ສປປ ລາວ ຂາດດຸນການຄ້າ ເດືອນສິງຫາ ເຖິງ 88 ລ້ານໂດລ້າຣ໌
2023.09.26
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນສິງຫາ 2023 ນີ້ຢູ່ທີ່ 980 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າສົ່ງອອກປະມານ 446 ລ້ານໂດລ້າຣ໌, ມູນຄ່າການ ນຳເຂົ້າປະມານ 534 ລ້ານໂດລ້າຣ໌ ແລະ ຂາດດຸນການຄ້າ 88 ລ້ານໂດລ້າຣ໌. ປັດໄຈ ສຳຄັນທີ່ເຮັດໃຫ້ປະເທດລາວຂາດດຸນການຄ້າ ສູງມາຈາກອັດຕຣາແລກປ່ຽນ, ເງິນກີບອ່ອນຄ່າລົງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດ ເກືອບທຸກປະເພດ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກັນຍາ ນີ້ວ່າ:
“ການນຳເຂົ້ານີ້ຖືວ່າຍັງປົກກະຕິ ເພາະວ່າການຜລິດທົດແທນຖືວ່າ ຍັງຫຼາຍອັນເຮົາບໍ່ທັນສາມາດທົດແທນໄດ້ ອັນໃດກາທຽບໃສ່ອັດຕຣາແລກປ່ຽນ ມັນຈະເຮັດໃຫ້ມີຜົລກະທົບ, ສິນຄ້າຈະເປັນຈາກໄທຍ, ຈາກວຽດນາມ, ຈາກຈີນ. ມັນກາບັນຫາເຣື່ອງອັດຕຣາແລກປ່ຽນ ຫັ້ນແຫຼະ.”
ອີງຕາມ ກະຊວງອຸດສາຫະກັມ ແລະ ການຄ້າ ປະຈຳເດືອນກັນຍາ 2023 ນີ້ໄດ້ຣາຍງານ ໃຫ້ຮູ້ວ່າສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່ ມັນຕົ້ນ ປະມານ 85 ລ້ານໂດລ້າຣ໌, ຄຳປະສົມ ແລະ ຄຳແທ່ງ ປະມານ 46 ລ້ານໂດລ້າຣ໌, ແຮ່ທອງ ປະມານ 35 ລ້ານໂດລ້າຣ໌, ເກືອກາລີ ປະມານ 34 ລ້ານໂດລ້າຣ໌, ເຍື່ອໄມ້ ແລະ ເສດເຈັ້ຍ ປະມານ 30 ລ້ານໂດລ້າຣ໌, ເຈັ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈັ້ຍ ປະມານ 28 ລ້ານໂດລ້າຣ໌, ນໍ້າຕານ ປະມານ 26 ລ້ານໂດລ້າຣ໌, ເຄື່ອງນຸ່ງຫົ່ມ ປະມານ 22 ລ້ານໂດລ້າຣ໌, ໝາກກ້ວຍ ປະມານ 21 ລ້ານໂດລ້າຣ໌ ແລະ ແຮ່ເຫຼັກ ປະມານ 20 ລ້ານໂດລ້າຣ໌.
ສ່ວນສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່ ນໍ້າມັນກາຊວນ 83 ລ້ານໂດລ້າຣ໌, ອຸປະກອນກົນຈັກ ປະມານ 31 ລ້ານໂດລ້າຣ໌, ພາຫະນະທາງບົກ ປະມານ 27 ລ້ານໂດລ້າຣ໌, ນ້ຳມັນແອັດຊັງ ປະມານ 19 ລ້ານໂດລ້າຣ໌, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 18 ລ້ານໂດລ້າຣ໌, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 18 ລ້ານໂດລ້າຣ໌, ສາຍໄຟຟ້າ ແລະ ເຄເບີ້ນ ປະມານ 17 ລ້ານໂດລ້າຣ໌, ຊິ້ນສ່ວນອາໄຫຼ່ລົດ ປະມານ 15 ລ້ານໂດລ້າຣ໌, ເຄື່ອງດື່ມ ປະມານ 14 ລ້ານໂດລ້າຣ໌ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 13 ລ້ານໂດລ້າຣ໌.
ຜູ້ປະກອບການສົ່ງອອກ ຢາງພາຣາໃນແຂວງຫຼວງນໍ້າທາ ກ່າວວ່າໄລຍະນີ້ລາຄາຢາງພາຣາ ສູງຫຼາຍ ຄືຢູ່ປະມານ 12,000–13,000 ກີບຕໍ່ກິໂລກະຣາມ ແຕ່ພັດເສັຍປຽບເຣື່ອງຂອງອັດຕຣາແລກປ່ຽນ ແລະ ເງິນກີບອ່ອນຄ່າລົງ ຈຶ່ງເຮັດໃຫ້ລາຄາຢາງພາຣາທີ່ຂາຍໄປນັ້ນເມື່ອສົມທຽບໃສ່ຕົ້ນທືນ ແລະ ອັດຕຣາເງິນເຟີ້ໃນປັດຈຸບັນປະມານ 25,88% ນັ້ນບໍ່ກຸ້ມທືນປານໃດ. ດັ່ງນັ້ນຈຶ່ງຢາກໃຫ້ຣັຖບານ ເອົາໃຈໃສ່ໃນການແກ້ໄຂບັນຫາ ເຣື່ອງອັດຕຣາແລກປ່ຽນ ແລະ ເງິນອ່ອນຄ່າຢ່າງຈີງຈັງເພື່ອຫຼຸດຜ່ອນ ຜົລກະທົບໃຫ້ກັບຜູ້ປະກອບການ ຣາຍຍ່ອຍ ແລະ ຜູ້ສົ່ງອອກສິນຄ້າ ໄປຕ່າງປະເທດ.
ດັ່ງຜູ້ປະກອບການສົ່ງອອກ ຢາງພາຣາກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ແມ່ນແຫຼະລາຄາເງິນຕົກຕໍ່າຫຼາຍທີ່ສຸດ ຢູ່ໃນລາວລໍຖ້າຣັຖບານເພິ່ນ ກໍເວົ້າວ່າຊິມິວິທີແກ້ໄຂ ແຕ່ວ່າຕາມຄິດເບິ່ງນີ້ຊິບໍ່ມີເສັ້ນທາງອອກໄດ້ ແລ້ວແກ້ໄຂໃຫ້ເງິນຂຶ້ນມາແຕ່ວ່າ ກາຫາກບໍ່ປ່ຽນແປງຈັກເທື່ອ ມື້ໃດກາຄືເກົ່າ.”
ຜູ້ປະກອບການ ຂາຍສິນຄ້າປະເພດເຄື່ອງຍ່ອຍທົ່ວໄປ ໃນແຂວງໄຊຍະບູຣີກ່າວວ່າ ປັດຈຸບັນສິນຄ້າເກືອບທຸກປະເພດ ແມ່ນຍັງນຳເຂົ້າຈາກປະເທດໄທຍ ເປັນຫຼັກບໍ່ໄດ້ມີການຫຼຸດຜ່ອນ ການນຳເຂົ້າສິນຄ້າແຕ່ຢ່າງໃດ ເນື່ອງຈາກສິນຄ້າທີ່ນຳເຂົ້າ ມາຂາຍນັ້ນເປັນສິນຄ້າທີ່ປະເທດລາວ ບໍ່ໄດ້ຜລິດ ແລະ ມີຂາຍເປັນຕົ້ນໝີ່ໄວໆ, ປາກະປ໋ອງ, ນໍ້າປາ, ແປ້ງນົວ, ຊອສຕ່າງໆ ລວມເຖິງອາຫານທະເລ ກໍເປັນສິນທີ່ຈຳເປັນ ບໍ່ສາມດາຫຼຸດຜ່ອນ ການນຳເຂົ້າມາຂາຍໄດ້. ສ່ວນສິນຄ້າທີ່ຄົນລາວ ສາມາດຜລິດ ແລະ ຂາຍໄດ້ນັ້ນ ຈະມີແຕ່ພືດຜັກ ບາງປະເພດເທົ່ານັ້ນ ແຕ່ສ່ວນໃຫຍ່ກໍຈະນໍາເຂົ້າມາຈາກປະເທດໄທຍ ເຊັ່ນດຽວກັນ.
ດັ່ງຜູ້ປະກອບການ ຂາຍເຄື່ອງຍ່ອຍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ການຳເຂົ້າຢູ່ສ່ວນຫຼາຍ ການຳເຂົ້າສິນຄ້າຈາກໄທຍຫັ້ນແຫຼະ ສິນຄ້າເຄື່ອງໃຊ້ສອຍ ສ່ວນຫຼາຍກາເອົາປົກກະຕິຫັ້ນແຫຼະ ພືດຜັກແມ່ນຫຍັງນີ້ ຈະເຈົ້າກາຜລິດຢູ່ ຢູ່ນີ້ກາໃຊ້ເອງ ແຕ່ສ່ວນຫຼາຍເຂົາກາເອົາຂອງໄທຍ ໝົດແຫຼະ.”
ຜູ້ປະກອບການຂາຍເຄື່ອງຍ່ອຍ ອີກທ່ານນຶ່ງ ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວກ່າວວ່າ ຍັງນຳເຂົ້າສິນຄ້າມາກຈາກໄທຍ ມາຂາຍໃນລາວຢູ່ຄືເກົ່າ ບໍ່ໄດ້ຫຼຸດຜ່ອນລົງ ຫຼື ໂຈະການນຳເຂົ້າແບບຖາວອນ ເພາະສິນຄ້າທີ່ນຳເຂົ້າ ມາຂາຍນັ້ນກໍເປັນສິນຄ້າ ທີ່ຈຳເປັນ ແລະ ລາວກໍບໍ່ສາມາດຜລິດຂາຍໄດ້.
ນອກຈາກນີ້ການຊື້-ຂາຍ ສິນຄ້າໃນລາວ ເຖິງວ່າຈະມີການຊື້-ຂາຍ ເປັນເງິນກີບຕາມແນວທາງແກ້ໄຂບັນຫາ ຂອງຣັຖບານ ແຕ່ກາຍັງຄິດໄລ່ລາຄາສິນຄ້າ ຕາມອັດຕຣາແລກປ່ຽນເປັນຫຼັກ ເຮັດໃຫ້ການແກ້ໄຂບັນເຣື່ອງອັດຕຣາເງິນເຟີ້, ອັດຕຣາແລກປ່ຽນ, ລາຄາສິນຄ້າ ຂອງຣັຖບານລາວ ຈຶ່ງບໍ່ມີປະສິດຕິຜົລເທົ່າທີ່ຄວນ.
ດັ່ງຜູ້ປະກອບການ ຂາຍເຄື່ອງຍ່ອຍຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະພໍຜລິດໄດ້ຢູ່ນີ້ ຢູ່ແຕ່ພາກສ່ວນນຶ່ງ ການໍາເຂົ້າປະເພດພືດຜັກ ແມ່ນຫຍັງ ຢູ່ເມືອງຕົ້ນເຜິ້ງນີ້ ສ່ວນຫຼາຍຂະເຈົ້າກາຕີເປັນເງິນບາທ ຫຼາຍກ່ວາ ແລ້ວແຕ່ເງິນກີບ ຂະເຈົ້າກາໃຊ້ຢູ່ ສ່ວນຫຼາຍແມ່ນໃຊ້ຂອງໄທຍໝົດ.”
ຂະນະທີ່ຫຼາຍພາກສ່ວນ ໄດ້ຄາດການວ່າ ລາຄາສິນຄ້າ, ເຂົ້າສານ ແລະ ນໍ້າມັນເຊື້ອເພີງຢູ່ລາວຈະຖີບໂຕສູງຂຶ້ນອີກໄປຈົນຮອດທ້າຍປີ 2023 ປັດໄຈມາຈາກການແກ້ໄຂ ສະພາບເສຖກິຈ, ການເງິນ ຂອງຣັຖບານ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ບວກກັບຫຼາຍພື້ນທີ່ທາງການກະເສດ ໄດ້ຮັບຄວາມເສັຍຫາຍຈາກໄພພິບັດນໍ້າຖ້ວມ, ໄພແຫ້ງແລ້ງເຊິ່ງສ້າງຄວາມເສັຍຫາຍ ຕໍ່ການຜລິດພາຍໃນປະເທດ ບໍຣິເວນກ້ວາງ.
ສະເພາະເດືອນກໍຣະກະດາ 2023 ນີ້ປະເທດລາວນໍາເຂົ້າ ແລະ ສົ່ງອອກສິນຄ້າລວມມູນຄ່າ 1,025 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າການສົ່ງອອກລວມ 492 ລ້ານໂດລ້າຣ໌, ມູນຄ່າການນຳເຂົ້າລວມ 595 ລ້ານໂດລ້າຣ໌ ແລະ ຂາດດຸນການຄ້າສູງເຖິງ 166 ລ້ານໂດລ້າຣ໌ ເຊິ່ງເປັນການຂາດດຸນ ຫຼາຍທີ່ສຸດນັບແຕ່ຕົ້ນປີນີ້ ເປັນຕົ້ນມາຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະ ການຄ້າ.
ຍານາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາຕ ແຂວງສວັນນະເຂດໄດ້ສເນີ ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 30 ມິຖຸນາ 2023 ທີ່ຜ່ານມາຣັຖບານລາວໄດ້ອະນຸຍາດໃຫ້ ບໍຣິສັດທັງພາຍໃນ ແລະ ຕ່າງປະເທດ ເກືອບ 100 ບໍຣິສັດ ເຂົ້າມາຂຸດຄົ້ນແຮ່ທາດແບບທົດລອງ ແລະ ໄດ້ຮັບສັມປະທານໄປແລ້ວ ແຕ່ມາເບິ່ງສະພາບເສຖກິຈ-ການເງິນ ຂອງປະເທດລາວໃນປັດຈຸບັນ ຄືບໍ່ໄດ້ດີຂຶ້ນ ເປັນຕົ້ນຄ່າຄອງຊີບ, ການເປັນຢູ່ຂອງປະຊາຊົນ ຍັງຫຍຸ້ງຍາກ, ໜີ້ສິນກໍຍັງສູງເຊິ່ງຣັຖບານ ຕ້ອງໄດ້ທົບທວນ ຢ່າງລະອຽດ.
ໃນເດືອນກັນຍາ 2023 ນີ້, ທະນາຄານພັທນາເອເຊັຽ ຫຼື ADB ກໍໄດ້ຣາຍງານວ່າ ການຈະເຣີນເຕີບໂຕທາງເສຖກິຈ ຢູ່ ສປປ ລາວ ຈະຊັກຊ້າລົງ ບໍ່ເປັນໄປຕາມເປົ້າ ເນື່ອງຈາກສາເຫດເຊັ່ນ ການຈະເຣີນເຕີບໂຕທາງເສຖກິຈ ຂອງປະເທດຈີນຊ້າລົງ ເພາະລາວເພີ່ງພາເສຖກິຈ ການເງີນ ຈາກຈີນເປັນຫຼັກ, ໄດ້ຮັບຜົລກະທົບ ຈາກການປ່ຽນແປງດິນຟ້າອາກາດ, ເສຖກິຈມະຫາພາກ ອ່ອນແອ ທີ່ເກີດຂຶ້ນຈາກການເພີ່ມຂຶ້ນ ຂອງໜີ້ນສິນສາທາຣະນະ ແລະ ການອ່ອນແອ ຄ່າຂອງເງິນກີບ.
ທະນາຄານພັທນາເອເຊັຽ ຄາດການວ່າ ການຈະເຣີນເຕີບໂຕທາງເສຖກິຈ ຂອງປະເທດລາວ ຈະຕົກມາຢູ່ທີ່ 3.7% ໃນປີ 2023 ຈາກກ່ອນໜ້າທີ່ຕັ້ງໄວ້ 4% ສ່ວນການເຕີບໂຕ ເສຖກິຈຂອງປະເທດລາວ ໃນປີ 2024 ຈະຢູ່ທີ່ 4%. ອັດຕຣາເງິນເຟີ້ຂອງລາວ ຄາດຄະເນວ່າ ຈະຍັງສືບຕໍ່ສູງຂຶ້ນ ໄປຈົນຮອດທ້າຍປີ 2023 ນີ້ໂດຍມີອັດຕຣາເງິນເຟີ້ ສະເລັ່ຍຕໍ່ປີ ຢູ່ທີ່ 28%.