ຮ​ຮ ກິນນອນ ຂາດອ​າ​ຫານ, ເຄື່ອງໃຊ້

ສິດນີ
2021.09.28
ຮ​ຮ ກິນນອນ ຂາດອ​າ​ຫານ, ເຄື່ອງໃຊ້ ນັກຮຽນຊັ້ນປະຖົມແຫ່ງ​ນຶ່ງ ໃນແຂວງພາກ​ເໜືອ, ກໍຣະກະດາ 2019.
ພາບປະກອບຈາກ: ຄຣູອາສາ ຊັ້ນປະຖົມ

ນັກຮຽນຊັ້ນ ມ.1-ມ.7 ຢູ່ໂຮງຮຽນກິນນອນຊົນເຜົ່າ ບ້ານຍອມ ເມືອງແປກ ແຂວງຊຽງຂວາງ ຈຳນວນ 234 ຄົນ ຕ້ອງການເຄື່ອງ ອຸປະໂພກ ແລະ ບໍຣິໂພກ ແຕ່ວັນທີ 20 ກັນຍາ ເປັນຕົ້ນມາ ຫຼັງຈາກມີການປິດ ການຮຽນ-ການສອນ ພາຍໃນແຂວງ ໃນໄລຍະ ໂຄວິດ-19 ຣະບາດ ແລະ ທາງໂຮງງຮຽນ ກໍບໍ່ໃຫ້ນັກຮຽນເມືອບ້ານ ຍ້ອນເປັນການສ່ຽງ ຕໍ່ການຕິດເຊື້ອໃນຊຸມຊົນ ຈຶ່ງເຮັດໃຫ້ ປັດຈຸບັນ ຂາດອາຫານການກິນໃນໂຮງຮຽນດັ່ງກ່າວ.

ນັກຮຽນຢູ່ໂຮງຮຽນແຫ່ງນີ້ ສ່ວນໃຫຍ່ເປັນຊົນເຜົ່າຂະມຸ ແລະ ມົ້ງ ທັງໝົດເປັນລູກກຳພ້າ ມາຈາກເຂດຫ່າງໄກສອກຫຼີກ. ດັ່ງນາຍຄຣູ ຢູ່ໂຮງຮຽນດັງກ່າວ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກັນຍານີ້ ວ່າ:

”ເຄື່ອງໃຊ້ຂອງສອຍ ມີຫຍັງຕ່າງໆນ່າ ເຮົາກໍບໍ່ມີງົປ ທີ່ຈະຊື້ຫັ້ນນ່າ ເຄື່ອງນຸ່ງເນາະ ເຂົ້າຣະດູໜາວນີ້ບໍ່ມີ ຫຼືເຄື່ອງໃຊ້ປະຈຳວັນ ສະບູ ຢາຖູແຂ້ວ ມີຫຍັງຕ່າງໆນ່າ ກໍບໍ່ມີງົປທີ່ຈະຊື້ຫັ້ນນ່າ ນັກຮຽນກຳພ້າກຳພອຍປະມານ 60 ປາຍຄົນ ເຫຼືອຈາກນັ້ນກໍຈະເປັນ ຜູ້ຄອບຄົວ ດ້ອຍໂອກາດ ເປັນຄອບຄົວທຸກຍາກ ເຮືອນຢູ່ໄກຈາກໂຮງຮຽນ ບໍ່ມີຣົດທຽວ ມີຫຍັງຕ່າງໆຫັ້ນແຫຼະ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ທ່ານນຶ່ງເວົ້າວ່າ ແຕ່ລະປີ ຜແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ຈະມີງົປະມານ ໃຫ້ແກ່ນັກຮຽນ ຄົນລະ 2 ແສນກີບ ຕໍ່ເດືອນ ແຕ່ໃນເວລານີ້ ທາງການແຂວງ ຂາດງົປມານ:

”ເພາະວ່າເຮົາ ກໍອີງໃສ່ງົປມານຂອງພາກຣັຖແຫຼະ ມັນກໍຄືເພິ່ນໄລ່ຫັ້ນຜູ້ນຶ່ງ 2 ແສນກີບເນາະ ແລ້ວເຮົາກໍເອົາມາຊື້ອາຫານການກິນ ກໍຫາກຫຍຸ້ງຍາກຢູ່ ແຕ່ວ່ານະໂຍບານອື່ນ ມີນິຕິກັມຢູ່ ແຕ່ວ່າມັນບໍ່ໄດ້ ມັນບໍ່ມີງົປມານ ທີ່ເພິ່ນຈະຊ່ອຍໄດ້.”

ທ່ານກ່າວຕື່ມວ່າ ໂຮງຮຽນສາມັນກິນນອນຊົນເຜົ່າ ແມ່ນຕັ້ງຢູ່ເມືອງແປກ ແຕ່ຄວາມຮັບຜິດຊອບທັງໝົດ ແມ່ນຈະເປັນຜແນກສຶກສາ ແລະ ກິລາເປັນຜູ້ເບິ່ງແຍງ:

”ທາງໂຮງຮຽນ ກໍບໍ່ຢາກໃຫ້ກັບຫັ້ນແຫຼ້ວ ບາງເທື່ອກໍພໍ່ແມ່ເຂົາມາໄດ້ ເຂົາເຈົ້າຊິເອົາກັບບໍ ເບິ່ງຫັ້ນນ່າ ຊ້ຳຍາມນີ້ມັນຍາມຝົນເນາະ ເສັ້ນທາງກໍບໍ່ອຳນວຍຄວາມສະດວກແດ່ ມັນກໍມີຫຼາຍແນວ.”

ຊາວບ້ານຢູ່ບ້ານຍອມ ເມືອງແປກເວົ້າວ່າ ສະພາບໂຕຈິງ ແມ່ນັກຮຽນມີຄວາມຫຍຸ້ງຍາກຫຼາຍ ຍ້ອນຜູ້ປົກຄອງ ບໍ່ມີເງິນສົ່ງໃຫ້ລູກ ມາໂຮງຮຽນ ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍເຫຼືອຂະເຈົ້າ ດັ່ງທ່ານເວົ້າວ່າ:

”ກໍຫຍຸ້ງຍາກເພາະວ່າ ເຂົາເຈົ້າຄືວ່າແຫຼະເນາະ ເດັກນ້ອຍເຂດຫ່າງໄກ ສອກຫຼີກຫັ້ນນ່າ ກໍຊ່ວງນີ້ ຄືວ່າແຫຼະເນາະ ວິກິດເນາະ ພໍ່ແມ່ຊິຝາກເງິນ ຝາກຫຍັງມາໃຫ້ ມັນກໍຍັງຍາກຫັ້ນນ່າ ຄັນວ່າ ໄດ້ເຄື່ອນໄຫວປົກກະຕິ ກໍຊິບໍຫຍຸ້ງຍາກປານໃດເນາະ.”

ເຖິງຢ່າງໃດກໍຕາມ ນັກຮຽນອີກຈຳນວນ 97 ຄົນ ຜູ້ທີ່ບ້ານຢູ່ໃກ້ໂຮງຮຽນ ກໍເມືອເຮືອນຂອງໃຜລາວ ກ່ອນຈະມີການປິດ ການຮຽນ ການສອນ ໃນວັນທີ 20 ກັນຍາ ຜ່ານມາ ຊຶ່ງນາຍຄຣູ ກໍໄດ້ມອບວຽກບ້ານໃຫ້ເຮັດ, ສຳລັບນັກຮຽນ ທີ່ບໍ່ສາມາດກັບໄດ້ ກໍໄດ້ເຮັດ ກິຈກຳ ພາຍໃນໂຮງຮຽນ ຕາມຕາຕຣາງທີ່ນາຍຄຣູກຳນົດໃຫ້ ເພື່ອລໍຖ້າ ການເປີດໂຮງຮຽນອີກໃໝ່.

ອີງຕາມການແຈ້ງການ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ແຂວງຊຽງຂວາງ ແມ່ນໄດ້ສັ່ງໃຫ້ປິດ ການຮຽນ-ການສອນ ພາຍໃນເຂດ ທີ່ມີການຣະບາດໂຄວິດ-19 ເຣີ່ມແຕ່ວັນທີ 20 ກັນຍາ ໄປຮອດວັນທີ 30 ກັນຍານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.