ເຣື້ອງທີ່ເກັບບັນທຶກໄວ້
2023-09-29
ຣັຖບານລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 1,300,000 ກີບ ເປັນ 1,600,000 ກີບຕໍ່ເດືອນໃນເດືອນຕຸລານີ້, ແຕ່ກໍຍັງຈະບໍ່ກຸ້ມກິນ ເພາະເຄື່ອງຂອງແພງຂຶ້ນຫລາຍ.
2023-09-28
ໂຄງການກໍ່ສ້າງສູນການຄ້າ, ສູນລວມສະຖານທີ່ບັນເທີງ ແລະ ສະຖານທີ່ພັກອາໄສແບບຫຼູຫຼາ ຂອງ ບໍຣິສັດ ຊິນເຢ້ (ລາວ) ວັທນະທັມ, ທ່ອງທ່ຽວ ແລະ ການລົງທຶນ ຈຳກັດ ຂອງຈີນທີ່ຕັ້ງຢູ່ບໍຣິເວນ ແຄມແມ່ນໍ້າຂອງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ.
2023-09-28
ຄົນງານລາວ ໃນເຂດເສຖກິຈບໍ່ເຕັນ ແຂວງຫລວງນໍ້າທາ ມີຄົນງານລາວ ທັ້ງໝົດ 1,783 ຄົນ ຖືວ່າໜ້ອຍ ທັງໆທີ່ເຣີ່ມພັທນາ ເປັນເວລາ 7 ປີ ແລະ ພາຍໃນເຂດ ກໍຍັງບໍ່ມີການຄຸ້ມຄອງ ດ້ານແຮງງານ.
2023-09-27
ຣັຖບານ ແກ້ໄຂບັນຫາເງິນກີບເຟີ້, ຄ່າອາຫານແພງ ນຳເອົາເຄື່ອງໃຊ້ ທີ່ຈໍາເປັນ ຈຳນ່າຍໃຫ້ຊາວ ນະຄອນຫຼວງວຽງຈັນ ໃນລາຄາຖືກ 10-20% ຈາກລາຄາຕລາດ, ແຕ່ຈໍາກັດຈຳນວນ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ໃຫ້ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ເປັນການແກ້ໄຂບັນຫາ ສະເພາະໜ້າ.
2023-09-26
ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ເຊື່ອວ່າ ຣັຖບານ ຈະບໍ່ສາມາດ ແກ້ໄຂບັນຫາ ເສຖກິຈ ແລະ ຄ່ານໍ້າມັນແພງໄດ້ ໂດຍສະເພາະ ສະພາວເງິນກີບທີ່ອ່ອນຄ່າລົງ, ສິນຄ້າທຸກປະເພທດແພງຂຶ້ນ ແລະ ບໍ່ເຫັນທ່າທີວ່າ ຈະຫຼຸດລົງ.
2023-09-26
ເສັ້ນເປ່ເພຫຼາຍຈຸດ ໂດຍສະເພາະ ແຂວງຫຼວງພຣະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈຶ່ງເຮັດໃຫ້ພາກສ່ວນກ່ຽວຂ້ອງ ສເນີຂໍງົບປະມານ ປັບປຸງເສັ້ນທາງການເຂົ້າເຖິງ ແຫຼ່ງທ່ອງທ່ຽວ ແລະ ການບໍຣການ ໃຫ້ໄດ້ມາຕຖານສາກົລ ເພື່ອຕ້ອບຮັບການທ່ອງທ່ຽວ ລາວປີ 2024.
2023-09-26
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນສິງຫາ 2023 ນີ້ຢູ່ທີ່ 980 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າສົ່ງອອກປະມານ 446 ລ້ານໂດລ້າຣ໌, ມູນຄ່າການ ນຳເຂົ້າປະມານ 534 ລ້ານໂດລ້າຣ໌ ແລະ ຂາດດຸນການຄ້າ 88 ລ້ານໂດລ້າຣ໌.
2023-09-24
ປັດຈຸບັນ ລາວມີຄວາມສ່ຽງຜິດສຳຣະໜີ້ ຍ້ອນທຶນສຳຮອງ ລະຫວ່າງ ປະເທດຢູ່ໃນ ລະດັບຕໍ່າ ໃນຂະນະທີ່ ອັຕຣາແລກປ່ຽນ ຍັງຄົງຖີບໂຕຂຶ້ນສູງ.
2023-09-22
ການສືກສາ ສຳຣວດຂອງ 13 ອົງກອນໃນ 14 ແຂວງພົບວ່າ 91% ຄົວເຮືອນ ປະສົບບັນຫາ ຄ່າຄອງຊີບສູງ ຈາກອັດຕຣາເງິນເຟີ້, ການປ່ຽນແປງດິນຟ້າອາກາດ ແລະ ການຣະບາດໂຄວິດ-19 ໃນໄລຍະຜ່ານມາ.
2023-09-21
ເຣີ່ມກຳນົດການເສັຍຄ່າທໍານຽມທາງ ຫລື ຄ່າທາງ ປະຈໍາປີ 2023 ພາຍໃນວັນທີ 30 ກັນຍາ 2023 ເຊິ່ງປີນີ້ໄດ້ຂຍາຍຈາກປີກ່ອນໆ ເຖິງ 3 ເດືອນ ຫາກເຈົ້າຂອງຣົຖ ບໍ່ເສັຍຄ່າທໍານຽມ ໃນໄລຍະດັ່ງກ່າວ ຈະຖືກປັບໃໝໃນອັດຕຣາ 0.1% ຕໍ່ມື້ ຂຶ້ນຢູ່ກັບປະເພດຣົຖ.
2023-09-21
ເງິນກີບເຟີ້ໃນເດືອນສິງຫາ ຫລຸດລົງ 25.9% ຈາກ 27.8% ອີງຕາມການຣາຍຂອງ ສູນສະຖິຕິແຫ່ງຊາ, ແຕ່ສະພາບໂຕຈິງ ຫລາຍຄົນ ເຫັນວ່າ ອາດບໍ່ເປັນຄວາມຈິງ ເພາະວ່າ ລາຄາສິນຄ້າ ແລະຄ່າຄອງຊີບຍັງແພງຂຶ້ນເລື້ອຍໆ ລວມເຖິງອັດການແລກປ່ຽນ.
2023-09-21
ທາງການລາວ ແລະ ແຂວງກວາງຊີ ຈະມີການຮ່ວມມື ໃນການຊຸກຍູ້ການລົງທຶນ ຂຍາຍຕລາດ ແລະ ຍົກລະດັບສິນຄ້າການກະເສດ ໂດຍສະເພາະສເນີໃຫ້ມີນະໂຍບາຍພິເສດ ໃຫ້ສິນຄ້າດ້ານການກະເສດ ຂອງລາວ ສາມາດສົ່ງອອກໄປຈຳໜ່າຍ ຢູ່ປະເທດຈີນຫຼາຍຂຶ້ນ.
2023-09-19
ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ຫົວໜ້າ ທະນາຄານ ກະສິກັມ ແຫ່ງຊາຕຈີນ ສາຂາຢູນນານ ປະເທດຈີນ ໄດ້ປຶກສາຫາລື ກ່ຽວກັບກັບຮ່ວມມືລະຫວ່າງ 2 ປະເທດ ໂດຍສະເພາະໃນຂົງເຂດການຄ້າ ການລົງທຶນ, ການເງິນ ແລະ ການທະນະຄານ ເພື່ອໃຊ້ເງິນຢວນ ສຳລະໃນລະດັບທ້ອງຖິ່ນ.
2023-09-19
ຣັຖບານຕຣຽມ ຫຼຸດຜ່ອນການນຳເຂົ້າສິນຄ້າ ຫຼາຍຊນິດ ເພື່ອໃຫ້ເສຖກິຈ ການເງິນໃນລາວດີຂຶ້ນ ແລະ ເພື່ອສົ່ງເສີມຜລິຕພັນພາຍໃນ ໃຫ້ຫຼາຍຂຶ້ນ ໂດຍຄົນລາວສາມາດ ຊື້-ຂາຍ ພາຍໃນໄດ້ດ້ວຍຕົນເອງ, ແຕ່ຫຼາຍພາກສ່ວນ ຍັງບໍ່ເຫັນຄວາມເປັນໄປໄດ້ ເນື່ອງຈາກຣັຖບານ ຂາດການສົ່ງເສີມ ການຜລິດພາຍໃນ ທີ່ໄດ້ຄຸນນະພາບ ມາຕຖານ.
2023-09-19
ແຂວງຢູນນານຂອງຈີນ ສເນີຊື້ງົວຈາກ ສປປ ລາວ 23,000 ໂຕ ໃນປີນີ້, ແຕ່ຄາດວ່າ ທາງການລາວ ອາດ ບໍ່ສາມາດສນອງໄດ້ ຍ້ອນງົວລາວບໍ່ໄດ້ມາຕຖານ 12 ຂໍ້ ຕາມທີ່ທາງການຈີນກຳນົດ ເຊັ່ນປີ 2021 ຈີນໃຫ້ໂຄຕາ 50 ພັນໂຕ ແຕ່ສົ່ງໄປໄດ້ພຽງ 8,100 ໂຕ.