ເມື່ອບໍ່ດົນມານີ້ ກອງທຶນສະຫະປະຊາຊາດ ເພື່ອປະຊາກອນ ຫຼື UNFPA ໄດ້ມອບຜ້າເຊັດໂຕ, ເສື້ອຜ້າ ແລະສິ່ງຂອງອື່ນໆໃຫ້ແກ່ແມ່ຍິງ ຈຳນວນ 200 ຄອບຄົວ ທີ່ອາຍຸແຕ່ 15-49 ທີ່ປະສົບພັຍນ້ຳຖ້ວມ ຢູ່ແຂວງສວັນນະເຂດ. ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ພຶສຈິກາ ວ່າ:
"ຈາກ ສະຫະປະຊາຊາດ ກະຊິແມ່ນເຄື່ອງນຸ່ມຫົ່ມນີ້ ກະເພິ່ນເອົາໃຫ້ກະມີສ່ວນນຶ່ງ ກະແມ່ນຢູ່ຜ່ອນຜັນ ກັນຢູ່ເນາະ ແຕ່ວ່າ ມັນກະຍັງມີ ຄວາມຕ້ອງການຢູ່ເນາະ ຄວາມລຳບາກ ກະຂາດນີ້ແຫຼະກ່ຽວກັບ ເຂົ້າສານອາຫານແຫ້ງນີ້ເນາະ ກະຄືຖືກພັຍນ້ຳຖ້ວມ ຫຼັງນ້ຳຖ້ວມແລ້ວ ນີ້ກະກຽວກັບອາຫານນີ້ນະ ກະຖືວ່າຍັງຂາດຢູ່."
ຍານາງ ກ່າວຕື່ມວ່າ ນອກຈາກນັ້ນແລ້ວ ແມ່ຍິງ ທີ່ຢູ່ໃນເຂດປະສົບພັຍນ້ຳຖ້ວມ ສ່ວນຫຼາຍມີອາຊີບເຮັດນາ ແລະ ປູກພືດອື່ນໆນັ້ນ ກໍຍັງ ຕ້ອງການໃຫ້ຫຼາຍພາກສ່ວນ ທັງຣັຖບານ ແລະ ອົງການຈັດຕັ້ງຕ່າງໆ ໃຫ້ການຊ່ວຍເຫຼືອ ກ່ຽວກັບການສະໜອງ ແນວເຂົ້າ ຫຼື ແນວພັນພືດ ອື່ນໆ ເພື່ອໄວ້ປູກໃນລະດູຕໍ່ໄປ ຍ້ອນຜົນຜລິດ ທີ່ເທື່ອຫຼ້າສຸດ ຍັງບໍ່ທັນໄດ້ເກັບກ່ຽວ ກໍຖືກນ້ຳຖ້ວມໝົດ.
ໃນຂນະທີ່ແມ່ຍິງ ເມືອງເຊໂປນ ຄົນນຶ່ງກ່າວວ່າຫາກໍ່ຟື້ນຕົວໄດ້ ຫຼັງຈາກນ້ຳຖ້ວມ ແລະ ກໍຮູ້ສຶກດີທີ່ໄດ້ຮັບການຊ່ວຍເຫຼືອ:
"ໄດ້ຮັບຢູ່ເຈົ້າໄດ້ຮັບເປັນເຂົ້າ ເຄື່ອງນຸ່ງເຄື່ອງນຸ່ງຫົ່ມນະ ຖ້ວມຫຼາຍໝົດເລີຍນະ ບໍ່ເຫຼືອເລີຍແຖວນອກໆ ບ່ອນເຂົາຖ້ວມໜັກນະເຮືອນໄຫຼ ໄປເລີຍ ກະສາມັກຄີກັນຢູ່ ແບບຄົນເອົາເຄື່ອງນຸ່ງ ໄປຊ່ວຍຢູ່."
ເຈົ້າໜ້າທີ່ບ້ານ ທ່ານນຶ່ງກ່າວວ່າ ຍັງມີແມ່ຍິງບາງພື້ນທີ່ ຍັງບໍ່ໄດ້ຮັບເຄື່ອງຊ່ວຍເຫຼືອ ແລະ ການສົ່ງເຄື່ອງຊ່ວຍເຫຼືອກໍຍັງບໍ່ທັນຮອດ:
"ແມ່ຍິງເບາະ ສ່ວນຫຼາຍກະອາຊີບແມ່ນເຂົາເຮັດນາ ຫັ້ນແຫຼະ ພວກແມ່ຍິງກະເຄື່ອງນຸ່ງຂອງຖື ນີ້ແຫຼະ ເພາະວ່າອາກາດມັນຢາກໜາວເດ້ ໂຕນີ້ ກະຍັງບໍ່ໄດ້ເອົາຕົວຈິງ ບໍ່ໄດ້ສະເໜີມີແຕ່ເອົາແຕ່ສະພາບລວມ."
ເຈົ້າໜ້າທີ່ຫ້ອງການກັມມະບານ ເມືອງເຊໂປນ ໄດ້ກ່າວວ່າ ມີ 28 ຄອບຄົວ ຢູ່ບ້ານວັງຄົດ ເມືອງເຊໂປນ ໄດ້ຮັບຄວາມເດືອດຮ້ອນຍ້ອນ ວ່າເຮືອນເຂົາເຈົ້າ ຖືກນ້ຳພັດໄຫຼ ໄປໝົດ:
"ດຽວນີ້ ທາງການເຮົາກຳລັງຈັດສັນດິນປຸກສ້າງໃຫ້ຂະເຈົ້າຫັ້ນນະ ແລ້ວກະປຸກລະດົມ ສັງກະສີນີ້ແຫຼະ ເຫຼັກຕະປູ ໄມ້ ບາງອັນ ບໍຣິສັດ ຕ່າງໆນະບາດນີ້ ດຽວນີ້ທະຍອຍເຂົ້າມາແຫຼະ ຫຼາຍໆແລ້ວເປັນເຄື່ອງ ນຸ່ງຫົ່ມ ເປັນເຄື່ອງເຮືອນຄົວ ນີ້ແຫຼະ ເປັນຖ້ວຍ ເປັນຊາມ ເປັນໝໍ້."
ກ່ຽວກັບເຣື່ອງການຊ່ອຍເຫລືອ ເຄື່ອງຂອງທີ່ວ່ານັ້ນ ເອເຊັຽເສຣີ ໄດ້ຕິດຕໍ່ຫາອົງການກອງທຶນ ສະຫະປະຊາຊາດ ເພື່ອ ປະຊາກອນ ຢູ່ນະຄອນຫລວງ ວຽງຈັນ ແຕ່ເຈົ້າໜ້າທີ່ຜູ້ຮັບສາຍ ບໍ່ສະດວກ ທີ່ຈະໃຫ້ ສໍາພາດທາງໂທລະສັບ.
ກ່ອນໜ້ານີ້ຍານາງ Mariam A.Khan ຜູ້ຕາງໜ້າກອງທຶນສະຫະປະຊາຊາດ ເພື່ອປະຊາກອນປະຈຳລາວ ໄດ້ກ່າວຕໍ່ສື່ມວນຊົນລາວວ່າ:
“ສະຫວັດດີພາບ ຂອງແມ່ຍິງ ຮວມທັງເດັກນ້ອຍວັຍຊອນສາວ ເປັນໃຈກາງວຽກງານ ຂອງອົງການ UNFPA. ເມື່ອເກີດໄພພິບັດ ພວກເຮົາ, UNFPA, ກໍຮັບຮອງວ່າ ຄວາມຕ້ອງການດ້ານ ສຸຂພາບ ຈະເຣີນພັນ ແລະການປົກປ້ອງ ແມ່ຍິງຮວມທັງ ວັຍຊອນສາວ ຈະໄດ້ຮັບຄວາມ ເອົາໃຈໃສ່ ຢ່າງຮີບດ່ວນ. ເຄື່ອງຂອງສໍາຄັນເຫລົ່ານີ້ ເປັນຄວາມຕ້ອງການຂັ້ນ ພື້ນຖານ ຂອງ ພວກເຂົາເຈົ້າ ເພື່ອໃຫ້ມີ ສຸຂອະນາມັຍ ແລະ ຄວາມເປັນຢູ່ທີ່ດີ ມີສວັດດີພາບ ທາງດ້ານຈິດໃຈ ຂອງສັງຄົມ.”
ສຳນັກຂ່າວສານປະເທດລາວ ໄດ້ຣາຍງານໃນວັນທີ 6 ພືສຈິກາ ວ່າ ນ້ຳຖ້ວມຢູ່ແຂວງສວັນນະເຂດ ໃນເດືອນ ຕຸລາ ທີ່ຜ່ານມາ ມີປະຊາຊົນ ໄດ້ຮັບ ຜົນກະທົບ ຫຼາຍກວ່າ 30 ພັນຄົນ ໃນ 8 ຕົວເມືອງ ແລະ ໃນນັ້ນ ມີຊາວບ້ານ 2,600 ຄົນ ຖືກອົບພະຍົບ ໄປຢູ່ສູນພັກຊົ່ວຄາວ ຢູ່ຕາມໂຮງຮຽນ ແລະ ເຮືອນຍາດພີ່ນ້ອງ, ແຕ່ມາເຖີງປັດຈຸບັນ ເຂົາເຈົ້າໄດ້ພາກັນ ກັບຄືນບ້ານແລ້ວ ຍົກເວັ້ນແຕ່ ຊາວບ້ານ ທີ່ມີເຮືອນ ຖືກນ້ຳຖ້ວມເສັຽຫາຍ.