ເມືອງໜອງບົກບໍ່ຢາກໃຫ້ ມີໂຮງງານ ເກືອກາລີ

ໄຊຍາ
2019.06.26
f-Potas ໂຮງງານ ເກືອກາລີ ໃນແຂວງຄໍາມ່ວນ ທີ່ວ່າເຄີຍມີສ່ວນ ຮັບຜິດຊອບ ໃນເຣື່ອງນໍ້າຫ້ວຍ ເປັນມົລພິດ
RFA/Chareunsouk

ປະຊາຊົນ ບ້ານດົງບູນ, ນາຄຳ, ນາລັກ ແລະ ບ້ານໂຄກສັງໄຮ ເມືອງໜອງບົກ ແຂວງຄຳມ່ວນ ເປັນກັງວົນວ່າ ສານເຄມີ ຈາກໂຮງງານ ເກືອກາລີ ຂອງຈີນ ທີ່ມາສ້າງໃກ້ບ້ານນັ້ນ ຈະສົ່ງຜົລກະທົບ ຕໍ່ການທຳມາຫາກິນ ຂອງເຂົາເຈົ້າ, ດັ່ງປະຊາຊົນ ບ້ານນາຄຳ ເມືອງໜອງບົກ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອ 26 ມິຖຸນາວ່າ:

“ທາງທີ່ດີ ມັນກໍບໍ່ຢາກໃຫ້ຕັ້ງແຫຼະ ຄັນແມ່ນຄັດຄ້ານໄດ້ ອັນນີ້ມັນເວົ້າ ຄັດຄ້ານການກໍ່ສ້າງ ທາງຣັຖບານ ເພິ່ນໄດ້ອະນຸມັດແລ້ວ ກໍເຮັດໄປ ຕາມນັ້ນ ແລ້ວສ່ວນຫຼາຍ ມັນກໍກະທົບໝົດແລ້ວ ເພາະມັນເປັນດົງ ບ່ອນທໍາມາຫາກິນ ຖືກໄຮ່ນາກໍປະມານ 20 ເຮັກຕ້າ ນີ້ແຫຼະເພາະວ່າ ເນື້ອທີ່ທັງໝົດຫັ້ນ 102 ເຮັກຕ້າເດ້.”

ປະຊາຊົນເວົ້າຕື່ມວ່າ ສະເພາະ ບ້ານນາຄຳ ມີປະຊາຊົນຢ່າງນ້ອຍ 10 ຄອບຄົວ ຕ້ອງສູນເສັຽທີ່ດິນ ເຊິ່ງເປັນທົ່ງນາປະມານ 20 ເຮັກຕ້າ ແລະ ບາງຄອບຄົວ ກໍກໍາລັງໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍບໍ່ສຳເຣັດ ຂນະທີ່ເນື້ອທີ່ປ່າໄມ້ 70 ປາຍເຮັກຕ້າທີ່ເປັນແຫຼ່ງ ຫາກິນ ຂອງປະຊາຊົນ ກໍໄດ້ກາຍເປັນເຂດ ສັມປະທານ ຂອງໂຮງງານໄປແລ້ວ ສ່ວນທີ່ບ້ານດົງບູນ ມີປະຊາຊົນ 5 ຄອບຄົວ ເສັຽທີ່ດິນ 6 ເຮັກຕ້າປາຍ ຍ້ອນ ໂຮງງານເຮັດທາງຕັດຜ່ານ ເຊິ່ງເຈົ້າໜ້າທີ່ບອກວ່າ ໄດ້ຮັບຄ່າຊົດເຊີຍແລ້ວ ແຕ່ປະຊາຊົນ.

ຕໍ່ບັນຫານີ້ ເຈົ້າໜ້າທີ່ຜແນກແຜນການເງິນ ແລະການລົງທຶນ ແຂວງຄຳມ່ວນ ກ່າວວ່າ ພາຍຫຼັງໂຮງງານ ເກືອກາລີ ເຂົ້າໄປສຳຣວດ ແລະຂຸດຄົ້ນບໍ່ແຮ່ແລ້ວ ກໍມີໜ່ວຍງານວິຊາການ ດ້ານສິ່ງແວດລ້ອມ ປະຈຳແຂວງ ກໍໄດ້ລົງໄປກວດກາ ຫາສານເຄມີ ຕາມແຫຼ່ງຂຸດຄົ້ນ ແຕ່ກໍບໍ່ພົບສານເຄມີ:

“ເອີເຮົາກໍ່ລົງສຳຣວດຕິດຕາມເບິ່ງຢູ່ໄດ໋ ໃຫ້ເຂົາເຮັດຣະອຽດຫັ້ນແລ້ວ ຖົມເອົານໍ້າເສັຽໄປຖິ້ມ ບ່ອນມັນບໍ່ເປື້ອນ ໃຫ້ແລ້ວຖົມໃຫ້ມັນຣະອຽດ ໄທເຮົາກໍຕິດຕາມກັນ ອົງການຈັດຕັ້ງຂອງບ້ານ ກໍລົງຕິດຕາມ ເຂົາເຮັດລະບ່ອນຫັ້ນ ມັນບໍ່ຄັກໃຫ້ເຮັດໃໝ່ຖົມໃໝ່.”

ເຈົ້າໜ້າທີ່ກ່າວຕື່ມວ່າ ໂຮງງານເກືອກາລີຂອງຈີນ ໄດ້ຮັບອະນຸຍາດ ຈາກຣັຖບານ ໃຫ້ເຂົ້າໄປສຳຣວດ ແລະຂຸດຄົ້ນບໍ່ແຮ່ ໃນເຂດດັ່ງກ່າວ ຢູ່ເມືອງໜອງບົກ ແຕ່ປີ 2016 ເນື້ອທີ່ 102 ເຮັກຕ້າ ສັມປະທານ 27 ປີ.

ປັດຈຸບັນ ແຂວງຄຳມ່ວນ ມີໂຮງງານເກືອກາລີ ຂອງຈີນ ເຂົ້າມາລົງທຶນສໍາຣວດ ແລະ ຂຸດຄົ້ນບໍ່ແຮ່ທັງໝົດ 3 ແຫ່ງ ຄືບ້ານດົງໃຕ້ ເມືອງທ່າແຂກ 1 ແຫ່ງ ທີ່ຕັ້ງໂຮງງານໄປແລ້ວ ແລະອີກ 2 ແຫ່ງ ຢູ່ບ້ານນາຄຳ ແລະ ນາລັກ ທີ່ກຽມຈະກໍ່ສ້າງໃນໄວໆ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.