ຍີ່ປຸ່ນຊ່ອຍສ້າງລະບົບ ເຕືອນພັຍນໍ້າຖ້ວມຢູ່ພາກໃຕ້

ຈຳປາທອງ
2022.02.03
ຍີ່ປຸ່ນຊ່ອຍສ້າງລະບົບ ເຕືອນພັຍນໍ້າຖ້ວມຢູ່ພາກໃຕ້ ແມ່ຍິງຜູ້ນີ້ ຊີ້ໄປຫາເຮືອນຂອງລາວ ທີ່ເຄີຍຕັ້ງຢູ່ເນີນຂຶ້ນໄປ ຣົດໄຖນາຢູ່ທາງຫຼັງ ກໍແມ່ນຂອງລາວ ທີ່ເພພັງໄປແລ້ວ ລາວບອກວ່າບໍ່ເຫຼືອ ຫຍັງເລີຍ, ຕອນກະແສ ນໍ້າພັດມາແຮງ ລາວມັດລູກແບກໃສ່ຫຼັງ ແລ້ວປີນຂຶ້ນຕົ້ນໄມ້ ກັບຜູ້ເປັນຜົວ.
ນັກຂ່າວ ພົລເມືອງ

ທ່ານ ໂພໄຊ ໄຂຄໍາພິທູນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ລົງນາມໃນເອກສານຮັບເອົາການຊ່ອຍເຫລືອລ້າ ນອກແຜນຂອງຣັຖບານຍີ່ປຸ່ນ ໃນມື້ວັນທີ 2 ກຸມພານີ້ ໃນການສ້າງຣະບົບເຕືອນພັຍນໍ້າຖ້ວມຢູ່ 6 ແຂວງເປົ້າໝາຍພາກໃຕ້ ຂອງລາວ ຄືແຂວງອັດຕະປື, ເຊກອງ, ຈໍາປາສັກ, ສາຣະວັນ, ສວັນນະເຂດ ແລະແຂວງຄໍາມ່ວນ, ມູນຄ່າທັງໝົດ 1 ຕື້ເຢັນ ຫລືປະມານ 8,780,000 ໂດລາຣ໌ສະຫະຣັຖ. ການຊ່ອຍເຫລືອຄັ້ງນີ້ ເປັນການປະ ກອບສ່ວນອັນສໍາຄັນ ເຂົ້າໃນການສນອງຂໍ້ມູນພະຍາກອນອາກາດທີ່ຈະແຈ້ງ ແລະການແຈ້ງເຕືອນ ເພື່ອກຽມຮັບມືກັບພັຍທັມມະຊາດ ແລະເພື່ອຫລຸດຜ່ອນຜົລກະທົບ ແລະຄວາມເສັຍຫາຍ ຈາກພັຍພິບັດໃຫ້ເບົາບາງລົງ.

ປັດຈຸບັນ ປະເທດລາວ ຍັງບໍ່ທັນມີລະບົບເຕືອນພັຍ ເປັນຕົ້ນພະຍຸລະດູຝົນ ໃນເດືອນສິງຫາ ແລະເດືອນກັນຍາ ແລະພັຍນໍ້າຖ້ວມ ຍ້ອນຝົນຕົກຕິດຕໍ່ກັນຫລາຍມື້ ແລະການປ່ອຍນໍ້າອອກຈາກ ເຂື່ອນໄຟຟ້າລົງມາ ໃນເດືອນຕຸລາ ແລະເດືອນພຶສຈິກາ. ຍ້ອນບໍ່ມີລະບົບເຕືອນພັຍ ປະຊາຊົນຈຶ່ງບໍ່ໄດ້ກຽມຕົວຮັບມືກັບພັຍພິບັດ ທີ່ກໍາລັງຈະເກີດຂຶ້ນ ເຮັດໃຫ້ພວກເຂົາ ເຈົ້າໄດ້ຮັບຄວາມເສັຍຫາຍໜັກໜ່ວງ.

ດັ່ງປະຊາຊົນ ຜູ້ທີ່ໄດ້ຖືກຜົລກະທົບ ຈາກການປ່ອຍນໍ້າອອກຈາກເຂື່ອນໄຟຟ້າລົງມາ ຢູ່ເມືອງສນາມໄຊ ແຂວງອັດຕະປືນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ກຸມພານີ້ວ່າ:

ຜ່ານມາເຮົາໄດ້ຮັບການແຈ້ງເຕືອນ ມັນກໍສິບໍ່ເສັຽຫາຍຫລາຍປານນັ້ນ ຢູ່ກັບສະຖານທີ່ແນວນີ້ ເຮົາຕ້ອງຕຽມໂຕເອງ  ອັນແທນທີ່ພາກຣັດອີ່ຫຍັງ  ເພິ່ນທີ່ຊ່ວຍເຮົາເນາະ ແຈ້ງເຕືອນເຮົາອີ່ສັງວ່າ  ຣະດັບນໍ້າສໍ່ານີ້ ເກັບເຄື່ອງເກັບຂອງຈັ່ງຊີ້ ໜີອັນບ່ອນພື້ນທີ່ຕໍ່າອີ່ຫຍັງ ໄປຢູ່ຫວ່າງສູງ ເພິ່ນບໍ່ແຈ້ງລະ ຄວາມໝາຍມັນວ່າຈັ່ງໃດຫັ້ນນ່າ ເພິ່ນບໍ່ແຈ້ງ ເພິ່ນບໍ່ແຈ້ງໃຫ້ປະຊາຊົນຮັບຮູ້ຫັ້ນນ່າ ຫລືວ່າເພິ່ນກະບໍ່ຮູ້ຄືກັນບໍ໋.

ຢູ່ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງ ຈະໃຊ້ວິທີຕິດຕາມຂ່າວສານ ກ່ຽວກັບສະ ພາບອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ. ຈາກນັ້ນກໍແຈ້ງເຕືອນໄປຍັງອໍານາດການປົກຄອງຂັ້ນບ້ານ ແລະຂັ້ນເມືອງ ຂອງແຕ່ລະແຂວງ ເພື່ອເຜີຍແຜ່ຂ່າວນັ້ນໃຫ້ປະຊາຊົນຮູ້, ຍັງບໍ່ທັນມີລະບົບເຕືອນພັຍ.

ດັ່ງທີ່ນາງເວົ້າວ່າ:                   

ກໍແຈ້ງເຕືອນທັມກາເນາະ ແຕ່ມັນບໍ່ທັນເປັນລະບົບ ເຮົາກໍມີແຕ່ຳັງການອອກຂ່າວ ສື່ອີ່ຫຍັງຊື່ໆ ກໍແຈ້ງ ເວລາກ່ອນນີ້ ເກີດພະຍຸພວກເຮົາກໍແຈ້ງວ່າ ພະຍຸສິເຂົ້າອີ່ຫຍັງຫັ້ນນ່າ ພວກເຮົາກໍແຈ້ງ ເຮົານີ້ຈະແຈ້ງການຈາກກົມອຸຕຸນິຍົມ ແລ້ວເຮົາກໍມາປະກາດແຈ້ງເຕືອນ ອອກຂ່າວ ແຈ້ງເຕືອນໃຫ້ປະຊາຊົນ.

ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ອໍານາດການປົກຄອງບ້ານ ໃນເຂດເມືອງນອງທ່ານນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ໃນຂະນະທີ່ປະຊາຊົນສ່ວນນຶ່ງ ໄດ້ຮັບການແຈ້ງເຕືອນ ກ່ຽວກັບພັຍພິບັດ ຜ່ານທາງວິທຍຸ, ໂທຣະທັດ, ສື່ສັງຄົມອອນລາຍນ໌, ແຕ່ກໍຍັງມີປະຊາຊົນອີກສ່ວນນຶ່ງ ໂດຍສະເພາະຜູ້ທີ່ຢູ່ໃນເຂດຫ່າງໄກ ບໍ່ສາມາດຮູ້ຂ່າວຄາວນັ້ນໄດ້.

1 ມາກ່ຽວກັບສັນຍານນີ້ແຫລະ ໃນການແຈ້ງຕືອນເນາະ ມີຫລັກສັນຍານໂທຣະສັບບໍ່ ທີ່ຢູ່ຫ່າງໄກສອກຫລີກ ເຕືອນພັບໄດ້ກໍດີ ແຈ້ງການມາທາງກົມ ທາງຫຍັງ ທາງອຸຕຸນິຍົມ ທາງນາຍບ້ານ ອັນນີ້ັນຍານມັນບໍ່ມີ ເຮົາສິໄປເຕືອນຂະເຈົ້າແນວໃດ ໄປບສກລ່ວງໜ້າແນວໃດເນາະ ຫ່າງໄກຕັ້ງຫລາຍກິໂລ ເຕືອນຂະເຈົ້າຈັ່ງຊີ້ ໄປດ້ວຍພາຫານະແບບໃດ ຍາກຫລາຍແຫລະ.

ສໍາລັບປະຊາຊົນຜູ້ຕິດຕາມຂ່າວສານ ກ່ຽວກັບການແຈ້ງເຕືອນພັຍ ພິບັດທາງສື່ສັງຄົມອອນລາຍນ໌ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ກຸມພານີ້ວ່າ ພາສາທີ່ທາງການໃຊ້ໃນການສື່ສານແຈ້ງເຕືອນພັຍພິບັດ ແລະຄວາມສ່ຽງຕ່າງໆ ໃຫ້ປະຊາຊົນຮູ້ນັ້ນ ສ່ວນຫລາຍເປັນພາສາວິຊາການ ແລະວິທຍາສາດ ເຮັດໃຫ້ປະຊາຊົນທົ່ວໄປບໍ່ເຂົ້າໃຈ ດັ່ງນັ້ນຈຶ່ງຄວນໃຊ້ພາສາງ່າຍໆເວົ້າ.

ເຮົາຄວນມີພາສາງ່າຍໆ ບໍ່ແມ່ນໃຊ້ພາສາວິທຍາສາດໃຫ້ຊາວບ້ານຟັງ ຊາວບ້ານບໍ່ຮູ້ເຣື່ອງ ຕ້ອງເອົາໄປແປພາສາວິທຍາສາດມັນໃຊ້ບໍ່ໄດ້ ໃນນັກວິຊາການຊຸມເຈົ້າອາຈໄດ້ຢູ່ ແຕ່ວ່າຊາວບ້ານນີ້ ຮັບບໍ່ໄດ້ເດ໋ ແມ່ນຍາກເນາະ ພາສາເຕືອນພັຍນະ.

ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບບັນຫາ ພັຍພິບັດຢູ່ແຂວງພາກໃຕ້ ທ່ານນຶ່ງເວົ້າວ່າ ທີ່ຜ່ານມາ ປະເທດລາວ ຍັງບໍ່ມີແຜນທີ່ ທີ່ບົ່ງບອກເຖິງພື້ນທີ່ໃນເຂດບ້ານ, ເມືອງ ຫລືແຂວງໃດ ມີຄວາມສ່ຽງຕໍ່ການເກີດພັຍພິບັດ. ສະນັ້ນ ຈຶ່ງເຮັດໃຫ້ການແຈ້ງເຕືອນພັຍ ໃຫ້ປະຊາຊົນຮູ້ທົ່ວເຖິງ ຈຶ່ງເປັນໄປໄດ້ຍາກ.

ເຣື່ອງອັນຄວາມຮັບຮູ້ ຂອງປະຊາຊົນກ່ຽວກັບພັຍພິບັດນີ້ ຍັງຄວາມເຂົ້າໃຈຍາກຢູ່ເນາະ ເປັນຕົ້ນວ່າ ຍັງບໍ່ທັນມີແຜນທີ່ຄວາມສ່ຽງຫັ້ນນ່າເນາະ ວ່າເຂດໃດເຮືອນປະຊົນ ຢູ່ຂອບເຂດເຮືອນແຕ່ລະບ້ານຫັ້ນ ມີຄວາມສ່ຽງແນວໃດ ໂຕນີ້ເຮົາຍັງເຮັດໄດ້ໜ້ອຍເນາະ ສ່ວນຫລາຍລະແມ່ນພວກເຮົາເຮັດ ແຕ່ບ່ອນທີ່ມັນເຄີຍເກີດຫັ້ນແຫລະ ຫລືວ່າໄປແນະນໍາໃຫ້ພວກຂະເຈົ້າຮັບຮູ້ເນາະ ຫລືວ່າບ່ອນເຄີຍເກີດກໍຣະນີຂນານໃຫຍ່ ຖືວ່າຍັງເລີຍ ຖືວ່າຍັງບໍ່ມີແຜນຄວບຄຸມຢ່າງເປັນລະບົຍເທື່ອ ໂຕພັຍພິບັດ.

ເມື່ກ່ອນໜ້ານີ້ ຄືໃນເດືອນສິງຫາ ແລະເດືອນກັນຍາ 2019 ຫລາຍເຂດພາກໃຕ້ຂອງລາວ ໄດ້ຮັບຜົລກະທົບໜັກ ຈາກພະຍຸໃຕ້ຝຸ່ນລະດູຮ້ອນ, ເຮັດໃຫ້ເກີດຝົນຕົກໜັກ ແລະນໍ້າຖ້ວມ ແຮງ, ເຮັດໃຫ້ເກີດຜົລເສັຍຫາຍຢ່າງໜັກໜ່ວງຕໍ່ບ້ານເຮືອນ, ສັດລ້ຽງ, ການຜລິດຂອງປະຊາຊົນ ແລະໂຄງຮ່າງພື້ນຖານ ເປັນຕົ້ນ ຂົວ 97 ແຫ່ງ, ໂຮງຮຽນ 747 ແຫ່ງ, ໂຮງໝໍ ແລະສຸກສາລາ 43 ແຫ່ງ, ຖນົນຫົນທາງ 462 ແຫ່ງ ຖືກເປ່ເພເສັຍຫາຍ ແລະສັດ ລ້ຽງຫລາຍກວ່າ 275,000 ໂຕ ໄດ້ຮັບຜົລກະທົບ, ປະຊາຊົນປະມານ 153,800 ຄອບ ຄົວ ຫລືປະມານ 765,000 ຄົນໄດ້ຮັບຜົລກະທົບ, ມີຜູ້ເສັຍຊີວິດ 19 ຄົນ, ເຮືອນຊານ ບ້ານຊ່ອງປະມານ 760 ຫລັງຖືກເປ່ເພເສັຍຫາຍ.

ໃນມື້ວັນທີ 1 ກຸມພານີ້ ພົລເອກ ຈັນສະໝອນ ຈັນຍາລາດ ປະທານຄະນະກໍາມະການຄຸ້ມຄອງພັຍພິບັດຂັ້ນສູນກາງ ໄດ້ກ່າວຕໍ່ກອງປະຊຸຸມ ຄະນະກໍາການຄຸ້ມຄອງ ພັຍພິບັດປະຈໍາປີ 2021 ວ່າ ການໃຫ້ຄວາມຊ່ອຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດໃນໄລ ຍະສຸກເສີນ ຍັງບໍ່ທັນກັບສະພາບການ, ການຕອບສນອງ ຄວາມຕ້ອງການ ຍັງບໍ່ພຽງພໍ, ການຈັດຕັ້ງປະຕິບັດ ບໍ່ກົມກຽວຕາມກົລໄກທີ່ກໍານົດໄວ້ ຮວມທັງການລາຍງານຂໍ້ມູນສະ ພາບ ແລະຜົລເສັຍຫາຍຈາກພັຍພິບັດ ຍັງບໍ່ເປັນລະບົບເທົ່າທີ່ຄວນ.

ໃນປີ 2021 ທີ່ຜ່ານມາ ປະເທດລາວ ໄດ້ຮັບຜົລກະທົບຈາກພັຍທັມຊາດ ເປັນຕົ້ນ ພັຍນໍ້າຖ້ວມ, ພັຍແຫ້ງແລ້ງ, ລົມພະຍຸພັດ, ດິນເຈື່ອນ, ສັດຕຣູພືດທັມລາຍ ແລະອື່ນໆ ຈໍານວນ 65 ຄັ້ງ ຊຶ່ງໄດ້ເຮັດໃຫ້ມີຜົລກະທົບໂດຍກົງຕໍ່ປະຊາຊົນ ຢູ່ 15 ແຂວງ, 94 ເມືອງ, 786 ບ້ານ, ທັງໝົດ 70,200 ຄົນ. ໃນນັ້ນເປັນແມ່ຍິງ 34,645 ຄົນ, ບາດເຈັບ 17 ຄົນ ແລະເສັຍຊີວິດ 19 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.