ເຈົ້າໜ້າທີ່ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້

ສຸພັດຕາ
2023.02.16
ເຈົ້າໜ້າທີ່ຮູ້ວ່າ ມີຄົນລາວຖືກຂາຍໄປກາສິໂນ ປະເທດພະມ້າ ແຕ່ເຮັດຫຍັງບໍ່ໄດ້ ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 4 ຕຸລາ ປີ 2022.
RFA

ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດສະເພາະກິຈ ທີ່ເຮັດວຽກກັບເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ຮັບຮູ້ເຖິງເຣື່ອງຣາວ ຂອງຊາວໜຸ່ມລາວ ໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແລະກາສິໂນ ຢູ່ເມືອງເມັຽວະດີ ປະເທດພະມ້າແລ້ວ ເນື່ອງຈາກ ມີໂທຣະສັບຈາກແຫຼ່ງຂ່າວ ຂອງທາງການລາວ ໂທມາເລົ່າໃຫ້ຟັງ.

ນອກຈາກນີ້ ຍັງບໍ່ມີເອກກະສານ ຈາກພໍ່ແມ່ຜູ້ປົກຄອງ, ພາກຣັຖ ຫຼືຈາກທາງການຕ່າງປະເທດ ຢ່າງເປັນທາງການ ໃຫ້ເຂົ້າໄປກວດສອບບໍຣິສັດ ພາຍໃນກາສິໂນ ຄິງສ໌ໂຣມັນສ໌ ທີ່ສົ່ງຊາວໜຸ່ມລາວ ໄປຂາຍຢູ່ປະເທດພະມ້າເທື່ອ ຈຶ່ງເຮັດໃຫ້ໜ້າທີ່ຕໍາຣວດສະເພາະກິຈ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ບໍ່ສາມາດເຂົ້າໄປກວດສອບໄດ້ ແຕ່ຖ້າມີເອກະສານທາງການສົ່ງມາຄັກແນ່ ກໍຈະສາມາດເຂົ້າຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ແລະເຂົ້າກວດສອບບໍຣິສັດໄດ້, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ໜ້າທີ່ຕໍາຣວດສະເພາະກິຈ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:

“ທາງໂທຣະສັບກໍຫາກມີຢູ່ ວ່າດຽວນີ້ ຢູ່ຫຼວງນໍ້າທານີ້ ມີຊາວໜຸ່ມຈໍານວນນຶ່ງ ຖືກຕົວະໄປ ເຮັດວຽກຢູ່ພະມ້າ ດຽວນີ້ຕິດຕໍ່ບໍ່ໄດ້ ຫຼືອີ່ຫຍັງຕ່າງໆກໍມີ ແຕ່ວ່າ ຍັງບໍ່ທັນມີເປັນຣາຍລັກອັກສອນ ຈາກການຈັດຕັ້ງບໍ ຫຼືວ່າ ຜູ້ປົກຄອງ ຫຼືວ່າ ທາງການການທູດເນາະ ແມ່ນໆໆ ຄັນມາໂຕກາສິໂນ ຢູ່ລາວ ເຮົານີ້ ເຮົາສາມາດຊ່ອຍເຫຼືອໄດ້ ແຕ່່ວ່າ ປະເທດພະມ້ານີ້ ຕາມທາງການ ລະມັນກະໄປບໍ່ໄດ້ຫັ້ນແຫຼະ ເຮົາຕ້ອງສເນີໄປຕາມ ສາຍຂອງລະຫວ່າງປະເທດ.”

ທ່ານກ່າວຕື່ມວ່າ ບໍ່ສາມາດຕອບໄດ້ວ່າ ຊາວໜຸ່ມລາວ ທີ່ມາເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແລ້ວຖືກຂາຍຕໍ່ໄປກາສິໂນ ຢູ່ເມືອງເມັຽວະດີ ປະເທດພະມ້າ ແມ່ນເຂົ້າຂ່າຍເຫຍື່ອຄ້າມະນຸສຫຼືບໍ່ ເນື່ອງຈາກ ບໍ່ເຄີຍໄດ້ທໍາການສັມພາດຜູ້ກ່ຽວ ຂະນະທີ່ ສະພາບໂຕຈິງ ຈໍານວນນຶ່ງ ກໍຖືກຕົວະຍົວະມາເຮັດວຽກ ທີ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວແທ້ ແຕ່ອີກຈໍານວນນຶ່ງ ກໍມາເຮັດວຽກດ້ວຍຄວາມສມັກໃຈ.

ດ້ານເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກ່າວວ່າ ທີ່ຜ່ານມາ ທາງຄະນະກັມມະການ ຕ້ານຄ້າມະນຸສ ແຂວງຫຼວງນໍ້າທາ ກໍໄດ້ຕິດຕໍ່ຫາຄະນະກັມມະການ ຕ້ານການຄ້າມະນຸສ ແຂວງບໍ່ແກ້ວ ເພື່ອເລົ່າເຖິງສະຖານະການການຄ້າມະນຸສ ພາຍໃນແຂວງຫຼວງນໍ້າທາ ແລະໄດ້ມີວິທີການຊ່ອຍເຫຼືອຊາວໜຸ່ມລາວ ທີ່ຍັງລໍຖ້າການຊ່ອຍເຫຼືອ ຢູ່ກາສິໂນ ໃນເມືອງເມັຽວະດີ ປະເທດພະມ້າ ດ້ວຍການສົ່ງເອກກະສານຄໍາຮ້ອງຮຽນ ຂອງພໍ່ແມ່ຜູ້ປົກຄອງທັງໝົດ ໄປຍັງກະຊວງປ້ອງກັນຄວາມສງົບແຫ່ງຊາຕ ເຊິ່ງເປັນຄໍາຮ້ອງຂໍໃຫ້ທາງການລາວ ຊ່ອຍເຫຼືອລູກ-ຫຼານເຂົາເຈົ້າກັບບ້ານ ຍ້ອນຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແລ້ວຖືກຂາຍຕໍ່ ໄປຍັງກາສິໂນ ຢູ່ເມືອງເມັຽວະດີ.

ອີກທັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກໍໄດ້ລົງໂຄສະນາ ກ່ຽວກັບເຣື່ອງການເຄື່ອນຍ້າຍແຮງງານຢ່າງຕໍ່ເນື່ອງ ໃນທຸກເມືອງແລ້ວ ເພື່ອບໍ່ໃຫ້ປະຊາຊົນພາຍໃນແຂວງ ມີຄວາມສ່ຽງ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ວ່າເຂົາເຈົ້າໄປຍ້ອນວ່າ ຍ້ອນມີໝູ່ຄູ່ຮູ້ຈັກກັນນ່າ ເຂົາເຈົ້າຊວນກັນໄປຊື່ໆ ອັນເວົ້າເຣື່ອງຖືກຕົວະຫັ້ນ ເຮົາຍັງບໍ່ທັນຮູ້ຣາຍລະອຽດເດີ້ ຫຼວງນໍ້າທາພວກເຮົາ ສົ່ງໄປໃຫ້ກົມການຕ້ານຄ້າມະນຸສນ່າ ເຣື່ອງການສະກັດກັ້ນ ດຽວນີ້ພວກເຮົາ ລົງໂຄສະນາຫັ້ນນ່າ ເວົ້າເຣື່ອງການເຄື່ອນຍ້າຍແຮງງານ ໂດຍບໍ່ຖືກຕ້ອງຫັ້ນນ່າ ມັນມີຄວາມສ່ຽງເຣື່ອງການຄ້າມະນຸສຊື່ໆ ເຮົາກໍບໍ່ເຂົ້າໃຈວ່າ ເປັນຄ້າມະນຸສບໍ່ ຫຼືເປັນແນວໃດ ລູກ-ຫຼານເຂົາເຈົ້າ ອອກຈາກບ້ານໄປດົນແລ້ວ ລະບໍ່ກັບມາ.”

ທ່ານກ່າວຕື່ມວ່າ ສໍາລັບການດໍາເນີນການກວດສອບ ບໍຣິສັດທີ່ຄ້າມະນຸສ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ນັ້ນ ແມ່ນບໍ່ໄດ້ເປັນພາຣະບົດບາດ ຂອງເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ຂຶ້ນຢູ່ກັບທິດຊີ້ນໍາຂອງຂັ້ນເທິງ.
ຄວາມຄືບໜ້າຫຼ້າສຸດ ແມ່ນສະຖານທູດລາວ ປະຈໍາປະເທດພະມ້າ ໄດ້ສົ່ງຂໍ້ມູນຊາວໜຸ່ມລາວ ທີ່ຖືກຕົວະມາເຮັດວຽກ ຢູ່ກາສິໂນ ໃນເມືອງເມັຽວະດີ ຈໍານວນທັງໝົດ ໄປຍັງກະຊວງການຕ່າງປະເທດ ປະຈໍາປະເທດລາວ ເພື່ອກວດສອບທີ່ຢູ່ອາສັຍພາຍໃນເມືອງເມັຽວະດີ ແຕ່ກໍບໍ່ພົບຂໍ້ມູນການເຂົ້າ-ອອກ ເມືອງເມັຽວະດີ ແຕ່ຢ່າງໃດ ຈຶ່ງຄາດວ່າ ຊາວໜຸ່ມລາວຈໍານວນທັງໝົດ ເຂົ້າປະເທດພະມ້າ ແບບຜິດກົດໝາຍ ເຮັດໃຫ້ບໍ່ສາມາດຕາມໂຕໄດ້.

ທາງກະຊວງການຕ່າງປະເທດ ປະຈໍາປະເທດລາວ ຈຶ່ງໄດ້ໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ປະຈໍາເມືອງເມັຽວະດີ ຊອກຫາໂຕຊາວໜຸ່ມລາວຕື່ມ ແລະຈົນມາຮອດປັດຈຸບັນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຝ່າຍປະເທດລາວ ກໍຍັງບໍ່ຮູ້ວ່າ ບ່ອນກາສິໂນ ທີ່ຊາວໜຸ່ມລາວຖືກຕົວະໄປເຮັດວຽກນັ້ນ ແມ່ນບ່ອນໃດ ຮູ້ພຽງແຕ່ວ່າ ຢູ່ພາຍໃນເມືອງເມັຽວະດີ ທີ່ເປັນພື້ນທີ່ຍິງກັນ,

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກພົວພັນກັບຄົນລາວ ຢູ່ຕ່າງປະເທດ ປະຈໍາປະເທດພະມ້າ ທີ່ບໍ່ປະສົງອອກຊື່ ສຽງ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ມັນເຂົ້າເມືອງຜິດກົດໝາຍ ແລ້ວເຂົາເຈົ້າໄປກວດເບິ່ງ ຕາມຂໍ້ມູນການເຂົ້າເມືອງເຂົາຫັ້ນ ເຂົາແລ້ວບໍ່ເຫັນ ແລ້ວດຽວນີ້ ເຂົາເຈົ້າໃຫ້ເຈົ້າໜ້າທີ່ທ້ອງຖິ່ນຫັ້ນ ຊອກຄົ້ນຕື່ມອີກເນາະ ພວກອ້າຍຍັງກໍາບໍ່ໄດ້ຊໍ້ານ່າ ມັນຢູ່ແຖວໃດ ເຂົາເຈົ້າຍັງຊອກຢູ່ເນາະ ເພາະວ່າຢູ່ເຂດເຂົາເຈົ້າຕໍ່ສູ້ກັນນ່າ ເຂົາເຈົ້າມີການຍິງກັນຫັ້ນນ່າ.”

ທ່ານກ່າວຕື່ມວ່າ ທາງສະຖານທູດລາວ ປະຈໍາປະເທດພະມ້າ ຢືນຢັນວ່າ ນາຍໜ້າ ຢູ່ເມືອງເມັຽວະດີ ປະເທດພະມ້າ ໄດ້ມີການສົ່ງລູກ-ຫຼານຊາວລາວ ທີ່ເຄີຍເຮັດວຽກຢູ່ ກາສິໂນ ໃນເມືອງເມັຽວະດີ ກັບປະເທດລາວແລ້ວ ໂດຍຜ່ານທາງການໄທຍ ເມືອງແມ່ສອດ ແຂວງຕາກ ເປັນຈໍານວນຈັກຄົນ ບໍ່ມີຣາຍລະອຽດ ໂດຍພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍ ເປັນຄົນໄຖ່ໂຕລູກຂອງພວກເຂົາເຈົ້າເອງ ຄືໂອນເງິນໄປຍັງບັນຊີ ຂອງກຸ່ມຄ້າມະນຸສ ຢູ່ເມືອງເມັຽວະດີ ປະເທດພະມ້າ ເຊິ່ງຂະບວນການສົ່ງລູກ-ຫຼານລາວ ກັບປະເທດລາວ ທາງສະຖານທູດລາວ ປະຈໍາປະເທດພະມ້າ ບໍ່ໄດ້ຮັບຮູ້ເຣື່ອງດັ່ງກ່າວ ແຕ່ຢ່າງໃດ.
ເຖິງຢ່າງໃດກໍຕາມ ຫາກພໍ່ແມ່ຜູ້ປົກຄອງ ມີລູກ-ຫຼານ ຖືກຂາຍຕໍ່ ໄປປະເທດພະມ້າ ກໍສາມາດຮ້ອງຮຽນ ຂຽນຊື່-ນາມສະກຸນຂອງຜູ້ກ່ຽວ ບ່ອນຢູ່, ຕຶກ, ເບີຕິດຕໍ່, ໝາຍເລຂຫ້ອງ ມາຍັງ ປກສ ແຂວງບໍ່ແກ້ວ ຫຼື ປກສ ຕາມແຂວງ ຖິ່ນກໍາເນີດ ຕາມປຶ້ມສັມມະໂນຄົວໄດ້ ສ່ວນວ່າຜູ້ໃດ ກໍາລັງຕັດສິນໃຈຈະມາເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ກໍໃຫ້ຄິດຢ່າງດີກ່ອນ ເນື່ອງຈາກມັນມີທັງບໍຣິສັດດີ ແລະບໍ່ດີ, ອີງຕາມຂໍ້ມູນ ຈາກຫ້ອງການ ປກສ ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ.

ນອກຈາກນີ້ ທັງຫ້ອງການສະຫະພັນແມ່ຍິງ ເມືອງຫຼວງນ້ໍາທາ ແຂວງຫຼວງນໍ້າທາ, ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ແລະ ປກສ ແຂວງຫຼວງນໍ້າທາ ກໍບໍ່ໄດ້ຮັບການປະສານງານ ຈາກທາງການລາວ ຫຼືທາງການໄທຍ ເຣື່ອງການສົ່ງໂຕຊາວໜຸ່ມລາວ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈາກກາສິໂນ ເມືອງເມັຽວະດີ ປະເທດພະມ້າ ກັບຖິ່ນກໍາເນີດແຕ່ຢ່າງໃດ, ອີງຕາມຂໍ້ມູນຈາກຫ້ອງການດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.