ແຈ້ງການຂຶ້ນຄ່າແຮງຂັ້ນຕ່ຳ, ແຕ່ຍັງບໍ່ເໝາະສົມ ກັບຄ່າຄອງຊີບໃນຕອນນີ້

ຈຳປາທອງ
2023.09.29
ແຈ້ງການຂຶ້ນຄ່າແຮງຂັ້ນຕ່ຳ, ແຕ່ຍັງບໍ່ເໝາະສົມ ກັບຄ່າຄອງຊີບໃນຕອນນີ້ ພະນັກງານ ທີ່ເຮັດວຽກບໍຣິການ ປະຊາຊົນ ທີ່ຫ້ອງການແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ຄະນະກັມມະການ ແຮງງານແຫ່ງຊາຕ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ອອກແຈ້ງການໃນມື້ວັນທີ 1 ກັນຍາ 2023 ກ່ຽວກັບການປັບປຸງ ຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານໃນ ສປປ ລາວ ຄືປັບຄ່າແຮງງານຂັ້ນຕໍ່າ ຈາກ 1,300,000 ກີບ ຂຶ້ນເປັນ 1,600,000 ກີບຕໍ່ເດືອນ ໂດຍເຣີ່ມປະຕິບັດ ແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນໄປ.

ການປັບຄ່າແຮງງານ ຂັ້ນຕໍ່າໃນເທື່ອນີ້ ກໍເພື່ອໃຫ້ສອດຄ່ອງກັບ ສະພາບເສຖກິຈ ໃນປັດຈຸບັນ ທີ່ລາວປະສົບບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າ. ເຖິງແມ່ນວ່າ ຈະບໍ່ໄດ້ປັບຂຶ້ນຫລາຍກໍຕາມ ແຕ່ກໍຖືເປັນການຊ່ອຍແກ້ໄຂ ໃຫ້ຜູ້ອອກແຮງງານໄດ້ໃນລະດັບນຶ່ງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ແຮງງານ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ​ກັນຍານີ້.

ແມ່ນແລ້ວມີແຈ້ງການ ອອກມາແລ້ວເດ່ ຂອງຣັຖບານອອກມາແລ້ວ ຫລັກໆນີ້ກໍອີງໃສ່ຄ່າຄອງຊີບນີ້ແຫລະ ອັດຕຣາເງິນເຟີ້ຕ່າງໆ ຂອງເສຖກິຈນີ້ແຫລະ. ເວົ້າຕາມສະພາບຄວາມເປັນຈິງ ຄັນອາໄສແຕ່ເງິນລ້ານ 6 ກໍຖືວ່າ ບໍ່ພໍ. ຢ່າງໜ້ອຍກໍໄດ້ຊ່ວຍຜູ້ອອກແຮງງານ ມັນກໍບໍ່ຫລວງບໍ່ຫລາຍ ແຕ່ກໍພໍໄດ້ ຊ່ວຍກັນແກ້ໄຂ ເທົ່າທີ່ວ່າແຕ່ລະພາກສ່ວນ ຈະຊ່ວຍກັນໄດ້ຫັ້ນແຫລະ.

ບັນດາຫົວໜ່ວຍທຸຣະກິຈ ຈະຕ້ອງປະຕິບັດແຈ້ງການ ສະບັບນີ້ ຢ່າງເຂັ້ມງວດ, ຄ່າແຮງງານຂັ້ນຕໍ່າ 1,600,000 ກີບຕໍ່ເດືອນນີ້ ຈະຕ້ອງໃຫ້ສໍາລັບ ຜູ້ອອກແຮງງານໃໝ່, ບໍ່ມີສີມືແຮງງານ, ບໍ່ທັນຜ່ານການຝຶກງານ, ເຮັດວຽກບໍ່ເກີນ 26 ມື້ຕໍ່ເດືອນ, 6 ມື້ຕໍ່ອາທິດ ແລະເຮັດວຽກ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ໃຫ້ຄິດໄລ່ເງິນ ອື່ນໆນໍາເຂົ້າ ເປັນຕົ້ນ ເງິນຜລິດ, ​ເງິນເຮັດວຽກເພີ່ມໂມງ, ຄ່າອາຫານ, ທີ່ພັກ ແລະຄ່າອື່ນໆ. ນອກຈາກນີ້ ຜູ້ອອກແຮງງານ ທີ່ມີວຸດທິທາງວິຊາຊີບ ວິຊາສະເພາະ ໃນລະດັບໃດນຶ່ງ ມີປະສົບການໃນການເຮັດວຽກມາກ່ອນ ແລະຜູ້ທີ່ເຮັດວຽກ ໃນຫົວໜ່ວຍແຮງງານນັ້ນ ຄົບ 9 ເດືອນ ແມ່ນໃຫ້ຈ່າຍເງິນເດືອນ ຫລືຄ່າແຮງງານ ໃຫ້ສູງກວ່າຄ່າແຮງງານຂັ້ນຕໍ່າ 1,600,000 ກີບນັ້ນ ໂດຍໃຫ້ກໍານົດໄວ້ ໃນກົດລະບຽບ ຂອງຫົວໜ່ວຍແຮງງານ ຫລື ອາໄສແຮງງານ.

ຖ້າຫົວໜ່ວຍທຸຣະກິຈ ນໍາໃຊ້ຜູ້ອອກແຮງງານ ເຮັດວຽກ ທີ່ເປັນອັນຕະລາຍ ຕາມທີ່ກໍານົດໄວ້ໃນກົດໝາຍ ຕ້ອງຈ່າຍເງິນ ໃຫ້ເພີ່ມອີກ ໂດຍບໍ່ໃຫ້ຫລຸດ 15% ຂອງຄ່າແຮງຂັ້ນຕໍ່າ ທີ່ກໍານົດໄວ້.

ພະນັກງານ ໂຮງງານຕັດຫຍິບແຫ່ງນຶ່ງ ເວົ້າວ່າ ກໍຕ້ອງລໍຖ້າເບິ່ງໃນເດືອນໜ້າ ແຕ່ຖ້າມີແຈ້ງການອອກມາແລ້ວ ກໍເຊື່ອວ່າ ທາງໂຮງງານແຕ່ລະແຫ່ງ ກໍຕ້ອງໄດ້ຂຶ້ນເງິນເດືອນ ໃຫ້ຕາມແຈ້ງການນັ້ນ.

ແຕ່ວ່າພະນັກງານມາໃໝ່ ເດືອນທີແລ້ວ ຍັງບໍ່ທັນໄດ້ ລ້ານ 6 ແມ່ນໄດ້ແຕ່ລ້ານ 3 ແຕ່ວ່າຕາມເຂົາເຈົ້າແຈ້ງມານີ້ວ່າ ເຂົ້າທໍາງານສົມບູນແລ້ວ ເງິນພື້ນຖານແລ້ວ ແມ່ນລ້ານ 6 ຊີ້ນ່າຈະປະມານນັ້ນແຫລະ.

ຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງເຣື່ອງທີ່ຣັຖບານ ປັບຂຶ້ນເງິນເດືອນຂັ້ນຕໍ່າ ໃຫ້ຄົນງານໃໝ່ວ່າ ຕົນກໍຮູ້ສຶກດີໃຈ ມັນດີກວ່າ ຈະບໍ່ປັບຂຶ້ນໃຫ້ເລີຍ ເຖິງແມ່ນວ່າ ເງິນເດືອນຂັ້ນຕໍ່າ 1,600,000 ກີບຕໍ່ເດືອນ ຍັງຈະບໍ່ກຸ້ມກິນກໍຕາມ.

ດີໃຈໄປຕາມເພິ່ນຫັ້ນແຫລະ ໄຄກວ່າບໍ່ໄດ້ແຊ້ນນ່າ ກະບໍ່ພໍຫັ້ນແຫລະ ຄ່າໄປ, ຄ່າເຊົ່າ ປະຢັດສຸດໆນີ້ກະ ແສນນຶ່ງຕໍ່ມື້ ບໍ່ໄດ້ກຸ້ມເດ້ ບໍ່ແມ່ນຄາບ ໝົດມື້ເດ້.

ພ້ອມດຽວກັນນັ້ນ ປະຊາຊົນອີກຜູ້ນຶ່ງ ກໍໃຫ້ຄວາມເຫັນວ່າ ເຖິງມີການປັບເງິນ ເດືອນຂັ້ນຕໍ່າຈາກ 1,300,000 ກີບເປັນ 1,600,000 ກີບ ກໍຍັງຈະບໍ່ກຸ້ມຢູ່-ກຸ້ມກິນ ເພາະສິນຄ້າ ແຕ່ລະປະເພດແພງຂຶ້ນຫລາຍເທົ່າ, ຕ້ອງໄດ້ປະຢັດໃຫ້ເຖິງທີ່ສຸດ.

ລ້ານ 3 ເປັນລ້ານ 6 ຄັນສິໃຫ້ກຸ້ມມັນກໍບໍ່ກຸ້ມແຫລະ ກໍຄືທຸກມື້ນີ້ຄ່າຄອງຊີບເນາະ ແນວ 2 ພັນເປັນ 8 ພັນ 10 ພັນໄປຫັ້ນນ່າ ຖືວ່າມັນກໍຈະບໍ່ພໍ ແຕ່ວ່າບໍ່ພໍເຮົາກໍໄດ້ປຢັດເນາະ. ຫລຸດຜ່ອນຄວາມຢູ່ກິນນັ້ນລົງອີກ.

ຊາວລາວອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນີ້ວ່າ ຮູ້ສຶກດີໃຈ ທີ່ພາກຣັຖ ປັບຂຶ້ນເງິນເດືອນຂັ້ນຕໍ່າໃຫ້ ແຕ່ເງິນຈໍານວນນັ້ນ ຈະໃຫ້ພໍກິນແຕ່ລະເດືອນກໍແມ່ນບໍ່ພໍ ຍັງບໍ່ກຸ້ມກິນ.

ເອີກະດີໃຈຫັ້ນແຫລະ ແຕ່ວ່າເງິນເດືອນມັນຂຶ້ນກັບຫົວໜ້າ ເຮົາໃຫ້ ມັນສິໃຫ້ກຸ້ມມັນກໍບໍ່ກຸ້ມແຫລະ. ສິນຄ້າມັນແພງແດ່ ກະລ້ຽງລູກລ້ຽງເມັຽແດ່ ມັນກະບໍ່ພໍ.

ການປັບຂຶ້ນ ເງິນເດືອນຂັ້ນຕໍ່າ ຢູ່ ສປປລາວ ປັບຂຶ້ນ 11 ຄັ້ງແລ້ວ ຮວມທັງຄັ້ງນີ້.

  1. ຄັ້ງທໍາອິດ ປີ 1991 ປັບຂຶ້ນ 26,000 ກີບຕໍ່ເດືອນ,
  2. ຄັ້ງທີ 2 ປີ 1997 ປັບຂຶ້ນ 36,400 ກີບ,
  3. ຄັ້ງທີ 3 ປີ 2000 ປັບຂຶ້ນ 93,000 ກີບ,
  4. ຄັ້ງທີ 4 ປີ 2025 ປັບຂຶ້ນ 290,000 ກີບ,
  5. ຄັ້ງທີ 5 ປີ 2009 ປັບຂຶ້ນ 348,000 ກີບ,
  6. ຄັ້ງທີ 6 ປີ 2011 ປັບຂຶ້ນ 626,000 ກີບ,
  7. ຄັ້ງທີ 7 ປີ 2015 ປັບຂຶ້ນ 900,000 ກີບ,
  8. ຄັ້ງທີ 8 ປີ 2018 ປັບຂຶ້ນ 1,100,000 ກີບ,
  9. ຄັ້ງທີ 9 ປີ 2022 ປັບຂຶ້ນ 1,200,000 ກີບ,
  10. ຄັ້ງທີ 10 ປີ 2023 ປັບຂຶ້ນ 1,300,000 ກີບ ແລະ
  11. ຄັ້ງທີ 11 ປີ 2023 ເດືອນຕຸລານີ້ ປັບຂຶ້ນອີກ ເປັນ 1,600,000 ກີບຕໍ່ເດືອນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.