ຊາວບ້ານ ທີ່ຖືກນ້ຳຖ້ວມ ລໍຖ້າການຊ່ອຍເຫຼືອ ຈາກຣັຖ

ໄຊຍາ
2022.08.10
ຊາວບ້ານ ທີ່ຖືກນ້ຳຖ້ວມ ລໍຖ້າການຊ່ອຍເຫຼືອ ຈາກຣັຖ ຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ຈາກພັຍນ້ຳຖ້ວມ ເມື່ອຄັ້ງວັນທີ 06 ສິງຫາ ປີ 2022 ນີ້.
ຮູບພາບໂດຍ: ຜູ້ປະສົບພັຍນ້ຳຖ້ວມ

ຊາວບ້ານຫຼາຍຮ້ອຍຄອບຄົວ ທີ່ປະສົບພັຍນໍ້າຖ້ວມ ຢູ່ຫຼາຍແຂວງທາງພາກໃຕ້ ຂອງລາວ ເຣີ່ມແຕ່ວັນທີ 06 ສິງຫາ ທີ່ຜ່ານຈົນມາຮອດປັດຈຸບັນ ກຳລັງລໍຖ້າການຊ່ອຍເຫຼືອ ຈາກເບື້ອງເຈົ້າໜ້າທີ່ຣັຖບານ. ເຫດການນໍ້າຖ້ວມ ທີ່ເກີດຂື້ນຫຼ້າສຸດນີ້ຂ້ອນຂ້າງ ຮຸນແຮງໃນຮອບຫຼາຍປີ ແລະ ສ້າງຄວາມເສັຽຫາຍຢ່າງຫຼວງຫຼາຍ ແຕ່ຍັງບໍ່ມີການປະເມີນ ຄວາມເສັຽຫາຍນັ້ນເທື່ອ ແລະ ກໍບໍ່ມີຣາຍງານຊາວບ້ານສູນຫາຍ.

ຊາວບ້ານ ບ້ານຫ້ວຍໝື່ນ ເມືອງທ່າປາງທອງ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ສິງຫານີ້ວ່າ:

ນໍ້າມັນຖ້ວມວັດ ແລ້ວກໍມັນພັດສາລາ, ພັດກຸດຕິວັດຫັ້ນໄປໝົດ ມັນບົກແລ້ວດຽວນີ້ ມັນຖ້ວມ ມື້ວານຢູ່ທາງເຮືອນປະຊາຊົນ ກາເສັຽຫາຍຢູ່ແຕ່ບໍ່ສໍ່າ ວັດດອກເພິ່ນກຳລັງລົງມາກວດກາ ມາສຳຣວດແຕ່ວ່າເພິ່ນກາຊິວາງແຜນ ເຣື່ອງໃຫ້ການຊ່ອຍເຫຼືອ ຫັ້ນແຫຼະ.

ໃນຂະນະທີ່ຢູ່ວັດໃໝ່ ໄຊສົມບູນ ຄຸ້ມກຸດລຳພັນ ເມືອງທ່າປາງທອງ ກາຍເປັນວັດ ທີ່ໄດ້ຮັບຄວາມເສັຽຫາຍໜັກໜ່ວງ ຈາກນໍ້າຖ້ວມຄັ້ງນີ້ ເຮັດໃຫ້ເຄື່ອງຂອງຕ່າງໆ ພາຍໃນວັດຖືກນໍ້າພັດ ໄຫຼໄປໝົດຈຳເປັນຕ້ອງ ໄດ້ຫາປັດຈັຍມາສ້ອມແປງ ແລະບູຣະນະວັດຄືນໃໝ່.

ດັ່ງຄຣູບາ ປະຈຳວັດໃໝ່ ໄຊສົມບູນກ່າວວ່າ:

ນໍ້າໄດ້ລົງແລ້ວ ແຕ່ວ່າຜົລເສັຽຫາຍ ທີ່ມັນເກີດຂື້ນມັນທຳລາຍໝົດເລີຍ ເຫຼືຶອແຕ່ຫ້ອງນໍ້າ ກັບກຸດຕິ 1 ຫຼັງທີ່ເຫຼືອຫັ້ນໝົດເລີຍ. ສາລາ, ພຣະພຸທຮູບ ນໍ້າບົກແຫ້ງແລ້ວມື້ນີ້.

ສ່ວນຢູ່ເມືອງໂພນທອງ ແຂວງຈຳປາສັກ ກໍເປັນອີກເມືອງນຶ່ງ ທີ່ໄດ້ຮັບຜົລເສັຽຫາຍ ຈາກນໍ້າຖ້ວມໃນເວລານີ້ ຊຶ່ງທາງເຈົ້າໜ້າທີ່ ທະຫານກໍໄດ້ລົງພື້ນທີ່ ຢູ່ບ້ານທີ່ຖືກນໍ້າຖ້ວມໜັກ ເພື່ອຊ່ອຍເຄື່ອນຍ້າຍຊາວບ້ານ ແລະ ເຄື່ອງຂອງພາຍໃນແຕ່ລະຄົວເຮືອນ.

ຊາວບ້ານຢູ່ບ້ານ ໜອງໄຮໂຄກ ເມືອງໂພນທອງກ່າວວ່າ:

ແມ່ນຖ້ວມຫຼາຍຖ້ວມ 3 ໝູ່ບ້ານມີບ້ານບົກ ບ້ານດູ່ ບ້ານໜອງໄຮ ຖ້ວມໝົດ ໂຮງຮຽນ ໂຮງໝໍເພິ່ນກາລົງມາຢູ່ດອກ ຊ່ອຍອີ່ຫຍັງ ຂົນປະຊາຊົນອີ່ຫຍັງນີ້ແຫຼະ ທະຫານອີ່ຫຍັງ ເພິ່ນກາມາຊ່ອຍປະຊາຊົນ ຂົນເຄື່ອງ ຍ້າຍສັດ ຍ້າຍຂອງນີ້ແຫຼະ.

ທາງດ້ານແຂວງສາຣະວັນ ກໍໄດ້ປະສົບພັຍນໍ້າຖ້ວມ ຢູ່ຫຼາຍເມືອງ ເປັນຕົ້ນ ເມືອງສາຣະວັນ, ເມືອງວາປີ ແລະ ເມືອງຄົງເຊໂດນ ຊຶ່ງສ່ວນໃຫຍ່ ຖ້ວມຢູ່ເຂດຫ່າງໄກສອກຫຼີກ ແລະທົ່ງໄຮ່ທົ່ງນາ ບໍ່ໄດ້ເຂົ້າຖ້ວມໃນເທສບານ ແລະ ເສັ້ນທາງຫຼັກແຕ່ຢ່າງໃດ.

ຊາວບ້ານເມືອງຄົງເຊໂດນກ່າວວ່າ:

ນໍ້າຖ້ວມ ບໍ່ຢູ່ສາຣະວັນກາມີ ແຖວເຂດນອກຝົນລິນໆ ກາບໍ່ຕົກປານໃດ ສ່ວນຫຼາຍ ຢູ່ແຖວເຂດນອກພຸ້ນແຫຼະຫັ້ນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນຫຼາຍເມືອງ ແລະຫຼາຍແຂວງ ທີ່ປະສົບພັຍນໍ້າຖ້ວມ ກໍໄດ້ສົ່ງທີມວິຊາການ ລົງພື້ນທີ່ ໄປຮິບໂຮມຂໍ້ມູນ ຄວາມເສັຽຫາຍແລ້ວ ເປັນບາງສ່ວນເພື່ອນຳໄປຂຶ້ນແຜນ ຊ່ອຍເຫຼືອ ຊາວບ້ານແຕ່ກໍຍັງບໍ່ສາມາດ ເຂົ້າໄປຫຼາຍພື້ນທີ່ໄດ້ ຍ້ອນນໍ້າໄດ້ຖ້ວມເສັ້ນທາງ ເຂົ້າເມືອງ ແລະບ້ານ.

ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງສວັນນະເຂດ ກ່າວວ່າ:

ຖ້ວມຢູ່ເມືອງທ່າປາງທອງ ສວັນນະເຂດ ມີແຕ່ເມືອງທ່າປາງທອງ ດຽວນີ້ມັນກາຍັງບໍ່ມີທາງ ທີ່ວ່່່າລຸດລະເທື່ອເນາະ ແລະອັນຕຣາຍຢູ່ເນາະ ເພິ່ນກຳລັງຂົນຍ້າຍຄົນອອກ ແລ້ວກໍກຳລັງຊ່ອຍເຫຼືອ ກັນຢູ່ບາງບ່ອນມັນກາມີຫົນທາງຂາດ ຍັງບໍ່ມີຄົນສູນຫາຍ.

ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງໂພນທອງ ແຂວງຈຳປາສັກ ກ່າວວ່າປັດຈຸບັນ ຍັງບໍ່ສາມາດຮວບຮວມຈຳນວນ ຊາວບ້ານທີ່ປະສົບພັຍ ນໍ້າຖ້ວມໄດ້ເທື່ອ ແຕ່ກຳລັງມີການຂຶ້ນແຜນ ຊ່ອຍເຫຼືອຢູ່.

ໂອ ຢູ່ປະມານໜອງໄຮເນາະ ເພາະວ່າຂໍ້ມູນເຂົາກຳລັງສັງລວມຢູ່ ເຣີ່ມຈາກແຕ່ວັນທີ 7 ເນາະ ນໍ້າມາແຕ່ພູນ່າ.

ສຳລັບເຫດການນໍ້າຖ້ວມ ໃນເທື່ອນີ້ເຈົ້າໜ້າທີ່ທາງການ ໄດ້ມີການເປີດເຜີຍ ຂໍ້ມູນຄວາມເສັຽຫາຍແລ້ວ ເປັນບາງສ່ວນເປັນຕົ້ນ. ແຂວງສວັນນະເຂດ ມີເມືອງຖືກນໍ້າຖ້ວມ 1 ເມືອງ ຄື ເມືອງທ່າປາງທອງຮວມທັງໝົດ 9 ບ້ານ ໃນນັ້ນມີເຮືອນຊາວບ້ານ ຖືກນໍ້າຖ້ວມປະມານ 60 ຫຼັງ ແລະ ເນື້ອທີ່ໄຮ່ນາ, ເລົ້າເຂົ້າ, ວັດ ແລະ ຂົວ ອີກບາງແຫ່ງໄດ້ຮັບຄວາມເສັຽຫາຍ. ແຂວງສາຣະວັນ ມີເມືອງຖືກນໍ້າຖ້ວມ 4 ເມືອງ ໄດ້ແກ່ເມືອງສາຣະວັນ, ເມືອງຄົງເຊໂດນ, ເມືອງຕະໂອ້ຍ ແລະ ເມືອງວາປີ ໃນເບື້ອງຕົ້ນ ໄດ້ກຳນົດຈຸດລົບພັຍ ນໍ້າຖ້ວມຊົ່ວຄາວ 90 ຈຸດ (ສູນພັກຊົ່ວຄາວ). ຄາດວ່າ ມີບ້ານຈະຖືກນໍ້າຖ້ວມ ປະມານ 100 ບ້ານ ແລະ ແຂວງຈຳປາສັກ ມີເມືອງຖືກນໍ້າຖ້ວມ 2 ເມືອງ ໄດ້ແກ່ ເມືອງໂພນທອງ 2 ບ້ານ ແລະ ເມືອງຊະນະສົມບູນ 1 ບ້ານ ແລະ ມີຂົວອີກ 1 ແຫ່ງ ຖືກຕັດຂາດ ຢູ່ເມືອງບາຈຽງຈະເຣີນສຸຂ.

ຫຼ້າສຸດໃນວັນທີ 10 ສິງຫາ 2022 ນີ້ ກົມອຸຕຸນິຍົມ ໄດ້ອອກແຈ້ງການ ໃຫ້ປະຊາຊົນທີ່ຢູ່ລຽບຕາມແຄມນໍ້າເຊໂດນ ເຂດພາກໃຕ້ ແລະນໍ້າຊັນເຂດພາກກາງ ໃຫ້ເຝົ້າຣະວັງພະຍຸໝູນເຂດຮ້ອນ ມູຫຼານ (Mulan) ຫົວທີ 7 ທີ່ກຳລັງເຄື່ອນໂຕ ໄປທາງພາກເໜືອ ຂອງເກາະໄຫຫຼຳ ຊຶ່ງຈະເຮັດໃຫ້ເກີດ ຝົນຕົກຢູ່ລາວ ຕິດຕໍ່ກັນຫຼາຍມື້ ຕັ້ງແຕ່ວັນທີ 10-13 ສິງຫານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.