ໂຄງການສູນການຄ້າ, ສູນລວມຄວາມບັນເທີງ, ທີ່ພັກອາໄສ ຫລູ ຢູ່ສາມຫຼ່ຽມຄຳ

ໄຊຍາ
2023.09.28
ໂຄງການສູນການຄ້າ, ສູນລວມຄວາມບັນເທີງ, ທີ່ພັກອາໄສ ຫລູ ຢູ່ສາມຫຼ່ຽມຄຳ ພາຍໃນເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ. ເດືອນກຸມພາ ປີ 2023.
RFA

ໂຄງການກໍ່ສ້າງສູນການຄ້າ, ສູນລວມສະຖານທີ່ບັນເທີງ ແລະ ສະຖານທີ່ພັກອາໄສແບບຫຼູຫຼາ ຂອງ ບໍຣິສັດ ຊິນເຢ້ (ລາວ) ວັທນະທັມ, ທ່ອງທ່ຽວ ແລະ ການລົງທຶນ ຈຳກັດ ຂອງຈີນທີ່ຕັ້ງຢູ່ບໍຣິເວນ ແຄມແມ່ນໍ້າຂອງ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ. ປັດຈຸບັນມີຄວາມຄືບໜ້າ ຢ່າງວ່ອງໄວ ແລະ ມີແຜນທີ່ຈະກໍ່ສ້າງສຳເຣັດໃນໄວໆ ນີ້ເປັນຕົ້ນ ໂຮງແຮມລະດັບ 5 ດາວ, ຈຸດຊົມວີວແມ່ນໍ້າຂອງ, ສູນການຄ້າຂນາດໃຫຍ່, ຕຶກອາພາດເມັ້ນ ແລະ ອື່ນໆ ເພື່ອເປັນສະຖານທີ່ຮັບຮອງ ນັກທ່ອງທ່ຽວຈາກປະເທດຈີນໂດຍສະເພາະ. ອີງຕາມການຣາຍງານຂອງເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເມື່ອວັນທີ 26 ກັນຍາ ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ພະນັກງານທີ່ຂຶ້ນກັບເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ຍານາງນຶ່ງກ່າວວ່າ ຫຼ້າສຸດການກໍ່ສ້າງໂຄງການດັ່ງກ່າວມີຄວາມຄືບໜ້າ ຫຼາຍແລະຖ້າມີຂໍ້ມູນຄວາມຄືບໜ້າເພີ່ມຕື່ມ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍຈະເຜີຍແຜ່ ຂໍ້ມູນຜ່ານທາງສື່ສັງຄົມອອນລາຍນ໌ ຂອງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໃຫ້ໄດ້ຊາບຕື່ມ.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ກັນຍາ ນີ້ວ່າ:

“ຂໍ້ມູນຣາຍລະອຽດຫຍັງໃຫ້ຕິດຕາມ ຂອງເພຈເຮົາເລີຍຫັ້ນນ່າ ເຂົາເຈົ້າຊິໂພສຂໍ້ມູນ ອັບເດດຕລອດວ່າຈັກເປີເຊັນແລ້ວ ໄປຮອດໃສແລ້ວຂັ້ນຕອນຈັ່ງໃດ ຊິມີຮູບພາບມີຂໍ້ມູນຫຍັງ ຢູ່ເຂດຫັ້ນເລີຍ.”

ໃນຂະນະທີ່ ຊາວລາວທ່ານນຶ່ງ ທີ່ເຮັດວຽກຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວວ່າສຳລັບໂຄງການດັ່ງກ່າວ ຂອງນັກລົງທຶນຈີນ ກໍຄາດວ່າຈະສຳເຣັດ ພາຍໃນປີນີ້ ເນື່ອງຈາກເຫັນວ່າມີການກໍ່ສ້າງ ແບບຄືບໜ້າເລື້ອຍໆເຊິ່ງມີທັງສູນການຄ້າຂນາດໃຫຍ່ ແລະ ໂຄງການ ອື່ນໆ .

ດ່ັງທ່ານກ່າວວ່າ:

“ຕອນນີ້ກາຄືບໜ້າຄືບໜ້າຫຼາຍແລ້ວ ແຕ່ບໍ່ຮູ້ວ່າຈັກເປີເຊັນແມ່ນສ່ວນຫຼາຍ ຈະເປັນຫ້າງ ຊັບພະສິນຄ້າມີໂຄງການ ຫຼາຍເຂົາກຳລັງ ກໍ່ສ້າງຢູ່ໃນເຂດ.”

ສ່ວນຜູ້ປະກອບການ ຍານາງນຶ່ງທີ່ເຮັດທຸຣະກິຈ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ກ່າວວ່າສຳລັບບ່ອນທີ່ຕັ້ງຂອງໂຄງການ ກໍ່ສ້າງດັ່ງກ່າວຢູ່ບໍ່ຫ່າງໄກ ຈາກດ່ານມັງກອນຫຼືດ່ານ ເຂົ້າ-ອອກ ເມືອງພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແລະ ນອກຈາກນັ້ນແລ້ວ ຢູ່ພາຍໃນເຂດແຫ່ງນີ້ ກໍກຳລັງຈະເປີດຕລາດກາງຄືນ ເພື່ອສົ່ງເສີມໃຫ້ມີການຄ້າ-ຂາຍ ແລະທ່ອງທ່ຽວ ພາຍໃນເຂດ.

ດັ່ງຍານາງກ່າວວ່າ:

“ອັນທ່ອງທ່ຽວນິເບາະ ບໍ່ບໍ່ໄກກັນໂຕເຂົາຈະສ້າງຫັ້ນ ເປັນດ່ານມັງກອນເລີຍເປີດໄວໆ ນີ້ແຫຼະແຕ່ໂຕຕລາດກາງຄືນ ຫັ້ນເຂົາເຈົ້າກາພາກັນໄປຈອງ ຮ້ານຂາຍເຄື່ອງ ແລ້ວໃດ.”

ທາງດ້ານຊາວບ້ານຢູ່ເມືອງຕົ້ນເຜີ້ງທ່ານໜື່ງກໍຫວັງວ່າຄັນໂຄງການດັ່ງກ່າວສ້າງສໍາເຣັດແລະເປີດໃຊ້ແລ້ວກໍຈະມີການຈັດການ ເຣື່ອງນໍ້າເສັຍ ໃຫ້ເປັນລະບົບ ແລະ ບໍ່ມີການປ່ອຍນໍ້າເສັຍ ລົງໃສ່ແມ່ນໍ້າຂອງຄືດັ່ງທີ່ເຄີຍເກີດຂຶ້ນ ກ່ອນໜ້ານີ້ຢູ່ບໍຣິເວນແຫ່ງນຶ່ງ ບໍຣິເວັນດອນຊາວເຊິ່ງເຄີຍເຮັດ ໃຫ້ຊາວບ້ານ ໃກ້ຄຽງໄດ້ຮັບຜົລກະທົບມາແລ້ວເທື່ອນຶ່ງ.

ດັ່ງທ່ານກ່າວວ່າ:

“ນໍ້າເສັຍຢາກບໍ່ຢາກແຫຼະຄັນວ່າ ເຂົາບໍ່ເອົາລົງຂຸມລົງທໍ່ນີ້ກໍຢ້ານ ຈະເອົງລົງຢູ່ນໍ້າຂອງແຕ່ວ່າ ກາບໍ່ມີນໍ້າເສັຍທີ່ວ່າ ຕໍ່ລົງນໍ້າຂອງມີແຕ່ຄືເຮົາຮູ້ນໍາກັນຢູ່ທໍ່ ຂອງບໍຣິສັດທີ່ເຂົາເອົາລົງຫັ້ນ ມີຈຸດດຽວ ເຂດທ່ອງທ່ຽວທີ່ເຂົາເຈົ້າສ້າງໃໝ່ນີ້ ມັນຈະບໍ່ມີນໍ້າເສັຍລົງມາ.”

ສໍາລັບນັກທ່ອງທ່ຽວ ຕ່າງປະເທດທີ່ຈະເຂົ້າໄປທ່ຽວ ແບບເປັນກຸ່ມຢູ່ພາຍໃນ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ນັ້ນກໍຈຳເປັນຕ້ອງໄດ້ແຈ້ງຂໍ້ມູນ ຕໍ່ຜແນກ ຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ແລະ ຕ້ອງມີພະນັກງານນຳທ່ຽວ ຊາວລາວ ເປັນຜູ້ນຳພາເຂົ້າໄປທ່ອງທ່ຽວ ໃນເຂດດັ່ງກ່າວເພື່ອຄວາມປອດພັຍ.

ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວແຂວງບໍ່ແກ້ວກ່າວວ່າ:

“ຕ້ອງໄດ້ຜ່ານບໍຣິສັດເນາະ ບໍຣິສັດທ່ອງທ່ຽວຄົນລາວ ມັນຕ້ອງໄດ້ມີເອກະສານ ແບບວ່າ ໜັງສືສເນີຜ່ານບໍຣິສັດ ບໍຣິສັດທ່ອງທ່ຽວສົມມຸດວ່າແຂກ 10 ຄົນເນາະຕ້ອງໄດ້ຜ່ານບໍຣິສັດ ແລ້ວກໍ່ບໍຣິສັດຕ້ອງໄດ້ເຮັດໃບສເນີມາ ຜ່ານຜແນກຖແລງຂ່າວເນາະ.”

ໂຄງການກໍ່ສ້າງສູນການຄ້າ ສູນລວມສະຖານຄວາມບັນເທີງ ແລະ ສະຖານທີ່ພັກອາໄສ ແບບຫຼູຫຼາດັ່ງກ່າວນີ້ ກໍສະແດງໃຫ້ເຫັນວ່າການພັທນາ ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ. ນອກຈານີ້ຍັງມີໂຮງຮຽນ ປະຖົມດອກງີ້ວຄຳ ທີ່ຫາກໍເປີດສົກຮຽນບໍ່ດົນມານີ້ ເພື່ອສົ່ງເສີມການສຶກສຶກແກ່ລູກຫຼານ ຂອງພະນັກງານທີ່ເຮັດວຽກຮັບໃຊ້ ໃນເຂດດັ່ງ ກ່າວອີກທັງອີກບໍ່ດົນນີ້ ສນາມບິນສາກົລບໍ່ແກ້ວ ທີ່ເປັນສນາມບີນຂອງກຸ່ມບໍຣິສັດ ດອກງີ້ວຄຳ ທີ່ຢູ່ຫ່າງຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ອອກໄປປະມານ 3 ກິໂລແມັດ ກໍມີແຜນທີ່ຈະເປີດໃຊ້ພາຍໃນ ທ້າຍປີ 2023 ນີ້ເຊັ່ນດຽວກັນ. ສ່ວນວຽກງານການຮັກສາຄວາມສງົບ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ປັດຈຸບັນກໍໄດ້ມີການແຕ່ງຕັ້ງ ຄະນະຊີ້ນຳອົງການຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ລວມທັງມີການແຕ່ງຕັ້ງ ເຈົ້າໜ້າທີ່ແຮງງານ ແລະ ສວັດ  ດີການສັງຄົມ ເພື່ອໄປປະຕິບັດໜ້າທີ່ ຢູ່ຫ້ອງການແຮງງານ ພາຍໃນເຂດດັ່ງກ່າວນີ້ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.