ສັມພາດ ດຣ. ອຽນ ແບ໊ດ (Dr. Ian Baird)
2018.05.18
ປາຂ່າຫລືປາ dolphin ນໍ້າຈືດ ເປັນປາຊນິດນຶ່ງ ທີ່ຫາຍາກ ແລະໃກ້ຈະສູນພັນ ມີຢູ່ໃນແມ່ນໍ້າຂອງ ເຂດບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ພາກໃຕ້ຂອງລາວ, ເປັນວັງປາຂ່າ ບ່ອນດຽວ ຂອງລາວ. ປັດຈຸບັນມີການສັນນິຖານວ່າ ຍັງເຫລືອປາຂ່າ ພຽງ 4 ໂຕ ພາຍຫລັງທີ່ລູກປາຂ່າ ອາຍຸ 3 ເດືອນ ໄດ້ຕາຍ ໂດຍບໍ່ຮູ້ສາເຫດ ເມື່ອເດືອນ ມີນາ 2018 ນີ້.
ໃນຂນະທີ່ຢູ່ໃຕ້ລົງໄປ ໃນເຂດກັມພູຊາ ມີປາຂ່າເຖິງ 90 ໂຕ -ຕາມຣາຍງານຂອງກອງທຶນ ສັດປ່າໂລກ WWF.
ເວົ້າເຖິງຈໍານວນປາຂ່ານັ້ນ Dr. Ian Baird, ສາສດາຈານ ປະຈໍາຢູ່ມະຫາວິທຍາລັຍ Wisconsin ສະຫະຣັຖ ອາເມຣິກາ ໃຫ້ສັມພາດ RFA ວ່າ ໃນຕົວຈິງແລ້ວ ປ່າຂ່າໃນວັງນໍ້າຂອງ ເຂດແດນຂອງລາວ ແລະ ໃນເຂດ ກັມພູຊາ ແມ່ນມັນລອຍ ໄປ-ມາ ຂ້າມເຂດກັນຢູ່.
ການສັມພາດ Dr. Ian Baird ສາສດາຈານ ຢູ່ມະຫາວິທຍາລັຍ Wisconsin ສະຫະຣັຖ ອາເມຣິກາ ຜູ້ທີ່ໄດ້ໄປສຶກສາ ເຣື່ອງປາຂ່າ ໄປເຫັນສະພາບປາຂ່າຕົວຈິງ ໃນເຂດບ້ານຫາງຄອນ ເປັນເວລາດົນຫລາຍປີ ຈົນວ່າເວົ້າຄວາມລາວ ໄດ້ຢ່າງຫລ່ຽນໄຫລ ຄຶດັ່ງທີ່ໄດ້ຟັງ ໄປນັ້ນ. ເຊີນທ່ານຕິດຕາມ ການສັມພາດອີກ ເປັນຕອນທີ 2 ໃນມື້ຕໍ່ໄປ.