ການຊ່ອຍເຫຼືອຜູ້ເຄາະຮ້າຍ ເຂື່ອນແຕກ ບໍ່ພຽງພໍ

ສິດນີ
2019.02.12
ບ້ານເຮືອນ ທີ່ຢູ່ອາໃສຊົ່ວຄາວ ຂອງຜູ້ເຄາະຮ້າຍ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເມືອງສະໜາມໄຊ
Photo Courtesy of: Korea CSO group

ຣັຖບານລາວຂາດງົບປະມານ ໃນການຊ່ອຍເຫຼືອປະຊາຊົນ, ຜູ້ທີ່ໄດ້ຮັບຜົລກະທົບຈາກເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ, ທີ່ ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ທັນເວລາແລະພຽງພໍ, ຍ້ອນວ່າການບໍຣິຈາກ ຈາກພາຍໃນແລະຕ່າງປະເທດ ໄດ້ຫຼຸດລົງຢ່າງຫຼວງຫຼາຍ. ດັ່ງຄຳເວົ້າຂອງ ທ່ານ ເລັດ ໄຊສົມພອນ ເຈົ້າແຂວງອັດຕະປື ຕໍ່ເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

"ເຣື່ອງທຶນຮອນ ເພື່ອຊ່ອຍປະຊາຊົນ, ພວກເຮົາກໍຍັງບໍ່ທັນພ້ອມ, ແຕ່ວ່າເບື້ອງແຂວງກໍຄືເບື້ອງຣັຖບານ, ກໍພຍາຍາມຊອກຫາທຸກທິດທາງ ເພື່ອ ມາຊ່ອຍປະຊາຊົນ, ດ້ວຍການໃຊ້ທຶນຂອງຣັຖບານ, ແລ້ວກໍໃຊ້ທຶນຈາກການຊ່ອຍເຫຼືອທຸກພາກສ່ວນ ດຽວນີ້ກຳລັງ ສຸມໃສ່ຢູ່."

ທ່ານກ່າວຕື່ມວ່າ, ດຽວນີ້ຣັຖບານກໍຍັງແຈກເຂົ້າສານ ແລະເງິນຊ່ອຍເຫຼືອປະຊາຊົນຢູ່, ຄອບຄົວລະ 1 ແສນກີບຕໍ່ເດືອນ, ຈົນກວ່າຈະໄດ້ຄ່າ ຊົດເຊີຍຈາກເຈົ້າຂອງໂຄງການເຂື່ອນ, ພ້ອມດຽວກັນ ຣັຖບານກໍໄດ້ສ້າງໂຄງຮ່າງພື້ນຖານ ບຸກເບີກທີ່ດິນ ສຳລັບການປູກຝັງ ແລະສ້າງບ້ານ ຖາວອນໃຫ້ແກ່ຂະເຈົ້າ ແຕ່ຍັງບໍ່ແນ່ວ່າ ຈະໄດ້ງົບປະມານ ຕື່ມຫລືບໍ່.

ທ່ານວ່າ, ສາເຫດທີ່ການຊ່ອຍເຫລືອ ແລະການຟື້ນຟູຊີວິດ ຂອງປະຊາຊົນຫລ້າຊ້ານັ້ນ, ເປັນຍ້ອນວ່າຜົລກະທົບ ຈາກເຂື່ອນແຕກມັນແຮງ ເກີນໄປ ຮວມທັງຫມົດ 19 ບ້ານ 13 ພັນຄົນ ໄດ້ຮັບຜົລກະທົບໃນນັ້ນ 6 ບ້ານໄດ້ຮັບຄວາມເສັຽຫາຍຫນັກ ແລະ 6 ພັນ ກວ່າຄົນບໍ່ມີ ບ່ອນຢູ່ອາສັຍ:

"ບໍຣິສັດຜູ້ພັທນາໂຄງການ, ເພິ່ນກໍເອົາໃຈໃສ່ຢູ່, ມີແຕ່ວ່າມັນແກ່ຍາວມາຮອດປານນີ້, ກໍຍ້ອນວ່າມັນເປັນຈຳນວນຫລາຍ, ພວກເຮົາກໍບໍ່ ສາມາດແກ້, ແບບກະທັນຫັນໄດ້, ຍ້ອນວ່າ ຜົລກະທົບມັນຈຳນວນຫລາຍ ທັງຫມົດຖືກ 19 ບ້ານ ແຕ່ວ່າຫນັກມີ 6 ບ້ານ."

ການຊ່ອຍເຫລືອຈາກຫລາຍພາກສ່ວນກໍໄດ້ຮັບແລ້ວ, ແຕ່ຍັງບໍ່ພຽງພໍ ກັບຄວາມຕ້ອງການຂອງປະຊາຊົນ, ແລະການສ້າງໂຄງຮ່າງພື້ນຖານ ປະເພດຕ່າງໆ ໃຫ້ແກ່ຂະເຈົ້າ.

ເຖິງຢ່າງໃດກໍຕາມ, ທ່ານວ່າປັດຈຸບັນ ຣັຖບານກຳລັງຊອກຫາແຫລ່ງທຶນ ຈາກພາຍໃນແລະຕ່າງປະເທດ, ເພີ່ມຕື່ມເພື່ອມາປັບປຸງ ຄຸນນະພາບຊີວິດ ສະພາບແວດລ້ອມ ໂຄງຮ່າງພື້ນຖານປະເພດຕ່າໆ ທີ່ສູນຫາຍໄປ ຈາກເຫດເຂື່ອນແຕກ ໃຫ້ກັບຄືນສູ່ ສະພາບເດີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.