ລາວ ຍັງບໍ່ຫຼຸດພົ້ນ ຖານະ ດ້ອຍພັທນາ

ໄຊຍາ
2021.09.28
ລາວ ຍັງບໍ່ຫຼຸດພົ້ນ ຖານະ ດ້ອຍພັທນາ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖຕຣີ ແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ສມັຍທີ 76 ໃນ ນະຄອນນິວຢອກ ປະເທດ ສະຫະຣັຖອາເມຣິກາ ໃນວັນທີ 25 ກັນຍາ 2021.
ພາບປະກອບ: ນັກຂ່າວພົລເມືອງ

ການຣະບາດຂອງເຊື້ອໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົລກະທົບຕໍ່ເສຖກິຈ ຂອງປະເທດລາວ ຢ່າງໜັກໜ່ວງ ແລະ ຈະເຮັດໃຫ້ ປະເທດລາວ ບໍ່ສາມາດ ຫຼຸດພົ້ນອອກຈາກ ສະຖານະປະເທດ ດ້ອຍພັທນາ ໃນປີ 2025.

ຫຼ້າສຸດ ທ່ານພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ກ່າວ ໃນກອງປະຊຸມສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ສມັຍທີ 76 ໃນນະຄອນນິວຢອກ ປະເທດສະຫະຣັຖອາເມຣິກາ ໃນວັນທີ 25 ກັນຍາ 2021 ຜ່ານ​ທາງ ວີ​ດີ​ໂອ້ ວ່າ ປະເທດລາວ ຕ້ອງປະເຊີນກັບ ຄວາມຍາກ ລຳບາກ ຕໍ່ກັບສະພາບການຣະບາດ ຂອງເຊື້ອໂຄວິດ-19 ຕລອດສອງປີມານີ້. ສະນັ້ນແລ້ວ ເປັນເຣື່ອງທີ່ທ້າທາຍທີ່ສຸດ ທີ່ຈະເຮັດໃຫ້ ປະເທດລາວ ຫຼຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັທນາ ໄດ້ຕາມເປົ້າໝາຍ ເພາະບໍ່ສາມາດ ຮັກສາຣະດັບມາຕຖານໄວ້ ທັງ 3 ເງື່ອນໄຂ ທີ່ອົງການສະຫະປະຊາຊາດກຳນົດໄວ້:

“ປະເທດລາວ ກໍເປັນເຊັ່ນດຽວກັນ ກັບປະເທດອື່ນໆ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ການຂຍາຍໂຕ ທາງ ເສຖກິຈຂອງປະເທດ ຕລອດຈົນ ຄວາມຄືບໜ້າ ໃນການດຳເນີນວຽກງານ ຕາມແຜນພັທນາເສຖກິຈ ແລະ ສັງຄົມແຫ່ງຊາດ ໄດ້ຖືກ ທໍາລາຍ ຢ່າງມີໄລຍະສຳຄັນແມ່ນວ່າ ຈະມີຄວາມພຍາຍາມຂອງຣັຖບານລາວ ເຊັ່ນການນຳເອົາມາຕການ ໄລຍະສັ້ນແລະໄລຍະຍາວ ມາໃຊ້ ເຊິ່ງຮວມເຖິງການບູຣະນາການ ເປົ້າໝາຍໃນພັທນາ ເພື່ອຄວາມຍືນຍົງເຂົ້າກັບແຜນພັທນາເສຖກິຈ ແລະ ສັງຄົມແຫ່ງຊາດ 5 ປີ ແລ້ວກໍຕາມ ຕລອດຈົນຍຸທສາດການພັທນາ ປີ 2025 ແລະ ວິສັຍທັດ ປີ 2030.”

ທ່ານພັນຄຳ ວິພາວັນ ຍັງຮຽກຮ້ອງໃຫ້ປະເທດທີ່ພັທນາແລ້ວ ໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ໃນການເພີ່ມທະວີ ການຊ່ອຍ ເຫຼືອໃຫ້ແກ່ປະເທດກຳລັງພັທນາ ແລະ ດ້ອຍພັທນາ ໃຫ້ສາມາດແກ້ໄຂຜົລກະທົບ ຈາກການຣະບາດຂອງໂຄວິດ-19 ນີ້.

ອົງການສະຫະປະຊາຊາດ ທີ່ໄດ້ຣາຍງານ ເມື່ອເດືອນ ກຸມພາ 2021 ວ່າ ປະເທດລາວ ສາມາດບັນລຸໄດ້ 3 ເງື່ອນໄຂ ທີ່ອົງການ ສະຫະປະຊາດກຳນົດໄວ້ ປະກອບມີ: ດັດສະນີລາຍໄດ້ແຫ່ງຊາດ ຫຼື ລາຍໄດ້ຂັ້ນຕໍ່າຕໍ່ຄົນ ຫຼື GNI ກຳນົດໄວ້ 1,230 ໂດລາ ແລະ ລາວ ສາມາດບັນລຸໄດ້ 1,996 ໂດລາ. ດັດສະນີຊັພຍາກອນມະນຸດ ຫຼື HAI ກຳນົດໄວ້ 66 ຄະແນນ ແລະ ລາວໄດ້ຄະແນນ 77.2 ແລະ ດັດສະນີຄວາມບອບບາງ ທາງດ້ານເສຖກິຈ ຫຼື EVI ກຳນົດໄວ້ 32 ຄະແນນ ຫຼື ຕໍ່າກວ່າ ແລະ ລາວໄດ້ຄະແນນ 32.

ໃນຂນະທີ່ ໂຄງການລຶບລ້າງຄວາມທຸກຍາກໃນປະເທດລາວ ກໍໄດ້ຮັບຜົລກະທົບໜັກ ທັງແຜນການພັທນາ ແລະ ງົບປະມານ ເກືອບ ວ່າບໍ່ມີການເຄື່ອນໄຫວໃດໆ ເພາະການຣະບາດຂອງເຊື້ອໂຄວິດ-19 ທີ່ແຜ່ລາມໄປທົ່ວທຸກເມືອງ, ທຸກແຂວງຈົນເຈົ້າໜ້າທີ່ ບໍ່ສາມາດ ລົງໄປປະຕິບັດໜ້າທີ່ໄດ້ ໂດຍສະເພາະຊຸມຊົນເປົ້າໝາຍ ທີ່ຢູ່ໃນເຂດຫ່າງໄກສອກຫຼີກ. ດັ່ງເຈົ້າໜ້າທີ່ຫ້ອງການລຶບລ້າງຄວາມທຸກຍາກ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກັນຍານີ້ວ່າ:

"ໃນການພັທນາ ກໍທຽບໃສ່ແຂວງອື່ນ ບໍ່ມີຄວາມຄືບໜ້າ ເນື່ອງຈາກວ່າມັນເຮັດບໍ່ໄດ້ໄປບໍ່ໄດ້ຫັ້ນນ່າເນາະ ຖືວ່າບັນດາໂຄງການອື່ນໆ ຫັ້ນກາຖືວ່າຖືກຢຸດຈຶ້ງເພາະວ່າມັນບໍ່ໄດ້ລົງ.”

ທ່ານຍັງໄດ້ກ່າວຕື່ມວ່າ ໄລຍະສອງປີຜ່ານມານີ້ ເມື່ອບໍ່ມີການຊຸກຍູ້ຕາມແຜນພັທນາເສຖກິຈ ແລະ ສັງຄົມ ໃນຊຸມຊົນທຸກຍາກ ກໍເຣີ້ມ ສັງເກດເຫັນວ່າ ມີຊາວບ້ານຈຳນວນນຶ່ງ ຫັນໄປເພິ່ງພາສິ່ງເສບຕິດກັນຫຼາຍຂຶ້ນ ຍ້ອນພວກເຂົາເຈົ້າບໍ່ມີວຽກເຮັດງານທໍາ ຖ້າຫາກປ່ອຍ ໃຫ້ສະພາບເປັນແນວນີ້ຕໍ່ໄປ ຈະກາຍເປັນບັນຫາສັງຄົມຕາມມາ ແລະ ເປັນຄວາມທ້າທາຍ ຂອງຣັຖບານລາວ ທີ່ຈະແກ້ໄຂບັນຫານີ້ ແນວໃດ ເມື່ອໂຄວິດ-19 ໝົດໄປ.

ການເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັທນາ ໄດ້ຕາມເປົ້າໝາຍໃນປີ 2025 ນັ້ນ ກາຍເປັນເຣື່ອງ ຫຍຸ້ງຍາກ ແລະ ທ້າທາຍທີ່ສຸດຂອງຣັຖບານລາວ ເນື່ອງຈາກແຜນການພັທນາເສຖກິຈ ແລະສັງຄົມບໍ່ສາມາດດຳເນີນການໄດ້ ເກືອບ 2 ປີມານີ້ ໂດຍສະເພາະເຣື່ອງການພັທນາ ໂຄງຮ່າງພື້ນຖານຈຳເປັນ ໃຫ້ກັບຊຸມຊົນໃນເຂດຫ່າງໄກສອກຫຼີກ. ດັ່ງເຈົ້າໜ້າທີ່ຫ້ອງການ ລຶບລ້າງຄວາມທຸກຍາກສູນກາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກັນຍາ ນີ້ວ່າ:

"ກາເວົ້າໃນແງ່ນຶ່ງ ສະພາບຂອງຄອບຄົວຊົນບົດຢູ່ລາວ ການເຂົ້າເຖິງສິ່ງອຳນວຍຄວາມສະດວກຕ່າງໆ ອັນສອງມາ ກາທາງດ້ານ ລາຍຮັບຂອງຄອບຄົວ ດ້ານ ການສຶກສາ ດ້ານສາທາຣະນະສຸຂ ກະຊິໃຫ້ມັນໄດ້ຕາມຣະດັບຄາດໝາຍນີ້ ກາຍາກຫັ້ນແຫຼະ ບໍ່ມີ ໂຕກະຕຸ້ນເດ.”

ທ່ານກ່າວອີກວ່າ ການຣະບາດຂອງໂຄວິດ-19 ສົ່ງຜົລກະທົບໂດຍຕົງ ຕໍ່ລາຍຮັບຂອງຄົນລາວ ເພາະບໍ່ສາມາດຜລິດສິນຄ້າ ແລະ ຂາຍສິນຄ້າໄດ້ຄືເກົ່າ ແລະຂ້ອນຂ້າງຍາກ ທີ່ຈະເຮັດໃຫ້ລາຍຮັບ ໝັ້ນຄົງໄດ້ຄືເກົ່າ ເພາະໂຮງງານ, ຮ້ານຄ້າຕ່າງກໍໄດ້ຮັບຜົລກະທົບ ຈົນຕ້ອງປິດກິຈການ ທັງຊົ່ວຄາວ ແລະ ປິດຖາວອນ.

ມັນເປັນໄປໄດ້ຍາກຫຼາຍ ທີ່ຈະເຮັດໃຫ້ຊາວບ້ານ ໃນເຂດຫ່າງໄກສອກຫຼີກ ຫຼຸດພົ້ນຈາກຄວາມທຸກຍາກໄດ້ ເພາະການພັທນາໂຄງຮ່າງ ພື້ນຖານ ທີ່ເປັນສິ່ງສຳຄັນທີ່ສຸດ ຍັງບໍ່ໄດ້ຮັບການພັທນາໃຫ້ດີ, ເມື່ອໂຄງຮ່າງພື້ນຖານບໍ່ມີ ກໍກະທົບຕໍ່ຄຸນນະພາບຊີວິດຂອງຊາວບ້ານ ທັງເຣື່ອງການຊ່ອຍເຫຼືອຕ່າງໆ ການຂົນສົ່ງສິນຄ້າແລະອື່ນໆ. ດັ່ງຊາວບ້ານ ໃນເຂດຫ່າງໄກສອກຫຼີກ ເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກັນຍາ ນີ້ວ່າ:

"ປະເມີນຄວາມທຸກຍາກນີ້ ກາໄດ້ຍິນເພິ່ນເວົ້າຢູ່ ວ່າຄືຊິຍັງຫຼາຍ ມັນຍັງກວມເອົາຫຼາຍຢູ່ ປະຊາຊົນທີ່ວ່າ ຍັງຢູ່ຫ່າງໄກສອກຫຼີກ ຍັງຫຼາຍ ຫົນທາງເຮົາກາ ບາງເທື່ອກະຕົກຍາມແລ້ງ ມັນກາທຽວໄດ້ນ້ອຍນຶ່ງ ຍາມຝົນມັນກາໄປບໍ່ໄດ້ຫັ້ນນ່າ.”

ຍົກໂຕຢ່າງ ຢູ່ແຂວງໄຊຍະບູຣີ ບ້ານທີ່ອາສັຍຢູ່ໃນປັດຈຸບັນ ແລະ ມີຫຼາຍບ້ານ ທີ່ອາສັຍຢູ່ຕາມແຄມນໍ້າຂອງ ບໍ່ມີໂຮງຮຽນ ບໍ່ມີໄຟຟ້າ ບໍ່ມີອາຊີບ ແລະ ລາຍໄດ້ໝັ້ນຄົງ. ຊາວບ້ານຜູ້ນຶ່ງ ໃນເມືອງຫົງສາ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກັນຍາ ນີ້ວ່າ:

“ແມ່ນແຫຼະ ຍັງຍາກຈົນຫຼາຍແລ້ວ ກໍແບບບໍ່ມີໄຟຟ້າແດ່ ແລ້ວກໍບໍ່ມີຄົນມາປະຊຸມ ມາຮວມເລີຍ ຄືແບບຖິ້ມເລີຍ ຊ່ວງນີ້ຝົນຕົກແຮງ ໄປບໍ່ມັນແຮງລຳບາກໂຮງຮຽນກາບໍ່ໄດ້ເຂົ້າ ເພາະວ່າບໍ່ມີຄຣູ ບໍ່ມີເງິນແດ່.”

ນັບແຕ່ອົງການສະຫະປະຊາຊາດ ໄດ້ທົບທວນມາຕການ 3 ເງື່ອນໄຂ ໃນເດືອນ ກຸມພາ 2021 ທີ່ຜ່ານມາ ແລ້ວນັ້ນ,ໃນອີກ 5 ປີ ຫຼັງຈາກນີ້ ຣັຖບານລາວ ຕ້ອງສ້າງຄວາມເຂັ້ມແຂງ ທາງດ້ານເສຖກິຈ ໃຫ້ແຂງແຮງຂຶ້ນກວ່າເກົ່າ ທັງການຜລິດການກະເສດ, ການ ສົ່ງອອກສິນຄ້າ ແລະ ບໍຣິການ, ຄວາມເຂັ້ມແຂງ ຂອງການສົ່ງອອກສິນຄ້າ, ບັນຫາອຸປສັກ ຂອງເສຖກິຈ ຂນາດນ້ອຍ ຫຼື SME ແລະ ຫຼຸດຜ່ອນ ປະຊາຊົນບໍ່ໃຫ້ເກີດຄວາມສ່ຽງ ໃນການພັດຖິ່ນ ຍ້ອນພັຍທັມມະຊາດ.

ຂນະທີ່ ການຣະບາດຂອງໂຄວິດ-19 ຈະເຮັດໃຫ້ເສຖກິຈຂອງປະເທດລາວ ຂຍາຍໂຕຣະດັບທີ່ຊ້າລົງ ໂດຍອີງຕາມການຣາຍງານ ຂອງທະນາຄານໂລກ ຣະບຸວ່າ ເສຖກິຈລາວ ຈະຂຍາຍໂຕ 3.6% ໃນປີ 2021, ສ່ວນທະນາຄານພັທນາເອເຊັຽ ໄດ້ປັບຫຼຸດເສຖກິຈ ລາວ ເຫຼືອ 2.3% ໃນປີ 2021 ຈາກທີ່ຄາດຄະເນໄວ້ 4% ເມື່ອຕົ້ນປີທີ່ຜ່ານມາ. ປັດຈຸບັນອົງການສະຫະປະຊາຊາດ ໄດ້ກຳນົດໃຫ້ 47 ປະເທດທົ່ວໂລກ ຮວມເຖິງປະເທດລາວ ຢູ່ໃນສະຖານະພາບ ປະເທດດ້ອຍພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 28, 2021 06:18 PM

ຈະໄຫ້ລາວຫຼຸດພົ້ນອອກຈາກການເປັນປະເທດທີ່ດ້ອຍພັດທະນາພາຍໃນທໍ່ນັ້ນທໍ່ນີ້ປີນັ້ນມັນເປັນໄປບໍ່ໄດ້ຢ່າງແນ່ນອນແລະຈະບໍ່ຫຼຸດພົ້ນໄປອີກ10 ປີ20ປີຂ້າງໜ້າແນ່ນອນຖ້າປະເທດລາວຢັງມີການປົກຄອງແບບເດີມໆແລະເພີ່ງພິງຈີນໃນການພັດທະນາປະເທດນອກລະບົບແລະບໍ່ໂປ່ງໄສ,ແຕ່ໃນມຸມມອງຂອງປະຊາຊົນລາວສອງສ່ວນສາມຂອງປະເທດແລະຜູ້ນໍາຂອງລາວຄິດວ່າລາວໄດ້ຈເລີນແລ້ວເພາະຈີນໄດ້ມາລົງທືນແລະສ້າງສາປະເທດລາວໄຫ້ໄດ້ມີໝົດທຸກຢ່າງ,ແນ່ນອນແລະຂອ້ຍຈະໄຫ້ຕົວຢ່າງງ່າຍຄືເກົາຫຼີເໜືອນັ້ນເອັງເຂົາກໍມີໝົດທຸກຢ່າງຄືກັນແລະເຂົາກໍມີມາໄດ້ຫຼາຍສັດຕະວັດແລ້ວແລະກ່ອນລາວ,ກໍາພູຊາ,ພະມ້າເສັຽອີກແບະເຂົາຄືຢັງຢູ່ໃນກຸ່ມປະເທດທີ່ດອ້ຍພັດທະນາແລະທຸກຍາກຢູ່ດ້ວຍສາເຫດອັນໃດ?

Anonymous
Sep 28, 2021 07:52 PM

ຖ້າຈະໂທດໄສ່ພະຍາດໂຄວິດ19ກໍເປັນສ່ວນນຶ່ງທີ່ຈະເຮັດໄຫ້ປະເທດລາວບໍ່ສາມາດຫຼຸດຈາກປະເທດດ້ອຍພັດທະນາໄດ້ແລະກ່ອນໜ້າພະຍາດຈະເກີດເດຄືບໍ່ສແຫວງຫາຄືປ່ອຍໂອກາດທີ່ດີໆຫາຍໄປກັບການເວລາອັນທີ່ເໝາະສົມນັ້ນໆຫຼືວ່າຈະລໍຖ້າບູຸນວາສໜາຈະມາໜຸນສົ່ງເອັງ,ເປັນໄປບໍ່ໄດ້ກ່ອນອື່ນທີ່ເຮັດຂັ້ນຕົ້ນຊັບພະຍາກອນມະນຸດ,ເປີດກ້ວາງໄຫ້ປະຊາຊົນມີສິດແລະຊື່ສານຫຼືພົວພັນຈາກພາກພື້ນ,ປະຊາຊົນໃນປະເທດຄືເປັນຜູ້ຂັບເຄື່ອນເສຖກິດຂອງປະເທດຖ້າຍັງໄຊ້ວິທີການບັງຄັບແລະນາບຂູ່ປະຊາຊົນຢູ່ມັນກໍກາຍເປັນປະເທດທີ່ອ່ອນແອແລະບໍ່ມີເສລີພາບໃນການຂັບເຄື່ອນເສຖກິດໄດ້ເຕັມສ່ວນ.