ເຣື້ອງທີ່ເກັບບັນທຶກໄວ້
2022-02-10
ຊາວບ້ານ ຢູ່ເມືອງໄຊ ແລະເມືອງນາໝໍ້ ແຂວງອຸດົມໄຊ ກັງວົນ ຢ້ານເສັຍດິນ ໃຫ້ໂຄງການ ພັທນາອຸດສາຫະກັມ ແລະສູນ ໂລຈິສຕິກ, ສ້າງສູນປ່ຽນຖ່າຍ ສິນຄ້າ ຊຶ່ງຂະນະນີ້ ຍັງສຶກສາ ແລະສໍາຣວດຄວາມເປັນໄປໄດ້ຢູ່.
2022-02-09
ທາງການລາວ ໄດລົງນາມ ບົດບັນທຶກ ຄວາມເຂົ້າໃຈ ເພື່ອອະນຸມັດໃຫ້ 2 ບໍຣິສັດຈີນ ສຶກສາ ແລະ ສໍາຣວດ ພື້ນທີ່ເພື່ອຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານທົ່ງຮັກ ແລະ ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ ໃນເນື້ອທີ່ 33.92 ກິໂລຕາແມັດ.
2022-02-08
ເຄືອຂ່າຍຮັກແມ່ນໍ້າຂອງ ແລະກຸ່ມເດັກນ້ອຍແຄມຂອງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ຂອງໄທຍ ຍື່ນໜັງສື ຕໍ່ເຈົ້າແຂວງອຸບົລຣາຊທານີ ເປັນຫ່ວງເຣື່ອງ ບໍຣິສັດພະລັງງານ ບໍລິສຸດຈໍາກັດ ມະຫາຊົນ ຂອງໄທຍ ໄດ້ສຶກສາຄວາມເປັນໄປໄດ້ ໃນໂຄງການເຂື່ອນ ສາຣະວັນ ຢູ່ລະຫວ່າງ ລາວ-ໄທຍ.
2022-02-07
ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການ ຂຸດຄົ້ນຫິນກາວ ທີ່ເມືອງໝື່ນ, ເມືອງເຟືອງ ຢາກໃຫ້ຍົກເລີກໂຄງການ ເພາະກັງວົນ ເຣື່ອງຜົລກະທົບ ແລະ ຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ
2022-02-07
ບໍຣິສັດ ເອກກະຊົນລາວ ແລະວຽດນາມ ຈະສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສາຍສົ່ງໄຟຟ້າ ຈາກເຂື່ອນ ນໍ້າອູ 3, 4, 5, 6 ແລະ 7 ໄປວຽດນາມ ເປັນເວລາ 18 ເດືອນ ຕາມບົດບັນ ທຶກຄວາມເຂົ້າໃຈກັນ ກັບທາງການລາວ ໃນມື້ວັນທີ 4 ກຸມພານີ້.
2022-02-03
ຣັຖບານ ຍີ່ປຸ່ນຊ່ອຍສ້າງລະບົບ ເຕືອນພັຍນໍ້າຖ້ວມຢູ່ 6 ແຂວງພາກໃຕ້ ຂອງລາວ ແຕ່ແຂວງອັດຕະປື ເຖິງແຂວງຄໍາມ່ວນ, ມູນຄ່າປະມານ 8,780,000 ໂດລາຣ໌ ສະຫະຣັຖ ໃນມື້ວັນທີ 2 ກຸມພານີ້ ເພື່ອກຽມຮັບມືກັບ ພັຍພິບັດນັ້ນ.
2022-02-02
ປັດຈຸບັນ ກິ່ນເໝັນ ຈາກການປ່ອຍນໍ້າເສັຍ ຂອງໂຮງງານຂ້າສັດ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບການແກ້ໄຂ ຈາກພາກສ່ວນ ທີ່ກ່ຽວຂ້ອງແລ້ວ.
2022-02-02
ຊາວບ້ານ 2 ຄົນ ຢູ່ເຂດ ເມືອງວິລະບູຣີ ແຂວງ ສວັນນະເຂດ ໄດ້ພາກັນ ໄປຂຸດຄົ້ນຫິນຂຽວ ຫຼື ແຮ່ທອງ ມາລາໄຄ ຢູ່ເຂດບໍ່ແຮ່ເກົ່າ ຂອງໂຄງການ ບໍ່ຄໍາ-ບໍ່ທອງ ເຊໂປນ ແລະໄດ້ຮັບບາດເຈັບ ຍ້ອນຖືກດິນເຈື່ອນທັບ ໃນລະຫວ່າງທີ່ໄປຂຸດຫິນຂຽວຢູ່ໃນອຸໂມງ.
2022-02-01
ປະຊາຊົນ 4 ບ້ານ ຢູ່ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ ທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟ ຈະໄດ້ໂຍກຍ້າຍໄປ ຢູ່ບ້ານຈັດສັນ 159 ຫລັງ ໃນເຂດບ້ານນາເຕີຍ ໃນທ້າຍເດືອນມິນາ ປີນີ້.