ເຣື້ອງທີ່ເກັບບັນທຶກໄວ້
2023-03-01
ມາຮອດປັດຈຸບັນ ຄອບຄົວຂອງທ້າວ ອາລຸນ ພົມມະລາດ ຫຼື ມີຊື່ຫຼິ້ນວ່າ “ຈ່ອຍ” ອາຍຸ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ທີ່ຖືກຈັບ ຢູ່ປະເທດມາເລເຊັຽ ຕັ້ງແຕ່ວັນທີ 8 ເດືອນ ມິຖຸນາ ປີ 2021 ຍັງບໍ່ທັນໄດ້ຮູ້ຂ່າວຄວາມຄືບໜ້າ ຂອງລາວເທື່ອ ວ່າເປັນຕາຍຮ້າຍດີ.
2023-02-27
LPN ຈັດງານສາຍຮູບເງົາສາຣະຄະດີ ເຣື່ອງ Ghost Fleet ແລະ ງານເສວະນາ ແລກປ່ຽນ ບົດຮຽນການແກ້ໄຂບັນຫາ ຄົນງານປະມົງທີ່ຖືກບັງຄັບ ເຮັດວຽກ ຢູ່ອິນໂດເນເຊັຽ ເຊິ່ງມີຄົນລາວຕົກຄ້າງ ຢູ່ເປັນຈຳນວນຫຼາຍ.
2023-02-23
ຂະບວນການ ຄົນຈີນ ປະກາດຫາເມັຽ ທາງສື່ສັງຄົມອອນລາຍນ໌ ກັບມາມີໃຫ້ເຫັນອີກແລ້ວ ໂດຍອ້າງວ່າຈະໃຫ້ເງິນເດືອນຂັ້ນຕໍ່າ 100 ລ້ານກີບຕໍ່ເດືອນ ເຊິ່ງແມ່ຍິງລາວຫຼາຍຄົນ ເຣີ່ມຕື່ນໂຕ ແລະມີຄວາມລະມັດລະວັງຫຼາຍຂຶ້ນ ເພາະຢ້ານຖືກຕົວະໄປຄ້າມະນຸສ.
2023-02-23
ພໍ່ແມ່ຂອງເດັກນ້ອຍ ທີ່ຖືກຂາຍຈາກ ສາມຫຼ່ຽມຄຳ ໄປເມືອງເມັຽວະດີ ປະເທດພະມ້າ ຕ້ອງການເດີນທາງ ໄປນະຄອນຫຼວງວຽງຈັນ ເພື່ອຮ້ອງຮຽນ ໃຫ້ທາງການລາວ ເລັ່ງຊອກຫາ ພ້ອມທັງໃຫ້ການຊ່ອຍເຫຼືອ ເດັກນ້ອຍເຫຼົ່ານັ້ນ ຢ່າງຮີບດ່ວນ.
2023-02-16
ເຈົ້າໜ້າທີ່ຕໍາຣວດ ສະເພາະກິຈ ທີ່ເຮັດວຽກກັບເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ຮັບຮູ້ເຖິງເຣື່ອງຂອງຊາວໜຸ່ມລາວ ໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແລະ ຖືກຂາຍຕໍ່ໄປກາສິໂນ ເມືອງເມັຽວະດີ ປະເທດພະມ້າແລ້ວ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ເຂົ້າໄປຊ່ວຍເຫຼືອໄດ້ເທື່ອ.
2023-02-15
ພໍ່ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຮຽກຮ້ອງຂໍຄວາມຊ່ອຍເຫຼືອ ຈາກທາງການ ຍ້ອນລູກ-ຫຼານ ຕົກເປັນເຫຍື່ອ ການຄ້າມະນຸສ ໄປກາສິໂນ ໂກໄຊ ເມືອງເມັຽວະດີ ປະເທດພະມ້າ ປະມານ 30 ປາຍຄົນ ແລະຍັງບໍ່ຮູ້ວ່າ ປັດຈຸບັນ ມີຊີວິດການເປັນຢູ່ແນວໃດ ເພາະຂາດການຕິດຕໍ່ຫຼາຍເດືອນແລ້ວ.
2023-02-09
ມາຮອດປັດຈຸບັນ ມີລູກ-ຫຼານລາວ ຈໍານວນ 100 ປາຍຄົນ ຕົກເປັນເຫຍື່ອການຄ້າມະນຸສ ແລະຍັງບໍ່ໄດ້ຮັບການຊ່ອຍເຫຼືອ ພາຍຫຼັງຖືກຕົວະໄປຂາຍ ຢູ່ກາຊິໂນ ແຫ່ງນຶ່ງ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໃກ້ໆກັບເມືອງແມ່ສອດ ແຂວງຕາກ ຂອງໄທຍ.
2023-01-12
ອົງການພັທນາສາກົລ ຂອງປະເທດສະຫະຣັຖອາເມຣິກາ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸດຜ່ອນ ຄວາມສ່ຽງຈາກການຄ້າມະນຸສ ໃນແຂວງຫຼວງນໍ້າທາ ແລະແຂວງອຸດົມໄຊ ມີໄລຍະເວລາ 2 ໂດຍຈຸດປະສົງເພື່ອນັບສນູນ ໃຫ້ຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ໃຫ້ມີຊີວິດທີ່ດີຂຶ້ນ.
2023-01-05
ເຊກອງເປັນແຂວງນຶ່ງ ທີ່ມີຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ເນື່ອງຈາກມີການລົງທຶນ ຂອງຕ່າງປະເທດຫຼາຍ ໃນແຂວງນີ້ ເພາະສະນັ້ນ ເພື່ອປ້ອງກັນ ແລະຊ່ອຍສະກັດກັ້ນ ການຄ້າມະນຸສ, ການສ້າງສື່ໂຄສະນາ ໃຫ້ຄວາມຮູ້ກັບຊາວໜຸ່ມ, ຍິງສາວ ກຸ່ມສຽ່ງ ຈຶ່ງເປັນເຣື່ອງ ທີ່ຈະຊ່ອຍປ້ອງກັນໄດ້ ໃນລະດັບນຶ່ງ.
2023-01-01
ຊາວລາວຫຼາຍຄົນ ຕ່າງກໍຈົ່ມ ເປັນສຽງດຽວກັນວ່າ ໄລຍະນີ້ ຕ້ອງ ໃຊ້ຈ່າຍຢ່າງ, ລາວຂາດດຸນການຄ້າ 45 ລ້ານໂດລ້າຣ໌ ເດືອນພຶສຈິກາ, ແມ່ຍິງບາງຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ຖືກບັງຄັບ ໃຫ້ຂາຍໂຕ ແລະ ຖືກກັກຂັງ ຢູ່ໃນຫ້ອງ ບໍ່ໄດ້ກິນເຂົ້າ.
2022-12-21
ແມ່ຍິງບາງຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕ້ອງຖືກບັງຄັບ ໃຫ້ຂາຍໂຕ ແລະ ບາງຄັ້ງ ກໍຖືກກັກຂັງ ຢູ່ໃນຫ້ອງ ບໍ່ໄດ້ກິນເຂົ້າ.
2022-12-17
ທ່ານ ຈ້າວເຫວີ່ຍ ປະທານ ຄະນະບໍຣິຫານ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ຖືກຕູ່ຫາວ່າ ມີສ່ວນພົວພັນ ກັບກຸ່ມນາຍທຶນຈີນສີເທົາ ທີ່ເຮັດທຸຣະກິຈມືດ ຢູ່ໃນປະເທດໄທຍ.
2022-12-16
ບັນຫາ ການຄ້າມະນຸສ ແລະ ການຊ່ອຍເຫລືອ ຜູ້ຖືກເຄາະຮ້າຍ ຈາກການຄ້າ ຊຶ່ງທີ່ຜ່ານມາ ເຈົ້າໜ້າທີ່ ສາມາດດຳເນີນຄະດີ ການຄ້າມະນຸສ ຢູ່ເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ໄດ້ 12 ກໍຣະນີ ແລະກັກໂຕ ຜູ້ຮ່ວມຂະບວນການ ຢ່າງໜ້ອຍ 27 ຄົນ.
2022-12-05
ສື່ມວນຊົນໄທຍ ເປີດເຜີຍ ປະທານ ສະພາບໍຣິຫານ ເຂດເສຖກິຈພິເສດສາມຫລ່ຽມຄຳ ມີສ່ວນກ່ຽວພັນ ກັບແກ້ງທຸຣະກິຈ ຜິດກົດໝາຽ ໃນໄທຍ ທີ່ຕຳຣວດໄທຍ ໄດ້ກວາດລ້າງ ແລະ ຂຍາຍຜົລ ການສືບສວນ-ສອບສວນ.
2022-11-21
ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ເປັນເຂດ ທີ່ມີອາຊຍາກັມ ຫຼາຍຢ່າງ ແລະຢູ່ພາຍໃຕ້ການຄອບຄຸມ ຂອງຈີນ, ເຈົ້າໜ້າທີ່ລາວ ບໍ່ສາມາດ ເຂົ້າໄປຍຸ້ງກ່ຽວໄດ້.