ລາຄາມັນຕົ້ນ ແຕ່ລະແຂວງ ບໍ່ເທົ່າກັນ

ສຸພັດຕາ
2021.09.25
ລາຄາມັນຕົ້ນ ແຕ່ລະແຂວງ ບໍ່ເທົ່າກັນ ໂຮງງານຜລິດແປ້ງມັນຕົ້ນ ຢູ່ ເມືອງເຊໂປນ ແຂວງສວັນນະເຂດ
ນັກຂ່າວ ພົລເມືອງ

ມາຮອດ ປັດຈຸບັນ ລາຄາ ຊື້-ຂາຍ ມັນຕົ້ນຢູ່ຫຼາຍແຂວງ ຂອງລາວ ຍັງປະສົບບັນຫາລາຄາບໍ່ເທົ່າກັນ ໂດຍມີລາຄາ ຫຼຸດຕໍ່າສຸດ ຢູ່ທີ່ 400 ກີບ ແລະສູງສຸດ 3,000 ກີບ ຕໍ່ມັນຕົ້ນນຶ່ງ ກິໂລກຣາມ ຍ້ອນມີນາຍທຶນ ຕ່າງປະເທດ ທັງຈີນ ແລະ ວຽດນາມ ເຮັດ ພ້ອມທັງກົດ ລາຄາ ແລະ ປັ່ນລາຄາ ຄິດໄລ່ຕາມ ໄລຍະທາງ ການເດີນທາງ ໄປຮັບຊື້ມັນຕົ້ນ ໃນແຕ່ລະແຫ່ງ ເຮັດໃຫ້ລາຄາ ມັນຕົ້ນບໍ່ຄົງທີ່ ແລະ ມີລາຄາບໍ່ເທົ່າ ກັນໃນທົ່ວປະເທດ, ດັ່ງຊາວກະສິ ກອນປູກມັນຕົ້ນ ຢູ່ພາກໃຕ້ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 22 ກັນຍາ ນີ້ວ່າ:

“ຂະເຈົ້າເກັບຊື້ 2,000 ປາຍກີບ ຫາ 3,000 ກີບໃດ໋ຢູ່ຊຽງຂວາງ ກະຍ້ອນວ່າ ມີໂຮງງານຈີນຢູ່ໃນຫັ້ນ ເກັບຊື້ຢູ່ຫັ້ນ ແຂວງອື່ນມີແຕ່ 1,000 ປາຍກີບ ຢູ່ນະຄອນຫຼວງກະ 1,000 ປາຍກີບ ໂຕໃດຢູ່ໄກຈາກ ໂຮງງານລະ ລາຄາຈະຕົກຢູ່ແລ້ວ ໂຕໃດໃກ້ໂຮງງານ ມັນກະລາຄາຈະດີ ເຣື່ອງປົກກະຕິ ແຫຼະເນາະ ເຣື່ອງຄ້າຂາຍ ພວກທີ່ວ່າ ໄປເກັບຊື້ ໄປປັ່ນລາຄານ່າ.”

ໃນຂນະດຽວກັນ ຊາວກະສິກອນ ປູກມັນຕົ້ນ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ລາຄາ ຊື້-ຂາຍ ມັນຕົ້ນ ຢູ່ແຂວງວຽງຈັນ ມີລາຄາສູງສຸດ ຢູ່ທີ່ປະມານ 1,700 ກີບຕໍ່ກິໂລກຣາມ ແລະ ມີທ່າທີວ່າຈະ ຕໍ່າລົງອີກ ຈາກທີ່ລາຄາເຄີຍ ຂາຍຢູ່ທີ່ 2,200 ກີບຕໍ່ກິໂລກຣາມ ເມື່ອປີ 2020 ເຮັດໃຫ້ຄອບຄົວ ຂອງທ່ານ ບໍ່ໄດ້ຜົນກໍາໄລດີ ເທົ່າທີ່ຄວນ ຈຶ່ງຕັດສິນໃຈ ປະກາດຂາຍ ສວນມັນຕົ້ນ ເພື່ອທີ່ຈະຫາທຶນໄປ ປູກພືດຢ່າງອື່ນແທນ, ດັ່ງທ່ານກ່າວວ່າ:

“ເມື່ອປີກາຍນີ້ ໂລນຶ່ງ 2,000 ປາຍກີບ 2,200 ກີບ ເຂົາອັນນັ້ນນ່າ ຂ້ອຍຊິຂາຍ ຂາຍເປັນສວນໃດ໋ ຂອງຂ້ອຍ ປະມານມ້ອງ 5 ເຮັກຕ້າຣ໌ ເຂົາໃຫ້ 50 ປາຍລ້ານ ແລ້ວຂ້ອຍຍັງບໍ່ໄດ້ຂາຍ.”

ເມື່ອບໍ່ດົນມານີ້ ມີຂ່າວວ່າ ທາງການ ແຂວງຈໍາປາສັກ ໄດ້ຫາລືກັບບໍຣິສັດ ເອໄອດີຊີ ການຄ້າ ຈໍາກັດ ຂອງນັກລົງທຶນ ລາວ ເພື່ອມີແຜນຈະສ້າງ ໂຮງງານຜລິດ ແປ້ງມັນຕົ້ນ ຂນາດໃຫຍ່ທີ່ສຸດ ຂອງລາວ ຊຶ່ງຈະສ້າງຂຶ້ນ ຢູ່ເມືອງ ບາຈຽງຈະເລີນສຸກ ແຂວງຈໍາປາສັກ ຊຶ່ງກ່ຽວກັບຂ່າວ ດັ່ງກ່າວນີ້ ກໍເຮັດໃຫ້ຊາວ ກະສິກອນປູກມັນຕົ້ນ ຫຼາຍຄົນ ມີຄວາມຫວັງວ່າ ຫາກໂຮງງານ ດັ່ງກ່າວຖືກສ້າງຂຶ້ນ ສໍາເຣັດ ແລະ ເປີດໃຊ້ແລ້ວ ກໍໜ້າຈະມີການ ຮັບຊື້ມັນຕົ້ນຈາກ ຊາວກະສິກອນ ພ້ອມທັງຮັບ ປະກັນລາຄາ ຊື້ມັນຕົ້ນໃນລາວໃຫ້ໄດ້ ມາຕຖານ ແລະ ເປັນລາຄາ ດຽວກັນທົ່ວປະເທດ ຊຶ່ງເປັນຜົນດີຕໍ່ຊາວກະສິກອນປູກມັນຕົ້ນ, ດັ່ງພໍ່ຄ້າຄົນກາງ ທີ່ຮັບຊື້ມັນຕົ້ນ ທ່ານນຶ່ງກ່າວວ່າ:

“ໂອ່ ກະມີຜົນດີ ຫຼາຍໃດ ຊາວປູກມັນຕົ້ນແຫຼະ ໂຮງງານມັນຕົ້ນຢູ່ລາວ ມັນຍັງບໍ່ມີຫຼາຍ ມີຢູ່ປະມານ 2 ໂຮງງານເບາະ ຂາຍໃຫ້ຈີນກະ ລາຄາປະມານ 1,700 – 1,800 ກີບ ກົດລາຄາຫຼາຍ.”

ໃນຄວາມຄິດ ຂອງນັກວິຊາການ ຖ້າວ່າໂຮງງານຜລິດ ແປ້ງມັນຕົ້ນ ທີ່ຈະສ້າງຂຶ້ນຢູ່ແຂວງຈໍາປາສັກນັ້ນ ຖືກເປີດໃຊ້ເປັນ ທາງການແລ້ວ ທ່ານເອງກໍເຊື່ອວ່າ ໂຮງງານດັ່ງກ່າວ ຈະຮັບຊື້ມັນຕົ້ນ ຈາກຊາວກະສິກອນ ແລະຮັບປະກັນ ດ້ານລາຄາໃຫ້ເປັນລາຄາມາຕຖານດຽວກັນ ຊຶ່ງຈະເປັນທາງເລືອກ ໃໝ່ແກ່ຊາວ ກະສິກອນປູກມັນຕົ້ນ, ດັ່ງທ່ານກ່າວວ່າ:

ເອີ ຄັນວ່າ ມັນມີໂຮງງານເບາະ ມີຫຍັງຄໍ້າລາຄາ ແບບບໍ່ຂຶ້ນ ບໍ່ລົງເກີນໄປ ຄົນກະຊິເຮັດຫຼາຍນ່າ ກະຜົນດີຫັ້ນ ແຫຼະ ລາຄາມັນຕົ້ນ ດຽວນີ້ມັນກະ ມັນຕົ້ນແຫ້ງກະໂລລະ 2,000 ກີບ 1,800 ກີບ ມັນຕົ້ນແຫ້ງ.”

ກ່ຽວກັບ ແຜນການ ສ້າງໂຮງງານ ຜລິດແປ້ງມັນຕົ້ນ ແຫ່ງໃຫຍ່ ຂອງລາວ ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ນັ້ນ ປັດຈຸບັນ ຍັງຢູ່ໃນຂັ້ນຕອນ ການສໍາຣວດ ແລະ ຍັງບໍ່ມີແຜນ ທີ່ຈະເຣີ່ມລົງມື ກໍ່ສ້າງໃນມໍ່ໆນີ້ເທື່ອ ຍ້ອນຍັງຢູ່ໃນ ໄລຍະເຝົ້າຣະວັງ ແລະ ຄວບຄຸມການຣະບາດ ຂອງເຊື້ອໂຄວິດ-19 ເຮັດໃຫ້ການ ເຄື່ອນໄຫວຂອງ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ ເມືອງບາຈຽງຈະເລີນສຸກ ທ່ານນຶ່ງ ກ່າວວ່າ:

“ດຽວນີ້ມັນ ຊ່ວງໂຄວິດນີ້ ມັນຍັງເຮັດຫຍັງບໍ່ໄດ້ ເພາະວ່າມັນ ເພິ່ນລ໊ອກດາວເບິດເດ້ ມັນກະເລີຍວ່າ ໄປມາຍາກ ເຂົາກະ ເຂົ້າ-ອອກ ທາງໃດໄປ ເຂົາກະຫ້າມຫັ້ນ ແຫຼະ ວ່າຊິສາ ເຈົ້າເມືອງ ເພິ່ນກະສັ່ງໂຈະກ່ອນ.”

ທ່ານກ່າວອີກວ່າ ເຖິງຢ່າງໃດກໍຕາມ ພາຍຫຼັງຈາກສ້າງ ໂຮງງານແຫ່ງນີ້ ສໍາເຣັດແລ້ວ ພາກສ່ວນ ທີ່ກ່ຽວຂ້ອງ ກໍຈະມີມາຕການໃຫ້ ໂຮງງານແຫ່ງດັ່ງກ່າວ ມີການຮັບປະກັນລາຄາຊື້-ຂາຍ ມັນຕົ້ນໃຫ້ໄດ້ ມາຕຖານ ແລະຫຼີກລ້ຽງ ການກົດລາຄາມັນຕົ້ນ ແກ່ຊາວກະສິກອນ ຊຶ່ງສໍາລັບຣາຍລະອຽດ ຕ່າງໆ ຍັງຕ້ອງມີການ ຫາລືນໍາກັນຕໍ່ໄປ.

ປັດຈຸບັນ ໂຮງງນຜລິດ ແປ້ງມັນຕົ້ນຂອງ ນັກລົງທຶນຕ່າງປະເທດ ມີຢ່າງໜ້ອຍ 2 ແຫ່ງໃນລາວ ເປັນຕົ້ນ ໂຮງງານຜລິດ ແປ້ງມັນຕົ້ນ ຂອງບໍຣິສັດປຸງແຕ່ງ ແປ້ງມັນຕົ້ນ ເຊໂປນ ຈໍາກັດ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ແລະ ໂຮງງານຜລິດແປ້ງ ມັນຕົ້ນ ລາວ ອິນໂດໄຊນາ ຢູ່ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ຍັງບໍ່ທັນມີໂຮງງານ ທີ່ເປັນຂອງຄົນລາວເທື່ອ ໃນຂນະທີ່ ມີບໍຣິສັດ ຮັບຊື້ມັນຕົ້ນ ອີກຈໍານວນ 17 ແຫ່ງ ໃນທົ່ວປະເທດ, ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ຕໍ່ວິທຍຸເອເຊັຽເສຣີ ເມື່ອເດືອນກຸມພາ ປີ 2021.

ກ່ອນໜ້ານີ້ ຄື ເມື່ອເດືອນກຸມພາ ປີ 2021 ຊາວກະສິກອນ ປູກມັນຕົ້ນຫຼາຍຄົນ ຢູ່ແຂວງຈໍາປາສັກ ໄດ້ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາລາຄາ ຊື້-ຂາຍ ມັນຕົ້ນ ຍ້ອນວ່າ ມີບາງບໍຣິສັດ ກົດລາຄາມັນຕົ້ນ ລົງຮອດ 400 ກີບ ຕໍ່ກິໂລກຣາມ ທັ້ງໆທີ່ລາຄາຕໍ່າສຸດ ຄວນຢູ່ທີ່ປະມານ 1,700 ກີບຕໍ່ກິໂລກຣາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.