ໃນວັນທີ່ 6 ເມສາ 2022 ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າ ພ້ອມທັງກະຊວງການເງິນ ແລະບັນດາຜູ້ປະກອບການນໍາເຂົ້າ ແລະສົ່ງອອກນໍ້າມັນເຊື້ອເພີງ ໄດ້ປຶກສາຫາລື ເພື່ອຊອກຫາວິທີ ເຮັດໃຫ້ລາຄານໍ້າມັນ ບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພາະປັດຈຸບັນ ລາຄານໍ້າມັນເພີ່ມຂຶ້ນສູງຫຼາຍ.
ຕາມການຣາຍງານໃນກອງປະຊຸມ ພາກຣັຖ ກໍຢາກໃຫ້ຮັກສາໂຄງສ້າງລາຄານໍ້າມັນ ໃນວັນທີ່ 10 ເດືອນມິນາ 2022 ໄວ້ຂາຍເປັນລາຄາໜ້າປໍ້າ ໂດຍຈະຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ ແລະອີກສ່ວນນຶ່ງ ແມ່ນການປັບຫຼຸດ ອາກອນຊົມໃຊ້ລົງ 50% ໂຕຢ່າງເຊັ່ນ: ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງປະມານ 11%, ອາກອນຊົມໃຊ້ ນໍ້າມັນແອັດຊັງທັມມະດາ ຢູ່ທີ່ 31% ຈະຫຼຸດລົງປະມານ 16%, ແຕ່ຖ້າຫາກການເໜັງຕີງ ຂອງລາຄານໍ້າມັນສູງຂຶ້ນຫຼາຍ ກໍອາຈຈະບໍ່ການຄິດໄລ່ອາກອນຊົມໃຊ້, ແຕ່ທັງນີ້ທັງນັ້ນ ການປຶກສາຫາລືໃນເທື່ອນີ້ ຈະຕ້ອງໄດ້ຮັບການເຫັນດີ ຈາກຣັຖບານກ່ອນ.
ດັ່ງເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ່ 7 ເມສາ ນີ້ວ່າ:
“ເຣື່ອງພັນທະ ຄ່າພາສີ ຄ່າເກັບອາກອນຊົມໃຊ້ນ່າ ຫຼຸດໃຫ້ລາຄາມັນ ໄປຢູ່ໃນລະດັບທີ່ຣັຖບານ ຢາກໃຫ້ມັນເປັນ ຄືຣັຖບານຢາກໃຫ້ລາຄາຢູ່ທີ່ ວັນທີ່ 10 ເດືອນ 3 ເມື່ອກີ້ນີ້ນ່າ ຄືລາຄາໜ້າປໍ້ານ່າ ກາຊວນມັນຢູ່ປະມານ ອັນ 14 ພັນ, ແອັດຊັງ ກະຢູ່ 16 ພັນ. ຕົ້ນມັນຂຶ້ນ ຣັຖບານກໍຈະເກັບໃນສ່ວນນີ້ ເກັບກໍເກັບໜ້ອຍ ຈັ່ງຊິນ່າ.”
ສໍາລັບລາຄານໍ້າມັນໃນວັນທີ່ 10 ເດືອນມິນາ 2022 ທີ່ທາງກະຊວງອຸດສາຫະກັມ ແລະການຄ້າ ໄດ້ປັບຂຶ້ນໃນທົ່ວປະເທດນັ້ນ ເຊັ່ນ: ຢູ່ນະຄອນຫຼວງວຽງຈັນ ລາຄານໍ້າມັນແອັດຊັງພິເສດ ຂາຍໜ້າປໍ້າ ຢູ່ທີ່ 18,640 ກີບຕໍ່ລິດ, ແອັດຊັງທັມມະດາ 16,380 ກີບຕໍ່ລິດ ແລະກາຊວນ 14,510 ກີບຕໍ່ລິດ.
ເຫັນໄດ້ວ່າ ຕ່າງຈາກປັດຈຸບັນນີ້ ທີ່ກະຊວງອຸດສາຫະກັມ ແລະການຄ້າໄດ້ປັບຂຶ້ນ ໃນວັນທີ່ 2 ເມສາ 2022 ເຊິ່ງລາຄານໍ້າ ຢູ່ນະຄອນຫຼວງວຽງຈັນ ນໍ້າມັນແອັດຊັງພິເສດ ຂາຍໜ້າປໍ້າ ຢູ່ທີ່ 20,370 ກີບຕໍ່ລິດ, ແອັດຊັງທັມມະດາ 17,830 ກີບຕໍ່ລິດ ແລະກາຊວນ 17,120 ກີບຕໍ່ລິດ ຖືວ່າແພງຂຶ້ນຫຼາຍ ໃນໄລຍະເກືອບ 1 ເດືອນ.
ຂະນະທີ່ ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ກ່າວວ່າ ການປະຊຸມປຶກສາຫາລືກັນໃນເທື່ອນີ້ ພາກຣັຖ ຍັງບໍ່ທັນໄດ້ສຣຸບວ່າ ຈະເປັນໄປຕາມທີ່ສເນີຫຼືບໍ່ ຖ້າເປັນໄປໄດ້ ກໍຈະສາມາດຫຼຸດ ລາຄານໍ້າມັນໜ້າປໍ້າໄດ້ ເຊິ່ງກໍຕ້ອງລໍຖ້າ ແຈ້ງການຈາກຣັຖບານອີກເທື່ອນຶ່ງ:
“ເປັນຮູບການແຫຼະ ຈັ່ງຄ່ອຍຫຼຸດໄດ້ ເຣື່ອງລາຄານໍ້າມັນ ຄັນບໍ່ເອົາໂຕນີ້ ກະບໍ່ຫຼຸດເດ້ເນາະ ເພິ່ນແຈ້ງມາເປັນທາງການ ເຮົາຈຶ່ງສາມາດວ່າໄດ້ ກະຍັງຄົ້ນຄວ້າກັນຢູ່ເນາະ.”
ທ່ານກ່າວຕື່ມວ່າ ຫາກສາມາດແກ້ໄຂ ຫຼຸດຜ່ອນລາຄານໍ້າມັນໄດ້ ກໍຖືືວ່າເປັນເຣື່ອງທີ່ດີ ເຊິ່ງຈະເຮັດໃຫ້ປໍ້ານໍ້າມັນບາງປໍ້າ ບໍ່ຕ້ອງປິດຊົ່ວຄາວ ເພາະບໍ່ມີນໍ້າມັນຂາຍ ອີກທັງ ປະຊາຊົນກໍຈະສາມາດໃສ່ນໍ້າມັນ ທີ່ລາຄາບໍ່ແພງໄດ້ ແລະທັງຫຼຸດຜ່ອນການສວຍໂອກາດ ການກັກຕຸນນໍ້າມັນລົງນໍາດ້ວຍ.
ເນື່ອງຈາກທີ່ຜ່ານມາ ພົບການຣາຍງານວ່າ ມີປໍ້ານໍ້າມັນຈໍານວນນຶ່ງ ແຕ່ກໍບໍ່ໄດ້ມີຈໍານວນຫຼວງຫຼາຍ ມີການກັກຕຸນນໍ້າມັນເຊື້ອເພີງໄວ້ຂາຍ ໃນໄລຍະທີ່ທາງການລາວ ຈະມີການປັບລາຄານໍ້າມັນຂຶ້ນ ກ່ອນ 1 ມື້ ເຊິ່ງເຈົ້າໜ້າທີ່ ກໍມີການເຮັດບົດບັນທຶກໄວ້ ແລະປັບໃໝຕາມຣະບຽບ ແລະກໍໃຫ້ເປີດຄືນຕາມປົກກະຕິ ແລະຖ້າຕໍ່ໄປ ຫາກພົບວ່າປໍ້າດັ່ງກ່າວ ທີ່ກັກຕຸນນໍ້າມັນໄວ້ ປິດປໍ້ານໍ້າມັນເກີນ 3 ຄັ້ງ ແນ່ນອນວ່າ ທາງການກໍໍຕ້ອງສັ່ງປິດປໍ້ານັ້ນຢ່າງຖາວອນ ຕາມຣະບຽບການ.
ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ທ່ານດັ່ງກ່າວ ກ່າວວ່າ:
“ແຕ່ລະເມືອງ ແຕ່ລະເມືອງ ເຂົາເຈົ້າສຣຸບຣາຍງານມາ ກະມີແດ່ຫັ້ນແຫຼະ ແຕ່ກະບໍ່ໄດ້ຫຼວງຫຼາຍປານໃດດອກ ພວກຊັບສິນທາງປັນຍາ ພວກວັດແທກ ເອົາອັນນັ້ນໄປຢັ່ງໂຕຈິງເລີຍໃດ໋ ປັບໃໝກໍໃຫ້ເປີດຄືເກົ່າ ໝາຍໄວ້ ຄັ້ງນຶ່ງ, ຄັ້ງສອງ, ຄັ້ງສາມ ຖືວ່າບໍ່ໃຫ້ດໍາເນີນເລີຍເດ້.”
ໃນຂະນະດຽວກັນ ຜູ້ປະກອບການປໍ້ານໍ້າມັນຣາຍຍ່ອຍ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຫາກມີການຫຼຸດລາຄານໍ້າມັນໄດ້ແທ້ ກໍຈະເປັນເຣື່ອງທີ່ດີຫຼາຍ ເພາະຜ່ານມາ ຕົນກໍມີການຂາດທຶນເປັນຈໍານວນຫຼາຍ ຕັ້ງແຕ່ລາຄານໍ້າມັນເໜັງຕີງຂຶ້ນ ແຕ່ກໍຍັງເປີດປໍ້າຂາຍປົກກະຕິຢູ່ ອີກທັງຍັງຕ້ອງໃຊ້ທຶນເພີ່ມຂຶ້ນຫຼາຍເທົ່າ ແຕ່ການຂາຍນໍ້າມັນໜ້າປໍ້າ ກໍຂາຍຕາມລາຄາທີ່ຣັຖບານວາງອອກ ບໍ່ສາມາດປັບລາຄາໜ້າປໍ້າໄດ້ຕາມໃຈ:
“ໃນນາມຜູ້ປະກອບການ, ໃນນາມໂຕແທນຈໍາໜ່າຍນີ່ ຂາຍຍ່ອຍນີ້ ເຮົາກະຂາຍຕາມປົກກະຕິແຫຼະ ຂາດທຶນເຮົາກໍຕ້ອງໄດ້ຂາຍ ນໍ້າມັນເຮົາຢູ່ໃນຖັງເດ້ ຕົ້ນທຶນກະສູງ ຄັນເຮົາບໍ່ຂາຍອອກ ມັນແຫ່ງຈະຣະເຫີຍໄປຫັ້ນແຫຼະ ລາຄາຂາຍໜ້າປໍ້າ ທາງການເປັນຜູ້ແຈ້ງການໃຫ້ຫັ້ນນ່າ ເຮົາກະປະຕິບັດຕາມຣັຖບານ ເພິ່ນແຈ້ງການມາຫັ້ນແຫຼະ.”
ທີ່ຜ່ານມາ ບັນດາທຸຣະກິຈ ປໍ້ານໍ້າມັນຂນາດນ້ອຍ ຂນາດກາງ ຫຼາຍແຫ່ງໃນລາວ ຕ່າງກໍພາກັນປະສົບບັນຫາລາຄານໍ້າມັນທີ່ແພງຂຶ້ນ, ບາງປໍ້າ ກໍຕ້ອງໄດ້ປິດຊົ່ວຄາວ ຍ້ອນບໍ່ມີທຶນພຽງພໍໃນການນໍາເຂົ້າ ເພາະຕ້ອງໃຊ້ເງິນລົງທຶນເພີ່ມຂຶ້ນຫຼາຍເທົ່າໂຕ ຮວມທັງ ຍັງຕ້ອງຈ່າຍຄ່າພາສີ, ຄ່າອາກອນ, ຄ່າຂົນສົ່ງຕ່າງໆ ເພີ່ມຂຶ້ນອີກນໍາດ້ວຍ ແລະຣັຖບານ ກໍໃຫ້ເປີເຊັນໃນການນໍາເຂົ້ານໍ້າມັນໜ້ອຍ ເຮັດໃຫ້ບໍ່ຄຸ້ມຄ່າ.
ນອກຈາກນີ້ ໃນບາງແຂວງ ນໍ້າມັນກໍບໍ່ພຽງພໍ ໃນການຂາຍໃຫ້ປະຊາຊົນ ເຊັ່ນ ໃນແຂວງຫຼວງນໍ້າທາ ຫວ່າງວັນທີ່ 27 ມິນາ 2022 ນີ້ ນໍ້າມັນຢູ່ພາຍໃນແຂວງ ຂາດເຂີນເປັນເວລາ ປະມານ 2-3 ມື້ ມີປໍ້ານໍ້າມັນ ເປີດພຽງແຕ່ປໍ້າ ປຕທ ປໍ້າດຽວເທົ່ານັ້ນ ຍ້ອນວ່າ ທາງບໍຣິສັດຂົນສົ່ງນໍ້າມັນ ມີຂໍ້ຫຍຸ້ງຍາກໃນການນໍາເຂົ້ານໍ້າມັນເຊື້ອເພີງ ກໍເຮັດໃຫ້ປະຊາຊົນ ຕ້ອງໄດ້ລໍຖ້າຕາມຄິວ ເພື່ອເຕີມນໍ້າມັນຢູ່ປໍ້າແຫ່ງນີ້ຕັ້ງແຕ່ເຊົ້າຮອດຄໍ່າ ແລະບາງຄົນ ກໍບໍ່ໄດ້ໃສ່ນໍ້າມັນກໍມີ ຍ້ອນນໍ້າມັນໝົດກ່ອນ.
ປັດຈຸບັນນີ້ ຊາວລາວຫຼາຍຄົນກໍຍັງຈົ່ມວ່າ ໃສ່ນໍ້າມັນຣົຖຈັກ, ຣົຖໃຫຍ່ ແຕ່ລະເທື່ອ ໄດ້ໜ້ອຍລົງ 1-2 ເທົ່າ ແລະຢາກໃຫ້ທາງການແກ້ໄຂໃຫ້ໂດຍໄວ.
ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:
“ນໍ້າມັນຫຼຸດລົງເທົ່າຕົວເລີຍ ກໍໄດ້ເຕີມຫັ້ນແຫຼ້ວ 50 ພັນນີ້ ຍັງບໍ່ຢາກເຕັມດຽວນີ້ ຢາກໃຫ້ເພິ່ນ ປັບລາຄາລົງມາສໍ່າແຕ່ກີ້ ກະຍັງໄຄ ມັນກະມີຄວາມຈໍາເປັນແຫຼະ ໃນການໃຊ້ຊີວິດປະຈໍາວັນ.”
ຢ່າງໃດກໍຕາມ ການປະຊຸມປຶກສາຫາລື ລະຫວ່າງພາກຣັຖ ແລະຜູ້ປະກອບການນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອເພີງໃນຄັ້ງນີ້ ເປັນພຽງການຣະດົມຄວາມຄິດຄວາມເຫັນ ໃນຫຼາຍພາກສ່ວນ ເພື່ອຫາວິທີການແກ້ໄຂບັນຫາ ກ່ຽວກັບການປັບປຸງໂຄງສ້າງ ລາຄານໍ້າມັນ ໂດຍສະເພາະ ຈະເຮັດແນວໃດ ເພື່ອເຮັດໃຫ້ລາຄານໍ້າມັນ ໃຫ້ໄດ້ຕາມໂຄງສ້າງ ລາຄານໍ້າມັນເຊື້ອເພີງ ໃນຄັ້ງວັນທີ່ 10 ເດືອນມິນາ 2022 ເຊິ່ງທາງພາກຣັຖ ຈະນໍາເຣື່ອງດັ່ງກ່າວນີ້ ສເນີໄປຫານາຍົກຣັຖມົນຕຣີ ຫຼືຮອງນາຍົກຣັຖມົນຕຣີ ເພື່ອພິຈາຣະນາ ໃຫ້ເຮັດການທົດລອງ ໃນໄລຍະເວລາ 3 ເດືອນ.