ວຽກສວັດດີການສັງຄົມ ຍັງມີບັນຫາ ຫຼາຍດ້ານ

ພອນ ພູມມີທອນ
2022.03.04
ວຽກສວັດດີການສັງຄົມ ຍັງມີບັນຫາ ຫຼາຍດ້ານ ຊາວບ້ານ ທີ່ພາກັນມາລໍຖ້າຄິວ ເພື່ອສັກວັກຊິນ ປ້ອງກັນໂຄວິດ-19 ຢ່າງໜາແໜ້ນ, ວັນທີ 13 ສິງຫາ 2021.
RFA

ປັດ​ຈຸ​ບັນ ການ​ປະ​ຕິ​ບັດ​ວຽກ​ງ​ານ ໃນ​ຂ​ແນງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມໃນ​ຫລ​າຍ​ແຂວງ ເຈົ້າໜ້າ​ທີ່ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ຍັງ​ມີ​ຄ​ວ​າ​ມ​ຫຍຸ້ງ​ຍາກ  ແລະ ​ພົບ​ບັນ​ຫາ​ທ້າ​ທາ​ຍ​ຫລາຍ​ດ້ານ ​ທີ່ຈະ​ຕ້ອງ​ແກ້​ໄຂ ເຊັ່ນ ເຣຶ່ອງ​ການ​ຊ່ວຍ​ເຫລືອ ​ດ້ານ​ພັຍ​ພິ​ບັດ​ຕ່າງ​ໆ ກໍ່​ຍັງ​ມີ​ຄວາ​ມຊັກ​ຊ້າ​ ຫລາຍ​ຢ່າງ, ການ​ຊ່ວຍ​ພັ​ທ​ນາ​ສີ​ມື​ແຮງງ​ານ ແລະ ຝຶຶກ​ອົບ​ຮົມ​ວິ​ຊ​າ​ຊີບ​ໃຫ້​ຄົນຫ​ວ່າງງ​ານ ໃຫ້​ໄດ້​ມີ​ວຽກເຮັດງ​ານ​ທຳ​ນັ້ນ ກໍ​ຍັງ​ບໍ່​ເຂົ້າ​ເຖິງ​ປະ​ຊາ​ຊົນ ເຮັດ​ໃຫ້​ຫລາຍ​ຄົນ​ທີ່​ຫວ່າງ​ງານ ຍິ່ງ​ກາຍ​ເປັນ​ຄົນ ທີ່​ບໍ່​ມີ​ຣາຍ​ຮັ​ບ​ໃດໆ ຮວມ​ໄປ​ເຖິງ ບໍ່​ສາ​ມາ​ດ ເຂົ້​າ​ປະ​ກັນ​ສັງ​ຄົມ​ໄດ້ ແລະ ​ບັນ​ຫາ​ອື່ນໆ​ ເຊິ່ງ​ສາ​ເຫ​ດ​ຫລັກ ກໍ່​ຍ້ອນ​ວ່າ ງົບ​ປະ​ມານ​ຈາກ​ຮັ​ຖ​ບານ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ທີ່​ວ່ານັ້ນ ມີບໍ່​ພຽງ​ພໍ ຈຶ່ງ​ຍັງ​ເປັນ​ເຣຶ່ອງ​ທີ່​ຍາກ ທີ່​ຈະ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ໄດ້.  

ເຈົ້າ​ໜ້າ​ທີ່​ແຮງ​ງານ ແລະ ສ​ວັດ​ດີ​ການ ຂັ້ນ​ເມືອງ ໃນ​ແຂວ​ງ​ໄຊ​ຍະ​ບຸ​ຣີ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ​ຕຳ​ແໜ່ງ ກ່າວ​ໃນ​ວັນ​ທີ່ 22 ກຸມ​ພ​າ​ທີ່​ຜ່ານ​ມານີ້​ວ່າ:

ການຕິຕາມສະພາຕ່າງໆເນາະ ພັຍພິບັດທີ່ເກີດຂຶ້ນ ຈາກທັມມະຊາດໄຟໄໝ້ ນ້ຳຖ້ວມ ນ້ຳປ່າໄຫຫລາກ ຈະເປັນແຜ່ນດິນໄຫວເນາະ ພາຍຸພັດນີ້ ງົບປະມານນິີ້ ບໍ່ພໍພຽງພໍດອກ. ສ່ວນຫລາຍເຮົາກໍ່ໄດ້ ເນີທາແຂວງ ທາກະຊວງເຮາຫັ້ນແຫລະ, ວກປະກັນສັງຄົມນີ້ ປະຊາຊົນສ່ວນຫລາຍ ກໍ່ບໍ່ເຂົ້ເຖິງເທື່ອ ເຂົ້າປະກັນສັງຄົມນີ້ ມີແຕ່ພວກທີ່ເຮັດວຽກ ໃນບໍຣິສັດ ຢູ່ໃນອົງການຂ້າຣາການ ພະນັກງານເນາະ.”

ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່ແຮງ​ງານ ແລະ ​ສວັດ​ດີ​ການຂັ້ນ​ເມືອງ ໃນ​ນະ​ຄອນ​ຫລວງວຽງ​ຈັນ ຜູ້​ຂໍ​ສງວນ​ຊື່ ແລະ ​ຕ່ຳ​ແໜ່ງ ທ່ານ​ນຶ່ງ ກໍ່​ກ່າວ​ກ່ຽວ​ກັບ​ເຣຶ່ອງ​ດັ່ງ​ກ່າວ​ວ່າ ວຽກ​ງານ​ດ້ານ​ແຮງງ​ານ ແລະ ສວັດ​ດີ​ການ​ສັງ​ຄົມ ນີ້ ຍັງ​ມີຄວາມ​ທ້າ​ທາຍ​ຫລາຍ​ຢ່າງ ທີ່​ຈະ​ຕ້ອງ​ແກ້​ໄຂ ເຊັ່ນ ການ​ພັ​ທ​ນາ​ສິ​ມື​ແຮງງ​ານ ໃຫ້​ຄົ​ນ​ຫວ່າງງ​ານນັ້ນ ໃນ​ປີ​ນີ້ ທາງ​ການກໍ່​ມີ​ແຜນ ໃຫ້​ຄົນ​ຫວ່າງ​ງານ ໄດ້​ມີ​ການ​ຝຶຶກ​ວິ​ຊາ​ຊີບ ໃຫ້​ໄດ້​ຕາມ​ໂຕ​ເລກ​ຄາດ​ໝາຍ ກໍ່​ຖື​ວ່າ ເປັ​ນ​ເຣື່ອງ​ທີ່​ຫຍຸ້ງ​ຍາກ​ລະ​ດັບ​ນຶ່ງ ຂອງ​ເຈົ້າ​ໜ້າ​ທີ່ ໃນ​ແຕ່​ລະ​ແຂວງ ແຕ່​ທຸກ​ຢ່າງ ກໍ່​ຕ້ອງ​ຂຶ້ນ​ຢູ່​ກັບ​ງົບ​ປະ​ມານ​ ຈາກ​ຣັ​ຖ​ບານ​ນຳ​ດ້ວຍ. ຖ້າ​ຫາກ​ມີ​ງົບ​ປະ​ມານ​ພຽງ​ພໍ ວຽກ​ງ​ານ​ດັ່ງ​ກ່​າວ ກໍ່​ສາ​ມາດ​ດຳ​ເນີນ​ການ​ໄດ້ ຢ່າງ​ແນ່ນອນ.

ກະນີ້ແຫລະ ທີ່ວ່າເປັນສິ່ທ້າທາຍ ມີຫລາຍຢ່າງ ກະຈະໄດ້ມີໂຕເລກຄາດາຍ ໃນການເຝິກໃນສູນເນາ ແຕ່ແຂວງໃດທີ່ບໍ່ມີສູນ ໂຕເລກກໍ່ຕ່ຳລົງເນ. ແຕ່ຕິດພັນຈັ່ງໃດ ກໍ່ເຣື່ອງງົບປະມານ ໃນກາເຝິກນິີ້ແຫລະ.”

ພ້ອມ​ດຽ​ວກັນ​ນິີ້ ເຈົ້າ​ໜ້າ​ທີ່​ແຮງ​ງານ ແລະ ສ​ວັດ​ດີ​ການ​ສັງ​ຄົມ ຂັ້ນ​ເມືອງ ທີ່ ​ແຂວງ​ຄຳ​ມ່ວນ ກໍ່​ຍັງ​ກ່າວ​ເຖີງບັນ​ຫາ​ດັ່ງ​ກ່າວ​ອີກວ່າ ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ປະ​ຕິ​ບັດ​ວຽກ​ງານ ​ສວັດ​ດີ​ການ​ສັງ​ຄົມ ໃຫ້​ໄດ້​ຕາມ​ເປົ້​າ​ໝາຍຂອງ​ທາງ​ການ ເພາະ​ງົ​ບ​ປະ​ມານ​ທີ່​ທາງ​ການ ຈັດ​ສັນ​ມ​າ​ໃຫ້​ແຂວງ ແມ່ນ​ມີບໍ່​ພຽງ​ພໍ ເປັນ​ຕົ້ນ ເຣຶ່ອງ​ການ​ຊ່ວຍ​ເຫລືອ ດ້ານ​ພັຍ​ພິ​ບັດ ກໍ່​ຫຍຸ້ງ​ຍາກ ໃນ​ການ​ເຂົ້າ​ຊ່ວຍ​ເຫລືອ ຜູ້​​ທີ່ໄດ້​ຮັບຜົ​ລ​ກະ​ທົບ ແລະ ​ດ້ານ​ການ​ລົງ​ໂຄ​ສະ​ນາ​ໃຫ້​ຜູ້ຫ​ວ່າ​ງງານ ໄປ​ລົງ​ທະ​ບຽນ ເພຶ່ອ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ ກໍ່​ຍັງ​ເຂົ້າ​ບໍ່​ເຖິງ​ປະ​ຊາ​ຊົນ ຢ່າງກວ້າງ​ຂວາງ​ທົ່ວ​ແຂ​ວງ.

ວຽກງານເຮົາ ກະຍາກລະເນາະ ເປັຕົ້ ານໂຄສະນານີ້ແຫລະເນາະ ກາຊອກຫາວຽກເຮັດງານທຳ ມັນບໍ່ມີ ຫັ້ນນ່າ. ເວົ້ເຣື່ອງການປະຊາສັມພັນ ລົງຫາຮາກຖານ ທີ່ວ່າໃຫ້ມັນເຖິງ ວ່ຊັ້ສາ ມັນບໍ່ເຖິງເຂົາຫັ້ນນ່າ. ງົບປະານຂອງເຮົທີ່ຊິເຮັຫາລົງບ້ານນີ້ ກໍ່ບໍ່ມີອີກ ບາດນີ້. ເວົ້າເຣື່ອງພົຍພິບັດຫຍຸ້ງຍາກ ເຣື່ອການເຮົາຊິໄປຊ່ວຍເຫລືອ ຍາກບ່ອນໃດ ເວົ້າເຣື່ອງທາງດ້ານງົບປະເນາະ ກະບໍ່ມີ ຫັ້ນນ່.”

ກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວນີ້ ຜູ້​ຫວ່າງ​ງານ ທ່ານ​ນຶ່ງ​ ກໍ່​ກ່າວ​ວ່າ ບັນ​ຫາ​ດັ່ງ​ກ່​າວນີ້ ເຈົ້າ​ໜ້າ​ທີ່ ໃນ​ໜ່ວຍງ​ານແຮງ​ງານ ແລະ​ ສວັດ​ດີກ​ານ​ສັງ​ຄົມ ຄວນ​ປັບ​ປຸງ​ແກ້​ໄຂ ຢ່າ​ງ​ຈິງ​ຈັງ ເຊັ່ນ​ວ່າ ຫາ​ທຸກວິ​ທີ ສ້າງ​ຊ່ອງ​ທາງ ທີ່​ອຳ​ນວຍ​ຄວ​າມ​ສະ​ດວກ ໃຫ້​ຄົ​ນຫ​ວ່າງ​ງານ ມີ​ວຽກເຮັດ​ງານ​ທຳ ທີ່​ໝັ້ນ​ຄົງ ແລະ​ ຈະ​ໄດ້​ເຂົ້າ​ຮ່ວມ ປະ​ກັນ​ສັງ​ຄົມ ເຊິງ​ທຸກ​ຄົນ ຕ້ອງ​ການ​ເຂົ້າ​ຮ່ວມ​ໝົດ.

ແຕ່​ສາ​ເຫດ ທີ່​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ບໍ່​ໄດ້ ກໍ່​ຍ້ອນ​ຫລາຍ​ຄົນ ບໍ່​ໄດ້​ມີ​ເງິ​ນ​ເດືອ​ນ ທີ່​ໝັ້​ນ​ຄົງ ເນື່ອງ​ຈາກວ່າ ການ​ເຂົ້າ​ປະ​ກັນ​ສັງ​ຄົ​ມ ຕ້ອງ​ໄດ້ຈ່າຍ​ທຸກ​ເດືອ​ນ ມັ​ນ​ຈຶ່ງ​ເປັນ​ເຣຶ່ອງ​ຍາກ ສຳ​ລັບ​ຄົນຫ​ວ່າງງ​ານ ທີ່ບໍ່​ມີ​ເງິນ​ເດືອນ ເພາະ​ໃນ​ແຕ່​ລະ​ມື້ນີ້  ກໍ່​ຍັງ​ຫາ​ເຊົ້າ​ກິນ​ຄ່ຳ ແລະ ບາງ​ຄົນ ກໍ່​ຫາ​ເຄື່ອງ​ປ່າ​-ຂອງ​ດົງ ໄປ​ຂາຍ ພໍ​ກຸ້ມ​ກິນ​ໃນ​ຊີ​ວິດໄປ​ແຕ່​ລະ​ມື້​ເທົ່າ​ນັ້ນ. ດັ່ງ​ຊາວ​ລາວ​ທ່ານ​ນຶ່ງ ກ່າວ​ວ່າ.

ບໍ່ມີຜູ້ມາລົງໂຄສະນາ ຫວ່າງງານ ມັນກໍ່ບໍ່ໄດ້ເຮັດຫັ້ນແລ້ວ ຖ້າແຕ່ເຮັດນາ. ຕາມຊົນນະບົດ ບ້ານນອກພວກເຮົາເນາະ ເຣື່ອງປະກັນສັງຄົມ ຍັງບໍ່ເຂົ້າ ຊາວບ້າເຮົາ ມັນກະບໍ່ມີເງິນເດືອນ ຈັ່ຊີ້. ມັນກໍ່ຕ້ອງໄດ້ຈ່າຍາຍເດືອນ ແມ່ນບໍ່. ບາງຄົນກະຢ້ານຫາບໍ່ທັນ ຕ້ອງມີວຽກເຮັດງານທຳ. ຖ້າຂາດໄປເດືອນນຶ່ງ ມັນກະຕັດໄປ ກະເງິນທີ່ເສັຍໄປ ມັນກະສູນປ່າວ ຈັ່ງຊີ້.”

ຊາວ​ລ​າວນ​າງ​ນຶ່ງ ກໍ່​ກ່າວ​ວ່າ ຫາກ​ໃຫ້​ເວົ້າ​ເຖິງ​ວຽກ​ງານ ດ້ານ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ​ ຂອງ​ລາວ ອັນ​ດັບ​ທຳ​ອິດ ຍາ​ນາງ​ຢາກ​ໃຫ້ ພາກ​ຣັ​ຖ ຕ້ອງ​ສ້າງ​ອາ​ຊີບໃຫ້​ປະ​ຊາ​ຊົ​ນ ສາ​ມາດ​ມີຣາຍ​ໄດ້​ທີ່​ດີຂຶ້ນ ມີ​ເງິ​ນ​ໃຊ້​​ໃນແຕ່​ລະ​ເດືອນ ແລະ ​ເຮັດ​ໃຫ້​ປ​ະ​ຊາ​ຊົນ ເຂົ້າ​ເຖິງ​ປະ​ກັ​ນ​ສັງ​ຄົມ​ໄດ້​ງ່າຍ ແລະ ເວ​ລາ​ເຈັບ​ປ່ວຍ ກໍ່​ສາ​ມາດ​ເຂົ້າ​ເຖິງ​ໂຮງ​ໝໍໄດ້​ທັນ​ທີ.

ໂຕນີ້ ປະກັສັງຄົມ ມັນຕ້ອງໄດ້ຈ່າຍແຕ່ລະເດືອນ. ເງິນເດືອນມັນບໍ່ພໍຈ່າຍສະໄປ ລະກະບໍ່ເຂົ້າຈັ່ງຊີ້ນາ ກະມີລາຍຈ່າຍ ພາຣະຫລາຍອັນ. ພວກທີ່ວ່າເຝິກຮຽນວິຊາຊີບ. ມັນບໍ່ຄ່ອຍໄດ້ເຫັນໂຄສະນາຫັ້ນນ່າ ຕຶອງໄປມັກເອງ.”

ອິງ​ຕາມ​ການ​ຣາຍ​ງານ​ ຂອງຍາ​ນາງ ໃບ​ຄຳ ຂັດ​ທິ​ຍະ ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ໃນ​ນະ​ຄອນ​ຫລວງວຽງ​ຈັນ ເມື່ອ​ວັນ​ທີ່ 17 ກຸມ​ພາ 2022 ທີ່​ຜ່ານ​ມາ ວ່າ ວຽກ​ງານ ດ້ານ​ແຮງ​ງານ ​ແລະ ​ສວັດ​ດີ​ການສັງ​ຄົມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ບັນ​ຫ​າ​ທ້າ​ທ​າຍ​ຫລາຍ​ຢ່າງ ທີ່​ຈະ​ຕ້ອງ​ແກ້​ໄຂ ໃຫ້​ດີ​ຂຶ້ນ​ຫລາຍ​ດ້ານ ເປັນ​ຕົ້ນ​ແມ່ນ ກາ​ນ​ປັ​ບ​ປຸງ​ພະ​ນັກ​ງານ ໃຫ້​ມີ​ປະ​ສິດ​ທິ​ພາບ ດີ​ຂຶ້ນ ອົບ​ຮົມ​ສ້າງ​ຄວາ​ມ​ເຂົ້າ​ໃຈ ສຶກ​ສາ​ການ​ເມືອງ ນຳ​ພາ​ແນວ​ຄິດ​ໃຫ້​ເປັນ​ໄປ​ຕາມ​ນະ​ໂຍ​ບາຍ ແລະ ຫລີກ​ລ້ຽງ​ການ​ຮັບ​ເອົາ​ພະ​ນັກ​ງານ ທີ່​ເຮັດ​ວຽກ​ຕາມ​ມີ​ຕາມ​ເກີດ ພໍ​ແລ້ວ​ມື້​ແລ້ວ​ວັນ.

ນອກ​ຈາກນີ້ ໃນ​ວຽກ​ງານ ດ້ານ​ການ​ພັ​ທ​ນາ ສີ​ມື​ແຮງງ​ານ ກໍ່​ຈະ​ຕ້ອງ​ສ້າງ​ລະ​ບົບ ທົດ​ສອບ​ສີ​ມື​ແຮງ​ງານ ເພື່ອ​ຕອບ​ສນອງ ຄວາມ​ຕ້ອງ​ການ ຂອງ​ຕ​ລາດ​ແຮງ​ງານ ໃນ​ຕຳ​ແໜ່ງ​ງານ​ຫວ່າງ. ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ຈະ​ຕ້ອງ​ພະ​ຍາ​ຍາມ ຈັດ​ຫາ​ງານ ເພື່ອ​ໃຫ້​ເປັ​ນ​ໄປ​ຕາມ ແລະ​ ບັນ​ລຸໂຕ​ເລ​ຂ​ຄາດ​ໝາຍ ແລະ ຕ້ອງ​ຮິບ​ໂຮມຂໍ້​ມູນ​ສະ​ຖິ​ຕິ ຄວາມ​ຕ້ອງ​ການ ກຳ​ລັງ​ແຮງ​ງານຜູ້ຫ​ວ່າງ​ງານ ແລະ ຄວາມ​ຕ້ອງ​ການ ໃນ​ການ​ຝຶກ​ສີ​ມື​ແຮງ​ງານ ໃຫ້​ໄດ້​ເປັນ​ຢ່າງ​ດີ.

ຂະ​ນະ​ດຽວ​ກັນ ໃນ​ວຽກ​ຄຸ້ມ​ຄອງ​ແຮງ​ງານ ກໍ່​ຕ້ອງ​ສາ​ມາດ​ກຳ​ສະ​ພາບ ຫົວ​ໜ່ວຍ​ແຮງ​ງານ ທີ່​ຖືກ​ຜົ​ລ​ກະ​ທົບ ຫລື​ຖືກ​ຢຸດ​ເຊົາ ກິ​ຈ​ການຊົ່ວ​ຄາວ ເພື່ອ​ສັງ​ລວມ​ຂໍ້​ມູນ ໃຫ້​ແກ່​ທາງ​ການ​ກະ​ຊວງ ຢ່າງ​ກົງ​ໄປ​ກົງ​ມາ.

ໃນ​ດ້ານ​ວຽກ​ງານ ສວັດ​ດີ​ການ​ສັງ​ຄົມ ກໍ່​ຕ້ອງ​ປະ​ຕິ​ບັດ​ໂຕ​ເລ​ກ ອັດ​ຕ​ຣາ​ປົກ​ຫຸ້ມໃນ​ລະ​ບົບ​ປະ​ກັນ​ສັງ​ຄົມ ໃຫ້​ເພື່ມ​ຂຶ້ນ ໂດ​ຍ​ການ ​ເພີ່ມ​ຕື່ມການ​ໂຄ​ສະ​ນາ  ແລະ ປະ​ຊາ​ສັມ​ພັນ ອຳ​ນວຍ​ຄວາມ​ສດ​ວກ ທີ່​ທັ​ນ​ສ​ມັຍ ໃນ​ການ​ປະ​ຕິ​ບັດ ຈ່າຍ​ເງິນ​ອຸດ​ໜູນ​ຕ່າງໆ ໃຫ້​ໄດ້​ຕາມ​ແຜນ​ການ ແລະວຽກ​ງານ​ດ້ານ​ພັຍ​ພິ​ບັດ  ວ​ຽກ​ງານ​ກາ​ແດງ ກໍ່​ຕ້ອງ​ຊ່ວຍ​ເຫລືອ​ສັງ​ຄົມ ໃຫ້​ທັນ​ກັບ​ເຫດ​ການ ແລະສະ​ພາບ​ການ​ຕ່າງໆ.

ຢ່າງ​ໃດ​ກໍ່​ຕາມ ວຽກ​ງານ​ໃນ​ດ້ານ​ແຮງ​ງານ ແລະ ສວັດ​ດີກ​ານຕ່າງໆ ທີ່​ຮັ​ຖ​ບານ​ຈະ​ແກ້​ໄຂ​ນັ້ນ ເຈົ້າໜ້າ​ທີ່​ແຮງ​ງານ ຂັ້ນ​ເມືອງຫລາຍ​ຄົນ ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່​າ ຖ້າ​ຫາກບໍ່​ມີ​ງົບ​ປະ​ມານເຂົ້າ​ທົ່ວ​ເຖິງ ກໍ່​ເປັນ​ເຣຶ່ອງ​ທີ່​ຍ​າກ​ທີ່​ສຸດ ທີ່​ຈະ​ດຳ​ເນີນ​ການ ​ໃຫ້​ບັນ​ລຸ​ຕາມ​ທີ່​ເປົ້າ​ໝ​າຍທີ່​ວາງ​ໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.