ເຣື້ອງທີ່ເກັບບັນທຶກໄວ້
2022-04-08
ເຖິງວ່າ ທາງການລາວ ເຕືອນຫ້າມບໍ່ໃຫ້ ຂຶ້ນລາຄາສິນຄ້າ ໃນໄລຍະ ບຸນປີໃໝ່ລາວນີ້ກໍຕາມ, ແຕ່ໃນທາງປະຕິບັດ ເປັນເຣື່ອງຍາກ ເພາະທຸກຢ່າງ ມີການຂຶ້ນລາຄາໝົດ ໂດຍສະເພາະ ເຄື່ອງໃຊ້ທີ່ຈຳເປັນ, ຮວມທັງຊີ້ນ ປະເພດຕ່າງໆ.
2022-04-07
ປະຊາຊົນ ແລະຜູ້ປະກອບການ ຕັ້ງຄວາມຫວັງວ່າ ທາງການລາວ ຈະສາມາດແກ້ໄຂ ບັນຫານ້ຳມັນແພງໄດ້ ເພື່ອຫຼຸດຜ່ອນ ການຂາດທຶນ ຂອງຜູ້ປະກອບການ ປ້ຳນ້ຳມັນ ຫຼັງຈາກທີ່ ທາງຜູ້ປະກອບການ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອເພີງ ແລະພາກຣັຖໄດ້ປະຊຸມ ປຶກສາຫາລື ຮ່ວມກັນແລ້ວ.
2022-04-07
ອີງຕາມບົດ ຣາຍງານ ຂອງ ທະນາຄານ ພັທນາເອເຊັຽ ໃນມື້ວັນທີ 31 ມິນາ ທີ່ຜ່ານມາ, ເຮັດໃຫ້ຮູ້ວ່າ ການດຳເນີນວຽກງານ ທຸຣະກິຈໃນລາວ ຕ້ອງໄດ້ຈ່າຍເງີນ “ແບບບໍ່ເປັນທາງການ ຫຼື ເງີນກ້ອງໂຕະ” ໃຫ້ກັບເຈົ້າໜ້າທີ່ຣັຖ ເພື່ອອຳນວຍ ຄວາມສະດວກ ໃນກາແລ່ນໜັງສື ດຳເນີນທຸຣະກິຈນັ້ນໆ.
2022-04-06
ຄະນະໄກ່ເກັ່ຽ ຄ່າຊົດເຊີຍທາງຣົຖໄຟ ລາວ-ຈີນ ເລັ່ງຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັັັັັັັັັັັັັັັັັັຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ, ໃນຂະນະທີ່ ປະຊາຊົນທົ່ວໄປ ມີຄຳເຫັນວ່າ ໂຄງການນີ້ ປະຊາຊົນເສຍປໂຍດ ຫລາຍກວ່າໄດ້.
2022-04-06
ຟາຣ໌ມລ້ຽງໝູ ຈຳນວນນຶ່ງ ຕ້ອງຢຸດກິຈການໄປ ຍ້ອນລາຄາຫົວອາຫານແພງ, ການແພ່ຣະບາດຂອງໂຄວິດ-19 ແລະພະຍາດໝູອາຟຣິກາ ເຮັດໃຫ້ບໍ່ມີຊີ້ນໝູພຽງພໍ ແລະເປັນເຫດໃຫ້ ລາຄາຊີ້ນໜູແພງຂຶ້ນ ເຖິງແມ່ນວ່າ ຈະມີການພະຍາຍາມຄວບຄຸມ ຈາກພາກຣັຖກໍ່ຕາມ.
2022-04-06
ນັກທຸຣະກິຈຈີນ ເປີດໂຮງງານ ຮັບຊື້ມັນຕົ້ນ ໃນເມືອງລອງ ແຂວງຫຼວງນ້ຳທາ, ຊາວສວນມັນຕົ້ນ ສາມາດ ເອົາມັນຕົ້ນໄປຂາຍໃຫ້ ໂຮງງານໄດ້ແລ້ວ ແຕ່ໂຮງງານ ກົດລາຄາ ຄືຊື້ໃນລາຄາຕໍ່າກວ່າ ທ້ອງຕລາດ ແລະລົດປະຣິມານຊື້ໜ້ອຍລົງ ກວ່າທີ່ຜ່ານມາ.
2022-04-06
ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໝົດເທື່ອ ຊຶ່ງທາງການ ແຂວງຫຼວງພຣະບາງ ຍັງຄ້າງຄ່າຊົດເຊີຍ ຜູ້ທີ່ເສັຍດິນ ໃຫ້ທາງຣົຖໄຟ ລາວ-ຈີນ 2 ຕື້ກີບ.
2022-04-06
ສິນຄ້າກະເສຕ ເປັນຕົ້ນ ໝາກກ້ວຍ ແລະໝາກໂມ ຂອງນັກລົງທຶນຈີນ ຍັງບໍ່ສາມາດສົ່ງໄປຈີນ ໂດຍຜ່ານທາງຣົຖໄຟ ລາວ-ຈີນ ໄດ້ເທື່ອ ເນື່ອງຈາກບໍຣິສັດທາງຣົຖໄຟ ລາວ-ຈີນ ຢ້ານວ່າ ສິນຄ້າດັ່ງກ່າວ ອາຈເໜົ່າເສັຍໄດ້ງ່າຍ ຍ້ອນຕູ້ຄອນເທັນເນີ້ຣ໌ (Container) ຂອງຣົຖໄຟ ລາວ-ຈີນ ຂ້ອນຂ້າງມີຄວາມຮ້ອນສູງ.
2022-04-05
ພາກທຸຣະກິຈ ສເນີໃຫ້ທາງການລາວ ຫຼຸດຜ່ອນຂັ້ນຕອນ ການເຂົ້າປະເທດ ສຳລັບນັກທ່ອງທ່ຽວ ເນື່ອງຈາກຂະນະນີ້ ຍັງມີຂັ້ນຕອນ ທີ່ຫຍຸ້ງຍາກເກີນໄປ ເຮັດໃຫ້ນັກທ່ອງທ່ຽວ ລັງເລທີ່ຈະເດີນທາງເຂົ້າ ປະເທດລາວ.
2022-04-04
ຂົວມິດຕະພາບ ລາວ-ໄທຍ ແຫ່ງທີ່ 5 ສ້າງໄປແລ້ວ 36% ຊຶ່ງຢູ່ລະຫວ່າງ ແຂວງບໍຣິຄຳໄຊ ຂອງລາວ ແລະ ແຂວງບຶງການ ຂອງໄທຍ, ໃນຂະນະທີ່ຊາວບ້ານ ບາງສ່ວນຍັງຈົ່ມເຣື່ອງຄ່າຊົດເຊີຍ ເນື່ອງຈາກ ຜູ້ທີ່ເສັຍດິນ ໃຫ້ກັບໂຄງການດັ່ງກ່າວ ທີ່ຢູ່ຕິດຖະນົນໃຫຍ່ ແຕ່ໄດ້ຄ່າຊົດເຊີຍ ເທົ່າກັນກັບຜູ້ທີ່ເສັຍດິນ ທີ່ຢູ່ຫ່າງໄກທາງໃຫຍ່.
2022-04-04
ນ້ຳມັນແພງ ເປັນບັນຫາ ທີ່ທາງການລາວ ຍັງຫາທາງອອກ ໃຫ້ກັບປະຊາຊົນບໍ່ໄດ້ ເຖິງແມ່ນວ່າ ການຂຶ້ນລາຄານ້ຳມັນ ຈະກະທົບ ຕໍ່ຄ່າຄອງຊີບ ແລະການດຳເນີນຊີວິດ ເຮັດໃຫ້ມີຄວາມຫຍຸ້ງຍາກ ຫຼາຍດ້ານ ແຕ່ກໍຈຳເປັນ ຕ້ອງປັບຂຶ້ນ ຕາມກົລໄກຕລາດໂລກ ແລະ ອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ.
2022-04-01
ຍັງມີບາງສາເຫດ ທີ່ພາໃຫ້ສິນຄ້າ ດ້ານການກະເສດຈາກລາວ ຍັງບໍ່ສາມາດຂົນສົ່ງ ຜ່ານທາງຣົຖໄຟລາວ-ຈີນ ໄດ້ ພາຍຫຼັງທີ່ເປີດໃຊ້ທາງຣົຖໄຟ ເປັນເວລາເກືອບ 4 ເດືອນແລ້ວ.