ເຣື້ອງທີ່ເກັບບັນທຶກໄວ້
2024-10-01
ເມືອງໄຊທານີ ນະຄອນຫຼວງວຍງຈັນເກີດຄະດີຂຶ້ນທັງໝົດ 425 ເລື່ອງເຊິ່ງໃນນີ້ບໍ່ລວມຄະດີຢາເສບຕິດ, ສະເພາະລັກຊັບພົນລະເມືອງ ມີຈຳນວນ 300 ຄະດີ ເພີ່ມຂຶ້ນຫຼາຍກ່ວາເກົ່າ ເມື່ອທຽບໃສ່ປີ 2023 ໄລຍະ 9 ເດືອນ ເຊິ່ງເພີ່ມຂຶ້ນ 113 ເລື່ອງ.
2024-10-01
ເປົ້າໝາຍທີ່ຈະຫຼຸດພົ້ນ ອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ນີ້ຍັງມີຄວາມທ້າທາຍແລະຫຍຸ້ງຍາກຫຼາຍສົມຄວນ ອາດເຮັດໃຫ້ປະເທດລາວ ບໍ່ສາມາດບັນລຸຕາມເປົ້າໝາຍໄດ້ ເປັນຍ້ອນການສະໜອງທຶນບໍ່ພຽງພໍ ເຊິ່ງມີຄວາມຈຳເປັນຕ້ອງປະຕິຮູບ ໂຄງສ້າງດ້ານການເງິນສາກົນ ຢ່າງຮີບດ່ວນ.
2024-09-27
ປະເທດລາວຍັງຂາດດຸນການຄ້າຢ່າງຕໍ່ເນື່ອງ ແລະ ຫຼ້າສຸດໃນເດືອນສິງຫາ 2024 ຂາດດຸນການຄ້າ 129 ລ້ານໂດລ້າສະຫະລັດ ເນື່ອງຈາກການນໍາເຂົ້າສິນຄ້າຫຼາຍກວ່າ ສົ່ງອອກເຊິ່ງໃນເດືອນສິງຫານີ້ນໍາເຂົ້າສິນຄ້າ 670 ລ້ານໂດລ້າ ແລະ ສົ່ງອອກ 541 ລ້ານໂດລ້າ.
2024-09-27
ຜູ້ປະກອບການ ໃນແຂວງບໍ່ແກ້ວ ຈະຖືກປັບໃໝ ຖ້າມີການກວດພົບວ່າ ບໍ່ຕິປ້າຍລາຄາສິນຄ້າເປັນພາສາລາວ ແລະການຊື້-ຂາຍກໍຕ້ອງເປັນສະກຸນເງິນກີບ ເຊິ່ງການຝ່າຝືນ ຈະມີການປັບໃໝ ຕັ້ງແຕ່ແຕ່ 10 ລ້ານກີບ ຫາ 20 ລ້ານກີບ ແລະຈະປັບໃໝເພີ່ມຂຶ້ນ 2 ເທົ່າ ຫາກຍັງພົບເຫັນມີການລະເມີດຄັ້ງຕໍ່ໆໄປ.
2024-09-26
ການລັກລອບນໍາເຂົ້າສິນຄ້າ ເພື່ອໜີພາສີ, ການຄ້າຂາຍນອກລະບົບ ຕາມເຂດຂາຍແດນ ສົ່ງຜົນກະທົບຕໍ່ຜູ້ປະກອບການ, ການລັກລອບນຳສິນຄ້າຈີນ ແລະ ສິນຄ້າໄທ ເຂົ້າມາຈຳໜ່າຍ ຂະນະທີ່ລັດຖະບານ ບໍ່ສາມາດບັງຄັບໃຊ້ກົດໝາຍໃຫ້ແກ້ໄຂບັນຫານີ້ໄດ້ ຫຼື ຂາດການເອົາໃຈໃສ່ ປະຕິບັດການກວດສອບ.
2024-09-25
ການຈັດຕັ້ງປະຕິບັດກົດໝາຍແຮງງານ ຍັງພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍດັ່ງການຄຸ້ມຄອງແຮງງານຕ່າງປະເທດ ທີ່ເຂົ້າມາອອກແຮງງານໃນລາວ, ການສົ່ງແຮງງານອອກໄປເຮັດວຽກຕ່າງປະເທດ ລວມເຖິງການພັດທະນາສີມືແຮງງານ.
2024-09-25
ບັນຫາອາດຊະຍາກໍາ ທາງໄຊເບີ້ ແລະ ການຕົວະຍົວະ ຫລອກລວງ ໃນປະເທດລາວ ນັບມື້ຈະເພີ່ມຂຶ້ນ ເຖິງແມ່ນວ່າ ລັດຖະບານລາວ ຈະສັ່ງຕິດຕາມ ກວດກາ ແລະ ປາບປາມຢ່າງຕໍ່ເນື່ອງ ແຕ່ກະບໍ່ໄດ້ໝົດໄປຈາກສັງຄົມລາວເທື່ອ ເພາະບັນດາອົງການທີ່ກ່ຽວຂ້ອງ ຍັງຂາດການເອົາໃຈໃສ່ ຕໍ່ວຽກງານດັ່ງກ່າວນີ້.
2024-09-25
ນັກທ່ອງທ່ຽວຈີນຈຳນວນຫຼາຍ ເຂົ້າມາທ່ຽວແຂວງຫລວງພຣະບາງ ແຕ່ຜົນປະໂຫຍດ ຕົກເປັນທຸລະກິດຂອງນັກລົງທຶນຈີນ ຂະນະທີ່ຜູ້ປະກອບການໂຮງແຮມ ຂອງຄົນລາວ ບໍ່ມີນັກທ່ອງທ່ຽວຈີນເຂົ້າພັກເຊົາ ເພາະທຸລະກິດການທ່ອງທ່ຽວ ແລະໂຮງແຮມ ໃນແຂວງຫຼວງພຣະບາງ ສ່ວນໜຶ່ງເປັນຂອງຄົນຈີນ.
2024-09-25
ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ແຂວງຢູນານຂອງຈີນ ເຂົ້າມາລົງທຶນຢູ່ເຂດພາກເໜືອຂອງລາວ ໃນທຸກດ້ານ ແຕ່ຊາວບ້ານ ກໍມີຄວາມກັງວົນເລື່ອງຜົນກະທົບທີ່ຈະເກີດຂຶ້ນ.
2024-09-24
ລັດຖະບານລາວ ພວກເລັ່ງເຈລະຈາ ຊື້ນ້ຳມັນເຊື້ອໄຟ ຈາກລັດເຊຍ ເນື່ອງຈາກບັນຫາ ຂາດແຄນນ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ, ແຕ່ໃນໂຕຈິງແມ່ນຕ້ອງລໍຖ້າ ຜົນການເຈລະຈາ ໃຫ້ສາມາດນຳນ້ຳມັນເຊື້ອໄຟ ຜ່ານປະເທດຕ່າງໆໄດ້ກ່ອນ ຈຶ່ງຈະສາມາດ ນຳນ້ຳມັນເຊື້ອໄຟ ຈາກລັດເຊຍ ເຂົ້າມາລາວ ໄດ້.
2024-09-18
ລົດຂົນສົ່ງສິນຄ້າບໍລິເວນດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ບໍ່ສາມາດຂົນສົ່ງສິນຄ້າໄດ້ຍ້ອນເຫດນໍ້າຖ້ວມເຮັດໃຫ້ເສັ້ນທາງ ການຈາລະຈອນເປ່ເພເສັຍຫາຍ.
2024-09-18
ບໍລິສັດສ້າງເມືອງອັດສະລິຍະ ຈະຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໃນເດືອນພະຈິກນີ້.
2024-09-18
20 ກັນຍາ 2024 ນີ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 2 ສະຫວັນນະເຂດ-ມຸກດາຫານ ຈະປັບລາຄາ ການເກັບຄ່າບໍລິການ ຍານພາຫະນະ ທີ່ແລ່ນຜ່ານດ່ານ ແພງຂຶ້ນ.
2024-09-16
ກໍລະນີ, ມີນາຍໜ້າລາວ ປະກາດໂຄສະນາທາງສື່ສັງຄົມອອນລາຍ ຮັບຄົນງານລາວອາຍຸ 18-36 ປີ ໄປເຮັດວຽກຢູສວນໝາກຖົ່ວ, ມາກໂມຂອງຈີນ ຢູ່ເມືອງລ້າ ປະເທດຈີນ ແລະ ສະເໜີໃຫ້ຄ່າຈ້າງມື້ລະ 100 ຢວນ ພ້ອມທີ່ພັກໃຫ້ຟີ.
2024-09-14
ການກວາດລ້າງ ແກ້ງຕອບແຊັດ ຫຼື ຄໍເຊັນເຕີ ຢູ່ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຍ້ອນຈີນ ແລະ ຫວຽດນາມ ເຂົ້າມາກວາດລ້າງ ທໍາລາຍ ການກໍ່ອາດຊະຍາກໍາອອນລາຍ ໃນເຂດນີ້ລົງໄດ້.