ຣັຖບານແກ້ໄຂບັນຫາ ສິນຄ້າທີ່ຈຳເປັນ ໃຫ້ຊາວນະຄອນຫຼວງວຽງຈັນ

ຈຳປາທອງ
2023.09.27
ຣັຖບານແກ້ໄຂບັນຫາ ສິນຄ້າທີ່ຈຳເປັນ ໃຫ້ຊາວນະຄອນຫຼວງວຽງຈັນ ຮ້ານຄ້າ ຂາຍເຄື່ອງໃຊ້ ໃນຊີວິດປະຈຳວັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນ ມິຖຸນາ 2023.
ນັກຂ່າວ ພົລເມືອງ

ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ວັນທີ 21 ກັນຍານີ້ ກ່ຽວກັບການຂາຍສິນຄ້າ ອຸປະໂພກ-ບໍຣິໂພກ ຫລຸດລາຄາ ຕາມນະໂຍບາຍ ຊ່ອຍບັນເທົາທຸກ ໃຫ້ປະຊາຊົນ, ໃນໄລຍະທີ່ປະເທດ ປະສົບກັບບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າແຮງ ທີ່ເຮັດໃຫ້ສິນຄ້າ ໃນທ້ອງຕລາດມີລາຄາແພງນັ້ນ, ໄດ້ເປີດຂາຍ ສະເພາະໃນນະຄອນຫລວງວຽງຈັນ 17 ຈຸດ, ຢູ່ 5 ເມືອງ ຄືເມືອງໄຊເສດຖາ, ສີສັດຕະນາກ, ຈັນທະບູຣີ, ນາຊາຍທອງ ແລະເມືອງປາກງື່ມ ແລະຈະຍ້າຍບ່ອນຂາຍ ໃນແຕ່ລະຈຸດ ໃນທຸກ 5 ມື້ ເຣີ່ມຕັ້ງແຕ່ວັນທີ 26 ເຖິງ 30 ກັນຍານີ້. ສິນຄ້າ ທີ່ຈະນຳມາວາງຂາຍ ມີພຽງ 7 ຣາຍການ ໃນລາຄາຫລຸດຕລາດ ປະມານ 10-20% ແລະສິນຄ້ານັ້ນ ມີຈໍານວນຈໍາກັດ, 1 ຈຸດ ຂາຍພຽງ 108 ຊຸດ, ຜູ້ນຶ່ງສາມາດໄປຊື້ໄດ້ ແນວລະ 1 ຢ່າງ, ແຕ່ສ່ວນໃຫຍ່ ປະຊາຊົນຊື້ທັງ 7 ຣາຍການ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກັນຍານີ້.

ຄັນສິເວົ້າກໍແມ່ນຂາຍສິນຄ້າ ລາຄາສົ່ງຫັ້ນແຫລະ ເພິ່ນຫລຸດລາຄາ 10 ປາຍເປີເຊັນນີ້ແຫລະ. ມັນມີໝີ່ໄວໆເນາະ, ກະມີນໍ້າປາ, ສະອິ້ວ, ນໍ້າມັນພືດ, ນໍ້າມັນຫອຍ, ແລ້ວກະມີນໍ້າຢາລ້າງຈານ. ແບ່ງເບົາປະຊາຊົນແຫລະ ຊ່ວງຍຸກສິນຄ້າແພງ ເງິນເຟີ້ນີ້ແຫລະ ເຮັດມີແຕ່ 5 ວັນ 17 ຈຸດ ຜູ້ໃດໄປຊື້ກໍມີແຕ່ລົງທະບຽນໜ້າງານນັ້ນ ຜູ້ລະຢ່າງ ກະເປັນ 7 ຢ່າງຄັນຜູ້ຊີ້ຄົບທຸກຢ່າງ.

ທ່ານກ່າວຕື່ມວ່າ ສິນຄ້າ ທີ່ນໍາໄປຂາຍໃນຣາຄາຖືກນັ້ນ ເປັນຂອງຜູ້ປະກອບການໃນລາວ ແຕ່ທາງພາກຣັຖ ເປັນຜູ້ຈັດໂຄງການ ຂາຍສິນຄ້າໃນລາຄາຂາຍສົ່ງ ໃຫ້ປະຊາຊົນສົມໃຊ້. ໃນຈໍານວນສິນຄ້າ 7​ ຣາຍການນັ້ນ ມີ:

  1. ໝີ່ໄວໄວ 10 ຫໍ່ຂາຍໃນລາຄາ 33,000 ກີບ,
  2. ນໍ້າປາ ກາປາມຶກຄົວທິບ 700 ຊີຊີ ຕຸກລະ 16,000 ກີບ,
  3. ນໍ້າມັນພືດຄົວທິບ 900 ຊີຊີ ຕຸກລະ 24,500 ກີບ,
  4. ຊອດສະອິ໋ວ 600 ຊີຊີ ແກ້ວລະ 16,000 ກີບ,
  5. ນໍ້າມັນຫອຍ 1,000 ກະຣາມ ຕຸກລະ 18,000 ກີບ,
  6. ແປ້ງນົວ 250 ກະຣາມ ຫໍ່ລະ 14,000 ກີບ ແລະ
  7. ນໍ້າຢາລ້າງຈານ 780 ມິລີລິດ ຕຸກລະ 11,500 ກີບ.  

ຊາວບ້ານບ້ານໂຊກໃຫຍ່ ເມືອງໄຊເສດຖາຜູ້ນຶ່ງເວົ້າວ່າ ພາກຣັຖ ນໍາສິນຄ້າລາຄາຖືກມາຂາຍ ພຽງໃນບາງບ້ານເທົ່ານັ້ນ. ສະເພາະເຂດບ້ານໂຊກໃຫຍ່ນີ້ ບໍ່ມີຈຸດບໍຣິການຂາຍ ແຕ່ມີຢູ່ຫ້ອງການບ້ານໂຊກນ້ອຍ, ຄົນພາກັນຫລັ່ງໄຫລໄປຊື້ ແລະສິນຄ້າ ກໍບໍ່ພຽງພໍສໍາລັບຜູ້ຊື້, ແຕ່ກໍຖືວ່າ ບັນເທົາທຸກຊາວບ້ານໄດ້ໃນລະດັບນຶ່ງ, ຄົນທີ່ໄປຊື້ ສ່ວນໃຫຍ່ກໍຊື້ຄົບທັງ 7 ຣາຍການ ຕົກຢູ່ 133,000 ກີບ.

ຜູ້ນຶ່ງຈະໄດ້ 7 ຢ່າງຈະບໍ່ແພງດອກ ແປ້ງນົວກໍມີແຕ່ 10 ປາຍພັນນຶ່ງ ແປ້ງນົວຖົງໃຫຍ່ນ່າ ໝີ່ໄວໄວເພິ່ນຂາຍໃຫ້ໄດ້ແຕ່ຜູ້ນຶ່ງ 10 ຫໍ່ ເປັນຊຸດກໍຈະປະມານແສນປາຍນີ້ແຫລະ. ບໍ່ທົ່ວເຖິງດອກ ໂຊກນ້ອຍກໍມີແຕ່ 10 ປາຍຊຸດນຶ່ງຕີ໋ເບາະ ຄືໂຊກໃຫຍ່ນີ້ກໍບໍ່ໄດ້ມີຈຸດຈັ່ງຊີ້ນ່າ.

ພ້ອມດຽວກັນນັ້ນ ປະຊາຊົນບ້ານໂຊກນ້ອຍ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງເຣື່ອງທີ່ພາກຣັຖ ນໍາສິນຄ້າລາຄາຖືກ ມາຂາຍຢູ່ຫ້ອງການບ້ານນັ້ນວ່າ ຂາຍໃນວັນທີ 27 ກັນຍານີ້ ພຽງມື້ດຽວ ແລ້ວມື້ຕໍ່ມາ ກໍຈະຍ້າຍໄປຈຸດຢູ່ບ້ານອື່ນໆ ທີ່ທາງການກໍານົດ, ຊາວບ້ານສົນໃຈກັນໄປຊື້ຫລາຍ ສ່ວນໃຫຍ່ຊື້ຄົບທັງ 7 ຢ່າງ. ໃນຕອນສວາຍ ສິນຄ້າກໍໝົດແລ້ວ ເພາະມັນມີໜ້ອຍ, ຄຸນນະພາບສິນຄ້າ ຄືກັນກັບຢູ່ຕາມທ້ອງຕລາດ. ທ່ານໄປຊື້ ແຕ່ (ສິນຄ້າໝົດກ່ອນ) ບໍ່ທັນຄົນອື່ນ.

ບໍ່ທັນເຂົາ ໝົດແລ້ວເດ້ ຄົນຫລາຍເນາະ ສິນຄ້າມັນມີຈໍາກັດ. ຈໍານວນຄົນຊົມໃຊ້ຫລາຍ ເຂົາກໍຢາກໄດ້ລາຄາຫລຸດຜ່ອນ ເຂົາກໍເອົາ ຫລຸດຜ່ອນການໃຊ້ຈ່າຍໃນຄອບຄົວຫັ້ນ. ສິນຄ້າເຂົາກໍເອົາກັບກົມກວດກາ ຈາກກົມການຄ້າພາຍໃນຄັກແນ່ ເຂົາກໍຢາກເອົາຄົບຊຸດຫັ້ນແຫລະ ເພາະມັນຫລຸດລາຄາຄົບຊຸດ.”

ກ່ຽວກັບການຂາຍສິນຄ້າ ໃນລາຄາຖືກນີ້ ປະຊາຊົນຢູ່ແຂວງຕ່າງໆ ຢາກໃຫ້ມີຂາຍເຊັ່ນກັນ ຍ້ອນລາຄາສິນຄ້າແພງຂຶ້ນ ໂດຍສະເພາະ ເຄື່ອງອຸປະໂພກ-ບໍຣິໂພກ ທີ່ຕ້ອງໄດ້ຊື້ໃຊ້ ໃນຊີວິດປະຈໍາວັນ.

ດັ່ງຊາວບ້ານ ຢູ່ແຂວງຈໍາປາສັກ ຜູ້ນຶ່ງເວົ້າວ່າ:

ໂອ! ກະແຮງຢາກໃຫ້ມີລະເນາະ. ຄົນປະຊາຊົນຈົ່ມເຣື່ອງເສຖກິຈ ວິກິດນີ້ແຫລະ ຄັນມີ່ໄວໆນີ້ແກັດນຶ່ງ 45. ດຽວນີ້ມັນຂຶ້ນແສນ 5 ພັນ ນໍ້າມັນພືດນີ້ ຄັນຕຸກໃຫຍ່ 5 ລິດນີ້ ແສນ 30. ແຕ່ກ່ອນມັນກໍຕົກ 60-70 ນີ້ນ່າ ນໍ້າປາແກ້ວນຶ່ງ 20 ພັນ ຊິລົງໄດ້ຈັ່ງໃດພວກເຮົາຊື້ເປັນເງິນທາງພຸ້ນ.

ທີ່ແຂວງສວັນນະເຂດ ປະຊາຊົນຜູ້ນຶ່ງເວົ້າວ່າ ໃນແຂວງນີ້ ບໍ່ມີສິນຄ້າລາຄາຖືກ ທີ່ພາກຣັຖ ຂາຍຢູ່ນະຄອນຫລວງວຽງຈັນ, ຂະນະນີ້ສິນຄ້າມີລາຄາແພງຂຶ້ນຫລາຍ ບໍ່ຕ່າງກັນຫຍັງກັບຢູ່ແຂວງອື່ນໆ.

ບໍ່ມີເດ້ ກະຢາກໃຫ້ມີຫັ້ນແຫລະ ເຄື່ອງໃຊ້ໃນຄອບຄົວນີ້ນ່າ ສົມມຸດວ່າເອົາເຄີຍຊື້ 5 ພັນກະເປັນ 10 ແພງເດ້ ທົບເຄິ່ງພຸ້ນແຫລະ ນໍ້າມັນພືດຕຸກໃຫຍ່ນັ້ນ 4 ລິດນີ້ໄດ໋ ແສນ 7 ເງິນບໍ່ທັນເໜັງຕີງນີ້ມີແຕ່ 70 ພັນ.

ການຂາຍສິນຄ້າ ຂອງພາກຣັຖ ມີຂາຍໃນວັນທີ 26 ກັນຍາ 2023 ຢູ່ກະຊວງອຸດສາຫະກັມ ແລະການຄ້າ, ບ້ານໂພນໄຊ ເມືອງໄຊເສດຖາ, ເດີ່ນຈອດຣົຖສັບພະສິນຄ້າ ບາຊາບີ ບ້ານດອນກອຍ,​ ຫ້ອງວ່າການບ້ານໂພນສະຫວ່າງ ເມືອງສີສັດຕະນາກ, ເດີ່ນຈອດຣົຖຊຸບເປີສະໂຕ ເມືອງໄຊເສດຖາ.

ວັນທີ 27 ກັນຍາ ຂາຍຢູ່ຫ້ອງການບ້ານໂພນປ່າເປົ້າ, ຫ້ອງການບ້ານສ້າງເຫວີຍ ເມືອງສີສັດຕະນາກ, ຫ້ອງການບ້ານໂຊກນ້ອຍ, ຫ້ອງການບ້ານໄຮຄໍາ ເມືອງໄຊເສດຖາ.

ວັນທີ 28 ກັນຍາ ຂາຍຢູ່ຫ້ອງການບ້ານຫ້ວຍຫົງ, ຫ້ອງການບ້ານໜອງທາເໜືອ, ໂຮງງານຕັດຫຍິບ ລາວສກາວີລາວ ບ້ານໜອງປົງ ເມືອງຈັນທະບູຣີ, ເດີ່ນຈອດຣົຖ ສູນການຄ້າໂລກໃໝ່ແຫ່ງວຽງຈັນ ເມືອງສີສັດຕະນາກ. 

ວັນທີ 29 ກັນຍາ ຂາຍຢູ່ຫ້ອງການບ້ານຫົວຂົວ, ຫ້ອງການບ້ານດົງຫລວງ ເມືອງນາຊາຍທອງ, ຫ້ອງການອຸດສາຫະກັມ-ການຄ້າ ເມືອງປາກງື່ມ ແລະ ວັນທີ 30 ກັນຍາ ຂາຍຢູ່ຫ້ອງການບ້ານໂນນຫວາຍ, ຫ້ອງການບ້ານນາໄຫ ເມືອງໄຊເສດຖາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.