ຜູ້ປົກຄອງ ເຫຍື່ອຄ້າມະນຸສຂ້າມຊາດ ຢູ່ຫຼວງນ້ຳທາ ຮຽກຮ້ອງໃຫ້ທາງ ຊ່ວຍເຫຼືອ

ສຸພັດຕາ
2023.02.15
ຜູ້ປົກຄອງ ເຫຍື່ອຄ້າມະນຸສຂ້າມຊາດ ຢູ່ຫຼວງນ້ຳທາ ຮຽກຮ້ອງໃຫ້ທາງ ຊ່ວຍເຫຼືອ ເຫຍື່ອຖືກມັນຕິດເສົາ ແລ້ວໃຊ້ອຸປະກອນໄຟຟ້າຊັອດ (ຮູບຊ້າຍມື) ແລະ ຮ່ອງຮອຍຖືກທໍຣະມານ ດ້ວຍເຄື່ອງໄຟຟ້າ ເຮັດໃຫ້ເປັນບາດແຜ ຕາມຮ່າງກາຍ, ນີ້ຄືຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ຂ້າມຊາດ ທີ່ກາສິໂນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ.
ນັກຂ່າວ ພົລເມືອງ

ຊາວໜຸ່ມລາວ ຈາກແຂວງຫຼວງນໍ້າທາ ຜູ້ນຶ່ງ ທີ່ຖືກຕົວະໄປຂາຍ ຢູ່ກາຊິິໂນ ໂກໄຊ ເມືອງເມັຍວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລ້ວຖືກໃສ່ກະແຈມື ຕິດກັບເສົາ ແລະຖືກເອົາໄຟຟ້າຊ໊ອດນັ້ນ  ຕອນນີ້ຖືກປ່ອຍໂຕອອກແລ້ວ ພາຍຫຼັງທີ່ຄອບຄົວ ຂອງຜູ້ກ່ຽວ ໄດ້ຈ່າຍເງິນຄ່າໄຖ່ໂຕ 300,000 ບາທ ຫຼືປະມານ 150,300,000 ກີບ ເຊິ່ງປັດຈຸບັນ ຜູ້ກ່ຽວ ແມ່ນຖືກຄຸມຂັງຢູ່ຄຸກ ໃນເມືອງແມ່ສອດ ແຂວງຕາກ ຂອງໄທຍ ແລະລໍຖ້າສົ່ງໂຕ ກັບປະເທດລາວຢູ່, ອີງຕາມຂໍ້ມູນ ຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ ເວົ້າໃຫ້ວິທຍຸ ເອເຊັຽ ເສຣີຟັງ ໃນວັນທີ 15 ກຸມພາ 2023 ນີ້.

ໃນໄລຍະເດືອນກັນຍາ ປີ 2022 ທີ່ຜ່ານມາ ມີເດັກນ້ອຍວັຍໜຸ່ມ-ຍິງສາວ ອາຍຸລະຫວ່າງ 14-23 ປີ ຈໍານວນ 47 ຄົນ ຈາກເມືອງວຽງພູຄາ, ເມືອງນາແລ, ເມືອງສິງ, ເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກໄຊ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລະໃນຈໍານວນດັ່ງກ່າວນີ້ ຖືກປ່ອຍໂຕອອກມາແລ້ວ 10 ປາຍຄົນ ຍ້ອນການໄຖ່ໂຕຂອງຄອບຄົວ ແລະຍັງຕິດຄ້າງຢູ່ໃນກາສິໂນດັ່ງກ່າວ ອີກ 30 ປາຍຄົນ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ພໍ່ແມ່ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຈາກຫຼາຍບ້ານຫຼາຍເມືອງ ກໍໄດ້ມາເຕົ້າໂຮມກັນເພື່ອມາປຶກສາຫາລື ໃນການຮ້ອງຮຽນ ຂໍຄວາມຊ່ອຍເຫຼືອໃຫ້ພວກລູກ-ຫຼານ ທີ່ຍັງຕິດຄ້າງຢູ່ກາສິໂນ ໃນປະເທດພະມ້າ ຈາກນັ້ນ ຈຶ່ງໄດ້ຕິດຕໍ່ມາຍັງ ວິທຍຸເອເຊັຽເສຣີ ເພື່ອໃຫ້ຊ່ອຍຕິດຕາມຂ່າວຄາວ ຄືືບໜ້າຈາກທາງການລາວ ຍ້ອນວ່າໄດ້ລໍຖ້າຟັງຄໍາຕອບ ມາໄດ້ຫຼາຍເດືອນແລ້ວ, ເມື່ອຜູ້ເປັນພໍ່ແມ່ ໄດ້ເຫັນຄລິບວິດິໂອ ທີ່ລູກເຕົ້າຂອງຕົນຖືກທໍຣະມານ ຖືກໃສ່ກະແຈມື ຖືກທຸບຕີ ແລະຖືກເອົາໄຟຟ້າຊ໊ອດ ແບບນັ້ນແລ້ວ ກໍຍິ່ງເຮັດໃຫ້ຮ້ອນໃຈຢາກຊ່ອຍພວກລູກ ໃຫ້ກັບມາລາວໂດຍໄວ, ດັ່ງແມ່ຂອງເດັກນ້ອຍຍິງສາວ ຄົນນຶ່ງ ທີ່ຕົກເປັນເຫຍື່ອໃນຄັ້ງນີ້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ 2023 ວ່າ:

“ຢາກໃຫ້ຊ່ອຍເຫຼືອລູກຫັ້ນອອກມາໄວໆຫັ້ນນ່າ ຖືກຕີ ຖືອັນນັ້ນທຸກມື້ທຸກມື້ ດຽວນີ້ຫັ້ນນ່າ ຈັກວ່າຊິລອດບໍ່ລອດ ບໍ່ລອດບໍ່ ທາງກົມການໃຫຍ່ ຫຼາຍບ່ອນຫຼາຍທີ່ຫັ້ນນ່າ ເຮົາກະແລ່ນມາ 3 ເດືອນປາຍແລ້ວ ກໍບໍ່ມີຄືບໜ້າແມ່ນຫຍັງຫັ່ນນ່າ ຜ່ານມານ່າ ລູກກະຈັກວ່າຊິເປັນຈັ່ງໃດ ບໍ່ໄດ້ຕິດຕໍ່ກັນມາ 2 ເດືອນແລ້ວດຽວນີ້ ຂໍຄວາມຊ່ອຍເຫຼືອ ຂໍຮ້ອງທາງຣັຖບານ ທາງເຈົ້າໜ້າທີ່ຣັຖບານ ຫຼາຍປະເທດຫັ້ນນ່າ ຂໍໃຫ້ເອົາເດັກນ້ອຍນິ່ ອອກມາ ປະເທດລາວນີ້ ມັນເປັນເດັກນ້ອຍ 14-15 ປີ, 16 ປີ ມີລູກຜູ້ນຶ່ງຫັ້ນ 23 ປີ ມີແຕ່ຜູ້ນັ້ນແຫຼະໃຫຍ່ກ່ອນໝູ່ນ່າ.”

ພໍ່ ຂອງເດັກນ້ອຍຊາຍ ຄົນນຶ່ງ ທີ່ຍັງຕິດຄ້າງຢູ່ ກາສິໂນ ດັ່ງກ່າວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຫຼະພວກທາງພໍ່ແມ່ ກະສຸດຄວາມສາມາດການປຶກສາຫາຣືເນາະ ທາງເຈົ້າໜ້າທີ່ລາວ ເປັນຕົ້ນກໍຄື ທາງກົມໃຫຍ່ຕໍາຣວດ ຫຼືວ່າ ກະຊວງການຕ່າງປະເທດ ລະກະທາງສະຖານທູດ ລະເຮົາໄດ້ພົວພັນ ເຣີ້ມມາແຕ່ເດືອນ 9 (ປີ 2022​) ວັນທີ 10 ປາຍຂອງເດືອນ 9 ມາເຖິງປັດຈຸບັນ ມາເບິ່ງຄວາມຄືບໜ້າ ບໍ່ເຫັນກ້າວໄປຄືແນວໃດຫັ້ນນ່າ.”

ທ່ານກ່າວຕື່ມວ່າ ລູກ-ຫຼານ ຊາວແຂວງຫຼວງນໍ້າທາ ທີ່ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ ກາສິໂນ ເມືອງເມັຽວະດີ ປະເທດພະມ້ານັ້ນ ບາງສ່ວນ ກໍໄດ້ກັບມາລາວແລ້ວ ຍ້ອນພໍ່ແມ່ຂອງຂະເຈົ້າ ເສັຽເງິນໄຖ່ໂຕອອກມາ ສ່ວນທີ່ຍັງເຫຼືອ ກໍບໍ່ຮູ້ວ່າ ຈະມີຄວາມເປັນຢູ່ແນວໃດ:

“ຮອດປັດຈຸບັນນີ້ ແລ້ວແມ່ນ ພາກສ່ວນທີ່ວ່າໄດ້ອອກມາ ຕາມຈໍານວນ 10 ປາຍຄົນຫັ້ນນ່າ ອັນພວກທີ່ວ່າເຮັດວຽກບໍ່ໄດ້ ແລ້ວເຂົາກະໄດ້ສົ່ງອອກ ແລ້ວຮຽກຄ່າເສັຽຫາຍ ຂອງເຂົາຫັ້ນນ່າ ແບບອັນນ່າ ພາກສ່ວນໄປຂາຍເຂົາຫັ້ນນ່າ ມັນມີພວກຄ້າມະນຸສຫັ້ນນ່າ ພວກຈີນ ລະຮຽກຮ້ອງເອົາເງິນໂຕນັ້ນຄືນ ບາງຄົນກໍ 5 ໝື່ນປາຍ (ບາທ), ບາງຄົນກໍ 6 ໝື່ນ (ບາທ) ບາງຄົນກໍແສນ (ບາທ) ບາງຄົນກໍແສນປາຍ (ບາທ) ແບບນີ້ນ່າ ບາງຄົນ ກໍ 2 ແສນປາຍ (ບາທ) ແບບນີ້ນ່າ ລະຈໍານວນລູກພວກຂ້ອຍນີ້ ຈໍານວນ 30 ປາຍຄົນ ຍັງຄາຢູ່ຫັ້ນ ຫັ້ນນ່າ ສະນັ້ນ ລະກະພວກເຮົາກໍ ຂໍຄວາມຊ່ອຍເຫຼືອ ຈາກອັນນ່າ ຈາກທາງລູກທາງຫຼານ ທາງພຸ້ນຫັ້ນແຫຼະ ຂໍຄວາມຊ່ອຍເຫຼືອ ທາງພັກ ທາງຣັຖ ທາງຂັ້ນເທິງພີ້ແຫຼະ ແກ້ໄຂຄືແນວໃດຫັ້ນນ່າ ຊ່ວຍພໍ່ຊ່ວຍແມ່ ເພາະວ່າ ເຂົາທໍຣະມານຫຼາຍທີ່ສຸດ.”

ແມ່ຂອງເດັກນ້ອຍຍິງສາວ ຜູ້ທີ 2 ທີ່ຍັງຕິດຄ້າງ ຢູ່ກາສິໂນດັ່ງກ່າວ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ສາເຫດທີ່ລູກສາວ ຕັດສິນໃຈອອກຈາກບ້ານ ໄປເຮັດວຽກ ກະຍ້ອນຄອບຄົວທຸກຍາກຂາດເຂີນ ແຕ່ກະບໍ່ຄິດເລີຍ ວ່າຈະຖືກຕົວະໄປຮອດປະເທດພະມ້າ:

“ລູກສາວນີ້ ມີຄົນພາໄປເນ່ ມີຄົນພາໄປ ແລ້ວກໍໄປເຮັດວຽກຢູ່ທາງບໍ່ແກ້ວນີ້ແຫຼະ ຢູ່ທາງບໍ່ແກ້ວລະເກາະ ຢູ່ມາໜ້ອຍນຶ່ງລະກໍ ລູກສາວໂທມາຣາຍງານ ແລ້ວກໍວ່າ ເຂົາເຈົ້າເອົາເງິນໃຫ້ 5,000 ບາທ ລະກໍວ່າໄປທ່ຽວ ຢູ່ທາງພະມ້າ ວ່າຊັ້ນເນ່ ໄປເລີຍລະກະບໍ່ຊ່າງມາເລີຍ ໄປຕອນທໍາອິດຍັງຕິດຕໍ່ໄດ້ຢູ່ ແລ້ວດຽວນີ້ຕິດຕໍ່ບໍ່ໄດ້ເລີຍນ່າ ລູກສາວນີ້ໄປໄດ້ 5 ເດືອນປາຍແລ້ວໂອ່ ໄປເດືອນ 9 ປີ 2022 ລະກະບໍ່ຕິດຕໍ່ໄດ້ເລີຍນ່າ ຈົນຮອດດຽວນີ້ເລີຍນ່າ.”

ໃນຂະນະດຽວກັນ ແມ່ຂອງເດັກນ້ອຍຊາຍ ຜູ້ທີ່ 2 ທີ່ຍັງຕິດຄ້າງ ຢູ່ກາສິໂນ ໃນພະມ້ານັ້ນ  ກໍຢາກຂໍຄວາມເຫັນໃຈ ຈາກຣັຖບານ ໃຫ້ການຊ່ອຍເຫຼືອລູກ-ຫຼານ ຂອງພວກເຈົ້າ ໃຫ້ໄດ້ກັບມາຫາຄອບຄົວໂດຍໄວ:

“ເອີ່ເຮົາກໍ ຜູ້ເປັນແມ່ ອັນນ່າເຮົາກະຄວາມຮູ້ກໍບໍ່ມີເນາະ ຮຽນກໍບໍ່ສູງ ອີ່ຫຍັງກໍຢາກທາງຂັ້ນເທິງຫັ້ນແຫຼະ ຊ່ວຍເຫຼືອ ຊ່ວຍເຫຼືອປະຊາຊົນຕາດໍາໆແດ່ເດີ້ ອີ່ຕົນແດ່ເດີ້ ອີ່ຕົນລູກຂອງຜູ້ຂ້າແດ່ ລູກຂ້າພະເຈົ້ານີ້ ຕົກຢູ່ປະເທດພະມ້ານີ້ ແມ່ນຄັນເຮັດໄດ້ເດີ້ ກໍພົ້ນໄປ ຄັນເຮັດວຽກບໍ່ໄດ້ເດີ້ ກະຊິຖືກຕີ ຖືກຊ໊ອດ ຫັັ້ນນ່າ ຢາກຂໍຮ້ອງທາງຂັ້ນເທິງນີ້ລະ ທາງພັກທາງຣັຖນີ້ ໃຫ້ຊ່ອຍເຫຼືອແດ່ເດີ້.”

ກ່ຽວກັບເຣື່ອງທີ່ ມີເດັກນ້ອຍຊາວໜຸ່ມ-ຍິງສາວ ໃນແຂວງຫຼວງນໍ້າທາ ຫຼາຍສິບຄົນ ຖືກຕົວະໄປຂາຍຕໍ່ ເພື່ອເຮັດວຽກຕອບແຊັດ ຢູ່ກາສິໂນ ໃນປະເທດພະມ້າ ນັ້ນ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນທ່ານນຶ່ງ ແຂວງຫຼວງນໍ້າທາ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ 2023 ວ່າ:

“ເຈົ້າ ມີໆ ມີຢູ່ ມີຄວາມຈິງອັນນີ້ນ່າ ຕາມພໍ່ເພິ່ນເວົ້ານີ້ ຖືວ່າເຂົາໄປຫຼາຍຄົນຢູ່ ແຕ່ຫາກແມ່ນຄົນຕ່າງບ້ານ ບ້ານອື່ນແດ່ ລະກະເມືອງອື່ນແດ່ ລະກໍລູກ ບ້ານເຮົາຫັ້ນມີຜູ້ນຶ່ງ ອາຍຸ 10 ປາຍປີຫັ້ນນ່າ ການຕົວະຍົວະ ໃຫ້ເຂົາໄປຫັ້ນນະ ທັສນະກະວ່າ ຈິໄປເຮັດວຽກຢູ່ອັນນ່າ ກະຊິໂນຕົ້ນເຜິ້ງຫັ້ນ ສຸດທ້າຍກະຖືກ ເຂົາຕົວະຫຼອກລວງ ຖືວ່າໄດ້ຂ້າມແດນ ໄປທາງຝາກໄທຍ ຝາກພະມ້າພຸ້ນ ມີຢູ່ໂຕນັ້ນ ແຕ່ວ່າພວກເຮົາທາງພີ້ກະໄດ້ຂຸດຄົ້ນຫຼາຍ ເຣື່ອງບັນຫາໂຕນັ້ນນ່າ ໄດ້ເວົ້າກັນຢູ່ຫຼາຍຫຼົບຫຼາຍຕ່າວຢູ່ ໃນການຄ້າມະນຸສຫັ້ນນ່າ ມີໆຄວາມຈິງອັນນີ້ນ່າ ຖືວ່າຈິດໃຈ ຢາກຂໍໃຫ້ທາງເອເຊັຽເສຣີ ເພິ່ນຊ່ວຍແກ້ໄຂໃຫ້ເຂົາເຈົ້າແດ່ ເພາະວ່າເຂົາກະມີຄວາມຫຍຸ້ງຍາກເງິນຫຼາຍ ເຂົາກະເປັນຫ່ວງກັບລູກຕົນເອງຫັ້ນ ຫຼາຍຫຼົບຫຼາຍຕ່າວຢູ່ ທ້າວນັ້ນນ່າ.”

ໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ໂທໄປຍັງ ກົມກົງສຸນ ກະຊວງການຕ່າງປະເທດ ຫຼາຍຄັ້ງ ເພື່ອສອບຖາມ ກ່ຽວກັບເຣື່ອງດັ່ງກ່າວ ປະກົດວ່າ ໂທໄປຕິດສຽງດັງ ແຕ່ບໍ່ມີຜູ້ໃດຮັບສາຍ.

ຫຼັງຈາກນັ້ນ ເອເຊັຽເສຣີ ຈຶ່ງໄດ້ໂທໄປຍັງ ສະຖານທູດລາວ ປະຈໍາປະເທດພະມ້າ ເຊິ່ງເຈົ້າໜ້າທີ່ ສະຖານທູດທ່ານນຶ່ງ ກໍກ່າວ ກ່ຽວກັບເຣື່ອງນີ້ວ່າ:

“ໂຕນີ້ ສະຖານທູດພວກເຮົາ ກະເປັນຫ່ວງຄືກັນເນາະ ອັນນີ້ກະແມ່ນຄົນລາວເຮົາ ເຮົາກະຕ້ອງປົກປ້ອງສິດຂະເຈົ້າຫັ້ນນ່າ ກະພຍາຍາມຕິດຕໍ່ ຫາເຈົ້າໜ້າທີ່ຂະເຈົ້າເນາະ ເພື່ອຊ່ອຍເຫຼືອຫັ້ນແຫຼະ ພວກເຮົາປະສານຫາ ກະຊວງການຕ່າງປະເທດມ້ຽນມ້າ (ພະມ້າ) ໃຫ້ຂະເຈົ້າປະສານຫາເຈົ້າໜ້າທີ່ກ່ຽວຂ້ອງ ພວກເຮົາເຂົ້າບໍ່ເຖິງ ເຂົ້າບໍ່ໄດ້ ເປັນເຂດອັນທີ່ ຍັງມີການຕໍ່ສູ້ກັນ ຂອງຊົນເຜົ່າກຸ່ມນ້ອຍຂອງຂະເຈົ້າ ເປັນເຂດຕໍ່ສູ້ກັນ ລະຫວ່າງຣັຖກະຢິ່ນເດ້.”

ສ່ວນກໍານົດເວລາ ໃນການດໍາເນີນການຕ່າງໆນັ້ນ ເຈົ້າໜ້າທີ່ສະຖານທູດ ທ່ານດຽວກັນນີ້ ກໍກ່າວວ່າ:

“ໂຕນີ້ ເຮົາບໍ່ສາມາດຊິໃຫ້ ກໍານົດໄດ້ເນາະ ອັນນີ້ເນາະ ມີແຕ່ວ່າເຮົາກະເຂົ້າໄປບໍ່ໄດ້ເດ້ ເຂົ້າໄປບໍ່ໄດ້ ກະມີແຕ່ໃຫ້ເຈົ້າໜ້າທີ່ ຫັ້ນເຂົ້າໄປ ຜູ້ທີ່ຢູ່ໃນທ້ອງຖິ່ນຫັ້ນແຫຼະ ສ່ວນຫຼາຍເຂົາກະຕອບມາວ່າ ບໍ່ມີຂໍ້ມູນເຂົ້າເມືອງ ບໍ່ມີ Passport ຫັ້ນນ່າ ຍາກ ມັນຍາກໂຕນີ້ ບັນຫາມັນຫັ້ນນ່າ ກະເຫັນໃຈຂະເຈົ້າຢູ່ ພຍາຍາມຊ່ວຍຢູ່ເນາະ ພຍາຍາມຊ່ວຍສຸດຂີດ ແຕ່ວ່າມັນກະ ກະບໍ່ງ່າຍ.”

ທ່ານຍັງກ່າວມ້ວນທ້າຍວ່າ ບໍ່ແມ່ນແຕ່ສະເພາະ ເດັກນ້ອຍຈາກຫຼວງຫຼວງນໍ້າທາ ເທົ່ານັ້ນ ທີ່ຕິດຄ້າງ ຢູ່ເມືອງເມັຽວະດີ ປະເທດພະມ້າ ຍັງມີຄົນລາວຈາກແຂວງອື່ນ ປະມານ 100 ຄົນ ແລະມີຄົນຊາຕອື່ນນໍາດ້ວຍ ທີ່ຍັງຕິດຄ້າງຢູ່ທີ່ນັ້ນ ສະນັ້ນ ທາງເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດພະມ້າ ກໍຢາກຝາກເຕືອນຄົນລາວ ຜູ້ທີ່ຄິດວ່າ ຈະມາເຮັດວຽກ ໃນປະເທດພະມ້າ ຫຼືຕ່າງໆປະເທດອື່ນໆກໍຕາມ ຄວນຈະໄປໃຫ້ຖືກຕ້ອງຕາມກົດໝາຍ ເພື່ອປ້ອງກັນບັນຫາອື່ນໆ ທີ່ຈະຕາມມາ:

“ໄປຕ່າງປະເທດ ກະໃຫ້ໄປໃຫ້ຖືກົດໝາຍເນາະ ມີ Passport ເນາະ ໄປເຂົ້າເມືອງ ເຮັດໃຫ້ມັນຖືກ ໄປແບບນີ້ ຄັນຕົວະ ຂ້າມໄປຕ່າງປະເທດຫັ້ນນ່າ ຄັນບໍ່ມີໜັງສືຜ່ານແດນ ລະບໍ່ຈໍາເປັນ ກະຢ່າອອກ ບໍ່ຢາກໃຫ້ອອກຫັ້ນແຫຼະ ບອກພ່ແມ່ ພໍ່ແມ່ຂອງເດັກນ້ອຍຫັ້ນແຫຼະ ເຮົາກະໄດ້ລົມກັບແຂວງບໍ່ແກ້ວ ແຂວງຫຼວງນໍ້າທາ.”

ກ່ຽວກັບກໍຣະນີ ເດັກນ້ອຍລາວ ຈາກແຂວງຫຼວງນໍ້າທາ ຖືກຕົວະໄປຂາຍຕໍ່ ຢູ່ກາສິໂນ ໂກໄຊ ປະເທດພະມ້າ ເທື່ອນີ້ ທາງພໍ່ແມ່ ກໍຂໍຮຽກຮ້ອງໃຫ້ຣັຖບານລາວ ແລະ ຣັຖບານ ປະເທດພະມ້າ ຈະແກ້ໄຂ ບໍ່ໃຫ້ມີການທຸບຕີທໍຣະມານ ພ້ອມຊ່ອຍເຫຼືອພວກເດັກນ້ອຍ ທີ່ຮູ້ເທົ່າບໍ່ເຖິງການນີ້ໂດຍໄວ ເພື່ອໃຫ້ກັບມາຫາຄອບຄົວ ດ້ວຍຄວາມປອດພັຍດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.