ເສວະນາ ສະທ້ອນບັນຫາ ຄົນງານປະມົງ ເຫຍື່ອຄ້າມະນຸສ ຢູ່ອິນໂດເນເຊັຽ

ພອນ ພູມມີທອນ
2023.02.27
ເສວະນາ ສະທ້ອນບັນຫາ ຄົນງານປະມົງ ເຫຍື່ອຄ້າມະນຸສ ຢູ່ອິນໂດເນເຊັຽ ການຈັດເສວະນາ ແລກປ່ຽນບົດຮຽນ ກ່ຽວກັບການແກ້ໄຂບັນຫາ ຄົນງານປະມົງ ທີ່ຖືກບັງຄັບເຮັດວຽກ ຢູ່ໃນປະເທດອິນໂດເນເຊັຽ ແລະ ບັນດາປະເທດພາກພື້ນ ຢູ່ TK Park ສູນການຄ້າ Central World ບາງກອກ, ປະເທດໄທຍ.
RFA

ໃນວັນທີ 26 ກຸມພາ 2023 ທີ່ຜ່ານມານີ້, ມູລນິທິ ເຄືອຂ່າຍສົ່ງເສີມ ຄຸນນະພາບຊີວິຕຄົນງານ (Labour Protection Network ຫຼື LPN) ຮ່ວມກັບ ສະຖາບັນ ອຸທະຍານການຮຽນຮູ້ TK Park ປະເທດໄທຍ ຈັດງານສາຍຮູບເງົາ ຫຼື ພາ​ພ​ຍົນສາຣະຄະດີ ເຣື່ອງ Ghost Fleet ຫຼື ເຮືອຜີ ຢູ່ TK Park ສູນການຄ້າ Central World ນະຄອນຫຼວງບາງກອກ, ປະເທດໄທຍ. ຮູບເງົາເຣື່ອງນີ້ ມີເນື້ອໃນກ່ຽວກັບ ການຊ່ອຍເຫຼືອ ຄົນງານປະມົງ ຊາວໄທຍ, ພະມ້າ, ກັມພູຊາ ແລະ ລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ປະເທດອິນໂດເນເຊັຽ ໃຫ້ກັບຄືນປະເທດ ຂອງເຂົາເຈົ້າ.

ພາຍຫຼັງການສາຍຮູບເງົາແລ້ວ, ມີການເສວະນາ ແລກປ່ຽນບົດຮຽນ ກ່ຽວກັບການແກ້ໄຂບັນຫາ ຄົນງານປະມົງ ທີ່ຖືກບັງຄັບເຮັດວຽກ ຢູ່ໃນປະເທດອິນໂດເນເຊັຽ ແລະ ບັນດາປະເທດພາກພື້ນ ປະກອບມີ ໂຕແທນຄົນງານໄທຍ ທີ່ຕົກເປັນເຫຍື່ອ ແລະ ຖືກຊ່ອຍເຫຼືອ, ຜູ້ຕາງໜ້າມູລນິທິ LPN, ຜູ້ຕາງໜ້າ ສະມາຄົມ ຜູ້ປະກອບການ ປະມົງໄທຍ ແລະ ຜູ້ຕາງໜ້າ ອົງການສິ້ງຊອມສິດທິມະນຸສ (Human Right Watch) ປະຈຳພາກພື້ນເອເຊັຽ-ປາຊິຟິກ.

ກ່ຽວກັບກໍຣະນີ ການຊ່ອຍເຫຼືອຄົນງານ ປະມົງລາວ ຢູ່ອິນໂດເນເຊັຽ, ຍານາງ ປະຕິມາ ຕັ້ງປຣັດຊະຍາກູນ, ຜູ້ຮ່ວມກໍ່ຕັ້ງ ມູລນິທິ LPN ເຊິ່ງເປັນຜູ້ນຳການສຳຣວດ ຊອກຫາ ບັນດາຄົນງານປະມົງ ແລະ ຊ່ອຍພວກເຂົາເຈົ້າກັບຄືນບ້ານ ເວົ້າວ່າ ການຊ່ອຍເຫຼືອຄົນງານລາວ ແມ່ນມີຄວາມຍາກລຳບາກຫຼາຍກວ່າຄົນງານປະເທດອື່ນ ຍ້ອນວ່າທາງການກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອ ດ້ານການອອກເອກະສານ ລ່າຊ້າ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 26 ກຸມພາ 2023 ທີ່ຜ່ານມາວ່າ:

“ແຮງງານລາວ ທີ່ເຮົາເຄີຍຊ່ອຍມາ ກໍ່ຈະຢູ່ໃນອິນໂດເນເຊັຽນໍ ຕອນທີ່ເຮົາຊ່ວຍນີ້ ແມ່ນມີຄວາມຍາກ ເພາະວ່າ ຖືກພາໄປດົນ ແລ້ວເອກະສານບັດປະຈຳໂຕຂອງເຂົາເຈົ້າ ມັນກໍ່ກວ່າຈະສືບຊາບກັນໄດ້ ກວ່າຈະໄດ້ກັບ ບາງເທື່ອມັນຕ້ອງໃຊ້ເວລາດົນ ຫຼາຍກວ່າຊາຕອື່ນໆ ຍ້ອນປະເທດຕົ້ນທາງອາຈບໍ່ໄດ້ຖືວ່າ ເປັນວຽກງານສຳຄັນປານໃດ ກໍ່ອາຈຍາກໜ້ອຍນຶ່ງ.”

ຍານາງ ປະຕິມາ ກ່າວຕື່ມວ່າ ສຳລັບກໍຣະນີການຊ່ອຍເຫຼືອ ຄົນງານລາວ ທີ່ຍານາງຈື່ຈຳໄດ້ດີ ແມ່ນກໍຣະນີຢູ່ເກາະຕວນ ປະເທດອິນໂດເນເຊັຽ.

ດັ່ງທີ່ທ່ານກ່າວຕື່ມວ່າ:

“ກໍຣະນີຄົນລາວ ມີນ້ອງຄົນນຶ່ງຕິດຢູ່ທີ່ເກາະຕວນນີ້ແຫຼະ ທຳອິດເຂົ້າໃຈວ່າເປັນຄົນໄທຍ ລາວກໍ່ພະຍາຍາມທີ່ຈະຫາຫຼັກຖານ ເຊິ່ງຄວາມຈິງແລ້ວ ລາວບໍ່ແມ່ນຄົນໄທຍ ສຳລັບຄົນລາວນີ້ໃຊ້ເວລາດົນຫຼາຍ ຈົນຕ້ອງໃຊ້ວິທີພິເສດ ກໍ່ຄືກັບມາແບບຄົນໄຮ້ສັນຊາຕກ່ອນ ແຕ່ຄວາມຈິງແລ້ວເພິ່ນເປັນຄົນລາວ.”

ຍານາງກ່າວຕໍ່ວ່າ ບັນດາຄົນງານ ທີ່ຕົກເປັນເຫຍື່ອການຄ້າມະນຸສນີ້ ແມ່ນຖືກຕົວະຍົວະວ່າ ຈະມາເຮັດງານປະມົງພື້ນບ້ານ ຢ່າງງ່າຍ ບໍ່ໄດ້ເຮັດວຽກໜັກ ແຕ່ພໍເດີນທາງມາແທ້ ພັດກັບຖືກບັງຄັບໃຊ້ແຮງງານໜັກ ແລະ ບໍ່ໄດ້ຄ່າຈ້າງ ແລະ ສວັດດີການຢ່າງທີ່ຄວນຈະໄດ້ຮັບເລີຍ ແມ່ນແຕ່ໜ້ອຍ ຊ້ຳພັດຍັງຖືກກັກຂັງຢູ່ໃນເຮືອ ຫາກຄົນງານຫຼົບໜີ ແລ້ວຕາມຈັບໄດ້ ກໍ່ຈະຖືກຂັງໄວ້ໃນຄຸກຂອງບໍຣິສັດປະມົງ ມີຄົນງານຫຼາຍຄົນເສັຍຊີວິດຢູ່ຫັ້ນ ສ່ວນອີກຫຼາຍຄົນ ສາມາດຫຼົບໜີມາລີ້ຊ່ອນ ຢູ່ຕາມເກາະດອນຕ່າງໆ ໂດຍການຊ່ອຍເຫຼືອຈາກຄົນທ້ອງຖິ່ນ ບາງຄົນກໍ່ໄດ້ສ້າງຄອບຄົວນຳຄົນທ້ອງຖິ່ນດ້ວຍ.

ທາງດ້ານ ທ່ານ ສາມາດ ເສນາສຸ ອະດີດຄົນງານປະມົງໄທຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ເກາະອຳບົນ ປະເທດອິນໂດເນເຊັຽ. ທ່ານໄດ້ຮັບການຊ່ອຍເຫຼືອ ຈາກທ່ານ ຫຼັ່ງ ອະດີດຄົນງານປະມົງລາວ ທີ່ລີ້ຊ້ອນຢູ່ໃນອິນໂດເນເຊັຽມາຫຼາຍກວ່າ 10 ປີ. ທ່ານ ຫຼັ່ງ ເປັນຜູ້ປະສານງານກັບມູລນິທິ LPN ຢູ່ໃນພື້ນທີ່ເກາະອຳບົນ ເພື່ອຊ່ອຍເຫຼືອຄົນງານກັບຄືນບ້ານ ໂດຍບໍ່ໄຈ້ແຍກວ່າ ເປັນຄົນປະເທດໃດ.

ດັ່ງທີ່ທ່ານ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ອ້າຍຫຼັ່ງນີ້ ກະແມ່ນວ່າເປັນຄົນລາວ ແຕ່ວ່າຕອນຫັ້ນເຮົາກະບໍ່ຮູ້ດອກວ່າເພິ່ນເປັນຄົນລາວ ຮູ້ແຕ່ວ່າເພິ່ນເປັນຄົນງານນຳກັນ ຫາກໍ່ມາຮູ້ກັນນຳຫຼັງວ່າເພິ່ນເປັນຄົນລາວ ກໍ່ຄືຊ່ວງທີ່ພວກເຮົາຈະເດີນທາງກັບແລ້ວ ເພິ່ນກັບມາບໍ່ໄດ້ ທາງການລາວບໍ່ໄດ້ຮັບຮອງເອກະສານໃຫ້ເພິ່ນແຕ່ຢ່າງໃດເລີຍ ກາຍເປັນວ່າທາງມູລນິທິ LPN ຕ້ອງເປັນຜູ້ເຮັດເອກະສານຄ້ຳປະກັນ ເປັນພິເສດສະເພາະເພິ່ນຄົນດຽວ.”

ໃນຂະນະທີ່ທ່ານ ຟິລ ໂຣເບີດສັນ (Phil Robertson) ຜູ້ອຳນວຍການອົງການສິ້ງຊອມສິດທິມະນຸສ (Human Right Watch) ປະຈຳພາກພື້ນເອເຊັຽ-ປາຊິຟິກ ຮຽກຮ້ອງໃຫ້ຣັຖບານລາວ ຕ້ອງເອົາໃຈໃສ່ການຊ່ອຍເຫຼືອຄົນງານລາວ ທີ່ຕົກເປັນເຫຍື່ອການຄ້າມະນຸດ ບໍ່ວ່າຈະເປັນເຮືອປະມົງ ຫຼື ການຕອບແຊທ ໃຫ້ຈິງຈັງຫຼາຍຂຶ້ນ, ດັ່ງທີ່ທ່ານກ່າວວ່າ:

“ຄວາມຈິງແລ້ວ ກໍ່ຕ້ອງມີການກະຕຸກ ຊຸກຍູ້ໃຫ້ ສປປ ລາວ ຕັ້ງໃຈເຮັດດີກວ່ານີ້ ຣັຖບານກໍ່ຕ້ອງເຂົ້າໃຈວ່າ ເຂົາເຈົ້າກໍ່ມີບົດບາດທີ່ຊ່ອຍເຫຼືອປະຊາຊົນຂອງເຂົາເຈົ້າ  ໜ້າທີ່ກໍ່ຕ້ອງຮັບຜິດຊອບ ຊ່ອຍເຫຼືອຄົນລາວທີ່ມີບັນຫາເວລາເມື່ອເຂົາເຈົ້າຢູ່ຕ່າງປະເທດ. ຄົນລາວຂ້ອນຂ້າງທະຍອຍອອກຈາກລາວຫຼາຍໄປ ມັນກໍ່ສ່ຽງທີ່ຈະເປັນເຫຍື່ອການຄ້າມະນຸສໄດ້ຂ້ອນຂ້າງສູງ ທາງຣັຖບານລາວກໍ່ຕ້ອງຮັບຜິດຊອບ ຢູ່ຊື່ໆ ບໍ່ໄດ້.”

ທີ່ຜ່ານມາ, ມີຄົນງານລາວ ທີ່ມູລນິທິ LPN ໃຫ້ການຊ່ອຍເຫຼືອແລ້ວ ຈຳນວນ 6 ຄົນ ແລະ ທາງສະຖານທູຕລາວ ປະຈຳປະເທດອິນໂດເນເຊັຽ ຊ່ອຍເຫຼືອແລ້ວ ອີກຈຳນວນ 50 ຄົນ ເຊິ່ງຢູ່ໃນພື້ນທີ່ພາກໃຕ້ຂອງປະເທດ ເປັນຕົ້ນ: ເກາະເບິນຈີນາ (Benjina), ເກາະອຳບົນ (Ambon), ເກາະປາປົວຕາເວັນຕົກ (West Papua) ແລະ ເກາະຕວນ (Tual). ໂດຍກໍຣະນີຂອງຄົນລາວ ທີ່ວິທຍຸເອເຊັຽ ເສຣີ ເຄີຍຕິດຕາມ ແມ່ນກໍຣະນີຂອງ ທ້າວແຫຼ້ ຊາວເມືອງໄຊບູຣີ ແຂວງສວັນນະເຂດ ທີ່ຕົກຄ້າງຢູ່ເກາະຕວນ ເປັນເວລາຫຼາຍກວ່າ 17 ປີ ແລະ ໄດ້ການຊ່ອຍເຫຼືອ ໃຫ້ກັບຄືນປະເທດ ໃນປີ 2020.

ເຖິງຢ່າງໃດກໍຕາມ, ຄາດວ່າ ຍັງມີຄົນງານລາວ ແລະ ບັນດາປະເທດອື່ນ ໆ ຢູ່ປະເທດອິນໂດເນເຊັຽ ອີກເປັນຈຳນວນຫຼາຍ ທີ່ຍັງບໍ່ທັນມີການສຳຣວດຊອກຫາ ຢູ່ໃນພື້ນທີ່ຕ່າງ ໆ ເປັນຕົ້ນ: ພາກເໜືອຂອງປະເທດອິນໂດເນເຊັຽ, ຣັຖຊາຣາວັກ (Sarawak) ແລະ ຣັຖຊາບາ (Sabah) ປະເທດມາເລເຊັຽ, ປະເທດ ຕິມໍ ຕາເວັນອອກ (East Timor) ແລະ ປະເທດ ມາດາກັສກາຣ໌ (Madagascar).

ສຳລັບການສາຍຮູບເງົາເຣື່ອງ Ghost Fleet ແລະ ການຈັດງານເສວະນາເທື່ອນີ້ ໄດ້ຮັບການສນັບສນູນ ຈາກສະຖານເອກອັກຄະຣັຖທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ແລະ ພາກສ່ວນເອກຊົນໄທຍ ຈຳນວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.