ທຸຣະກິຈ ຂນາດນ້ອຍ ບໍ່ມີເງິນ ໃຊ້ໜີ້
2021.09.22

ໃນໄລຍະປິດບ້ານປິດເມືອງນີ້ ຜູ້ປະກອບການທຸຣະກິຈຂນາດນ້ອຍຫຼາຍຄົນ ທໍ້ແທ້ໃຈ, ເຣີ່ມໝົດຫົນທາງ ທີ່ຈະຊອກຫາເງິນໄປໃຊ້ໜີ້ ທະນາຄານທີ່ໄດ້ກູ້ຢືມມາ ຍ້ອນວ່າຕ້ອງໄດ້ປິດກິຈການ, ຫາເງິນຍາກ, ຂາດລາຍໄດ້ມາຫຼາຍເດືອນຫຼັງຈາກໂຄວິດ-19 ກັບມາຣະບາດ ຮອບໃໝ່ ແລະ ທາງການລາວ ກໍຍັງບໍ່ມີນະໂຍບາຍຜ່ອນຜັນ ແລະ ພາກສ່ວນທີ່ກ່ຽວ ຂ້ອງກໍບໍ່ໄດ້ສົນໃຈນໍາການທີ່ຈະແກ້ໄຂບັນຫານີ້ ໃຫ້ ດັ່ງຜູ້ປະກອບການທຸຣະກິຈ ຮ້ານອາຫານຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ:
”ໜີ້ທະນາຄານແດ່ ໄຟແນ້ນແດ່ ທຸກລະບົບ ບໍ່ມີການຜ່ອນຜັນເລີຍ ຮ້ານອາຫານບໍ່ໄດ້ເປີດ ຕັ້ງແຕ່ເດືອນ ທີສອງມາ ກະເງິນເກັບ ເງິນໂຮມ ທີ່ໄດ້ມາກໍໄປຖອກຈ່າຍເພິ່ນໝົດ ແມ່ນ 7 ເດືອນ ເດືອນທີ 8 ມານີ້ມັນກະທົບຕີ້ ມັນໝົດເງິນເຮົາໂພດ ຣັຖບານມາສັ່ງໃຫ້ ປະຊາຊົນຢຸດ ໃຫ້ພໍ່ຄ້າຊາວຂາຍຢຸດ ແຕ່ພັດວ່າ ບໍ່ໄປສັ່ງໄຟນັ້ນຢຸດ ບໍ່ໄປສັ່ງທະນາຄານຢຸດໄດ້ສິນ່າ ໄປຂຽນໃບຮ້ອງທຸກຂຶ້ນແລ້ວ ກໍມິດ ໄປຮອດສະພາ ເພິ່ນກໍວ່າມັນເປັນຂອງນິຕິບຸກຄົນ ມັນບໍ່ແມ່ນກ່ຽວກັບຣັຖຄຸ້ມຄອງ ເພິ່ນວ່າ.”
ໃນໄລຍະລ໊ອກດາວນີ້ ການດໍາເນີນທຸຣະກິຈຄ້າຂາຍຫຍຸ້ງຍາກ, ຂາຍເຄື່ອງບໍ່ອອກ, ເດືອດຮ້ອນ, ຕິດໜີ້ທະນາຄານ, ປະຊາຊົນອອກ ໄປຊື້ອາຫານການກິນ ແລະ ເຄື່ອງໃຊ້ຂອງສອຍ ກໍຈະຊື້ແຕ່ສິ່ງຈໍາເປັນ, ບໍ່ມີເງິນທີ່ຈະເອົາໄປ ໃຊ້ໜີ້ທະນາຄານ ດັ່ງຜູ້ປະກອບການ ຮ້ານຄ້າຢູ່ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
”ຄ້າຂາຍບໍ່ໄດ້ເລີຍ ເດືອດຮ້ອນເລີຍ ບໍ່ຮູ້ຈະເຮັດແລ້ວ ບໍ່ໄດ້ໄປໃສມາໃສເລີຍ ບໍ່ມີເງິນມີຄໍາແລ້ວ ຕິດໜີ້ເພິ່ນຢູ່ນີ້ແລ້ວ ບໍ່ໄດ້ຈ່າຍຫັ້ນ ແລ້ວ ບໍ່ມີເງິນຈ່າຍ ເພິ່ນກໍຈະຢຶດຫັ້ນແລ້ວ ຢຶດທຸກຢ່າງຫັ້ນແລ້ວ ບໍ່ຊ່ອຍເອົາໄດ້ດອກອັນນີ້ ນອນກໍບໍ່ຝັນເຫັນດອກ ໄດ້ແຕ່ຢາກຫັ້ນລະ ຊ່ອຍຕົວເອງ ກຸ້ມຕົວເອງ.”
ກ່ຽວກັບບັນຫາທີ່ວ່ານີ້ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນໄດ້ປຶກສາຫາລື, ສຶກສາຄົ້ນຄວ້າເພື່ອຫາທາງແກ້ໄຂເທື່ອ ດັ່ງເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້ວ່າ:
”ຣະບາດຊຸດນີ້ ກໍຍັງບໍ່ມີຫຍັງຄົ້ນຄວ້າເທື່ອ ຍັງບໍ່ມີຫຍັງເທື່ອ ມັນກະຮຸນແຮງຫຼາຍຊ່ວງນີ້ ກະບໍ່ຮູ້ມັນຈະເຮັດຫຍັງໄດ້ຕື່ມ ເພິ່ນກໍຍັງ ບໍ່ທັນໄດ້ເວົ້າຫຍັງ.”
ແລະທາງທະນາຄານ ກໍມີແຕ່ວ່າ ຍັງປັບປຸງເງື່ອນໄຂ ແລະຫຼັກການຢູ່, ຍັງບໍ່ມີນະໂຍບາຍຜ່ອນຜັນໃຫ້ລູກໜີ້ເທື່ອ, ຕ້ອງໄດ້ສຶກສາ ຣາຍລະອຽດຄັກແນ່ກ່ອນ ດັ່ງເຈົ້າໜ້າທີ່ທະນາຄານລາວທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງເວົ້າວ່າ:
”ຊ່ວງນີ້ແມ່ນທາງທະນາຄານເຮົາ ຍັງມີການປັບປຸງເງື່ອນໄຂ ຫຼັກການຫຼາຍຢ່າງ ແຕ່ວ່າມັນກໍຈະມີນະໂຍບາຍບາງສ່ວນ ແຕ່ກໍຕ້ອງ ໄດ້ພິຈາຣະນາເບິ່ງຣາຍລະອຽດກຫັນກ່ອນ ເປັນລູກຄ້າປະເພດໃດຊິນ່າ.”
ເວົ້າເຖິງການຣະບາດຂອງໂຄວິດ-19, ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 6,508 ຄົນ ໃນມື້ວັນທີ 20 ກັນຍາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 331 ຄົນ. ໃນນັ້ນ ຕິດໃນຊຸມຊົນ 296 ຄົນ ແລະນໍາເຂົ້າ 35 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 19,730 ຄົນ.
ເຣື່ອງການຕິດເຊື້ອໃນຊຸມຊົນ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າ ຄະນະສະເພາະກິຈປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 21 ກັນຍານີ້ວ່າ:
”ການຕິດເຊື້ອໃນຊຸມຊົນ ແມ່ນເພິ່ມຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ ຖ້າສົມທຽບໃສ່ໄລຍະດຽວກັນ ໃນເດືອນຜ່ານມາເຫັນວ່າ ອັດຕຣາ ການຕິດເຊື້ອໃນຊຸມຊົນ ແມ່ນເພິ່ມຂຶ້ນເຖິງ 72.59% ໝາຍຄວາມວ່າ ແຕ່ເດືອນກັນຍາ ມີພຽງ 2,191 ກໍຣະນີ ທຽບກັບເດືອນສິງຫາ ແມ່ນມີພຽງ 345 ກໍລະນີເທົ່ານັ້ນ.”
ໃນຈໍານວນ 296 ຄົນ ທີ່ຕິດເຊື້ອໃນຊຸມຊົນນັ້ນ ຕິດຢູ່ນະຄອນຫຼວງວຽງຈັນ 176 ຄົນ, ແຂວງຈໍາປາສັກ 59 ຄົນ, ຄໍາມ່ວນ 28 ຄົນ, ຊຽງຂວາງ 8 ຄົນ ສວັນນະເຂດ 7 ຄົນ, ຫຼວງພຣະບາງ 6 ຄົນ, ວຽງຈັນ 6 ຄົນ, ສາຣະວັນ 3 ຄົນ ແລະແຂວງບໍ່ແກ້ວ 3 ຄົນ.
ແລະໃນຈໍານວນ ຄົນຕິດເຊື້ອນໍາເຂົ້າ 35 ຄົນນັ້ນ ຢູ່ແຂວງ ສວັນນະເຂດ 10 ຄົນ, ຫຼວງພຣະບາງ 8 ຄົນ, ຄໍາມ່ວນ 7 ຄົນ, ຈໍາປາສັກ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະແຂວງສາຣະວັນ 2 ຄົນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 21 ກັນຍາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 525,182 ຄົນ, ມີຜູ້ຕິດເຊື້ຶອສະສົມ 19,730 ຄົນ, ປິ່ນປົວຫາຍແລ້ວ 15,118 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,596 ຄົນ, ເສັຽຊີວິດ 16 ຄົນ.