ເຣື້ອງທີ່ເກັບບັນທຶກໄວ້
2021-09-30
ຣົດຂົນສົ່ງສິ້ນຄ້າ ທີ່ຈອດພັກພ່ອນ ໃນເຂດ ດິນເປົ່າຫວ່າງ ແຕ່ຖືກ ຜູ້ທີ່ອ້າງໂຕວ່າ ເປັນຕຳຣວດ ເມືອງຫຼວງນ້ຳທາ ເກັບເງີນຄ່າຈອດ ແຕ່ບໍ່ມີ ໃບຮັບເງີນ ຫຼືເອກະສານ ຢັ້ງຢຶນ ຈຶ່ງເຮັດໃຫ້ເກີດຄຳຖາມຕໍ່ການເກັບເງີນດັ່ງກ່າວ.
2021-09-29
ໃນຂນະທີ່ ການຫາປາ ເພື່ອລ້ຽງຊີບ ແບບດັ້ງເດີມ ຖືກແທນທີ່ ດ້ວຍວິທີໃໝ່, ຊາວບ້ານທີ່ ອາສັຍຢູ່ຕາມແຄມແມ່ນ້ຳຂອງ ໂດຍສະເພາະ ເມືອງໄຊຍະບູຣີ ໃຊ້ເຄື່ອງ ໄຟຟ້າຊ໊ອດປາ, ເຖິງແມ່ນວ່າ ມັນເປັນເຣື່ອງຜິດກົດໝາຍກໍຕາມ.
2021-09-29
ອຸໂມງເຂື່ອນ ເຊກະໝານ 3 ຍຸບລົງ ຍ້ອນສ້າງບໍ່ໄດ້ມາຕຖານ, ໃຊ້ວັດສະດຸ ຄຸນພາບຕ່ຳ ແລະ ຂຸດເຈາະ ອຸໂມງຕື້ນເກີນໄປ ສນັ້ນ ການສ້ອມແປງ ຈຶ່ງໃຊ້ເວລາຫຼາຍປີ ຊຶ່ງບໍຣິສັດຜູ້ລົງທຶນ ຈະຕ້ອງເຮັດໃໝ່ ໃຫ້ໄດ້ມາຕຖານ.
2021-09-29
ມີກຸ່ມຂະໂມຍ ເລາະລັກເຄື່ອງ ໃນນະຄອນຫຼວງ ວຽງຈັນ ໃນລະຫວ່າງ ການລ໊ອກດາວ ພາຍຫຼັງ ທີ່ມີການຣະບາດ ໃນຊຸມຊົນຢ່າງຫຼວງຫຼາຍ, ຊຶ່ງມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 500 ຄົນ ໃນວັນທີ 28 ກັນຍານີ້.
2021-09-29
ຄົນງານລາວ 2 ຄົນ ທີ່ເຮັດວຽກຢູ່ສວນກ້ວຍຈີນ ທີ່ແຂວງອັດຕະປື ບໍ່ໄດ້ຮັບເງິນຄ່າຈ້າງ ມາຕັ້ງແຕ່ ເດືອນກໍຣະກະດາ ໄດ້ພາກັນ ຍ່າງກັບຄືນໄປບ້ານເກີດ ທີ່ແຂວງຄໍາມ່ວນ.
2021-09-28
ນັກຮຽນ ໂຮງຮຽນກິນນອນ ຊົນເຜົ່າ ຢູ່ແຂວງຊຽງຂວາງ ຕ້ອງການ ເຄື່ອງບໍຣິໂພກ ແລະ ອຸປະໂພກ ພາຍຫຼັງ ທີ່ໂຮງຮຽນປິດ ໃນໄລຍະ ໂຄວິດ-19 ຣະບາດ ແລະ ທາງໂຮງງຮຽນ ກໍບໍ່ໃຫ້ນັກຮຽນເມືອບ້ານ ຍ້ອນສ່ຽງ ຕໍ່ການຕິດເຊື້ອໃນຊຸມຊົນ.
2021-09-28
ອິງຕາມ ຄຳກ່າວ ປາໄສ ຂອງ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ, ປະເທດລາວ ຍັງບໍ່ສາມາດ ບັນລຸເປົ້າໝາຍ ການຫຼຸດພົ້ນ ຈາກສະຖານພາບ ດ້ອຍພັທນາໄດ້ ຍ້ອນການຣະບາດຂອງພະຍາດ ໂຄວິດ-19.
2021-09-28
ປະເທດລາວ ຍັງບໍ່ຫຼຸດພົ້ນ ອອກຈາກ ສະຖານະ ປະເທດດ້ອຍພັທນາ ເນື່ອງຈາກວ່າ ການຣະບາດ ຂອງເຊື້ອ ໂຄວິດ-19 ຍັງສືບຕໍ່ ສົ່ງຜົລກະທົບ ຕໍ່ເສຖກິຈ ຂອງປະເທດລາວ ຢ່າງໜັກໜ່ວງ.
2021-09-25
ລາຄາ ນໍ້າມັນ ທຸກຊນິດ ເຊັ່ນ: ນໍ້າມັນແອັດຊັງ ພິເສດ ປັບຂຶ້ນລິດນຶ່ງ 410 ກີບ, ນໍ້າມັນແອັດຊັງ ທໍາມະດາ ປັບຂື້ນ 380 ກີບ ແລະ ນໍ້າມັນ ກາຊວນ ປັບຂຶ້ນ 440 ກີບຕໍ່ລິດ ຍ້ອນລາຄາ ນ້ຳມັນ ຕລາດໂລກ ມີການປັບຂຶ້ນ.
2021-09-25
ລາຄາຊື້ຂາຍ ມັນຕົ້ນຢູ່ ຫຼາຍແຂວງ ຍັງປະສົບບັນຫາ ຍ້ອນມີນາຍທຶນ ທັງຈີນ ແລະ ວຽດນາມ ກົດ ແລະ ປັ່ນລາຄາ ຄື ຄິດໄລ່ຕາມ ໄລຍະທາງໄປຮັບຊື້ ໃນແຕ່ລະແຫ່ງ ເຮັດໃຫ້ລາຄາມັນຕົ້ນ ບໍ່ຄົງທີ່ ແລະ ມີລາຄາ ທີ່ແຕກຕ່າງກັນ ໃນທົ່ວປະເທດ.
2021-09-24
ເຈົ້າຂອງດິນ ປະຕິເສດ ຄ່າເວນຄືນ ທີ່ດິນ ເນື່ອງຈາກ ທາງໂຄງການ ສ້າງທາງດ່ວນ ເລກ 1 ສເນີລາຄາ ຕ່ຳກວ່າ ທີ່ຕົນຊື້ມາ ພ້ອມນີ້ ດິນ ທີ່ທາງໂຄງການ ຕ້ອງການ ແມ່ນຢູ່ນອກ ເຂດເສັ້ນ ທາງດ່ວນ ຜ່ານໂດຍກົງ.
2021-09-22
ເຈົ້າຂອງ ທຸຣະກິຈ ຂນາດນ້ອຍ ຫຼາຍຄົນ ບໍ່ມີເງິນ ໃຊ້ໜີ້ທະນາຄານ ຍ້ອນວ່າ ຕ້ອງໄດ້ປິດ ກິຈການ, ຫາເງິນຍາກ, ຂາດລາຍໄດ້ ມາຫຼາຍເດືອນ ຫຼັງຈາກ ໂຄວິດ-19 ກັບມາ ຣະບາດ ຮອບໃໝ່ ແລະ ທາງການລາວ ກໍຍັງບໍ່ມີ ນະໂຍບາຍ ຜ່ອນຜັນ.
2021-09-22
ຄົນງານລາວ ປະມານ 20 ປາຍຄົນ ທີ່ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດນະຄອນຫຼວງວຽງຈັນ ໄດ້ເງິນເດືອນ ຈາກນາຍຈ້າງຈີນແລ້ວ ພາຍຫຼັງ ທີ່ບໍໍ່ໄດ້ມາ ເປັນເວລາ ເດືອນປາຍ ຈົນເຮັດໃຫ້ ມີການຊຸມກັນ ທວງຖາມເງິນ ກັບນາຍຈ້າງຈີນ ຢູ່ເຂດກໍ່ສ້າງ.
2021-09-21
ຄົນງານລາວ ປະສົບບັນຫາ ຂາດລາຍໄດ້ ແລະ ວ່າງງານ ໃນໄລຍະລ໊ອກດາວ ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ ເພື່ອປ້ອງກັນ ການຣະບາດ ຂອງໂຄວິດ-19 ໃນເຂດຊຸມຊົນ.
2021-09-21
ຍັງມີເດັກນ້ອຍ ຈຳນວນນຶ່ງ ຢູ່ແຂວງອຸດົມໄຊ ໄຮ້ທີ່ຢູ່ ອາສັຍ ແລະ ຖືກປ່ອຍປະ ລະເລີຍ ຍ້ອນຄວາມທຸກຍາກ ໃນຄອບຄົວ ແລະ ຢາເສບຕິດ ພໍ່ແມ່ ບໍ່ມີ ວຽກເຮັດ ບໍ່ມີລາຍໄດ້ ສ່ວນຫຼາຍ ແມ່ນເດັກນ້ອຍ ຊົນເຜົ່າ.