ລາວຈະເພີ່ມ ຄວາມຮ່ວມມື ດ້ານ ວັທນະທັມ, ທ່ອງທ່ຽວ ກັບຣັດເຊັຽ
2022.03.04
ເມື່ອວັນທີ 18 ກຸມພາທີ່ຜ່ານມາ ຍານາງ ສວນສວັນ ວິຍາເກດ ຣັຖມົນຕຣີ ກະຊວງຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ແລະ ທ່ານ ວະລາດີເມັຽ ກາລີນີນ (Vladimir Kalinin) ເອກອັກຄະຣັຖທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັຖເຊັຽ ປະຈຳປະເທດລາວໄດ້ຮ່ວມກັນ ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ໃນການເພີ່ມທະວີການຮ່ວມມື ລະຫວ່າງປະເທດລາວ ແລະປະເທດຣັດເຊັຽໃນຂົງເຂດ ວັທນະທັມ, ການທ່ອງທ່ຽວ ແລະ ຂໍ້ມູນຂ່າວສານ ໃນສະພາບການຜ່ອນຄາຍ ຂໍ້ຈຳກັດກ່ຽວກັບພະຍາດໂຄວິດ-19.
ຈາກການປຶກສາຫາລືດັ່ງກ່າວ ນີ້ທາງການລາວໄດ້ຕົກລົງຮ່ວມກັບທາງການຣັດເຊັຽ ວ່າຈະອະນຸຍາດໃຫ້ນັກທ່ອງທ່ຽວຊາວຣັດເຊັຽ ເດີນທາງເຂົ້າມາພາຍໃນປະເທດລາວ ໄດ້ນັບແຕ່ວັນ ທີ 1 ເມສາ 2022 ເປັນຕົ້ນໄປ ຍ້ອນທີ່ຜ່ານມາເຖິງແມ່ນວ່າ ທາງການລາວຈະອະນຸຍາດໃຫ້ຊາວຕ່າງຊາດ ຈາກ 31 ປະເທດເດີນທາງເຂົ້າມາ ພາຍໃນປະເທດລາວໄດ້ແລ້ວນັ້ນ. ແຕ່ຢ່າງໃດກໍຕາມໃນກຸ່ມດັ່ງກ່າວນີ້ ຍັງບໍ່ທັນອະນຸຍາດໃຫ້ນັກທ່ອງທ່ຽວ ຊາວຣັດເຊັຽເດີນທາງເຂົ້າ ມາພາຍໃນປະເທດລາວເທື່ອ.
ດັ່ງເຈົ້າໜ້າທີ່ເຮັດວຽກ ກ່ຽວກັບການທ່ອງທ່ຽວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 4 ມີນາ 2022 ນີ້ວ່າ:
“ໂອ້ ຣັດເຊັຽແມ່ນຫຍັງເປັນແຜນ ໄລຍະຍາວຢູ່ເນາະແມ່ນລະ ເຣື່ອງການທ່ອງທ່ຽວນີ້ເຮົາ ກໍເປີດຢູ່ລະເປີດກໍໃນໄລຍະໄກ້ໆ ນີ້ກໍຊິເປັນເດືອນ 4 ເນາະ ເດືອນ 4 ກໍຊິເປັນເຟສ 2 ແຕ່ກໍຍັງບໍ່ໄດ້ແນ່ໃຈວ່າ ຂະເຈົ້າຊິຈະເປີດປະມານໃດຫັ້ນນ່າເນາະ ຄິດວ່າພະຍາຍາມເປີດກ້ວາງ ເທົ່າທີ່ໄດ້ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ກະຊວງການຕ່າງປະເທດຂອງລາວ ໄດ້ຢັ້ງຢືນວ່າການເປີດປະເທດ ຕາມແຜນຣະບຽບການທ່ອງທ່ຽວສີຂຽວໂດຍ ແບ່ງອອກເປັນ 3 ໄລຍະພາຍຫລັງປິດພົມແດນ ມາເປັນໄລຍະເວລາເກືອບ 2 ປີ ເນື່ອງຈາກການແຜ່ຣະບາດ ຂອງໂຄວິດ-19 ທັງນີ້ກຳນົດການທ່ອງທ່ຽວໃນໄລຍະ ທຳອິດລະຫວ່າງວັນທີ 01 ມົກກະຣາ ຫາ 31 ມີນາ 2022 ສາມາດທ່ອງທ່ຽວໄດ້ສະເພາະ ນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ວັງວຽງແຂວງວຽງຈັນ ແລະ ເສັ້ນທາງທ່ອງທ່ຽວສີຂຽວຄື ແຂວງ ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ຈຳປາສັກ ສ່ວນກຳນົດເປີດການທ່ອງທ່ຽວໄລຍະທີ 2 ຄືລະຫວ່າງວັນທີ 1 ເມສາ ຫາ 30 ມິຖຸນາ 2022 ແລະ ໄລຍະທີ 3 ນັບແຕ່ວັນທີ 01 ກໍຣະກະດາ 2022 ເປັນຕົ້ນໄປຊຶ່ງຈະເປັນການເປີດທຸກແຂວງ ແລະທຸກຈຸດຜ່ານແດນໃຫ້ນັກທ່ອງທ່ຽວ ຈາກທຸກປະເທດເດີນທາງເຂົ້າມາໄດ້.
ສຳລັບການກຳນົດ ການທ່ອງທ່ຽວໃນໄລຍະທຳອິດ ທາງການລາວຈະອະນຸຍາດ ໃຫ້ຄົນຕ່າງຊາດ ເດີນທາງເຂົ້າມາພາຍໃນ ປະເທດລາວ ໄດ້ຈຳນວນ 31 ປະເທດຄື ກັມພູຊາ, ແຄນາດາ, ຈີນ, ຝຣັ່ງ, ເຢັຽຣະມັນ, ອິດຕາລີ້, ຢີ່ປຸ່ນ, ມາເລເຊັຽ, ເນເທີແລນ, ສິງກະໂປ, ສະເປັນ, ເກົາຫລີໃຕ້, ວຽດນາມ, ອັງກິດ, ໄທຍ, ບຣູໄນ, ອິນໂດເນເຊັຽ, ຟີລິບປີນ, ນໍເວ, ສວິດເຊີ ແລນ, ຟີນແລນ, ອິສຣເອລ, ໄອແລນ, ຮັງກາຣີ, ອອສເຕຣັຽ, ນີວຊີແລນ, ໂປແລນ, ເດັນມາກ ແລະ ເບລຢ້ຽມ.
ໂດຍຜູ້ທີ່ຕ້ອງການເດີນທາງ ມາຈະຕ້ອງສັກວັກຊີນປ້ອງກັນ ໂຄວິດ-19 ຄົບໂດສ, ມີຜົລການຄັດກອງເປັນລົບບໍ່ກາຍ 72 ຊົ່ວໂມງ ກ່ອນການເດີນທາງ, ມີປະກັນສຸຂພາບບໍ່ຕໍ່າກວ່າ 50 ພັນໂດລາຣ໌ສະຫະຣັຖ ແລະ ຕ້ອງເດີນທາງມານຳບໍຣິສັດ ນຳທ່ຽວເທົ່ານັ້ນ.
ນອກຈາກນີ້ ທາງການລາວ ແລະທາງການຣັດເຊັຽ ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມເປັນໄປໄດ້ ຂອງນຳໃຊ້ຮູບແບບອອ໋ນລາຍນ໌ ຮວມທັງເວັບໄຊໃໝ່ຂອງ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວເພື່ອເພີ່ມການພົວພັນ ລະຫວ່າງຜູ້ປະກອບການດ້ານ ການທ່ອງທ່ຽວ ລະຫວ່າງ 2 ປະເທດ ຮວມເຖິງການຈັດຕັ້ງແພັກເກັດ ການທ່ອງທ່ຽວ. ການໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ, ການເປີດຫ້ອງການໂຕແທນຜູ້ປະກອບການ ທ່ອງທ່ຽວຣັດເຊັຽໃນລາວ ແລະບໍຣິສັດທ່ອງທ່ຽວລາວໃນຣັດເຊັຽ ແຕ່ຢ່າງໃດກໍຕາມແຜນການດັ່ງກ່າວນີ້ ເປັນໄປໄດ້ຂ້ອນຂ້າງຍາກ ເນື່ອງຈາກຣັດເຊັຽຕັ້ງຢູ່ໄກ ຈາກລາວຫລາຍຫາກທຽບໃສ່ປະເທດໄທຍ, ຈີນ ແລະ ວຽດນາມ ແລະ ທີ່ຜ່ານມາທາງການຣັັດເຊັຽ ກໍຍັງບໍ່ທັນເຂົ້າມາລົງທຶນດ້ານການທ່ອງທ່ຽວ ພາຍໃນລາວ.
ດັ່ງເຈົ້າໜ້າທ່ານດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເສັ້ນທາງຣົຖໄຟ ລາວ-ຈີນ ກໍຖືກວ່າຍັງຄາໂຄວິດ-19 ເພາະວ່າຕອນນີ້ກໍ ເຫລືອແຕ່ເຣື່ອງເຊື່ອມໂຍງຣັດເຊັຽ ກໍຕ້ອງຖ້າປະເທດຣັດເຊັຽ ແນວນນີ້ກໍຊິເຊື່ອມໄທຍກ່ອນຫັ້ນແຫລະ ຣັຖບານທັງສອງຝ່າຍຕົກລົງກັນໄດ້ ກໍຊິເຊື່ອມໄທຍແຣກໆ ເລີຍເພາະປະເທດອື່ນມັນກໍຢູ່ໄກ ອອກໄປເດ້ເນາະ ແຕ່ວ່າຣັດເຊັຽນີ້ກໍຍັງໜ້ອຍຢູ່ເດສ່ວນຫລາຍໄທຍ, ຈີນ, ວຽດນາມນີ້ແຫລະ ທີ່ວ່າລົງທຶນດ້ານການທ່ອງທ່ຽວ ຫລາຍທາງຣັດເຊັຽນີ້ກໍມາທ່ອງທ່ຽວເປັນຫລັກ.”
ກ່ຽວກັບເຣື່ອງນີ້ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງສະຖານທູດຣັດເຊັຽ ປະຈຳປະເທດລາວເພື່ອສອບຖາມກ່ຽວກັບ ແຜນການໃນການຂຍາຍຄວາມຮ່ວມມື ດ້ານການທ່ອງທ່ຽວກັບທາງການລາວ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ.
ທີ່ຜ່ານມາ ການປະສານງານກ່ຽວກັບການທ່ອງທ່ຽວ ລະຫວ່າງປະເທດລາວ ແລະປະເທດຣັດ
ເຊັຽ ຍັງບໍ່ທັນແຜ່ຫລາຍ ປານໃດສ່ວນເຣື່ອງທີ່ທາງການລາວ ແລະຣັດເຊັຽສນັບສນູນໃຫ້ ນັກທ່ອງທ່ຽວຊາວຣັດເຊັຽ ໃຫ້ບໍຣິການເສັ້ນທາງຣົດໄຟ ລາວ-ຈີນ ເພື່ອທ່ອງທ່ຽວພາຍໃນລາວ ແລະເຊື່ອມໂຍງກັບປະເທດໄທຍ, ຈີນ ແລະ ວຽດນາມນັ້ນຍັງມີຄວາມຫຍຸ້ງຍາກ ຍ້ອນຕ້ອງໃຊ້ໄລຍະເວລາ ໃນການເດີນທາງຂ້ອງຂ້າງດົນ ເມື່ອທຽບກັບການເດີນທາງດ້ວຍເຮືອບິນ.
ດັ່ງຜູ້ປະກອບການ ທ່ອງທ່ຽວລະຫວ່າງ ປະເທດທ່ານນຶ່ງກ່າວວ່າ:
“ເຂົ້າມາໃນປະເທດນີ້ ເຮົາບໍ່ໄດ້ຮັບແຕ່ວ່າອອກໄປ ຕ່າງປະເທດນີ້ ເຮົາເຮັດເຣື່ອງໄປຫັ້ນນ່າ ເຮົາມີໄປທຸກເທື່ອຢູ່ແລ້ວເນາະທີ່ວ່າ ໄປຣັດເຊັຽຫັ້ນນ່າແຕ່ວ່າເຣື່ອງ ຣົຖໄຟລາວ-ຈີນ ດຽວນີ້ຫັ້ນນ່າ ຍັງບໍ່ທັນໄດ້ມີແຜນການເທື່ອຫັ້ນນ່າ ໄປຮອດພຸ້ນ່າໜ້າຈະເປັນໄປບໍ່ໄດ້ ເພາະຢ່າງວຽງຈັນໄປ ຮອດຄຸນມິງຫັ້ນນ່າກໍໃຊ້ເວລາ 10 ຊົ່ວໂມງແລ້ວຫັ້ນນ່າຊຶ່ງວ່າ ມັນເປັນການໃຊ້ເວລາທີ່ມັນບໍ່ເໝາະສົມ ກັບບໍຣິສັດເຮົາແລ້ວກໍລູກຄ້າຫັ້ນນ່່າ.”
ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດລາວຣະບຸວ່າ ໃນປີ 2019 ທີ່ຜ່ານມາມີນັກທ່ອງທ່ຽວ ຈາກຕ່າງປະເທດເດີນທາງເຂົ້າມາ ທ່ອງທ່ຽວພາຍໃນປະເທດຈຳນວນ 4.7 ລ້ານ ປາຍຄົນສ່ວນໃຫຍ່ແມ່ນເປັນນັກທ່ອງທ່ຽວ ຈາກກຸ່ມປະເທດອາຊ້ຽນ ແລະເປັນນັກທ່ອງທ່ຽວຈາກຣັດເຊັຽ ຈຳນວນ 12 ພັນປາຍຄົນ. ທັງນີ້ຫາກກຸ່ມປະເທດອາຊ້ຽນ ເປີດໃຫ້ມີການໃຊ້ Asean Single Window Visa ນັ້ນກໍຈະຊ່ອຍໃຫ້ພົລເມືອງ ຣັດເຊັຽສາມາດເດີນທາງມາທ່ອງທ່ຽວ ພາຍໃນປະເທດລາວ ແລະປະເທດອື່ນໆ ໃນອາຊ້ຽນໄດ້ຫລາຍຂື້ນ.
ສຳລັບນັກທ່ອງທ່ຽວຣັດເຊັຽ ທີ່ເດີນທາງມາທ່ອງທ່ຽວ ພາຍໃນປະເທດລາວມັກ ເຊົ່າຣົຖສ່ວນໂຕ ຫລື ເຮືອບິນເພື່ອເດີນທາງ ໄປທ່ອງທ່ຽວຕາມ ແຂວງຕ່າງໆ ພາຍໃນປະເທດລາວ ເປັນຕົ້ນນະຄອນຫລວງວຽງຈັນ, ຫລວງພຣະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ ແລະ ທີ່ຜ່ານມານັກທ່ອງທ່ຽວ ຊາວຣັດເຊັຽກຸ່ມດັ່ງກ່າວນີ້ພັດບໍ່ໄດ້ເດີນທາງ ທ່ອງທ່ຽວເຊື່ອມຕໍ່ໄປຍັງປະເທດອ້ອມຂ້າງ. ຕາມການຄາດການວ່າ ໄລຍະຕໍ່ໜ້ານີ້ຍັງຄົງບໍ່ມີນັກທ່ອງທ່ຽວ ຣັດເຊັຽເດິນທາງມາຍັງປະເທດລາວ ຫລາຍປານໃດຍ້ອນບັນຫາລະຫວ່າງປະເທດ ຣັດເຊັຽກັບຢູ່ເຄຣນ.
ດັ່ງພະນັກງານ ບໍຣິສັດນຳທ່ຽວນາງນຶ່ງ ກ່າວວ່າ:
“ສ່ວນຫລາຍ ຂະເຈົ້າຈະໄປເບິດທຸກແຂວງຫັ້ນແຫລະ ຢູ່ລາວນີ້ນ່າໄປຫລວງພຣະບາງເນາະ ບໍຣິຄຳໄຊ, ຄຳມ່ວນໄປເບິດນ່າ ປາກເຊນີ້ນ່າເຄື່ອງບິນຊິນ່າ ບາງເທື່ອສ່ວນຫລາຍຂະເຈົ້າໃຊ້ຣົຖ ສ່ວນໂຕຜ່ານມາຍັງບໍ່ມີຣົຖໄຟເນາະຂະເຈົ້າ ກໍໃຊ້ຣົຖສ່ວນໂຕຂະເຈົ້າເບິ່ງທັມຊາດ ຍັງບໍ່ໄດ້ເປີດເປັນຂ່າວເບາະ ເພາະວ່າຂະເຈົ້າກໍຢູເຄຣນຫຍັງເດ້ ເປີດບາດນີ້ເພິ່ນຊິປິດຕີ້ ພວກນັກຮຽນກໍບໍ່ໄດ້ກໍບໍ່ຄ່ອຍ ບໍ່ໃຫ້ໄປແລ້ວບໍ່ໃຫ້ເຄື່ອນໄຫວແລ້ວບາດນີ້ນ່າ.”
ໃນຂະນະດຽວກັນ ທາງການຣັດເຊັຽກໍໄດ້ໃຫ້ ທຶນການສຶກສາປຣີນຍາຕຣີ ຫາ ປຣີນຍາເອກ ຊຶ່ງໃນແຕ່ລະປີ ກໍມີນັກສຶກສາລາວເດີນທາງ ໄປຮຽນຕໍ່ທີ່ປະເທດຣັັດເຊັຽ ໃນຫລາກຫລາຍສາຂາແລະ ພາຍຫລັງຈາກສຳເຣັດການສຶກສາ ກໍເດີນທາງກັບມາເຮັດວຽກ ຢູ່ປະເທດລາວໃນສາຂາ ອາຊີບຕ່າງໆ ສຳລັບການເດີນທາງໄປຮຽນ ຢູ່ຣັດເຊັຽນັ້ນນັກສຶກສາລາວ ຈະຕ້ອງໄດ້ຈ່າຍຄ່າກິນ, ຢູ່ໃນຊີວິດປະຈຳວັນ ດ້ວຍໂຕເອງຍົກເວັ້ນທຶນການສຶກສາ ດ້ານການທະຫານທາງການຣັດເຊັຽ ຈະອອກຄ່າໃຊ້ຈ່າຍທັງໝົດໃຫ້.
ດັ່ງພະນັກງານ ບໍຣິສັດນຳທ່ຽວກ່າວໃນມື້ດຽວກັນວ່າ:
“ແຕ່ທະຫານ ຊີນ່າກໍທຶນຮ້ອຍພວກທະຫານຫັ້ນນ່າ ພວກທະຫານຈະເອົາໄປຫລາຍປີ ນຶ່ງຫລາຍຮ້ອຍຄົນໃດທະຫານຫັ້ນນ່າ ທຶນຮ້ອຍເລີຍທະຫານຈະໄດ້ເງິນເດືອນສູງ ບໍ່ໄດ້ໄປເຮັດວຽກ ໄປຮຽນໄປຮຽນດ້ານການທະຫານນີ້ແຫລະ ໄປຮຽນຕໍ່ຊັ້ນຂະເຈົ້າຫັ້ນນ່າ ຕໍ່ໂທຕໍ່ຕຣີຊິນ່າຊື້ປີ້ຍົນໃຫ້ ຊື້ຫຍັງໃຫ້ພ້ອມຮຽບຮ້ອຍທຶນຮ້ອຍເລີຍນ່າ ທະຫານເຂົາໃຫ້ທຶນຮ້ອຍທະຫານ.”
ເມື່ອບໍ່ດົນມານີ້ທ່ານ ເຊີເກ ຣາຟລອຟ ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງຣັດເຊັຽໄດ້ ກ່າວວ່າໃນປີ 2022 ນີ້ທາງການຣັດເຊັຽ ມີຄວາມພະຍາຍາມທີ່ຈະເພີ່ມພົວພັນ ກັບທຸກປະເທດສະມາຊິກອາຊ້ຽນໃຫ້ຫລາຍຂື້ນ ຊຶ່ງກວມເອົາປະເທດລາວນຳດ້ວຍ ໂດຍສະເພາະເຣື່ອງການເມືອງ, ຄວາມໝັ້ນຄົງ, ເສຖກິຈ-ການຄ້າ ແລະ ວິທຍາສາດ-ເທັກໂນໂລຈີ ພ້ອມທັງຫວັງວ່າຈະເພີ່ມທະວີການຮ່ວມມື ທາງດ້ານວັທນະທັມ, ມະນຸດສະທັມ ແລະ ເຊື່ອມ ຕໍ່ການແລກປ່ຽນດ້ານການທ່ອງທ່ຽວ ພາຍຫລັງ 2 ປີທີ່ໄດ້ຮັບຜົລກະທົບຈາກການແຜ່ຣະບາດ ຂອງໂຄວິດ-19.