ເຣື້ອງທີ່ເກັບບັນທຶກໄວ້
2023-01-18
ຢາບ້າ ຈຳນວນ 6,000,000 ເມັດ ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວຍຶດໄດ້ ພ້ອມຣົຖກະບະ ຣີໂວ້ 1 ຄັນ ສ່ວນຜູ້ກະທໍາຜິດ ໜີໄປໄດ້ ຊຶ່ງຄັ້ງນີ້ ບໍ່ແມ່ນ ກໍຣະນີຍຶດຢາບ້າ ເທື່ອທຳອິດ ເພາະທີ່ຜ່ານມາ ເຈົ້າໜ້າທີ່ ໃນແຂວງບໍ່ແກ້ວ ໄດ້ຍຶດຢາບ້າມາແລ້ວ ຫຼາຍເທື່ອ ພ້ອມຂອງກາງ ຈຳນວນມະຫາສານ.
2023-01-17
ຣັຖບານເກົາຫລີໃຕ້ ໄດ້ມອບເຂົ້າສານ ຈໍານວນ 1,314 ຕັນ, ມູລຄ່າ 1.26 ລ້ານໂດລ້າຣ໌ ສະຫະຣັຖ ໃຫ້ແກ່ຣັຖບານລາວ ເພື່ອນໍາໄປຊ່ອຍເຫຼືອ ປະຊາຊົນຜູ້ທຸກຍາກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດທາງທັມມະຊາດ ເມື່ອປີກາຍ ຈໍານວນ 100,000 ຄົນ ໃນຂອບເຂດທົ່ວປະເທດ.
2023-01-17
ຊາວບ້ານ ບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ປະມານ 10 ຫລັງຄາເຮືອນ ທີ່ຢູ່ໃກ້ກັບໂຮງງານ ປະສົມຊີເມັນ ຂອງ ບໍຣິສັດ ຫົງຄຳ ຄອນກຣີດ ໄດ້ຮັບຜົນກະທົບ ທາງສຽງ, ຂີ້ຝຸ່ນ ແລະ ແຮງສັ່ນສະເທືອນ ຈາກໂຮງງານດັ່ງກ່າວ ແຕ່ເຈົ້າໜ້າທີ່ຂັ້ນບ້ານ ປະຕິເສດ ການແກ້ໄຂບັນຫາ.
2023-01-11
ໃນສັປດາທີ່ຜ່ານມາ ອົງການພັທນາສາກົລ ແຫ່ງປະເທດສະຫະຣັຖອາເມຣິກາ ໄດ້ມອບມຸ້ງຍ້ອມນໍ້າຢາປ້ອງກັນຍຸງ ຈໍານວນ 70,000 ດາງ ແລະອຸປະກອນຫ້ອງທົດລອງ ຈໍານວນນຶ່ງ ໃຫ້ແກ່ກະຊວງສາທາຣະນະສຸຂຂອງລາວ ເພື່ອປ້ອງກັນພຍາດໄຂ້ມາລາເຣັຽ ຮວມມູນຄ່າທັງໝົດ 160,486 ໂດລ້າຣ໌ສະຫະຣັຖ.
2023-01-11
ນັກລົງທຶນດ້ານການກະເສຕ ຈາກຈີນ ເຂົ້າມາເຊົ່າດິນປູກພືດຣະດູແລ້ງ ໃນຫຼາຍແຂວງຢູ່ເຂດພາກເໜືອ ເປັນເນື້ອທີ່ຫຼາຍເຮັກຕ້າຣ໌ ບາງສວນ ໃຊ້ສານເຄມີຫຼາຍເກີນໄປ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນທ້ອງຖິ່ນ.
2023-01-05
ນອກຈາກ ການຂຸດຄົ້ນເກືອກາລີ ຈະທຳລາຍສິ່ງແວດລ້ອມແລ້ວ, ຄົນງານ ທີ່ເຮັດວຽກ ຂຸດຄົ້ນເກືອກາລີ ຢູ່ແຂວງຄຳມ່ວນ ກ່າວວ່າ ວຽກທີ່ເຮັດນັ້ນ ເປັນວຽກໜັກ ແລະອັນຕຣາຍຕໍ່ສຸຂພາບ ແລະສ່ຽງຊີວິຕ ອີກຫຼາຍຄົນເສັຽຊີວິຕ ຍ້ອນຂາດອາກາດ ຫາຍໃຈ.
2023-01-03
ອຸບັດຕິເຫດ ໃນໄລຍະ ການສເລີມສລອງ ບຸນປີໃໝ່ສາກົລ 2023 ນີ້ ຫຼຸດລົງ ເມື່ອທຽບໃສ່ຫຼາຍປີກ່ອນ, ສ່ວນສາເຫດສ່ວນໃຫຍ່ ເປັນຍ້ອນສະພາບເສຖກິຈ ຜູ້ຄົນບໍ່ໃຊ້ຈ່າຍແບບຟຸ້ມເຟືອຍ ເຮັດໃຫ້ການຊື້ເຄື່ອງດື່ມທີ່ມາທາດເຫລົ້າຫຼຸດລົງ ຫຼືຢູ່ໃນວົງຈຳກັດ.