ເຣື້ອງທີ່ເກັບບັນທຶກໄວ້
2024-07-17
ໃນປີນີ້ ຊາວນາໃນບາງເຂດ, ບາງແຂວງ ຕ້ອງດຳນາລຸນແດ່ ຍ້ອນຝົນຕົກໜ້ອຍ ເນື່ອງຈາກການປ່ຽນແປງ ຂອງດິນຟ້າອາກາດ ຈາກທີ່ໄລຍະເດືອນ 6 ຊາວນາເລີ່ມຕົກກ້າ, ແຕ່ຕົກມາປີນີ້ ໃນບາງເຂດ ຈົນມາເຖິງເດືອນ 7 ຈັ່ງຄ່ອຍພາກັນໄດ້ຕົກກ້າ.
2024-07-16
ການຄຸ້ມຄອງການຂຸດຄົ້ນແຮ່ທາດ ຂອງລັດຖະບານຍັງອ່ອນແອ ຫຼາຍອັນໄດ້ສ້າງຜົນກະທົບ ຕໍ່ເສດຖະກິດ-ສັງຄົມ. ກອງປະຊຸມສະພາແຫ່ງຊາດຫຼ້າສຸດ ສະມາຊິກສະພາໄດ້ສະເໜີໃຫ້ ກວດກາຄືນບໍລິສັດ ແລະບຸກຄົນລັກລອບຂຸດຄົ້ນແຮ່ທາດ.
2024-07-10
ການກໍ່ສ້າງເສັ້ນທາງ 18 A ໃນແຂວງອັດຕະປື ຫຼ້າຊ້າ ແລະ ເສັ້ນທາງກໍເປ່ເພ ຂະນະທີ່ມີການກວດພົບວ່າ ມີການນຳໃຊ້ບ້ວງເງິນ ໃນການກໍ່ສ້າງເສັ້ນທາງດັ່ງກ່າວ ບໍ່ຖືກຕ້ອງ ຈົນເຮັດໃຫ້ການກໍ່ສ້າງ ດຳເນີນມາ 6-7 ປີ ກໍຍັງບໍ່ແລ້ວຄັກ.
2024-07-05
ຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມຂັງທີ່ຢູ່ອາໄສ, ໄຮ່ນາ ແລະ ຕາມເສັ້ນທາງຕ່າງໆ ຢູ່ນະຄອນຫລວງວຽງຈັນ ຊຶ່ງສ້າງຜົນກະທົບແກ່ປະຊາຊົນ, ສາເຫດໜຶ່ງທີ່ເຮັດໃຫ້ນໍ້າຖ້ວມຂັງ ເປັນຍ້ອນ ຮ່ອງລະບາຍນໍ້າຕັນ ແລະ ມີຂະໜາດນ້ອຍ ບໍ່ສາມາດລະບາຍນໍ້າໄດ້ທັນເວລາ ແລະ ຊາວບ້ານກໍຮຽກຮ້ອງພາກສ່ວນກ່ຽວຂ້ອງລົງແກ້ໄຂ.
2024-07-05
ກຸ່ມບໍລິສັດ ຮົງກົງ ທຽນຊີຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ໄດ້ຮັບອະນຸມັດໃຫ້ສໍາປະທານ ທີ່ດິນ ໃນເນື້ອທີ່ 1,530 ເຮັກຕ້າຣ໌ ຢູ່ເຂດປ່າຜະລິດແຫ່ງຊາດ ເຊຄໍາພໍ-ແບ່ງວິໄລ ເມືອງສະໜາມໄຊ ແຂວງອັດຕະປື ສ່ວນປະຊາຊົນ ທີ່ປູກມັນຕົ້ນ ຕ້ອງອອກຈາກເຂດພື້ນທີ່ ແບບບໍ່ໄດ້ຄ່າຊົດເຊີຍ ຄວາມເສຍຫາຍ ຍ້ອນວ່າເປັນດິນຂອງລັດ.
2024-07-01
ບໍລິສັດ ອາຟ່າ ສໍາຫຼວດແຮ່ ແລະ ກະສິກໍາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ຂອງນັກລົງທຶນຈີນ ໄດ້ຄືນພື້ນທີ່ຂຸດຄົ້ນຄໍາຕົກຂ້ອນ ໃນຮູບແບບທົດລອງ ເນື້ອທີ່ທັງໝົດ 14.5 ເຮັກຕ້າຣ໌ ໃຫ້ກັບປະຊາຊົນຈຳນວນ 17 ຄອບຄົວ ຢູ່ບ້ານຍາມຈະເລີນໄຊ ເມືອງທ່າໂທມ ແຂວງໄຊສົມບູນ.