ເຣື້ອງທີ່ເກັບບັນທຶກໄວ້
2022-03-07
ຄົນຂັບຣົຖຂົນສົ່ງສິນຄ້າ ຊາວລາວ ທີ່ຖືກກຸ່ມຄົນຂັບຣົຖ ຊາວຈີນຕີ ບາດເຈັບສາຫັດ ຍັງຢູ່ໃນໂຮງໝໍ, ແຕ່ກຸ່ມຄົນຈີນທີ່ຖືກຈັບ ໄດ້ປະກັນຕົວອອກແລ້ວ ໃນຂະນະທີ່ຫຼາຍຄົນ ຕັ້ງຄຳຖາມເຖິງ ການປະຕິບັດໜ້າຂອງຕຳຣວຈ ໃນເວລາເກີດເຫດ ດັ່ງກ່າວ.
2022-03-04
ວຽກງານ ໃນຂແນງແຮງງານ ແລະ ສວັດດີການສັງຄົມ ໃນຫລາຍແຂວງ ຍັງມີບັນຫາຫລາຍດ້ານ ທີ່ຈະຕ້ອງແກ້ໄຂ ແຕ່ຍັງຂາດງົບປະມານ ຈາກຣັຖບານ ໃນການປະຕິບັດ ວຽກງານດັ່ງກ່າວ ຊຶ່ງການຊ່ອຍເຫຼືອດ້ານ ພັຍພິບັດຕ່າງໆ ຍັງມີຄວາມຊັກຊ້າ.
2022-03-04
ທາງການລາວ ແລະ ຣັດເຊັຽ ຈະເພີ່ມຄວາມຮ່ວມມື ໃນຂົງເຂດ ວັທນະທັມ, ການທ່ອງທ່ຽວ ແລະ ຂໍ້ມູນຂ່າວສານ ໂດຍໄດ້ປືກສາຫາລືກັນ ກ່ຽວກັບຄວາມເປັນໄປໄດ້ ລະຫວ່າງ ຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແລະເອກອັກຄະຣັຖທູດ ຣັດເຊັຽ.
2022-03-02
ໃນປີ 2021 ທີ່ຜ່ານມາ ມີທຸຣິກິຈ ຫຼາຍປະເພດພາຍ ໃນປະເທດລາວ ໂດຍສະເພາະ ທຸຣະກິຈ ການທ່ອງທ່ຽວ ໄດ້ປິດກິຈການ ຢ່າງຖາວອນ ແລະ ຈຳນວນນຶ່ງ ກໍໄດ້ປິດຊົ່ວຄາວ ຍ້ອນການ ແຜ່ຣະບາດ ຂອງເຊື້ອ ໂຄວິດ-19.
2022-03-02
ນັບແຕ່ມີການ ເປີດນໍາໃຊ້ ບໍຣິການຂົນສົ່ງ ທາງຣົຖໄຟລາວ-ຈີນ ຕັ້ງແຕ່ວັນທີ່ 4 ທັນວາ 2021 ຫາວັນທີ 31 ມົກກະຣາ 2022 ພົບວ່າ ເກີດບັນຫາ ຫຼາຍຢ່າງ ເຊັ່ນ ການລັກຕັດສາຍໄຟ, ລັກຕັດຮົ້ວ ແລວທາງຣົຖໄຟ, ລັກອຸປກອນ ໃນການກໍ່ສ້າງ ຕ່າງໆ ຫຼາຍຢ່າງ ທັງໝົດ 37 ເຣື່ອງ.
2022-03-01
ພະນັກງານຂັບຣົຖ ໂດຍສານ ແລະ ຮັບຂົນສົ່ງເຄື່ອງ ລະຫວ່າງແຂວງຄໍາມ່ວນ ຫາ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ຂໍກວດໃບອາກອນສິນຄ້າ ຕາມຄໍາສັ່ງຂອງຂັ້ນເທິງ ແຕ່ຜູ້ກ່ຽວບໍ່ມີໃບອາກອນໃຫ້ ຈາກນັ້ນ ເຈົ້າໜ້າທີ່ກໍໄດ້ ຈັບໂຕຄົນຂັບຣົຖ ແລະ ຍຶດເອົາເຄື່ອງເຫຼົ່ານັ້ນໄປພ້ອມ.
2022-03-01
ເຈົ້າຂອງດິນ 304 ຕອນຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ທາງຣົຖໄຟ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍເທື່ອ ເຖິງແມ່ນວ່າ ຮອງນາຍົກຣັຖມົນຕຣີ ໄດ້ລົງກວດກາ ເມື່ອເດືອນມົກກະຣາ ທີ່ຜ່ານມາ ແລະໄດ້ໃຫ້ຄຳໝັ້ນ ກັບຊາວບ້ານວ່າ ຈະເລັ່ງແກ້ໄຂບັນຫານີ້.
2022-03-01
ອັດຕຣາ ຄົນຫວ່າງງານ ໃນລາວ ເພີ່ມຂຶ້ນ 2 ເທົ່າ ໃນປີ 2021 ຊຶ່ງມີຈຳນວນ 496,000 ຄົນ ຄິດເປັນ 21.8% ຂອງຄົນລາວ ທີ່ຢູ່ໃນວັຍເຮັດວຽກ ຄືເພີ່ມຂຶ້ນ ຈາກປີ 2020 ທີ່ມີຜູ້ຫວ່າງງານ ປະມານ 439,082 ຄົນ.