ພາກໃຕ້ພັຍແລ້ງແກ່ຍາວ ຊາວນາ ບໍ່ໄດ້ຕົກກ້າ

ພູວົງສ໌
2020.07.29
F-Ricefield ທົ່ງນາຢູ່ບ້ານແກງໄຊ ເມືອງໄຊເສດຖາ ແຂວງອັດຕະປື ເຂົ້ານາປີນີ້ ເສັຍຫາຍຈາກພັຍແລ້ງ (ຮູບຖ່າຍ ເດືອນ ມິຖຸນາ ປີ 2020)
ນັກຂ່າວພົລເມືອງ

ປີນີ້ ຊາວນາລາວ ໃນເຂດພາກໃຕ້ຫຼາຍແຂວງ ບໍ່ສາມາດເຮັດນາທັນຣະດູນາປີ ຍ້ອນພັຍແຫ້ງແລ້ງແກ່ຍາວ, ໂດຍສະເພາະທົ່ງນາທີ່ຢູ່ໄກ ຈາກເຂດຊົລປະທານ ຫຼືທົ່ງນາທີ່ບໍ່ມີໜອງ ກໍຈະບໍ່ມີນ້ຳພຽງພໍ ເພື່ອດຳນາເລີຍ ເຮັດໃຫ້ກ້າ ທີ່ກະຕຣຽມໄວ້ດຳນາ ຕ້ອງແຫ້ງຕາຍ ເປັນ ຈຳນວນຫຼາຍ. ເປັນຕົ້ນ ແມ່ນຢູ່ເມືອງທ່າປາງທອງ ແຂວງສວັນນະເຂດ, ຊຶ່ງຊາວບ້ານທ່ານນຶ່ງ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 29 ກໍຣະກະດາ ນີ້ວ່າສະພາບທົ່ງນາໃນປີນີ້ ດຳນາບໍ່ໄດ້ເລີຍ ຍ້ອນພັຍແຫ້ງແລ້ງແກ່ຍາວ ແລະ ຝົນກໍຕົກໜ້ອຍເຖິງຈະດຳນາ ໄດ້ສ່ວນນຶ່ງ ຕົ້ນເຂົ້າກໍເຣີ່ມຕາຍ ເພາະຂາດນ້ຳ. ດັ່ງທ່ານກ່າວວ່າ:

“ໂອ້ຍແຫ້ງແລ້ງຫຼາຍດຽວນີ້, ກ້າກະຕາຍນຳໝົດແລ້ວດຽວນີ້ ປີນີ້ບໍ່ໄດ້ດອກ. ຝົນວານນີ້ກະຕົກ ມັນກະບໍ່ແຮງ, ເຂົ້າຫັ້ນນ່າ ມັນດິນແຫ້ງ. ປັກດຳມັນກະແບບ ມັນກະຕາຍ, ຫັ້ນນ່າ. ຕາຍຫຍໍ້ລົງໝົດກ້າ ມັນກະຂອດເຂົ້າເລີຍ ຈູດກະໄໝ້ ກະບໍ່ຈັກແນວຊິແກ້ ເພາະວ່ານ້ຳໄນ ຈັກຊິດູດຢູ່ໃສມັນກະບໍ່ມີ ທັງຫ້ວຍທັງຮ່ອງກໍດີ. ເປັນທົ່ວເມືອງ ໝົດເມືອງ ບໍ່ເປັນແຕ່ບ້ານ.”

ໃນຂນະທີ່ຊາວບ້ານ ທີ່ແຂວງສາຣະວັນ ກໍເວົ້າໃນທຳນອງດຽວກັນວ່າ ລໍຖ້າໃຫ້ຝົນຕົກ, ແຕ່ກໍຕົກພຽງໜ້ອຍດຽວ ແລະປັດຈຸບັນ ທົ່ງນາ ຂອງຕົນມີປະມານ 5 ເຮັກຕ້າຣສາມາດດຳນາໄດ້ພຽງ 3 ເຮັກຕ້າຣ ເຫຼືອ 2 ເຮັກຕ້າຣ ແມ່ນບໍ່ໄດ້ດຳ ເພາະກ້າເຣີ່ມຕາຍໄປແລ້ວ ແລະ ກໍມີທ່າທີວ່າ ຕົ້ນເຂົ້າໃນທົ່ງນາ ທີ່ດຳໄປກ່ອນໜ້ານີ້ ກໍມີຄວາມສ່ຽງວ່າຈະຕາຍເພີ່ມ ເພາະບໍ່ມີນ້ຳ ທັງ ຫ່າງໄກຈາກເຂດ ຊົລປະທານ.

“ໂອ ດຽວນີ້ມັນແຫ້ງນີ້ແຫຼະ ຟ້າຝົນບໍ່ຕົກນີ້ແຫຼະ ບາດມັນຕົກໜ້ອຍໆ. ສ່ວນນຶ່ງກະໄດ້ດຳ ສ່ວນນຶ່ງກະກ້າຕາຍ ມັນ 5 ເຮັກຕ້າຣ ໄດ້ເຮັດແຕ່ 3 ເຮັກຕ້າຣ ນອກນັ້ນຖືວ່າກ້າຕາຍ. ບໍ່ມີນ້ຳ ນີ້ແຫຼະ ນ້ຳຊົລປະທານຫັ້ນ ປ່ອຍໄດ້ແຕ່ພວກໃກ້ແຄມເຊ, ແຕ່ສ່ວນຫຼາຍ ກະມີແຕ່ໜອງນ້ອຍໆ ພໍໄດ້ປ່ອຍປູປ່ອຍປາ ທັມມະດາ.”

ທ່ານກ່າວຕື່ມວ່າ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຜແນກກະສິກັມ ແລະ ປ່າໄມ້ ສືບຕໍ່ຊອກຫາວິທີ ຊ່ອຍເຫຼືອຊາວບ້ານ ຕ້ານພັຍແຫ້ງແລ້ງ ເຊັ່ນວ່າ ຢາກໃຫ້ມີໂຄງການ ຂຸດນ້ຳບາດານ ໃຫ້ຊາວບ້ານ. ຫາກເຂດໃດຢູ່ນອກເຂດ ຊົລປະທານ ຈະໄດ້ໄປຂົນ ເອົານ້ຳມາເຮັດນາໄດ້ ເພາະຊາວບ້ານສ່ວນໃຫຍ່ ເຮັດນາ ແລະ ເຮັດສວນ ເພື່ອລ້ຽງຊີພ. ຫາກບໍ່ມີນ້ຳ ເຮັດນາ ກໍບໍ່ສາມາດຜລິຕເຂົ້າ ໃຫ້ກຸ້ມກິນໄດ້ ແລ້ວກໍຈະກະທົບໃສ່ ຄຸນນະພາບຊີວິຕການເປັນຢູ່.

ກ່ຽວກັບພັຍແຫ້ງແລ້ງນີ້, ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ແຂວງສາຣະວັນ ທ່ານນຶ່ງ ກ່າວວ່າ ກໍມີຊາວບ້ານຈຳນວນຫຼາຍ ທີ່ບໍ່ສາມາດ ເຮັດນາໄດ້, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ ສາມາດຮິບໂຮມຂໍ້ມູນໄດ້ໝົດເທື່ອ, ໂດຍສະເພາະຢູ່ເຂດໂນນສູງ ທີ່ຢູ່ໄກເຂດຫ້ວຍນ້ຳ ບໍ່ສາມາດໂປ້ມນ້ຳໄດ້. ໃນແຂວງສາຣະວັນ ມີໄຮ່ນາປະມານ 20 ພັນປາຍເຮັກຕ້າຣ, ແຕ່ໃນນັ້ນ ປະມານ 30% ບໍ່ສາມາດເຮັດນາໄດ້ ເພາະບໍ່ມີນ້ຳ. ການແກ້ໄຂ ໃນເບື້ອງຕົ້ນ ກໍຈະມີການຊຸກຍູ້ ໃຫ້ຊາວບ້ານ ປ້ານ້ຳຈາກຫ້ວຍ ມາໃຊ້ໄປກ່ອນ. ສ່ວນເຂດທີ່ບໍ່ໄດ້ຢູ່ໃກ້ຫ້ວຍ ກໍຍັງບໍ່ ສາມາດແກ້ໄຂໄດ້ເທື່ອ.

“ແຫ້ງແລ້ງກວ່າປີຜ່ານມາ ທຽບໃສ່ປີຜ່ານມາ ກະໄດ້ຢູ່ປະມານ 70%. ມັນມີຫຼາຍຈຸດ ມີບາງທົ່ງທີ່ມັນຢູ່ໂນນ ທີ່ບໍ່ຢູ່ໃກ້ຫ້ວຍນ້ຳອີ່ຫຍັງ ຢູ່ໃກ້ຫ້ວຍ ນ້ຳອີ່ຫຍັງ ປະຊາຊົນເຂົາກະໃຊ້ ປໍ້າໃຊ້ຫຍັງຫົດເອົາ. ທາງພະນັກງານພວກເຮົາ ກະລົງໄປເນາະ ໄປຮິບໂຮມຂໍ້ມູນ.”

ນອກຈາກນີ້, ຢູ່ເມືອງສນາມໄຊ ແຂວງອັຕປື ກໍໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງເຊັ່ນກັນ. ມີຊາວບ້ານຈຳນວນນຶ່ງ ບໍ່ສາມາດເຮັດນາໄດ້ ປະມານ 3 ພັນປາຍເຮັກຕ້າຣ ຈາກທັງໝົດ ປະມານ 8 ພັນປາຍເຮັກຕ້າຣ. ເຖິງຢ່າງໃດກໍຕາມ, ທົ່ງນາທີ່ສາມາດ ເຮັດນາໄດ້ປະມານ 5 ພັນປາຍເຮັກຕ້າຣນັ້ນ ກໍມີຄວາມສ່ຽງ ທີ່ຈະແຫ້ງຕາຍ ຍ້ອນຂາດນ້ຳ ແລະ ຝົນບໍ່ຕົກ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ເມືອງສນາມໄຊ ທ່ານນຶ່ງ ໄດ້ກ່າວໃນມື້ດຽວກັນນີ້.

“ນາທົ່ວເມືອງ ມັນ 8,000 ປາຍເຮັກຕ້າຣ ເຮັດໄດ້ມີແຕ່ 5,000. ຕົກກ້າມາແລ້ວ ກະກ້າມັນກະບັ້ງ ກະຕາຍ ບໍ່ມີນ້ຳ. ບາດນີ້ສ່ວນທີ່ເຮັດ ແລ້ວກະມີຄວາມສ່ຽງຕໍ່ການຕາຍຄືກັນ ໃນບ່ອນຝົນບໍ່ຕົກ. ສ່ວນຜູ້ເພິ່ນ ທີ່ມີໜອງນ້ຳ ຢູ່ໃນຂ້າງນາ ເພິ່ນສູບໂປ້ມເຂົ້າໃສ່ກ່ອນ ແກ້ໄປກ່ອນ.”

ທ່ານກ່າວຕື່ມວ່າ ການແກ້ໄຂໃນໄລຍະສັ້ນນີ້ ຍັງບໍ່ສາມາດແກ້ໄຂໄດ້, ແຕ່ໄດ້ແນະນຳໃຫ້ຊາວບ້ານ ເພິ່ງພາໂຕເອງໄປກ່ອນ. ໃນເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ພວມຫາລື ແລະ ກະຕຣຽມແກ້ໄຂບັນຫາ ໃນໄລຍະຍາວ, ໂດຍມີແຜນ ປັບປຸງຊົລປະທານ ໃນການຮອງຮັບນ້ຳໄວ້ ໃຫ້ຊາວນາ ທີ່ເຮັດນາແຊງນຳດ້ວຍ.

ເຖິງຢ່າງໃດກໍຕາມ, ຢູ່ເຂດບ້ານແກ້ງໄຊ ເມືອງໄຊເສດຖາ ແຂວງອັຕປື ຊາວບ້ານກໍໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງຄືກັນ, ເຊິ່ງຊາວນາ ບໍ່ສາມາດ ເຮັດນາໄດ້ປະມານ 100 ປາຍ ເຮັກຕ້າຣ ຈາກທັງໝົດ ທີ່ມີເນື້ອທີ່ທົ່ງນາ ປະມານ 400 ປາຍເຮັກຕ້າຣ ເນື່ອງຈາກບໍ່ມີນ້ຳ ແລະ ນາທີ່ດຳແລ້ວສ່ວນນຶ່ງ ກໍເຣີ່ມຕາຍ.

ຕໍ່ສະພາບພັຍແຫ້ງແລ້ງໃນປີນີ້ ຊາວກະເສຕກອນຈຳນວນຫຼາຍ ກໍຮູ້ສຶກກັງວົນວ່າ ໃນອະນາຄົດ ຊີວິຕຄອບຄົວພວກຕົນຈະຫຍຸ້ງຍາກ ເນື່ອງຈາກບໍ່ມີນ້ຳເຮັດ ການກະເສຕ ແລະ ອາຈເກີດສະພາບຂາດແຄນສະບຽງອາຫານ ທີ່ຈຳເປັນ ເຂົ້າປາອາຫານອາຈລາຄາສູງຂຶ້ນ, ໃນຂນະທີ່ທາງການ ກໍຍັງບໍ່ສາມາດຊ່ອຍເຫຼືອຊາວບ້ານ ໄດ້ຢ່າງທົ່ວເຖິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.