ປກສ ແຂວງບໍ່ແກ້ວ ຍຶດຢາບ້າ ໄດ້ 6 ລ້ານເມັດ

ຢາບ້າ ຈຳນວນ 6 ລ້ານເມັດ ທີ່ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຍຶດໄດ້, ວັນທີ 16 ມົກກະຣາ 2023.
ຢາບ້າ ຈຳນວນ 6 ລ້ານເມັດ ທີ່ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຍຶດໄດ້, ວັນທີ 16 ມົກກະຣາ 2023. (ຮູບພາບ: ປກສ)

0:00 / 0:00

ເວລາປະມານ 5 ໂມງເຊົ້າ ຂອງວັນທີ 16 ມົກກະຣາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ສະເພາະກິຈ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕັ້ງຈຸດກວດກາ ຢູ່ບ້ານຫ້ວຍຊາຍນ້ອຍ ເພື່ອຕ້ານ ແລະສະກັດກັ້ນຢາເສບຕິດ ພາຍຫຼັງແຫຼ່ງຂ່າວໄດ້ສົ່ງຂ່າວວ່າ ຈະມີເປົ້າໝາຍຂົນຢາບ້າ ຈໍານວນ 24 ເປົາ ເທົ່າກັບ 3,000 ມັດ ມີ 6,000,000 ເມັດ ຜ່ານເຂດດັ່ງກ່າວ, ແຕ່ເມື່ອເຖິງຈຸດດັ່ງກ່າວ ຣົຖກະບະໂຕໂຍຕ້າ ຣີໂວ້ ສີຂາວ ໝາຍເລຂທະບຽນ ກວ 1466 ກໍາແພງນະຄອນ ໄດ້ຜ່າຈຸດກວດກາ ແລະຂັບຣົຖເຂົ້າປ່າ ເຈົ້າໜ້າທີ່ຕໍາຣວດ ຈຶ່ງຮີບຂີ່ຣົຖຕໍາຣວດນໍາໄປ ພໍຂີ່ຣົຖຕໍາຣວດໄປສຸດທາງຕັນ ພົບຂອງກາງ ເປັນຢາບ້າໃນຣົຖຄັນດັ່ງກ່າວ ສ່ວນຜູ້ລັກລອບຂົນຢາບ້າ ແມ່ນຫຼົບໜີ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ມົກກະຣາ ນີ້ວ່າ:

"ຜູ້ກ່ຽວນັ້ນ ເລັ່ງຣົຖອອກໄປເລີຍນ່າ ແລ້ວເຈົ້າໜ້າທີ່ພວກເຮົາ ກໍໄດ້ຕາມໄປຮອດທາງສຸດ ແລ້ວຜູ້ກ່ຽວກໍໄດ້ເອົາໂຕຫຼົບໜີ ມັນເປັນຕອນເຊົ້າເນາະ 5 (ໂມງເຊົ້າ) ມັນມືດແດ່ ແລ້ວພວກເຮົາກໍຢ້ານເຈົ້າໜ້າທີ່ ສ່ຽງຊີວິດຫັ້ນນ່າ ເອົາຊີວິິດໄປສູ້ມັນນ່າ ຢ້ານຜູ້ກ່ຽວມີປືນມີຫຍັງ ແລ້ວພວກເຮົາກໍໄດ້ປ້ອງກັນ ຮອດ 6 ໂມງ (ເຊົ້າ) ແລ້ວຈຶ່ງເອົາກໍາລັງ ປະສານສົມທົບກັບແຂວງ ລົງກວດກາ ຖືວ່າ ພົບເຫັນຢາເສບຕິດຢູ່ໃນຣົຖຫັ້ນເນາະ."

ປັດຈຸບັນ ປກສ ເມືອງຫ້ວຍຊາຍ ໄດ້ສົ່ງມອບຄະດີ ຢາບ້າ 6 ລ້ານເມັດດັ່ງກ່າວ ໃຫ້ ປກສ ແຂວງບໍ່ແກ້ວ ເປັນຜູ້ຮັບຜິດຊອບ ຄະດີແລ້ວ ແລະທາງ ປກສ ແຂວງບໍ່ແກ້ວ ກໍໄດ້ແຕ່ງຕັ້ງເຈົ້າໜ້າທີ່ ວິຊາສະເພາະ ເພື່ອດໍາເນີນການ ຊອກຫາໂຕພວກກ່ຽວ ມາດໍາເນີນຄະດີ ຕາມລະບຽບກົດໝາຍ ເປັນລໍາດັບຖັດໄປ.

ດັ່ງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

“ພວກເຮົາເຮັດຂັ້ນພື້ນຖານ ແລະເຮັດຂັ້ນຕົ້ນ ແລ້ວພວກເຮົາມອບໃຫ້ແຂວງຄະດີໃຫຍ່ ແລ້ວພວກເຮົາມອບໃຫ້ແຂວງ ເປັນຜູ້ດໍາເນີນເນາະ ເພາະວ່າ ມັນກໍໄຫວພິບເອົາໂຕໜີຫັ້ນ ໄດ້ໂຕຢາ ກັບຣົຖກ່ອນ ຈາກນັ້ນ ສືບຕໍ່ດ້ວຍການຊອກຫາ ຄົ້ນເປົ້າໝາຍຜູ້ທີ່ກະທໍາຜິດຫັ້ນ ເຂົ້າສູ່ຂບວນການຍຸຕິທັມນີ້ແລ້ວ.”

ການຍຶດຢາບ້າ ຂອງເຈົ້າໜ້າທີ່ ຈະບໍ່ຄ່ອຍເຫັນຂ່າວ ທີ່ຢາບ້າຖືກຍຶດໃນໂຕເມືອງຫ້ວຍຊາຍ ຈະເຫັນຂ່າວຢາບ້າຖືກຍຶດ ໃນເຂດນອກ ທີ່ມີເສັ້ນທາງຜ່ານໄປທາງພາກເໜືອ ເປັນຕົ້ນ ເຂດຫ້ວຍຊາຍນ້ອຍ ແລະເຂດຕົ້ນເຜິ້ງ ແລະເມື່ອເວົ້າເຖິງ ກຸ່ມຜູ້ເສບຢາບ້າແລ້ວ ສ່ວນຫຼາຍຈະເປັນຜູ້ທີ່ທຸກຍາກ ທີ່ປະກອບອາຊີບຮັບຈ້າງ ເຮັດໄຮ່ເຮັດສວນ ຫຼືເຮັດໄຮ່ເຮັດສວນດ້ວຍໂຕເອງ ແລ້ວຕ້ອງໄດ້ເພິ່ງຢາບ້າ ເພື່ອໃຫ້ມີກໍາລັງແຮງງານທີ່ແຂງແຮງ.

ດັ່ງຊາວບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍເປັນເຂດນອກເຈົ້າ ໃນເມືອງບໍ່ຄ່ອຍເຫັນເຈົ້າ ສ່ວນຫຼາຍກໍເມືອທາງເໜືອບໍ ໄປທາງຫ້ວຍຊາຍນ້ອຍບໍ ແຖວຕົ້ນເຜິ້ງບໍ ມີຢູ່ ມີຢູ່ເຈົ້າ ເຂດເຮົານີ້ ກໍຄືວ່າ ສ່ວນຫຼາຍກໍເປັນແຕ່ ຜູ້ອັນເຂົາເຈົ້າທຸກຍາກເນາະ ເຂົາເຈົ້າຕ້ອງອາສັຍຢາມາກິນຫັ້ນນ່າ ໄດ້ໃຊ້ອັນເຫື່ອແຮງ ຕ້ອງໄດ້ກິນແລ້ວມັນມີແຮງ ຈັ່ງຊີ້ນ່າ ຖ້າວ່າໄປ ຢາໂຕນີ້ມັນກິນແລ້ວ ມີແຮງ.”

ໃນເຂດບ້ານຫ້ວຍຊາຍນ້ອຍ ຈະພົບເຫັນກຸ່ມເດັກນ້ອຍນັກຮຽນ ທີ່ຈົບຊັ້ນ ມ.4-ມ.7 ພາກັນຕັ້ງກຸ່ມມົ້ວສຸມຢາບ້າ ແລ້ວບໍ່ສືບຕໍ່ຮຽນໜັງສື ແຕ່ພາກັນໄປລັກຜັກຕາມສວນ, ຕາມແຄມຮົ້ວຂອງຊາວບ້ານ ມາຂາຍຕາມແຄມທາງ ຫຼືທ້ອງຕລາດ ເພື່ອເອົາເງິນໄປຊື້ຢາບ້າມາເສບ ແຕ່ຊາວບ້ານສ່ວນໃຫຍ່ ກໍຈະບໍ່ຊື້ຜັກຂອງກຸ່ມມົ້ວສຸມຢາບ້າ ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າ ລັກຜັກຂອງຊາວບ້ານ ມາຂາຍອີກ ແລະເມື່ອເວົ້າເຖິງສະພາບດັ່ງກ່າວ ຖືວ່າ ມີຈໍານວນຫຼວງຫຼາຍ ຫຼື ບໍ່ນັ້ນ ກໍບໍ່ສາມາດຕອບໄດ້ ເນື່ອງຈາກໂຕເອງເປັນພຽງຊາວບ້ານ ແລະເຫັນສະພາບໂຕຈິງຂອງບັນຫາຢາບ້າພາຍໃນບ້ານ ແຕ່ສ່ວນໃດສ່ວນນຶ່ງເທົ່ານັ້ນ, ດັ່ງຊາວບ້ານ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:

“ມາເບິ່ງນອກໆແລ້ວ ເຂົາເຈົ້າເປັນຄົນມະຍຸມະຍະ ຄືເສບຫັ້ນເສບນີ້ ເລາະລັກຫັ້ນລັກນີ້ ເປັນຜັກເປັນໄມ້ຕາມຮົ້ວ ຕາມສວນເຂົານີ້ແຫຼະ ໝາກເຜັດໝາກເຂືອ ເອົານັ້ນເອົານີ້ມາຂາຍໃຫ້.”

ການຕັ້ງຈຸດກວດກາ ຢູ່ບ້ານຫ້ວຍຊາຍນ້ອຍນັ້ນ ສ່ວນໃຫຍ່ເຈົ້າໜ້າທີ່ສະເພາະກິຈ ຈະຕັ້ງຈຸດກວດກາ ເພື່ອກວດກາເອກກະສານຣົຖ ທີ່ບໍ່ໄດ້ເສັຍພາສີຢ່າງຖືກຕ້ອງ ຫຼືບໍ່ມີປ້າຍທະບຽນ ແລະບໍ່ໄດ້ຕັ້ງຈຸດກວດກາ ເພື່ອຕ້ານ ແລະສະກັດກັ້ນ ຢາເສບຕິດໂດຍສະເພາະ ເນື່ອງຈາກປັດຈຸບັນ ຍັງບໍ່ມີການຣະບາດ ຂອງຢາເສບຕິດ ພາຍໃນເຂດຫ້ວຍຊາຍນ້ອຍ ຈໍານວນຫຼວງຫຼາຍ ອີກທັງຍັງບໍ່ທັນໄດ້ມີແຈ້ງງການຈາກຂັ້ນເທິງ ໃຫ້ຈັດຕັ້ງເວນຍາມປະຈໍາກຸ່ມ ເພື່ອກວດກາບັນຫາສັງຄົມ ທີ່ສືບເນື່ອງມາຈາກຢາເສບຕິດ ແບບເຂັ້ມງວດເທື່ອ.

ດັ່ງເຈົ້າໜ້າທີ່ ອໍານາດການປົກຄອງ ເຂດຫ້ວຍຊາຍນ້ອຍ ກ່າວໃນມື້ດຽວກັນນີ້ວ່າ:

“ກວດນີ້ ມັນຈະເປັນເຈົ້າໜ້າທີ່ເຂົາເຈົ້າ ເຂົາເຈົ້າລົງມານີ້ ແມ່ນກວດກາປະເພດຣົຖເຖື່ອນບໍ ຣົຖຫຍັງເນາະ ມັນຈະບໍ່ແມ່ນວ່າ ເຂົາເຈົ້າແຕ່ງຕັ້ງລົງມາ ສະກັດກັ້ນ ປາບປາມອັນນີ້ອັນນັ້ນ ເຂົາເຈົ້າກໍນົດ ສົມມຸດວ່າ ອາທິນນຶ່ງບໍ ເດືອນນຶ່ງບໍ ຄັນຮອດກໍານົດ ເຂົາເຈົ້າກໍຖອນກັບ ມັນກໍມີບາງບ່ອນ ບາງຈຸດ.”

ທ່ານກ່າວຕື່ມວ່າ ເຂດຫ້ວຍຊາຍນ້ອຍ ເປັນພຽງທາງຜ່ານ ການຂົນສົ່ງຢາບ້າໄປອີກບ່ອນນຶ່ງເທົ່ານັ້ນ ບໍ່ໄດ້ເປັນແຫຼ່ງຜລິຕ ແລະແຫຼ່ງປາຍທາງ ກະຈາຍຢາບ້າຂນາດໃຫຍ່.
ກ່ອນໜ້ານີ້ ໃນປີ 2022 ທີ່ຜ່ານມາ, ໃນວັນທີ 18 ຕຸລາ 2022 ແຂວງບໍ່ແກ້ວ ພົບຢາບ້ານຈໍານວນ 14 ເປົາ ມີ 350 ແພັກ ຫຼື 1,750 ມັດ ເທົ່າກັບ 3,500,000 ເມັດ ພ້ອມດ້ວຍຢາເຄຕາມິນ ນໍ້າໜັກ 66 ກິໂລກຣາມ ຈໍານວນ 66 ຫໍ່ ແລະຣົຖກະບະວີໂກ້ ສີຂາວ 1 ຄັນ ສ່ວນຜູ້ກະທໍາຜິດ ແມ່ນຫຼົບໜີ ແລະໃນວັນທີ 17 ມິນາ ປີ 2022 ທີ່ຜ່ານມາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພົບຢາບ້າຈໍານວນ 48 ເປົາ ມີຈໍານວນ 5,960 ມັດ ເທົ່າກັບ 11,920,000 ເມັດ ພ້ອມຣົຖຮຸນໃດ ສີຟ້າ (ບໍ່ມີປ້າຍທະບຽນ) ຈອດຢູ່ຕລາດບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຕ່ກໍບໍ່ເຫັນກຸ່ມແກ້ງ ໃນການຂົນສົ່ງຢາຄັ້ງນີ້.