ຜູ້ສຳປະທານ ຂຸດແຮ່ຄຳຕົກຂ້ອນ ທົດລອງເມືອງທ່າໂທມ ຄືນພື້ນທີ່ ໃຫ້ຜູ້ໄດ້ຮັບຜົນກະທົບ

ໄຊຍາ
2024.07.01
ຜູ້ສຳປະທານ ຂຸດແຮ່ຄຳຕົກຂ້ອນ ທົດລອງເມືອງທ່າໂທມ ຄືນພື້ນທີ່ ໃຫ້ຜູ້ໄດ້ຮັບຜົນກະທົບ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນສະພາບຖະໜົນ ເຂດເມືອງລ້ອງແຈ້ງ ແຂວງໄຊສົມບູນທີ່ເປ່ເພ ຍ້ອນລົດຂົນສົ່ງແຮ່ທາດ.
Courtesy Photo

ບໍລິສັດ ອາຟ່າ ສໍາຫຼວດແຮ່ ແລະ ກະສິກໍາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ຂອງນັກລົງທຶນຈີນ ໄດ້ຄືນພື້ນທີ່ຂຸດຄົ້ນຄໍາຕົກຂ້ອນ ໃນຮູບແບບທົດລອງ ເນື້ອທີ່ທັງໝົດ 14.5 ເຮັກຕ້າຣ໌ ໃຫ້ກັບປະຊາຊົນຈຳນວນ 17 ຄອບຄົວ ຢູ່ບ້ານຍາມຈະເລີນໄຊ ເມືອງທ່າໂທມ ແຂວງໄຊສົມບູນ. ປະຈຸບັນບໍລິສັດ ກຳລັງຢູ່ລະຫວ່າງການຟື້ນຟູ ຜົນກະທົບແຫຼ່ງນໍ້າທຳມະຊາດ, ຟື້ນຟູດິນນາ, ດິນສວນ ແລະ ເສັ້ນທາງໃນເຂດບ້ານອ້ອມຂ້າງໃຫ້ກັບຄືນສູ່ສະພາບ ເປັນປົກກະຕິບໍ່ໃຫ້ມີຜົນກະທົບເຫຼືອ ຢູ່ຕາມກຳນົດໄວ້ໃນສັນຍາ ສຳປະທານ.

ໂດຍບໍລິສັດດັ່ງກ່າວ ໄດ້ຮັບສໍາປະທານ ຈາກລັດຖະບານລາວ ໃຫ້ເຂົ້າມາທົດລອງຂຸດຄົ້ນ ແຮ່ຄຳຕົກຂ້ອນຢູ່ບ້ານຍາມຈະເລີນໄຊ ເປັນໄລຍະເວລາສອງປີນັບແຕ່ 2022 ຫາ 2024 . ຫຼັງຈາກສິ້ນສຸດສັນຍາ ບໍລິສັດຈະຕ້ອງຟື້ນຟູ ສິ່ງແວດລ້ອມ-ສັງຄົມໃຫ້ຄືນສູ່ສະພາບເດີມ ໂດຍສະເພາະດິນນາ, ດິນສວນຂອງປະຊາຊົນຕ້ອງຟື້ນຟູ ໃຫ້ໄວທີ່ສຸດເພື່ອທີ່ຈະໃຫ້ປະຊາຊົນ ສາມາດກັບຄືນມາເຮັດນາໄດ້ ຕາມປົກກະຕິ ແລະບໍ່ມີສານເຄມີຕົກຄ້າງ ໃນດິນ. ດັ່ງເຈົ້າໜ້າທີ່ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນາ ນີ້ວ່າ:

“ກໍລະນີເພິ່ນຂຸດຄົ້ນຄໍາຕົກຂ້ອນເນາະ ກາອີງໃສ່ສັນຍາຂຸດຄົ້ນແລ້ວ ຈະໄດ້ປົວແປງຟື້ນຟູຄືນໃຫ້ມັນເປັນຄືສະພາບເດີມຫັ້ນນ່າ ຖ້າວ່າເປັນດິນຂ ອງປະຊາຊົນທີ່ເປັນດິນນາ ເຂົາກາຕ້ອງຟື້ນຟູໃຫ້ເປັນາຄືນຫັ້ນແຫຼະ ຖ້າດິນສວນກາຕ້ອງໄດ້ເບິ່ງ, ການຂຸດຄົ້ນລະແມ່ນສອງປີຟື້ນຟູຫັ້ນປີໜຶ່ງເບາະ ເພາະວ່າຄຳຕົກຂ້ອນນີ້ເຮົາເອົາແລ້ວເຮົາເອົາແລ້ວກາຖົມໄປເນາະ ລະກາຟື້ນຟູໄປພ້ອມກັນເລີຍຫັ້ນນ່າ.”

ກ່ຽວກັບເລື່ອງນີ້ຊາວບ້ານຍາມ ຈະເລີນໄຊກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າການເຂົ້າມາຂຸດຄົ້ນຄໍາຕົກຂ້ອນ ກາໄດ້ສ້າງຄວາມເສັຍຫາຍຫຼາຍສົມຄວນ ໂດຍສະເພາະການຕັດໄມ້ທຳລາຍປ່າ ເພື່ອຂຸດຄົ້ນຄໍາ, ເສັ້ນທາງເປ່ເພ ຢ່າງໜັກຈາການຂົນແຮ່ ແລະລົດມີນໍ້າໜັກຫຼາຍ.

“ເອີ! ຍັງເປີດຢູ່ຄືເກົ່າ ຜົນກະທົບຫຼາຍ. ໂອ້ກາມີແດ່ຫັ້ນແຫຼະ ເຂົາເຮັດແລ້ວກາເຂົາກາດຸດ ຖະໜົນຫົນທາງຕັດໄມ້ໄປແລ້ວເນາະ.”

ຊາວບ້ານຍາມຈະເລີນໄຊ ອີກທ່ານໄດ້ກ່າວວ່າບໍລິສັດດັ່ງກ່າວ ໄດ້ຄືນພື້ນທີ່ທີ່ຂຸດຄໍາຕົກຂ້ອນ ພຽງສ່ວນໜຶ່ງເທົ່ານັ້ນບໍລິສັດ ຍັງມີສຳປະທານອີກຫຼາຍບ່ອນ ປະຈຸບັນມີຍັງກຳມະກອນ ເຮັດວຽກຕາມປົກກະຕິ. ສ່ວນຜົນກະທົບ ທີ່ເຫັນແບບຈະແຈ້ງກາຄືສະພາບເສັ້ນທາງເປ່ເພ ໃນເຂດບ້ານຍາມຈະເລີນໄຊ ແລະ ບ້ານອ້ອມຂ້າງໄດ້ຮັບຄວາມເສຍຫາຍ ເປັນຂຸມເປັນບວກຫຼາຍສົມຄວນ ເຮັດໃຫ້ປະຊາຊົນໃນພື້ນ ທີ່ໄປມາຫຍຸ້ງຍາກໂດຍສະເພາະ ໄລຍະລະດູຝົນ.

“ເອີເຂົາກາສ້ອມແປງຢູ່ເບາະ ລະແຕ່ວ່າເຂົາກາຍັງຂຸດຄົ້ນ ຢູ່ເດ້ບໍ່ແຮ່ກະດາຍເຂົາກາຍັງເຂົ້າຢູ່ ບໍລິສັດອາຟ່າກາ ຍັງເຂົ້າມາຢູ່ກາທຳມະດາ ເປັນບາງຕອນມັນເປັນບາງບ່ອນ ມັນຝົນຕົກຫຼາຍ ແລ້ວມັນກາໄປຍາກຫັ້ນນ່າເພາະວ່າ ມັນເປັນຂຸມມັນຫຼຸບເພາະວ່າ ຊ່ວງນີ້ມັນຝົນແລ້ວລົດແກ່ໜັກ ມັນອອກໄປກາມີຫັ້ນນ່າ.”

ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງທ່າໂທມ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ບໍ່ຂໍໃຫ້ລາຍລະອຽດໃດໆ ໂດຍໄດ້ລະບຸວ່າ ບໍລິສັດ ອາຟ່າ ສຳຫຼວດແຮ່ ແລະ ກະສິກຳ ການຄ້າຂາອອກ-ຂາເຂົ້າ ຈຳກັດ ຈະດຳເນີນກິດຈະການ ຕາມສັນຍາສຳປະທານ.

“ສັນຍາເຈົ້າແນວໃດ ເຈົ້າກາຕ້ອງເຮັດຕາມນັ້ນແຕ່ວ່າ ຢູ່ໃນສັນຍາຫັ້ນບໍ່ມີກາບໍ່ໄດ້ເຮັດ ຢູ່ໃນສັນຍາກາຕ້ອງໄດ້ເຮັດ.”

ຕໍ່ກັບວຽກງານການຂຸດຄົ້ນບໍ່ແຮ່ ພາຍໃນປະເທດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວກ່າວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 14 ມິຖຸນາ 2024 ວ່າ ສະເໜີໃຫ້ລັດຖະບານ ສຶກສາຜົນໄດ້ຜົນເສຍກ່ອນ ຈະມີການອະນຸຍາດ ໃຫ້ສຳປະທານຂຸດຄົ້ນແຮ່ທາດ ເພາະປະຈຸບັນມີຫຼາຍໂຄງການ ທີ່ໄດ້ອະນຸຍາດໄປແລ້ວ ບໍ່ໄດ້ສ້າງຜົນປະໂຫຍດ ໃຫ້ກັບລັດຖະບານ, ສັງຄົມ ແລະ ສິ່ງແວດລ້ອມ ແຕ່ຊັບພະຍາກອນແຮ່ທາດ ແລະທຳມະຊາດ ໄດ້ເສຍຫາຍຢ່າງໜັກ.

“ອັນບັນດາບໍ່ແຮ່ຕ່າງໆ ຂຸດຄົ້ນແຮ່ທາດເຮົາເຮັດຜ່ານມາ ກາຖືວ່າເຮົານໍາໃຊ້ພໍສົມຄວນ ນີ້ຢາກຟຸມເຟືອຍຈັກໜ່ອຍ ແຕ່ຜົນຕອບແທນຜົນໄດ້ຮັບນີ້ໜ້ອຍ ບໍ່ສົມຄູ່ກັບຊັບພະຍາກອນເສຍ ໄປອັນນີ້ເປັນບົດຮຽນໃຫຍ່ຂອງພວກ ເຮົາຢາກໃຫ້ມີການຄົ້ນຄ້ວາຄັກແນ່ ເພື່ອຄໍານຶງເຖີງໝາກຜົນໄດ້ຮັບ ລັັດເຮົາສັງຄົມສິ່ງແວດລ້ອມ ຈະໃຫ້ສຳປະທານເບາະຊິເຊັນເບາະ ກາຄອ່ຍກວດສອບຄັກແນ່.”

ໃນປີ 2023 ຜ່ານມາ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ມີບາງຕອນສຳຄັນໄດ້ຊີ້ແຈງວ່າ ຜ່ານການປະເມີນການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ທີ່ດຳເນີນໂຄງການບໍ່ແຮ່ ໃນຮູບແບບທົດລອງ ສາມາດສັງເກດ ຕີລາຄາໄດ້ໃນນີ້ເວົ້າສະເພາະຜົນເສຍຫາຍ, ຂໍ້ຫຍຸ້ງຍາກ ແລະ ຄວາມສ່ຽງຄື. ບໍລິສັດທີ່ໄດ້ຮັບອະນຸຍາດ ສ່ວນຫຼາຍບໍ່ໄດ້ສົ່ງບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ການຂຸດຄົ້ນແຮ່ທາດ ໂດຍສະເພາະແຮ່ເຫຼັກແບບທົດລອງ ສ່ວນໃຫຍ່ບໍ່ຜ່ານການສຳຫຼວດ, ເວລາຈັດຕັ້ງປະຕິບັດວຽກງານຕົວຈິງ ຖ້າຫາກບໍ່ພົບແຫຼ່ງແຮ່ທີ່ເປັນເສດຖະກິດ ມີແຮ່ໜ້ອຍ ແລະຄຸນນະພາບຕໍ່າບໍ່ສາມາດ ປະຕິບັດງານໄດ້, ມີການສະເໜີຂໍປ່ຽນເຂດໃໝ່, ບາງບໍລິສັດພົບແຫຼ່ງແຮ່ອື່ນ ແລະສະເໜີຂໍເພີ່ມແຮ່ເຂົ້າໃນສັນຍາ, ບາງບໍລິສັດບໍ່ໄດ້ເປີດບັນຊີບັນຊີ ສະເພາະ ບໍລິສັດເຮັດໂຄງການທົດລອງ ຢູ່ທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ, ການສົ່ງອອກແຮ່ເຫຼັກຕົວຈິງ ບໍ່ປະຕິບັດຕາມແຜນທີ່ກຳນົດໄວ້ ເນື່ອງຈາກບັນຫາດ້ານລາຄາແຮ່, ຕົ້ນທຶນຂົນສົ່ງສູງ ແລະຄຸນນະພາບແຮ່ຕໍ່າ, ຍັງມີອີຫຼາຍບໍລິສັດບໍ່ທັນໄດ້ມອບພັນທະ ເຂົ້າງົບປະມານຕາມສັນຍາທີ່ກໍານົດ, ບາງໂຄງການທົດລອງ ຂຸດຄົ້ນແຮ່ທາດເປັນຕົ້ນການຂຸດຄົ້ນ ຄໍາຕົກຂ້ອນໄດ້ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມແລະທາງອາກາດ ເປັນຕົ້ນບໍ່ມີມາດຕະການ ກຳຈັດສິ່ງເສດເຫຼືອ ຈາກການຂຸດຄົ້ນ, ບໍ່ມີອ່າງດັກຕະກອນກ່ອນທີ່ຈະປ່ອຍນໍ້າ ອອກຈາກເຂດຂຸດຄົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.