກສຽງ ແລະ ຕີກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.