ແຈ້ງການ ປັບລາຄານໍ້າມັນ ຂຶ້ນຕື່ມອີກ

ຈຳປາທອງ
2021.09.25
ແຈ້ງການ ປັບລາຄານໍ້າມັນ ຂຶ້ນຕື່ມອີກ ລາຄານ້ຳມັນຂຶ້ນ ເຮັດໃຫ້ ປະຊາຊົນລາວ ໄດ້ຮັບຜົລກະທົບ
ນັກຂ່າວພົລເມືອງ

ອິງຕາມ ແຈ້ງການຂອງ ກະຊວງ ອຸດສາຫະ​ກັມ ແລະ ການຄ້າ ໃນມື້ວັນທີ 22 ກັນຍາ 2021, ຈະປັບຂຶ້ນ ລາຄານໍ້າມັນ ທຸກຊນິດ ຄືນໍ້າມັນແອັດຊັງ ພິເສດ ປັບຂຶ້ນລິດນຶ່ງ 410 ກີບ, ນໍ້າມັນ ແອັດຊັງ ທໍາມະດາ ປັບຂື້ນ 380 ກີບ ແລະ ນໍ້າມັນກາຊວນ ປັບຂຶ້ນ 440 ກີບຕໍ່ລິດ. ແຈ້ງການນີ້ ຈະມີຜົລ ບັງຄັບໃຊ້ ໃນທົ່ວປະເທດ ແຕ່ເວລາ 6:00 ເຊົ້າຂອງມື້ວັນທີ 23 ກັນຍາ 2021 ເປັນຕົ້ນໄປ.

ການປັບ ລາຄາ ນໍ້າມັນຢູ່ລາວ ຂຶ້ນຢ່າງຕໍ່ເນື່ອງ ຕັ້ງແຕ່ທ້າຍປີ 2020 ມາເຖິງປັດຈຸບັນ ເຮັດໃຫ້ ຜູ້ປະກອບການ ທຸຣະກິດ ລາຍຍ່ອຍເຫັນວ່າ ມັນຈະເຮັດໃຫ້ ທັງຄ່າຂົນສົ່ງ, ຄ່າໂດຍສານ ຈະ​ຖືກປັບຂຶ້ນ ແລະພວກຕົນ ຕ້ອງໄດ້ແບກຮັບ ຕົ້ນທຶນ ຊື້ສິນຄ້າສູງຂຶ້ນ ແລະຄ່າບໍຣິການ ກໍຈະ​ຖືກປັບຂຶ້ນ ເຊັ່ນກັນ.

ນັກທຸຣະກິດ ຂາຍເຄື່ອງ ລາຍຍ່ອຍ ຜູ້ນຶ່ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຊື້ ອາຫານທະເລ ແຊ່ແຂງຈາກ ປະເທດໄທຍ ເຂົ້າມາຂາຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:

ສ່ວນຫຼາຍ ມັນເປັນນໍາ rate ເງິນເນາະ, ເຣັດເງິນມັນສູງ ມັນກໍ ແພງກວ່າເກົ່າ, ເຣັດເງິນ ອັດຕຣາ ແລກປ່ຽນທຸກຢ່າງ ເປັນບໍ່ວ່າ ນໍ້າຕານ ພວກນໍ້າປາ ພວກອີ່ຫຍັງ ນີ້ແຫລະ ເມື່ອກ່ອນເຄີຍ ຊື້ປະມານ 10 ພັນກີບ, 12 ພັນກີບ, ຕອນນີ້ກໍເປັນ 15 ພັນກີບ, 17 ພັນກີບ.

ແຕ່ຄ່າ ໂດຍສານຍັງບໍ່ ທັນຖືກປັບຂຶ້ນ ເພາະວ່າຕ້ອງໄດ້ ຜ່ານການ ອະນຸມັດຈາກ ທາງການກ່ອນ ເຖິງແມ່ນວ່າ ເຈົ້າຂອງຣົ​ຖ ໂດຍສານ ຈະໄດ້ຮັບຜົລກະທົບ ແລະມີຄວາມໜັກໃຈຢູ່ ກໍຕາມດັ່ງເຈົ້າຂອງຣົຖ ຕູ້ໂດຍສານ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

 “ໂອ໋ ກໍວ່າ ເຣື່ອງຂຶ້ນ ກໍແມ່ນມີ ຜົລກະທົບນັ້ນ ແຫລະເນາະ ຄ່າໂດຍສານບໍ່ໄດ້ຂຶ້ນ ຊີເຮົາ ກໍລາຍໄດ້ເຮົາມັນກໍໜ້ອຍລົງ ຫັ້ນແຫລະເນາະ ຂຶ້ນບໍ່ລົງກໍໄດ້ເກັບ ຄ່າໂດຍສານທໍ່ເກົ່າ ຂຶ້ນວ່າເພິ່ນຂາຍປີ້ ນະຄອນຫຼວງກໍ 150 ພັນກີບ ຫຼວງພຣະບາງ ວັງວຽງ ກໍ 6 ພັນກີບ ກາສີກໍ 70 ພັນກີບ ຂຶ້ນບໍ່ລົງກໍໄດ້ເກັບສໍ່ານັ້ນເພາະວ່າ ຄັນມັນສິຂຶ້ນລາຄາໂດຍສານ ມັນກໍຕ້ອງຜ່ານພວກສະມາຄົມ ແຕ່ວ່າຄັນວ່ານໍ້າມັນຂຶ້ນກໍາໄລເຮົາກໍຫລຸດລົງ”

ລາວບໍ່ສາມາດຜລິດສິນຄ້າອຸປະໂພກ ບໍຣິໂພກດ້ວຍຕົນເອງໄດ້ຫລາຍປະເພດ, ຕ້ອງໄດ້ນໍາສິນຄ້າເຂົ້າມາຈາກຕ່າງປະເທດ ເປັນຕົ້ນຈາກໄທຍ, ຈີນ. ໃນເມື່ອລາຄານໍ້າມັນ​ຖືກປັບສູງຂຶ້ນ ລາຄາສິນຄ້າຕ່າງໆກໍ​ຖືກປັບຂຶ້ນເຊັ່ນກັນ.

ໃນໄລຍະໂຄວິດ-19 ແພ່ລະບາດຢູ່ນີ້ ປະຊາຊົນຈໍານວນບໍ່ໜ້ອຍພາກັນຊື້ສິນຄ້າທາງອອນລາຍຫລາຍຂຶ້ນ. ແຕ່ສໍາລັບສິນຄ້າບາງຊນິດ ເຊັ່ນລູກປາ ທີ່ນັກທຸຣະກິດລາຍຍ່ອຍສັ່ງຊື້ ມາຂາຍ ກໍລໍາບາກ, ຕ້ອງໄດ້ຊື້ດ້ວຍ ຕົ້ນທຶນສູງຂຶ້ນ ຍ້ອນຄ່າຂົນສົ່ງແພງ ດັ່ງພໍ່ຄ້າ ຂາຍລູກປາ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

 “ສິນຄ້າມັນຢູ່ເດີມ ແຕ່ເຣື່ອງຂົນສົ່ງ ເຣື່ອງນໍາເຂົ້ານີ້ ມັນກໍເສັຽຂ້ອນຂ້າງແພງຫັ້ນແຫລະ ເພາະວ່າຢູ່ລາວເຮົາມັນກໍບໍ່ເປັນຕົວເມືອງໃຫຍ່ ເຮົາບໍ່ໄດ້ມີຣົຖຂົນສົ່ງ  ບໍ່ໄດ້ໄປສົ່ງໂດຍສະເພາະ ເຮົາຕ້ອງໄດ້ໃຊ້ບໍຣິສັດຂົນສົ່ງ ຫລືຈ້າງຂົນສົ່ງ ແມ່ນລະ ມັນເສັຽແຕ່ຄ່າຂົນສົ່ງຫັ້ນລະ.

ແລະປະຊາຊົນກໍເຫັນວ່າ ໃນໄລຍະທີ່ລາຄານໍ້າມັນ​ຖືກປັບສູງຂຶ້ນນີ້ ລາຄາສິນຄ້າ ແລະຄ່າບໍຣິການຕ່າງໆກໍແພງຂຶ້ນ ຍ້ອນຄ່າຂົນສົ່ງສູງ ດັ່ງຊາວບ້ານຢູ່ນະຄອນຫຼວງພຣະບາງຜູ້ນຶ່ງເວົ້າໃນມື້ວັນທີ 22 ກັນຍານີ້ວ່າ:

 “ຍົກຕົວຢ່າງວ່າ ຄ່ານໍ້າມັນຂຶ້ນ ຄ່າຂົນ ສົ່ງຈາກ 100 ກີບ ຍົກຕົວຢ່າງວ່າ ຕໍ່ກິໂລ ກໍຈະຂຶ້ນເປັນ 110 ກີບ 190 ກີບໄປຫັ້ນນ່າ ປັບຂຶ້ນໄປຕາມນັ້ນນ່າ ສົມມຸດວ່າຄ່ານໍ້າມັນປັບຂຶ້ນ ແລ້ວຄ່າກິນຄ່າອີ່ຫຍັງຕ່າງໆ ຕ້ອງປັບໂຕຂຶ້ນນໍາອີກ ເປັນແບບນັ້ນເດ໊ ມັນຍ້ອນເປັນຜົລພວງຕໍ່ເນື່ອງກັນ.

ການທີ່ລາຄານໍ້າມັນຢູ່ລາວ​ຖືກປັບຂຶ້ນ ທາງການລາວເວົ້າວ່າ ເປັນຍ້ອນປະເທດລາວຕ້ອງໄດ້ຊື້ນໍ້າມັນຈາກຕ່າງປະເທດ ໂດຍທີ່ຕລາດສາກົນເປັນຜູ້ກໍານົດລາຄາ, ແຕ່ທາງກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະ ການຄ້າ ກໍໄດ້ນໍາງົບປະມານສ່ວນນຶ່ງມາຖົມຂຸມລາຄານໍ້າມັນ ເພື່ອຊ່ອຍຫລຸດຜ່ອນບັນຫາລາຄານໍ້າມັນແພງໃຫ້ປະຊາຊົນ ດັ່ງເຈົ້າໜ້າທີ່ກົມການຄ້າພາຍໃນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

 “ແມ່ນ ເພາະວ່າລາຄາເຮົາປັບ ມັນກໍອິງຕາມຕລາດໂລກຢູ່ແລ້ວ ອໍໂຕນີ້ ຜ່ານມາເຮົາກໍມີການເຄັ່ງແຮງ ຊ່ວງໃດມັນຂຶ້ນຫຼາຍໆ ຣັຖບານກໍເອົາຄັງແຮ ມານໍາໃຊ້ ອໍໂຕນີ້ແຕ່ລະຄັ້ງກໍບໍ່ຄືກັນ ມັນແລ້ວແຕ່ວ່າ ລາຄາມັນຂຶ້ນໜ້ອຍຂຶ້ນຫລາຍ ໂຕນີ້ ເຮົາບໍ່ມີຫຼັກການຕາຍໂຕ ໄວ້ໃນນັ້ນ ມັນຂຶ້ນກັບໂຕເລກທີ່ວ່າມັນເໜັງຕິງ ແຕ່ລະຄັ້ງ.

ທ່ານກ່າວຕື່ມວ່າ ທາງການລາວໄດ້ກໍານົດໃຫ້ນໍ້າມັນເປັນສິນຄ້າຄວບຄຸມ ຍ້ອນມັນມີຄວາມ ຈໍາເປັນຕໍ່ການດໍາລົງຊີວິດ, ມີຄວາມສໍາຄັນໃນການຜລິດສິນຄ້າ ແລະ ການບໍຣິການ ແລະເປັນສິນຄ້າທີ່ມີລາຄາປ່ຽນແປງໄປຕາມລາຄາໃນຕລາດໂລກ.

ສໍານັກຂ່າວຂອງທາງການລາວ ລາຍງານໃນມື້ວັນທີ 22 ກັນຍານີ້ວ່າ ການປັບຂຶ້ນລາຄານໍ້າມັນຄັ້ງນີ້ ເປັນຄັ້ງທີ 14 ໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.