ຄົນຂັບຣົຖຂົນສົ່ງ ຖືກເຈົ້າໜ້າທີ່ຈັບ ແລະຍຶດເຄື່ອງ

ສຸພັດຕາ
2022.03.01
ຄົນຂັບຣົຖຂົນສົ່ງ ຖືກເຈົ້າໜ້າທີ່ຈັບ ແລະຍຶດເຄື່ອງ ແຜນທີ່ ສແດງ ໃຫ້ເຫັນເຖິງ ເຂດບ້ານເລົາໂພໄຊ ເມືອງທ່າແຂກ ແຂວງຄຳມ່ວນ.
ຮູບພາບ: Google Earth

ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຄໍາມ່ວນ ໄດ້ໄປກວດຄົ້ນເຄື່ອງຢູ່ເຮືອນ ຂອງທ່ານນ້ອຍ ຈຽງສະກຸນ ຊາວບ້ານ ບ້ານເລົາໂພໄຊ ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ປະກອບອາຊີບ ເປັນພະນັກງານຂັບຣົຖໂດຍສານ ແລະ ຮັບຂົນສົ່ງເຄື່ອງ ລະຫວ່າງແຂວງຄໍາມ່ວນ ຫາ ນະຄອນຫຼວງວຽງຈັນ ໃນເວລາປະມານ 19 ໂມງ 50 ນາທີ ຂອງມື້ວັນທີ່ 25 ກຸມພາ 2022 ນີ້ ເຈົ້າໜ້າທີ່ ຂໍກວດເບິ່ງໃບອາກອນສິນຄ້າ ຕາມຄໍາສັ່ງຂອງຂັ້ນເທິງ ແຕ່ຜູ້ກ່ຽວບໍ່ມີໃບອາກອນໃຫ້ ຈາກນັ້ນເຈົ້າໜ້າທີ່ກໍໄດ້ຍຶດເອົາເຄື່ອງເຫຼົ່ານັ້ນໄປນໍາ ແລ້ວຕໍ່ມາ ທ່ານ ນ້ອຍ ຈຽງສະກຸນ ກໍຖືກຈັບໂຕໄປ ມາຮອດປັດຈຸບັນ ທ່ານນ້ອຍ ຖືກຈັບໂຕໄປເປັນເວລາ 4 ມື້ແລ້ວ.

ດັ່ງຊາວບ້ານຜູ້ຮູ້ເຫດການ ຢູ່ເມືອງທ່່າແຂກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 28 ກຸມພາ 2022 ນີ້ວ່າ:

“ພາສີອາກອນກະເມົາເບິດ ກອງຫຼອນບ້ານກະເມົາ ນີ້ອາກອນເຂົ້າໄປແລ້ວ ເຂົາໄປເອົາຕໍາຣວດ ເອົາອິສັງມາອີກ ເອົານາຍບ້ານກອງຫຼອນມາ ແບບເຂົາຕັ້ງຈັບເລີຍນະ ທີ່ຈິງມັນບໍ່ແມ່ນຄ້າຂອງເຖື່ອນອິຫຍັງເນາະ ຊິມາເຮັດຈັ່ງຊີ້ນ່າ ມັນບໍ່ຖືກ ຈ້າງໂຊເຟີ້ມາຂັບ ແລ້ວກໍໄປສາງເຂົາເລີຍນະ ແລ້ວກໍບໍ່ມີໃບກວດຄົ້ນອີກ ຜູ້ຊື່ນ້ອຍຫັ້ນເຂົາຈັບ ຈັບໄປຕັ້ງແຕ່ມື້ນັ້ນເລີຍນະ ຍັງໆໆ ເພາະວ່າ ເຂົາບໍ່ໃຫ້ປະກັນໂຕເລີຍນະ.”

ກ່ອນໜ້າທີ່ຈະຖືກຈັບ ທ່ານນ້ອຍ ໄດ້ກ່າວໃນລະຫວ່າງຖ່າຍທອດສົດເຟສບຸກວ່າ ເຈົ້າໜ້າທີ່ກຸ່ມດັ່ງກ່າວນີ້ ບໍ່ມີໃບອະນຸຍາດຂໍກວດຄົ້ນ ແລະເດີນທາງມາຮອດເຮືອນຂອງຜູ້ກ່ຽວ ໃນຍາມກາງຄືນ ແລະລາວເອງ ກໍອະນຸຍາດໃຫ້ເຈົ້າໜ້າທີ່ກຸ່ມດັ່ງກ່າວ ກວດສິນຄ້າອຸປະໂພກ-ບໍຣິໂພກ ທີ່ຢູ່ເທິງຣົຖຂອງລາວ ແຕ່ບໍ່ອະນຸຍາດ ໃຫ້ເຈົ້າໜ້າທີ່ຂົນຍ້າຍສິນຄ້າດັ່ງກ່າວນີ້ ໄປເກັບໄວ້ທີ່ສາງ ຂອງຫ້ອງການອຸດສາຫະກັມ ແລະການຄ້າ ຂອງເມືອງທ່າແຂກ ພ້ອມທັງຂໍໃຫ້ເຈົ້າໜ້າທີ່ລໍຖ້າກວດໃບອາກອນ ຈາກເຈົ້າຂອງສິນຄ້າເອງ ຍ້ອນໃບອາກອນສິນຄ້າດັ່ງກ່າວນີ້ ຢູ່ນໍາເຈົ້າຂອງເຄື່ອງບໍ່ໄດ້ຢູ່ນໍາລາວ.

ດັ່ງທ່ານນ້ອຍ ກ່າວໃນຄລິບຖ່າຍທອດສົດ ທີ່ເຜີຍແຜ່ຜ່ານເຟສບຸກສ່ວນໂຕ ເມື່ອວັນທີ່ 25 ກຸມພາ 2022 ນີ້ວ່າ:

“ນີ້ເດີ້ເຈົ້າໜ້າທີ່ ນີ້ເອົາ ພຸ້ນເມົາອີກກໍນັ້ນກໍ ຂ້ອຍກະຍັງບອກວ່າ ໜັງສືຢູ່ນໍາເຂົາ ມື້ນັ້ນ ຂ້ອຍກະຍັງບອກວ່າໃຫ້ຖ້າ ກະຄືບໍ່ຖ້າ ຈຸຂ້ອຍກະເອົາໄປສົ່ງຢູ່ ກະຖ້າກະເຂົາມາກະກວດນໍາເຂົາ ກະກວດກະ ຢາກເຮັດແນວໃດ ກະເຮັດນໍາເຂົາ ຄືນີ້ນະ ຂ້ອຍບອກວ່າໃຫ້ຖ້າ ເອກະສານຢູ່ນໍາເຂົາ ເອີ..ເຂົາມາເອົາແລ້ວກໍຖາມເຂົາ.”

ທ່ານກ່າວໃນຄລິບຖ່າຍທອດສົດຕື່ມວ່າ ສາເຫດທີ່ບໍ່ສາມາດອະນຸຍາດໃຫ້ເຈົ້າໜ້າທີ່ ຂົນຍ້າຍເຄື່ອງຂອງຢູ່ເທິງຣົຖໄປນັ້ນ ເປັນຍ້ອນເຄື່ອງຂອງດັ່ງກ່າວ ກໍເປັນພຽງສິນຄ້າອຸປະໂພກ-ບໍຣິໂພກທົ່ວໄປ ບໍ່ແມ່ນສິນຄ້າເກືອດຫ້າມ ຫຼືນໍາເຂົ້າຜິດກົດໝາຍແນວໃດ ແລະເປັນເຄື່ອງທີ່ລູກຄ້າຈ້າງໃຫ້ຂົນ ຈາກເມືອງທ່າແຂກ ໄປຫານະຄອນຫຼວງວຽງຈັນ ບໍ່ແມ່ນເຄື່ອງຂອງສ່ວນໂຕຂອງຜູ້ກ່ຽວ ຫຼືເປັນການຂົນຍ້າຍລະຫວ່າງປະເທດ ຄັນວ່າຕ້ອງການກວດໃບອາກອນ ຈຶ່ງຈໍາເປັນຕ້ອງລໍຖ້າເຈົ້າຂອງເຄື່ອງນັ້ນ ນໍາເອກະສານມາຢັ້ງຢືນ ແລະການທີ່ເຈົ້າໜ້າທີ່ ຈະຍຶດເຄື່ອງຂອງໄປເກັບໄວ້ທີ່ສາງນັ້ນ ກໍຈະເຮັດໃຫ້ເຈົ້າຂອງເຄື່ອງ ທີ່ມີໃບອາກອນຖືກຕ້ອງ ພັດຕ້ອງເສັຍເງິນຄ່າໄຖ່ເຄື່ອງຄືນ ສ່ວນລາວເອງ ກໍຢ້ານວ່າຈະຖືກຍັດຂໍ້ຫາ ແລະຢ້ານເຈົ້າໜ້າທີ່ ນໍາສິ່ງຜິດກົດໝາຍໄປຊຸກເຊື່ອງໄວ້ໃນເຄື່ອງຂອງດັ່ງກ່າວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ຕໍາຣວດ ເມືອງທີ່ແຂກ ກ່ຽວກັບການດໍາເນີນຄະດີ ຂອງທ່ານນ້ອຍ ຈຽງສະກຸນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບຄະດີດັ່ງກ່າວນີ້ ກ່າວວ່າ ຍັງບໍ່ທັນຕັ້ງຂໍ້ຫາແນວໃດໃຫ້ກັບຜູ້ກ່ຽວ ໂດຍການຈັບໂຕຜູ້ກ່ຽວ ທີ່ເກີດຂຶ້ນນີ້ ເປັນການປະຕິບັດຕາມຄໍາສັ່ງຂອງຂັ້ນເທິງເທົ່ານັ້ນ ແລະເບື້ອງຕົ້ນຍັງບໍ່ອະນຸຍາດ ໃຫ້ປະກັນໂຕຜູ້ກ່ຽວເທື່ອ.

ໃນຂະນະທີ່ ພໍ່ແມ່ປະຊາຊົນ ທີ່ເຫັນຄລິບດັ່ງກ່າວນີ້ ກໍຢ້ານວ່າ ເຈົ້າໜ້າທີ່ອາຈຢູ່ໃນລະຫວ່າງການຄົ້ນຄວ້າ ວ່າ ຈະຈັບໂຕຜູ້ກ່ຽວດ້ວຍຂໍ້ຫາໃດ ເນື່ອງຈາກມື້ທີ່ຜູ້ກ່ຽວຖືກຈັບໂຕນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍບໍ່ສາມາດໃຫ້ຄໍາຕອບແນວໃດໄດ້ວ່າ ຈັບໂຕຜູ້ກ່ຽວຍ້ອນຂໍ້ຫາຫຍັງ ອີກທັງ ໂດຍປົກກະຕິແລ້ວ ເຈົ້າໜ້າທີ່ຕໍາຣວດ ຈະຕ້ອງສລຸບຄະດີຄວາມສົ່ງຮອດອັຍການ ພາຍໃນເວລາ 48 ຊົ່ວໂມງ ແຕ່ຜ່ານມາ 4 ມື້ແລ້ວ ຄະດີຄວາມດັ່ງກ່າວນີ້ ຍັງບໍ່ຄືບໜ້າແນວໃດເທື່ອ.

ອີງຕາມເຫດການທີ່ເກີດຂຶ້ນ ຫາກຜູ້ກ່ຽວບໍ່ມີເຄື່ອງຜິດກົດໝາຍໄວ້ໃນຄອບຄອງ ແລະຄັນເຈົ້າໜ້າທີ່ ເດີນທາງມາບຸກລຸກເຮືອນ ເພື່ອຈັບຂະເຈົ້າໂດຍບໍ່ມີໝາຍຮຽກນັ້ນ ຖືວ່າເຈົ້າໜ້າທີ່ປະຕິບັດນອກກົດໝາຍ ແລະຜູ້ກ່ຽວສາມາດດໍາເນີນຄະດີ ຕາມກົດໝາຍກັບເຈົ້າໜ້າທີ່ກຸ່ມດັ່ງກ່າວນີ້ໄດ້, ສ່ວນການຖ່າຍທອດສົດນັ້ນ ກໍບໍ່ຜິດກົດໝາຍ ຍ້ອນຜູ້ກ່ຽວສາມາດໃຊ້ເປັນຫຼັກຖານໄດ້.

ດັ່ງນັກກົດໝາຍ ຜູ້ຮູ້ເຫດການດັ່ງກ່າວນີ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 1 ມິນາ 2022 ນີ້ວ່າ:

“ເພາະວ່າເຈົ້າເຮັດເປັນຫຼັກຖານເນາະ ຖ້າຫາກວ່າເຈົ້າໜ້າທີ່ ບຸກລຸກສະຖານທີ່ປະຊາຊົນເນາະ ຕ້ອງມີໝາຍຄົ້ນ ຫຼືມີອັຍການໄປດ້ວຍນໍາ ຕ້ອງໄດ້ຜ່ານບ້ານ ເຈົ້າໜ້າທີ່ໄປ ເປັນວຽກດ່ວນເນາະ ການຊັກທອດ ເປັນຄະດີຢາເສບຕິດ ຫຼືວ່າອິຫຍັງເນາະ ແລ້ວຄ່ອຍຂໍໝາຍຈາກອັຍການໄດ້ ແຕ່ວ່າເຈົ້າໜ້າທີ່ບຸກລຸກແບບນີ້ ເຈົ້າໜ້າທີ່ກໍຜິດ ເຮົາມີສິດຟ້ອງຄືນໄດ້ຄືກັນ.”

ເມື່ອຄລິບຖ່າຍທອດສົດ ຂອງທ່ານນ້ອຍ ຈຽງສະກຸນ ຖືກເຜີຍແຜ່ອອກໄປໃນສື່ສັງຄົມອອນລາຍນ໌ ຢ່າງກວ້າງຂວາງ ເຮັດໃຫ້ມີພໍ່ແມ່ປະຊາຊົນ ພາຍໃນເມືອງ ແລະແຂວງຄໍາມ່ວນ ອອກມາສະແດງຄວາມຄິດເຫັນເປັນຈໍານວນຫຼາຍ ໃນນັ້ນ ມີຈໍານວນນຶ່ງ ກ່າວວ່າ ເຈົ້າໜ້າທີ່ຜແນກການຄ້າກຸ່ມດັ່ງກ່າວນີ້ ມີເຄືອຂ່າຍພົວພັນກັບອໍານາດການປົກຄອງຂັ້ນເມືອງ ແລະແຂວງ ທີ່ມັກໃຊ້ອໍານາດໜ້າທີ່ຂອງໂຕເອງ ໃນການຂົ່ມເຫັງພໍ່ແມ່ປະຊາຊົນ.

ດັ່ງຊາວບ້ານ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເປັນຫຍັງ ຫຼາຍໆຄົນຈຶ່ງຖາມວ່າ ເປັນຫຍັງ ສິບອກຕໍາຣວດແລ້ວ ເຂົາມາຈັບໂລດ ເພາະວ່າຢູ່ທ່າແຂກນີ້ ລາວມີອິດທິພົລຫຼາຍ ເຮືອນລາວນີ້ຊໍ່າວັງເລີຍ ບາດນີ້ມາເບິ່ງເຮືອນ ທີ່ລາວມາກວດຫັ້ນ ເຮືອນຊັ້ນດຽວກັບເຮືອນເຂົາເຮັດບໍ່ແລ້ວ ເຂົາທຸກເຂົາບໍ່ໄດ້ມີອັນຈະກິນ ມາຂົ່ມເຫັງເຂົາແບບນີ້ ມາເຮັດໃສ່ເຂົາແບບນີ້ ຄັນຂັ້ນເທິງມາເບິ່ງ ກໍຈະໄດ້ເຫັນແຫຼະ ເພາະວ່າລາວມີອິດທິພົລຫຼາຍ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດໄປຍັງຜແນກການຄ້າແຂວງ ຄໍາມ່ວນ ເພື່ອສອບຖາມເຣື່ອງການຈັບໂຕ ທ່ານນ້ອຍ ຈຽງສະກຸນ ກ່ຽວກັບການດໍາເນີນຄະດີ ແຕ່ເຈົ້າໜ້າທີ່ ທີ່ຮັບຮູ້ກ່ຽວກັບຄະດີຄວາມດັ່ງກ່າວນີ້ ກ່າວວ່າ ຕອນນີ້ ຍັງຢູ່ລະຫວ່າງການຈັດຕັ້ງປະຕິບັດ ແລະຍັງບໍ່ທັນມີຄວາມຄືບໜ້າແນວໃດເທື່ອ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:

“ໂອ ຍັງບໍ່ທັນໄດ້ອັນນັ້ນເດີ້ ຍັງບໍ່ທັນໄດ້ ເພິ່ນຍັງອັນນັ້ນຢູ່ເດີ້ ຍັງປະຕິບັດຢູ່ ຍັງບໍ່ທັນໄດ້ເອົາເດີ້.”

ມາຮອດມື້ ເຈົ້າຂອງເຄື່ອງ ທີ່ມີໃບອາກອນສິນຄ້າຖືກຕ້ອງນັ້ນ ກໍຍັງບໍ່ມາແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.